• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຈລະຈາຂັ້ນສູງຫວຽດນາມ-ຍີ່ປຸ່ນ


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ​ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ
 Shinzo Abe ທີ່​ການ​ປະ​ຊຸມ​ຂ່າວ
           ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ​ ຫງວຽນ​ຊວນ​ຟຸກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 16-17/1. ພາຍ​ຫລັງ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ສົມ​ກຽດ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 16/1 ຢູ່​ຮ່​າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ​ ຫງວຽນ​ຊວນ​ຟຸກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ. ທີ່​ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ ຍີ່​ປຸ່ນ ພວມ​ແມ່ນ​ປະ​ເທດ​ຊ່ວຍ​ເຫລືອ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ ODA ໃຫຍ່​ສຸດ​ໃຫ້​ແກ່​ຫວຽດ​ນາມ, ແມ່ນ​ປະ​ເທດລົງ​ທຶນ​ຢູ່​ຫວຽດ​ນາມ ​ຢືນ​ອັນ​ດັບ 2  ແລະ ມີ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢືນ​ອັນ​ດັບ 3 ແລະ ການ​ພົວ​ພັນ​ດ້ານ​ການ​ຄ້າ​ກັບ​ຫວຽດ​ນາມ ຢືນ​ອັນ​ດັບ 4. ທີ່​ການ​ເຈ​ລ​ະ​ຈາ, ສອງ​ຝ່າຍ​ໄດ້​ແລ​ກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ສອງ​ພື້ນ​ຖານ​ເສດ​ຖະ​ກິດ, ເຫັນ​ດີ​ກ່ຽວ​ກັບ​ຫລາຍ​ຂົງ​ເຂດ​ຮ່ວມ​ມື​ຊື່ງ​ສອງ​ຝ່າຍ​ຫາກໍ່​ລົງ​ນາມ. ການ​ນຳ​ສອງ​ທ່ານ​ເຫັນ​ດີ​ຊຸກ​ຍູ້​ການ​ຮ່ວມ​ມື ຫວຽດ​ນາມ ຍີ່​ປຸ່ນ ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ກະ​ສິ​ກຳ ເຕັກ​ໂນ​ໂລ​ຊີ​ສູງ, ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄ​ຸນ​ນະ​ພາບ​ສູງ, ຮ່ວມ​ມື​ທ້ອງ​ຖິ່ນ ແລະ ຮັບ​ນັກ​ສຶກ​ສາ​ຫວຽດ​ນາມ ມາ​ຮ່ຳ​ຮຽນ​ຄົ້ນ​ຄ້​ວາ​ຢູ່​ຍີ່​ປຸ່ນ. 
      2 ຝ່າຍ​ກໍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ, ພ້ອ​ມ​ກັ​ນ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ໃຫ້​ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນ​ສູງ APEC 2017 ສຳ​ເລັດ​ຜົນ. 2 ຝ່າຍກໍ່​ເຫັນ​ດີ​ຕໍ່​ຄວ​າມ​ສຳ​ຄັນ​ໃນ​ການ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ, ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ບໍ່​ນຳ​ໃຊ້​ອາ​ວຸດ ຫຼື ນາບ​ຂູ່​​ການນຳ​ໃຊ້​ອາ​ວຸດ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ​ຢ່າງ​ເຂັ້ມ​ງວດ, ບັນ​ລຸ​ກົດ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ໄວ. 
      ສ່ວນທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ໃຫ້​ຮ​ູ້​ວ່າ, ຍີ່​ປຸ່ນ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ຫວຽດ​ນາມ. ນີ້ກໍ່​ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ທ​ີ 3 ຂອງ​ທ່ານ Shinzo Abe ໃນ​ຖາ​ນະ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່​ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ໃຫ້​ຮູ້​ວ່າ, 2 ຝ່າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ຍີ່​ປຸ່ນ ແລະ ຫວຽດ​ນາມ, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ ເລິກ​ເຊິ່ງ​ຂຶ້ນ​ຕື່ມ.
ພາຍ​ຫລັງ​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ໄດ້​ພ້ອມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ແລກ​ປ່ຽນ​ເອ​ກະ​ສານ​ທີ່​ໄດ້​ລົງ​ນາມ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ຊື່ງ​ລວມ​ມີ: ຈົດ​ໝາຍ​ການ​ທູດ​ແລກ​ປ່ຽນ​ທຶນ ODA ໃຫ້​ໂຄງ​ການ​ຫ​ນູນ​ຊ່ວຍ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ລວມ​ມູນ​ຄ່າ 10 ຕື້ເຢັນ; ຈົດ​ໝາຍ​ການ​ທູດ​ແລກ​ປ່ຽນ​ໂຄງ​ການ​ຊ່ວຍ​ເຫລືອ​ຫລ້າ​ໃຫ້​ໂຄງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ສະ​ຫນອງ​ອຸ​ປະ​ກອນ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທາງ​ທະ​ເລ​ລວມ​ມູນ​ຄ່າ 300 ເຢັນ; ສັນ​ຍາ​ກູ້​ຢືມ​ທຶນ ODA ໃຫ້​ແກ່​ບາງ​ໂຄງ​ການ​ແລະ​ອື່ນໆ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top