• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະກຳມະການແຫ່ງຊາດ APEC 2017 ຈັດກອງປະຊຸມຄັ້ງທີ 8

       ຕອນເຊົ້າວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳວາລະປະຊຸມຄົບຄະນະຄັ້ງທີ 8 ຂອງຄະນະກຳມະການແຫ່ງຊາດ APEC 2017. 

ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳເຫັນທີ່ກອງປະຊຸມ
      ວາລະປະຊຸມໂດຍທ່ານ ຟ້າມບີ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ APEC 2017 ເປັນປະທານ, ດ້ວຍການເຂົ້າຮ່ວມຂອງການນຳ 24 ກະຊວງ, ອົງການ ແລະ ນະຄອນສະມາຊິກຂອງຄະນະກຳມະການແຫ່ງຊາດ APEC 2017. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕີລາຄາສູງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໄລຍະຜ່ານມາໄດ້ຜັນຂະຫຍາຍວຽກງານກະກຽມທຸກໆດ້ານໃຫ້ປີ APEC 2017 ຢ່າງຄົບຊຸດ, ຕັ້ງໜ້າ, ຮີບດ່ວນ ແລະ ດ້ວຍຈິດໃຈຄວາມຮັບຜິດຊອບສູງ. ທ່ານປະທານປະເທດ ເນັ້ນໜັກວ່າ: ເຊິ່ງເປັນພື້ນຖານເສດຖະກິດປະເທດເຈົ້າພາບ APEC. ຫວຽດນາມ ຕ້ອງເສີມຂະຫຍາຍບົດບາດເປັນເຈົ້າການ, ຕັ້ງໜ້າ ກໍ່ຄືເຕົ້າໂຮມຄຸນນະທາດ, ພຸມປັນຍາຂອງບັນດາພື້ນຖານເສດຖະກິດສະມາຊິກ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ: ບັນດາການເຄື່ອນໄຫວໄດ້ຮັບການຈັດຕັ້ງໃນໂອກາດສັບປະດາຂັ້ນສູງຄວນສ້າງຂີດໝາຍ ຫວຽດນາມ, ປະກອບສ່ວນຍົກສູງອິດທິພົນຊື່ສຽງຂອງ ຫວຽດນາມ, ພ້ອມທັງຍູ້ແຮງທ່າອ່ຽງການເຊື່ອມຕໍ່ເສດຖະກິດພາກພື້ນ ແລະ ເຮັດໃຫ້ການພົວພັນລະຫວ່າງບັນດາສະມາຊິກເລິກເຊິ່ງກ່ວາອີກ. ຫວຽດນາມ ກໍ່ຍາດແຍ່ງ ບັນດາການເຄື່ອນໄຫວໃນໂອກາດນີ້ເພື່ອໂຄສະນາກ່ຽວກັບທ່າແຮງ, ຄວາມສາມາດບົ່ມຊ້ອນ ແລະ ສົ່ງເສີມການຮ່ວມມືເສດຖະກິດ, ການຄ້າຂອງ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top