• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາຜັນຂະຫຍາຍໂຄງການດຳເນີນງານຊອກຫາມາດຕະການປ້ອງກັນການວາງແຜນພາສີ ແລະ ເຄື່ອນຍ້າຍຜົນກຳໄລໃນ APEC


ທ່ານ​ ບຸຍ​ວັນ​ນາມ, ຫົວ​ໜ້າກົມ​ໃຫ​ຍສ່ວຍ​ສາ​ອາ​ກອນ, ກະ​ຊວງ​ການ​ເງິນ​
(ພາບ: tapchitaichinh.vn)
      ຕອນ​ເຊົ້າ​ວັນ​ທີ 22/02, ຢູ່​ນອກ​ກອງ​ປະ​ຊຸມ​ຮອງ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຮອງຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ APEC 2017, ຢູ່​ນະ​ຄອນ​ຍາ​ຈາງ, ແຂວງ​ແຄ໋ງ​ຮ່​ວາ, ກະ​ຊວງ​ການ​ເງິນ ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປ​ະ​ຊຸມ​ສຳ​ມະ​ນາ ຜັນ​ຂະ​ຫຍ​າຍ​​ໂຄງ​ການ​​​ດຳ​ເນີນ​ງານ​ຊອ​ກ​ຫາ​ມາ​ດ​ຕະ​ການ​ປ້ອງ​ກັນ​ການ​ວາງ​ແຜນ​ພາ​ສີ ແລະ ເຄື່ອນ​ຍ້າຍຜົນກຳ​ໄລ​ໃນ APEC. ທີ່ກອງ​ປ​ະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທ​ນ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ການຊອ​ກ​ຫາ​ມາ​ດ​ຕະ​ການ​ປ້ອງ​ກັນ​ການ​ວາງ​ແຜນ​ພາ​ສີ ແລະ ເຄື່ອນ​ຍ້າຍຜົນກຳ​ໄລ​ໃນ APEC ແລະ ມາດ​ຕະ​ການ​ໃຫ້​ແກ່​ການ​ປະ​ຕິ​ບັດ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ APEC; ພິ​ເສດ​ແມ່ນ​ລົງ​ເລິກ​​ປຶກ​ສາ​ກ່ຽວ​ກັບບັນ​ດາ​ມາດ​ຕະ​ຖານ​​ໂດຍ​ພື້ນ​ຖານ, ເຄື່ອງ​ມື​ຫຼາຍ​ຝ່າຍ. ທ່ານ​ ບຸຍ​ວັນ​ນາມ, ຫົວ​ໜ້າກົມ​ໃຫ​ຍສ່ວຍ​ສາ​ອາ​ກອນ, ກະ​ຊວງ​ການ​ເງິນ​ໃຫ້​ຮູ້​ວ່າ.
        “ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ການ​ວາງ​ແຜນ​ພາ​ສີອາ​ກອນ ແລະ ເຄື່ອນ​ຍ້າຍຜົນກຳ​ໄລ ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສາ​ກົນ​ທີ່​ມີ​ຄວາມ​ສຳ​ຄັນ​ຍິ່ງ​ຂອງ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ ແລະ ພິ​ເສດ​ແມ່ນ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ລັກ​ສະ​ນະ​ຍຸ​ຕິ​ທຳ ແລະ ຍົກ​ສ​ູງ​ປະ​ສິດ​ທິ​ຜົນ​​ລາຍ​ຮັບ​ຂອງ​ບັນ​ດາ​ລະ​ບົບ​ພາ​ສີ​ອາ​ກອນ​ທົ່ວ​ໂລກ. ສະ​ນັ້ນ, ການ​ຕ້ານ​ການ​ເສື່ອມ​ເສຍ​ພື້ນ​ຖານ​ຄິ​ດ​ໄລ່​ພາ​ສີ​ອາ​ກອນ ແລະ ເຄື່ອນ​ຍ້າຍຜົນກຳ​ໄລ​ໄດ້​ຮັບ​ການ​ຄັດ​ເລືອກ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຫົວ​ຂໍ້​ປຶກ​ສາ​ຫາ​ລື​ບຸ​ລິ​ມະ​ສິດ​ໃຫ້​ປີ APEC 2017”.
        ແລະກ​ໍ​ໃນວັນ​ທີ 22/02, ອະ​ນຸ​ກຳ​ມະ​ການ​ກ່ຽວ​ກັບ​ລະ​ບຽບ​ການ​ພາ​ສີ ໄດ້​ສືບ​ຕໍ່​ເຮັດ​ວຽກ​ມື້​ທີ​ສອງ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ​ຄັ້ງ​ທີ 1 (SOM1) ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ. ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ອາ​ຊີ-ປາ​ຊີ​ຟິກ ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື; ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ບັນ​ດາ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ບັນ​ດາ​ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ພາ​ສີ, ກໍ່​ຄື ການ​ເພີ່ມ​ທະ​ວີ​ໜູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ​ໃນ​ການ​ສ້າງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ແຕ່​ລະ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ. ທີ່ກອງ​ປະ​ຊຸມ ທ່ານ ຫວູ​ງອກ​ແອງ ໃຫ້​ຮູ້​ວ່າ: ​ລັດ​ຖະການ​ພາ​ສີ​ຫວຽດ​ນາມ ຍ​າມ​ໃດ​ກໍ່​ປາ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ ເວ​ທີ​ປາ​ໄສ​ການ​ຮ່ວມ​ມືເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ເພື່ອ​​ຈະໄດ້​ຮັບ​ການ​ໜູນ​ຊ່ວຍ​ທັງ​ບົດ​ຮຽນ ແລະ ແຫຼ່ງ​ກຳ​ລັງ​ດ້ານ​ວັດ​ຖຸ ແລະ ບັນ​ດາ​ວິ​ທີ​ການ​ແກ້​ໄຂ​​ທາງ​ດ້ານເຕັກ​ໂນ​ໂລ​ຊີ ຈາກນັ້ນ​ສ້າງ​ແຫຼ່ງ​ກຳ​ລັງ​ຂະ​ແໜງ​ພາ​ສີ​ຫວຽດ​ນາມ​ໃຫ້​ແຂງ​ແກ່ນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top