• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມທົ່ວປະເທດຜັນຂະຫຍາຍວຽກງານສັບຊ້ອນ,ປ່ຽນໃໝ່ລັດວິສາຫະກິດໄລຍະ2016-2020

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
(ພາບປະ​ກອບ)
       ຕອນ​ບ່າຍ​ວັນ​ທີ 6/12, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເປັນ​ປະ​ທານ ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ຜັນ​ຂະ​ຫຍາຍ​ວຽກ​ງານ​​ສັບ​ຊ້ອນ, ປ່ຽນ​ໃໝ່​ລັດ​ວິ​ສາ​ຫະ​ກິດ​ໄລ​ຍະ 2016 – 2020. ນີ້​ແມ່ນກອງ​ປະ​ຊຸມ​ສຳ​ຄັນ ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​​ສັບ​ຊ້ອນ, ປ່ຽນ​ໃໝ່, ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃໝ່​ໄລ​ຍະ 2011 – 2015 ແລະ ​ປຶ​ກ​ສາ​ຫາ​ລືຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ວິ​ວັດ​ການ​ສັບ​ຊ້ອນ, ປ່ຽນ​ໃໝ່​ລັດ​ວິ​ສາ​ຫະ​ກິດ​ໄລ​ຍະ 2016 – 2020 ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຊີ້​ແຈ້ງວ່າ:
        “ໜ້າ​ທີ່​ທຳ​ອິ​ດ​ແມ່ນ​ຕ້ອງ​ກຳ​ນົດ​ຂົງ​ເຂດ​ໃດ​​ທີ່ລັດ​​ຄວນ​ຄຸ້ມ​ຄອງ ແລະ ຂົງ​ເຂດ​ໃດ​ລັດ​​ຄວນຖອ​ນ​ອອກ. ທັດ​ສະ​ນະ​ຊີ້​ນຳ​ແມ່ນ​ບັນ​ດາ​ຂົງ​ເຂດສ​າ​ທາ​ລະ​ນະ​ປະ​ໂຫຍດ​ ແລະ ບາງ​ຂົງເຂດ​ຖືກ​ປະ​ລະ​ໄຊ​ໃນ​ຕະຫຼາດ ລັດ​ຕ້ອງ​ມີ​ບົດ​ບາດ​​ຄອບ​ງຳ. ບັນ​ດາ​ຂົງ​ເຂດ​ທີ່​ຍັງ​ເຫຼືອ​ລັດ​ຕ້ອງ​ຖອນ​ອອກ​ຕາມ​ອັດ​ຕາ​ເໝາະ​ສົມ, ຫຼື ຖອນ 100% ເພື່ອ​ໃຫ້​ຕະຫຼາດ​ຈັດ​ແບ່ງ​ແຫຼ່​ງ​ກຳ​ລັງ​ມີ​ປະ​ສິດ​ທິ​ຜົນ​ກ່​ວາ. ບົນ​ຈິດ​ໃຈ​ນີ້​ຕ້ອງ​ຊາບ​ຊຶມ​ໃນ​ວິ​ວັດ​ການ​ກະ​ກຽມ​ຫັນ​ເປັນ​ຫຸ້​ນ​ສ່ວນ.”
        ນາ​ຍົກ​ລັດ​ຖະ​ມົນ​ຕີກໍ່​ຈະ​ເຊັນ​ການ​ປັບ​ປຸງ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ປະ​ກາດ​ໃຊ້​ມາດ​ຕະ​ຖານ, ຕາ​ຕະ​ລາງ​ການ​ຈັດ​ປະ​ເພດ​ລັດ​ວິ​ສາ​ຫະ​ກິດ​ພາຍຫຼັງ​ກອງ​ປະ​ຊຸມນີ້.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top