• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມ SBC ສ້າງການຮ່ວມມືກັບ ຫວຽດນາມ, ກຳປູເຈຍ ແລະ ອິນເດຍ


(ພາບປະກອບ)
      ວັນ​ທີ 19/3, ກຸ່ມ​ບໍລິສັດ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດກາງ ​ແລະ ນ້ອຍ (SBC) ຂອງ ສ​ເກົາຫຼີ ​ໃຫ້​ຮູ້​​ໄດ້ສ້າງ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ ອາຊີ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຕີບ​ໂຕ​ໃນ​ພາກ​ພື້ນ. SBC  ​ໃຫ້​ຮູ້​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຢູ່ ຫວຽດນາມ, ກຳປູ​ເຈຍ ​ແລະ ອິນ​ເດຍ ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ລົງທຶນ ​ແລະ ສ້າງ​ການ​ພົວພັນ​ດ້ານ​ອຸດສາຫະກຳ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ປະກອບສ່ວນ​​ເຂົ້າ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ. ຄະນະ​ຜູ້​ແທນ SBC ​ໂດຍ​ທ່ານ Lim Chae-un, ການ​ນຳກຸ່ມ​ບໍລິສັດ​ດັ່ງກ່າວນຳ​ໜ້າ​ໄດ້​ມາ​ຢ້ຽມຢາມ 3 ປະ​ເທດ​ນີ້​ເມື່ອ​ສັບປະດາ​ຜ່ານ​ມາ ​ແລະ ປຶກສາ​ຫາລື​ວິທີ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ບັນດາ​ກຸ່ມ​ບໍລິສັດ​ຂະໜາດ​ກາງ ​ແລະ ນ້ອຍ (SME). ຕາມ SBC ​ແລ້ວ, ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ປຶກສາ​ຫາລື​ເລື່ອງ​ໜູນ​ຊ່ວຍ​ບັນດາ​ບໍລິສັດ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ ຊຸກຍູ້​ການ​ລົງທຶນ. ​​ເຂົາ​ເຈົ້າ​ກໍ່ມີ​ແຜນການ​ຍົກ​ອອກ​ບັນດາ​ມາດ​ຕະການ​ຜັນ​ຂະຫຍາຍ​ຫຼັງ​ຈາກ​ນັ້ນ ​ເພື່ອ​ໃຫ້ SME ທ້ອງ​ຖີ່​ນສາມາດ​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້.
(ແຫຼ່ງຄັດຈາກ VOV)
                                                                                            

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top