• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະຕິບັດເຫຼື້ອມໃສບູຊາພະແມ່ຂອງຊາວຫວຽດນາມ ກາຍເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ


ພາບ​ປະ​ກອບ
      ກອງ​ປະ​ຊຸມ​ຄັ້ງ​ທີ 11 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ຂອງ ສ​ປ​ຊ (UNESCO) ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ ໄດ້​ໂຮມ​ປະ​ຊຸມ​ຢູ່ Adis Abebas, ປະ​ເທດ Ethiopia ແຕ່​ວັນ​ທີ 28/11 – 3/12/2016. ວັນ​ທີ 1/12/2016, ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງກອງ​ປະ​ຊຸມ, ຄ​ະ​ນະ​ກຳ​ມະ​ການ​ໄດ້​ອອກ​ມະ​ຕິ​ຮັບ​ຮອງ​ເອົາ “ການ​ປະ​ຕິ​ບັດ​ ເຫຼື້ອມ​ໃສ​ບູ​ຊາ​ພະ​ແມ່ຂອງ​ຊາວ ຫວຽດ​ນາມ” ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນ​ໃຫ້ມວນມະ​ນຸດ” ຢ່າງ​ເປັນ​ທາງ​ການ.
        ເລື່ອງ​ສຳ​ເນົາ​ເອ​ກະ​ສານ “ການ​ປະ​ຕິ​ບັດ​ ເຫຼື້ອມ​ໃສ​ບູ​ຊາ​ພະ​ແມ່​ຂອງ​ຊາວ ຫວຽດ​ນາມ” ໄດ້​ຮັບ​ການ ​ຮັບ​ຮອງ​ຈາກ UNESCO ວ່າແມ່ນ ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນ​ໃຫ້​ມວນ​ມະ​ນຸດນັ້ນ ດ້ານ​ໜຶ່ງ​ໄດ້​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ທີ​ຕັ້ງ​ບົດ​ບາດຂອງ​ມໍ​ລະ​ດົກ​ສຳ​ລັບ​ສັງ​ຄົມ, ເຮັດ​ໃຫ້​ວັດ​ທະ​ນະ​ທຳ ຫວຽດ​ນາມ ແລະ ຂອງ​ມະ​ນຸດ​ອຸ​ດົມ​ສົມ​ບູນ​ຂຶ້ນ​ຕື່ມ, ​ອີກດ້ານ​ອື່ນ​ຈະ​ເຮັດ​ໃຫ​້​ວົງ​ຄະ​ນະ​ຍາດ, ບັນ​ດາ​ຜູ້​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ຂອງ​ມໍ​ລະ​ດົກ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ຕ​ື່ມ​ອີກ​ກ່ຽວ​ກັບ​ມໍ​ລະ​ດົກ​ຂອງ​ຕົນ​ເພື່ອ​ໃຫ້​ເຂົາ​ເຈົ້າມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ຕັ້ງ​ໜ້າ​ກ່​ວາ​ໃນ​ວຽກ​ງານ​ເຂົ້າ​ຮ່ວມ ແລະ ພັດ​ທະ​ນາ​ຄຸນ​ຄ່າ​ຂອງ​ການ​ເຫຼື້ອມ​ໃສ​ບູ​ຊາ​ພະ​ແມ່.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top