• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂົວກົກປ່າຍນຳມາເຊິ່ງພະລັງຊີວິດໃຫມ່ໃຫ້ແກ່ເມືອງຊິ໋ນເມີ່ນ

ວິທີມອບລາງວັນໃນການແຂ່ງຂັນແຕ້ມພາບກ່ຽວກັັບຂົວ ກົກປ່າຍ.
ບໍລິສັດໃຫຍ່ກໍ່ສ້າງ ກິດຈະກຳ ຄົມມະນາຄົມ 8 (CIENCO8) ໄດ້ສຳເລັດການກໍ່ສ້າງ ແລະ ນຳເຂົ້າ ໃຊ້ການ ຂົວ ກົກປ່າຍ ຢູ່ທາງຫຼວງເລກ 4, ຜ່ານເມືອງ ຊິ໋ນເມີ່ນ, ແຂວງຮ່າຢາງ ດ້ວຍ ທຶນກູ້ຢືມ ຈາກ ອົງການ ຮ່ວມມື ສາກົນ ຍີ່ປຸ່ນ (JICA) ແລະ ທຶນສົມທົບ ຂອງ ລັດຖະບານ ຫວຽດນາມ ໃນວັນທີ 6 ພະຈິກ 2016.

ຂົວ ກົກປ່າຍ ເປັນໜຶ່ງໃນຂົວຫຼາຍແຫ່ງ ນອນຢູ່ ໃນໂຄງການ ສິນເຊື່ອ ຂະແໜງຄົມມະນາຄົມ ໄລຍະ 2 ໂດຍກະຊວງ ການຄົມະ ນາຄົມຂົນສົ່ງ ເປັນອົງການ ຮັບຜິດຊອບ ການບໍລິຫານ ແນໃສ່ຟື້ນຟູ ແລະ ກໍ່ສ້າງໃໝ່ ຂົວແຫ່ງຕ່າງໆ ທີ່ໃຊ້ງານມາດົນຢູ່ເທິງທາງຫຼວງ ເພື່ອປົວແປງເງື່ອນໄຂ ຄວາມປອດໄພ ດ້ານການຄົມມະນາຄົມ ແລະ ເພື່ອສ້າງ ຄວາມປອດໄພ ດ້ານຄົມມະນາຄົມ ແລະ ຊ່ວຍເຮັດ ໃຫ້ ຊີວິດ ການເປັນຢູ່ ຂອງປະຊາຊົນທ້ອງຖິ່ນໃຫ້ດີຂຶ້ນ.

ຂົວ ກົກປ່າຍ ໄດ້ເລີ່ມລົງມືກໍ່ສ້າງ ເມື່ອວັນທີ 26 ມັງກອນ 2015 (ຫ່າງຈາກ ຂົວອູ່ ປະມານ 60 ແມັດ ໄປຕາມ ທາງທິດເໜືອ)  ແລະ ສຳເລັດ ພາຍຫຼັງດຳເນີນກໍ່ສ້າງ ມາເປັນເວລາ 20 ເດືອນດ້ວຍ ມູນຄ່າການກໍ່ສ້າງ ກວ່າ 158,7 ຕື້ດົ່ງ. ຂົວໄດ້ຮັບການກໍ່ສ້າງຢ່າງຖາວອນ, ເທດ້ວຍ ເບຕົງເສີມເຫຼັກ, ເຕັກໂນໂລຊີອັນກ້າວໜ້າ. ຂົວມີລວງຍາວ 337,28 ແມັດ, ທາງ ຂຶ້ນ ຂົວ ຍາວທັງໝົດ 495,49 ແມັດ ຕາມມາດຕະຖານຊັ້ນ IV ແຖບພູດອຍ.

