• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກົດໝາຍສາກົນແມ່ນປັດໄຈຈຳເປັນເພື່ອຮັບປະກັນໃຫ້ສະພາບແວດລ້ອມສາກົນໃຫ້ມີສະຖຽນລະພາບ

ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ​້າມບ​ີ່ງ​ມີງ ທີ່ກອງ​ປະ​ຊຸມ
          ທີ່ກອງ​ປະ​ຊຸມ​ລັດ​ຖ​ະ​ມົນ​ຕີ​​ການ​ຕ່າງ​ປະ​ເທດ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ແລະ ຫາກໍ່​ພົ້ນ​ເດັ່ນ​ຂຶ້ນ​ແຖວ​ໜ້າ​ຂອງ​ໂລກ (G20) ຢູ່​ນະ​ຄອນ Bonn, ປະ​ເທດ ເຢຍ​ລະ​ມັນ, ວັນ​ທີ 17/2, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ​້າມບ​ີ່ງ​ມີງ ໄດ້​ເຂົ້າ​ຮ່ວມ ແລະ ກ່າ​ວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື “ຮັກ​ສາ​ສັນ​ຕິ​ພາບໃນ​ໂລກ​ມີ​ຄວາມ​ສັບ​ສົນຫຼ​າຍ​ຢ່າງ” ແລ​ະ ເຂົ້າ​ຮ່ວມ​ວາ​ລະ​ເຮັດ​ວຽກ​ດ້ວຍ​ຫົວ​ຂໍ້​ວ່າ “ຮ່ວມ​ມື​ກັບ ອາ​ບ​ຟ​ຣີ​ກາ”. ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມບ​ີ່ງ​ມີງ ຢັ້ງ​ຢືນ​ວ່າ: ກົດ​ໝາຍ​ສາ​ກົນ​ແມ່ນ​ປັດ​ໄຈ​ຈຳ​ເປັນ​ເພື່ອ​ຮັບ​ປະ​ກັນ​ໃຫ້ສະ​ພາບ​ແວດ​ລ້ອມ​ສາ​ກົນ​ມີ​ສະ​ຖຽນ​ລະ​ພາບ, ຕາມນັ້ນ​ແລ້ວ, ເລື່ອງ​ເຄົາ​ລົບ ແລ​ະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ​ແມ່ນ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ​ແບບ​ຍືນ​ຍົງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມບ​ີ່​ງ​ມີງ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ແກ້​ໄຂ​ການ​ຂັດ​ແຍ້ງກັ້ນ, ການ​ປະ​ທະ​ກັນ​ດ້ວຍ​ບັນ​ດາ​ມາດ​ຕະ​ການ​ສັນ​ຕິ​ພາບ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແລະ ບັນ​ດາ​ວິ​ວັດ​ທະ​ນາ​ການ​ນິ​ຕິ​ກຳ - ການ​ທູດ.
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top