• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WB ຄາດຄະເນປີ 2016 GDP ຫວຽດນາມບັນລຸປະມານ 6%


WB ຄາດຄະເນປີ 2016 GDP ຫວຽດນາມບັນລຸປະມານ 6%
(ພາບ: thesaigontimes.vn)
 
      ​​​​​ຕອນ​ບ່າຍ​ວັນ​ທີ 19/07, ຢູ່​ຮ່າ​ໂນ້ຍ, ທະ​ນາ​ຄານ​ໂລກ (WB) ປະ​ຈຳ​ຫວຽດ​ນາມ ປະ​ກາດ​ບົດ​ລາຍ​ງານ​ທົບ​ທວນ​ຄືນ​ສະ​ພາບ​ການ​ເສດ​ຖະ​ກິດ​ຫວຽດ​ນາມ ໃນ 6 ເດືອນ​ຕົ້ນ​ປີ 2016. ຕາມນັ້ນ​ແລ້ວ, ພາຍ​ຫຼັງ​ການ​ເຕີບ​ໂຕ​ແຮງ​ໃນ​ປີ 2015, ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ​ຫວຽດ​ນາມ ຖືກ​ຊັກ​ຊ້າກວ່າ ໃນໄລ​ຍະ​ 6 ເດືອນ​ຕົ້ນ​ປີ 2016, GDP ຄາດ​ວ່າ​ເພີ່ມ 5,5% ເມື່ອ​ທຽບ​ໃສ່​ລະ​ດັບ 6,3% ໃນ​ປີ 2015. ສາຍ​ເຫດ​ທີ່​​ພາ​ໃຫ້ຫຼຸດ​ລ​ະ​ດັບ​ການ​ເຕີບ​ໂຕ​ລວມ​ມີ ບັນ​ດາ​ຜົນ​ກະ​ທົບ​ທີ່ບໍ່​ດີ​ຂອງ​ສະ​ພາບ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​​ທະ​ເລ​ຊຶມ​ຫວ່າງມໍ່ໆ​ມານີ້ ສະ​ນັ້ນ​ກະ​ສິ​ກຳ ແລະ ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ພ​ວມ​ມີ​ທ່າ​​ອ່ຽງ​ເພີ່ມ​ຂຶ້ນ​ຢ່າງ​ຊັກ​ຊ້າ. ທ່ານ Achim Fock ​ ​ຮັກ​ສາ​ການຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ໂລກ​ປະ​ຈຳ​ຫວຽດ​ນາມ ເນັ້ນ​ໜັກ​ວ່​າ: ເພື່ອ​ຮັກ​ສາ​ລະ​ດັບ​ເຕີບ​ໂຕ​ສູງ, ຫວຽດ​ນາມ ຕ້ອງ​ສືບ​ຕໍ່​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່​ຕາມ​ທິດ​ລວງ​ເລິກ ເພື່ອ​ເພີ່ມ​ສະ​ມັດ​ຕະ​ພາບ​ແຮງ​ງານ. ພ​ວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ລະ​ດັບ​ເຕີບ​ໂຕ GDP ປີ 2016 ຈະ​ບັນ​ລຸ​ປະ​ມານ 6%. ເຖິງວ່າ​​ການ​ຄ​າ​ດ​ຄະ​ເນ​ລະ​ດັບ​ເຕີບ​ໂຕຈະຊັກ​ຊ້າ​ໃນ​ປີ 2016 ກໍ່​ຕາມແຕ່​ສະ​ພາບ​ເສດ​ຖະ​ກິດ​ໄລ​ຍະ​ກາງ​ຂອງ​ຫວຽດ​ນາມ ຍັງ​ຕ​ັ້ງ​ໜ້າ​ຢູ່.
        ເນື່ອງ​ໃນ​ໂອ​ກາດນີ້: WB ກໍ​ປະ​ກ​າດ​ບົດ​ລາຍ​ງານ​ຫົວ​ເລື່ອງ​ສະ​ເພາະ “ມຸ່ງ​ໄປ​ເຖິງ​ຊີ​ວິດ​ທີ່​ແຂງ​ແຮງ ແລະ ຂະ​ຫຍັນ​ຂັນ​ເຄື່ອນໃຫ້​ຜູ້​ມີ​ອາ​ຍຸ​ສູງຢ​ູ່​ຫວຽດ​ນາມ”.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top