• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດຕ້ອນຮັບນາຍົກລັດຖະມົນຕີ ສິງກະໂປ


(ພິທີຕ້ອນຮັບທ່ານ​ນາຍົກ​ລັດຖະມົນຕີ ສິງ​ກະ​ໂປ ຫຼີຊຽນຫຼົງ)

      ຕອນ​ບ່າຍ​ວັນ​ທີ 23/03 ຢູ່​ສຳນັກ​ງານສູນ​ກາງ​ພັກກອມ​ມູນິດ ຫວຽດນາມ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກ​ລັດຖະມົນຕີ ສິງ​ກະ​ໂປ ຫຼີຊຽນຫຼົງ. ທ່ານ​ເລຂາທິການ​ໃຫຍ່​ສະ​ເໜີ ສິງ​ກະ​ໂປ ​ເພີ່ມ​ທະວີ​ການ​ແບ່ງປັນ​ບົດຮຽນ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະກິດ 2 ປະ​ເທດ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່​ມຊ້ອນ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ຍູ້​ແຮງ​ການ​ພົບ​ປະ​​ແລກປ່ຽນ​ປະຊາຊົນ, ຮ່ວມ​ມື​ການ​ສຶກສາ ​ແລະ ສົມທົບ​ກັນ​ເປັນ​ຢ່າງ​ດີ​ຢູ່​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ​ໃນ​ພາກ​ພື້ນ, ສາກົນ, ພິ​ເສດ​ແມ່ນ ອາ​ຊຽນ.
        ​ແລ​ະກໍ່​ໃນ​ວັນ​ດຽວ​ກັນ, ທີ່​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ສິງ​ກະ​ໂປ ຫຼີຊຽນຫຼົງ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ຢືນຢັນ​ວ່າ: ການ​ພົວພັນ​ຮ່ວມ​ມືລະຫວ່າງສະພາ​ແຫ່ງ​ຊາດ 2 ປະ​ເທດ​ໄດ້​ພັດທະນາ​ອັນ​ດີງາມ​ທັງ​ 2 ຝ່າຍ ​ແລະ ຫລາຍ​ຝ່າຍ.
        ​ເນື່ອງ​ໃນ​ໂອກາດທ່ານ​ນາຍົກລັດຖະມົນຕີ ສິງ​ກະ​ໂປ ຫຼີຊຽນຫຼົງ ​ມາຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແຕ່​ວັນ​ທີ 21 – 24/03. 2 ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ຫວຽດນາມ - ສິງ​ກະ​ໂປ. ຖະ​ແຫຼງການ​ຮ່ວມ​ຊີ້​ແຈ້ງວ່າ: ທີ່​ບັນດາ​ການ​ພົບ​ປະລະ​ຫວ່າງ​ການ​ນຳ​ພັກ, ລັດ, ລັດຖະບານ ຫວຽດນາມ ​ແລະ ທ່ານ​ນາ​ຍົກ​ລັດຖະມົນຕີ ສິງ​ກະ​ໂປ ຫຼີຊຽນຫຼົງ, 2 ຝ່າຍ​ໄດ້​ແລກປ່ຽນ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງກ່ຽວ​ກັບ​ບັນດາ​ບັນຫາ 2 ຝ່າຍ​ໃນ​ພາກ​ພື້ນ​ ​ແລະ ສາກົນ​ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ການ​ນຳ ຫວຽດນາມ ​ແລະ ສິງ​ກະ​ໂປ ຊົມ​ເຊີຍ​ການ​ພັດທະນາ​ຢ່າງ​ແຮງ​ຂອງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ​ເສດຖະກິດ​ລະຫວ່າງ 2 ປະ​ເທດ. ​​ເມື່ອ​ເວົ້າ​ເຖິງສິ່ງ​ທ້າ​ທາຍ​ປ້ອງ​ກັນ​ຄວາມ​ສະຫງົບ​ລວມ, ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຢັ້ງຢືນ​ຄືນ​ໃໝ່​ການ​ສະໜັບສະໜູນ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ອາ​ຊຽນ ກ່ຽວ​ກັບ​ບັນ​ຫາ​ຢາ​ເສບ​ຕິດ​ຄັ້ງ​ທີ 38 ​ໃນ​ປີ 2017 ​ແລະ ກອງ​ປະຊຸມ​ລັດຖະມົນຕີ ອາ​ຊຽນ ກ່ຽວ​ກັບ​ບັນ​ຫາ​ຢາ​ເສບ​ຕິດ​ຄັ້ງ​ທີ 6 ​ໃນ​ປີ 2018. ນາຍົກລັດຖະມົນຕີ 2 ທ່ານ​ໄດ້​ຢືນຢັນ​ຄືນ​ໃໝ່​ກ່ຽວ​ກັບ​ຄຳ​ໝັ້ນ​ສັນຍາ​ການ​ຄ້າ​ເສລີ ​ແລະ ສືບ​ຕໍ່​ເຂົ້າ​ຮ່ວມ​ປະກອບ​ຂໍ້​ລິ​ເລີ່​ມ​ໃນ​ພາກ​ພື້ນ; ພ້ອມ​ທັງ 2 ປະ​ເທດ​ຈະ​ສືບຕໍ່​ສົມທົບ​ກັນ​ ​ແລະ ກັບ​ບັນດາ​ປະ​ເທດ​ສະມາ​ຊິກ​ອື່ນໆຢ່າງ​ແໜ້ນ​​ແຟ້ນ ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ໃຫ້​ແກ່​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP). 2 ຝ່າຍ​ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ​ເຄົາລົບ​ການ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ຢັ້ງຢືນ​ຄືນ​ໃໝ່​​ເລື່ອງ​ສະໜັບສະໜູນການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ສຳ​ເລັດ​ກອບກົດ​ແຫ່ງ​ການ​ປະພຶດ (COC) ​ເພື່ອ​ສ້າງ​ເງື່ອນ​ໄຂ​ບັນລຸ​​ COC ​ໂດຍ​ໄວ.
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top