• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ -ຈີນ ຄັ້ງທີ 4 ປີ 2017

ໃນຂອບເຂດການພົວພັນແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 4 ປີ 2017, ວັນທີ 27 ກັນຍາ, ຄະນະຜູ້ແທນກອງທັບປະຊາຊົນ ຫວຽດນາມ ໄດ້ດຳເນີນບັນດາການເຄື່ອນໄຫວພົບປະແລກປ່ຽນຢູ່ແຂວງ ຢຽນໜານ, ປະເທດ ຈີນ. 


ການສະແດງສິລະປະທີ່ການໂອ້ລົມສົນທະນາໃນຂອບເຂດງານພົບປະແລກປ່ຽນ

(ພາບ: tienphong.vn)

      ນະທີ່ນີ້, ທ້ານພົນເອກ ໂງຊວນລີກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກກອງທັບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ພົນໂທ ຟານຈ໋າງຫຼົງ, ກຳມະການກົມການເມືອງ, ຮອງປະທານຄະນະພັກການທະຫານສູນກາງ ຈີນ ໄດ້ດຳເນີນການເຈລະຈາ. 2 ຝ່າຍຖືວ່າ, ເຫດການພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ຈີນ ແມ່ນເຫດການມີຄຸນຄ່າອັນໃຫຍ່ຫຼວງກ່ຽວກັບດ້ານຈິດໃຈຕໍ່ກອງທັບ, ປະຊາຊົນແຂວງ ລາຍເຈົາ ແລະ ແຂວງ ຢຽນໜານ; ຊ່ວຍໃຫ້ປະຊາຊົນ, ກອງທັບ 2 ປະເທດມີຄວາມເຂົ້າໃຈກັນ ແລະ ຄວາມສະໜິດຕິດພັນກ່ວາ, ເຊື່ອໝັ້ນຕໍ່ສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເຂດຊາຍແດນ, ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ຈີນ.

        ເມື່ອຕອບສຳພາດຕໍ່ນັກຂ່າວ VOV ກ່ຽວກັບໝາກຜົນຂອງການພົບປະແລກປ່ຽນ ມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 4 ປີ 2017, ພົນໂທ ຫງວຽນຈີ໋ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຢືນຢັນວ່າເຫດການໄດ້ປະສົບຜົນສຳເລັດຢ່າງຈົບງາມ:

        “ຜົນກະທົບໂດຍກົງຂອງເຫດການແມ່ນເຮັດໃຫ້ເຂດຊາຍແດນສະຫງົບງຽບ, ເຮັດໃຫ້ກຳລັງຢູ່ 2 ເຂດຊາຍແດນ ມີການພົວພັນອັນດີງາມກ່ວາເພື່ອພ້ອມກັນແກ້ໄຂບັນດາບັນຫາພື້ນຖານຂອງກຳລັງປ້ອງກັນຊາຍແດນ. ນີ້ແມ່ນການປົກປັກຮັກສາອະທິປະໄຕຜືນແຜ່ນດິນຂອງແຕ່ລະຝ່າຍ, ປົກປ້ອງຄວາມໝັ້ນຄົງ, ກົດໝາຍຂອງຊາຍແດນ, ບັນດາການເຄື່ອນໄຫວຊ່ວຍເຫຼືອປະຊາຊົນ. ບັນດາການເຄື່ອນໄຫວແທດຈິງຄືແນວນີ້, ພິເສດແມ່ນການເຄື່ອນໄຫວປ້ອງກັນປະເທດ, ເຮັດໃຫ້ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ສອງພັກ, ກອງທັບ 2 ປະເທດ.”

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top