ການທີ່ ຂົວ ກົກ ປ່າຍ ຖືກເປີດນຳໃຊ້ ບໍ່ພຽງແຕ່ ເຊື່ອມຕໍ່ ເສັ້ນທາງ ຄົມມະນາຄົມ ລະຫວ່າງ ແຂວງຮ່າຢາງ ແລະ ແຂວງລາວກາຍ, ກໍຄື ເມືອງ ຊິ໋ນເມີ່ນ ແລະ ບັນດາທ້ອງຖິ່ນ ໃກ້ຄຽງເທົ່ານັ້ນ, ແຕ່ ຍັງ ເປີດອອກໂອກາດຫຼາຍຢ່າງ ໃນການພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມ ໃຫ້ແກ່ທ້ອງຖິ່ນອີກດ້ວຍ. ນັບແຕ່ນັ້ນ ເປັນຕົ້ນມາ, ຜະລິດຕະພັນກະສິກຳ ແລະ ບໍລິການທ່ອງທ່ຽວຂອງ ພີ່ນ້ອງ ຊາວເຜົ່າຢູ່ ຊິ໋ນເມີ່ນ ໄດ້ມີໂອກາດເປີດ ສູ່ໂລກພາຍນອກ.

ຊິ໋ນເມີ່ນ ເປັນເມືອງຊາຍແດນ ຂອງ ແຂວງ ຮ່າຢາງ, ມີພົນລະເມືອງກວ່າ 58.000 ຄົນ, ມີ 16 ຊົນເຜົ່າ ສ່ວນໜ້ອຍ, ໃນນັ້ນຊົນເຜົ່ານຸ່ງ ກວມ 43%. ພື້ນທີ່ເມືອງ ຊິ໋ນເມີ່ນ ຖືກອ້ອມຮອບ ໄປດ້ວຍ ພູຜາ ທີ່ສູງຊັນ ແລະ ເຫວເລິກ, ດັ່ງນັ້ນ ເສັ້ນທາງ ຄົມມະນາຄົມ ແມ່ນພົບ ຄວາມຫຍຸ້ງຍາກຫຼາຍທີ່ສຸດ . ກ່ອນໜ້ານີ້, ຢາກຕິດຕໍ່ວຽກກັບ ທີ່ວ່າການແຂວງ ຄືນະຄອນ ຮ່າ ຢາງ ຫຼື ເມືອງຕ່າງໆ ທີ່ໃກ້ຄຽງ, ປະຊາຊົນ ຊິ໋ນເມີ່ນ ຕ້ອງຂ້າມ ຜ່ານ ແມ່ ນ້ຳໄຈ໋ ດ້ວຍຂົວອູ່ ທີ່ໃຊ້ງານມາດົນ, ຮັບນ້ຳໜັກ ໄດ້ບໍ່ພໍ ເທົ່າໃດ. ເມື່ອຍານພາຫະນະແລ່ນຜ່ານ ແຕ່ລະຄັ້ງ ຈະເຮັດໃຫ້ ຂົວ ສັ່ນສະເທືອນໄປມາຢ່າງແຮງ. ມື້ໃດມີຝົນຕົກ, ລົມແຮງ ການຂ້າມ ຂົວອູ່ ຍິ່ງພົບຄວາມ ຫຍຸ້ງຍາກຍິ່ງຂຶ້ນ.

ໂຄງການສິນເຊື່ອຂະແໜງການຄົມມະນາຄົມໄລຍະ 2 ໄດ້ຮັບການປະຕິບັດແຕ່ປີ 2013-2020, ເພື່ອຈຸດໝາຍ ກໍ່ສ້າງຂົວ 76 ແຫ່ງຢູ່ເທິງທາງຫຼວງ  ໃນທົ່ວປະເທດ, ດ້ວຍມູນຄ່າການລົງທຶນທັງຫມົດ 24.771 ລ້ານເຢັນ ເທົ່າກັບ 4.700 ຕື້ດົ່ງ. ໂຄງການໄລຍະ 1 ໄດ້ສຳເລັດການກໍ່ສ້າງຂົວ 144 ແຫ່ງ, ປະກອບສ່ວນສ້າງຄວາມປອດໄພ ດ້ານຄົມມະນາຄົມ ແລະ ຊ່ວຍເຮັດ ໃຫ້ ຊີວິດການເປັນຢູ່ ຂອງປະຊາຊົນທ້ອງຖິ່ນໃຫ້ດີຂຶ້ນ.

ປະຕິບັດ: ເງີນຮ່າ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top