• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການບຸກໂຈມຕີຢ່າງລຽນຕິດຢູ່ພາກໃຕ້ໄທ

ສະ​ຖານ​ທີ່​ເກີດ​ເຫດ​ຢູ່ປັດ​ຕາ​ນີ
       ຕອນ​ຄ່ຳ​ວັນ​ທີ 19/4, ຢູ່ 3 ແຂວງ​ພາກ​ໃຕ້​ຂອງ ໄທ, ນັ້ນ​ແມ່ນ ປັດ​ຕາ​ນີ, ນາ​ຣາ​ທິ​ວັດ, ສົງ​ຂາ ໄດ້​ເກີດ​ການ​ບຸກ​ໂຈມ​ຕີ 13 ຄັ້ງ​ຢ່າງ​ລຽນ​ຕິດ, ດ້ວຍ​ຕົວ​ການທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ບັນ​ດາ​ພາກ​ສ່ວນ​ອິ​ດ​ສະ​ລາມ​ແຍກ​ຕົວ. ກອງ​ບັນ​ຊາ​ການ​ບັນ​ດາບັ້ນ​ຮົບ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ພາຍ​ໃນ​ປະ​ເທດ​ໄທ ໃຫ້​ຮ​ູ້​ວ່າ: ນີ້​ແມ່ນ​ບັນ​ດາ​ການ​ຖິ້ມ​ລະເບີດ​ໝາກ​ແຕກກໍ່​ຄວາມ​ລົ້ມ​ຫາຍ​ຕາຍ​ຈາກ, ໃນ​ນັ້ນ​ເປັນ​ໜ້າ​ສົນ​ໃຈ​ແມ່ນ​ມີ​ບາງ​ການ​ບຸກ​ໂຈມ​ຕີ​ເຂົ້າ​ປ້ອມ​ຕຳຫຼວດ, ​ກົມ​ກອງ​ພິ​ເສດ ແລະ ຖານ​ທີ່​ໝັ້ນ​ການ​ທະ​ຫານ​ທ້ອງ​ຖິ່ນ. ກ່ອນ​ໜ້ານັ້ນ, ໃນ​ວັນ​ທີ 6 – 7/4, ຢູ່​ພາກ​ໃຕ້ ໄທ, ໄດ້​ມີການ​ວາງ​ລະ​ເບີດ ແລະ ທຳ​ລາຍ​ທີ່​ມີ​ການ​ຈັດ​ຕັ້ງ 31 ຄັ້ງ​ເກີດ​ຂຶ້ນ​ພາຍຫຼັງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ໄທ ມະ​ຫາ ວະ​ຈີ​ຣາ​ລົງ​ກອນ . ບັນ​ດາ​ເຫດ​ບຸກ​ໂຈ​ມ​ຕີ​ເກີດ​ຂຶ້ນ​ໃນ​ສະ​ພາບ​ການ​ບັນ​ດາ​ກຳ​ລັງ​ທະ​ຫານ​ແຕກ​ທັບ ອິດ​ສະ​ລາ​ມ ປະ​ກາດ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຫວ່າງມໍ່ໆ​ມານີ້ ເພື່ອ​ມຸ່ງ​ໄປ​ເຖິງ​ບັນ​ດາ​ເປົ້າ​ໝາຍ​ປະ​ກາດ​ເອ​ກະ​ລາດ ພ້ອມ​ທັງ​ປະ​ຕິ​ເສດ​ແຜນ​ການ​ສ້າງ​ຕັ້ງ​ເຂ​ດ​ປອດ​ໄພ​ເຊິ່ງ​ອຳ​ນາດ​ການ​ປົກ​ຄອງ​ສູນ​ກາງ ບ​າງ​ກອກ ຫາກໍ່​ປະ​ກາດ​ຢູ່​ບັນ​ດາ​ແຂວງ ພາກ​ໃຕ້.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top