• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 1 ຄະນະກຳມະການຮ່ວມມື 2 ຝ່າຍຫວຽດນາມ - ບຣູໄນ

(ພາບປະກອບ)
       ວັນ​ທີ 27/02 ຢູ່​ຮ່າ​ໂນ້ຍ, ​ໄດ້ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 1 ຄະນະ​ກຳມະການ​ຮ່ວມ​ມື ​2 ຝ່າຍ ຫວຽດນາມ - ບຣູ​ໄນ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມິ​ງ ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ ບຣູ​ໄນ Lim Jock Seng ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວພາຍຫລັງ​ກອງ​ປະຊຸມ, ທ່ານຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບີ​ງມິ​ງ ​ໃຫ້​ຮູ້​ວ່າ: ທີ່​ກອງ​ປະຊຸມ, 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ ຫວຽດນາມ - ບຣູ​ໄນ ​ໃນ​ທຸກ​ຂົງ​ເຂດ; ພ້ອມທັງ ວາງອອກ​ບັນດາ​ການກຳນົດ​ທິດ ​ເພື່ອ​ຍົກ​ສູງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່ລະດັບ​ສູງ​ໃໝ່​ໃນ​ໄລຍະ​ຈະ​ມາ​ເຖິງ. ລັດຖະມົນຕີ 2 ທ່ານ​ກໍ່​ປຶກສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ພິ​ເສດ​ແມ່ນ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ອາ​ຊຽນ, ກໍ່​ຄື​ບັນດາ​ບັນຫາ​ໃນ​ພາກ​ພື້ນທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ ມີ​ບັນຫາ​ທະເລ​ຕາ​ເວັນ​ອອກ. 2 ຝ່າຍ​ເນັ້ນ​ໜັກ​ເຖິງ​ເລື່ອງ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍວ່າ​ດ້ວຍ​ທະ​ເລ 1982, ຮັບປະກັນ​ເລື່ອງ​ປະຕິບັດ​ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ, ກ້າວ​ໄປ​ເຖິງ​ການລົງ​ນາມ​ໃນ​ກົດ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນອອກ (COC) ​ໂດຍ​ໄວ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top