• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມ SOM ຄະນະກຳມະການປະສົມຄັ້ງທີ 17 ກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກນິກ ຫວຽດນາມ-ກຳປູເຈຍ

      ຕອນເຊົ້າວັນທີ 20 ສິງຫາ, ກອງປະຊຸມເຈົ້າຫນ້າທີ່ອາວຸໂສ (SOM) ໃນຂອບເຂດກອງປະຊຸມ ຄະນະກຳມະການປະສົມ ຄັ້ງທີ 17 ກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະ ເຕັກນິກ ຫວຽດນາມ - ກຳປູເຈຍ ໄດ້ໄຂຂຶ້ນຢູ່ ສຳນັກງານກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ທີ່ນະຄອນຫລວງ ພະນົມເປັນ. 

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ 
ພາບ:Vietnam+
      ກອງປະຊຸມໄດ້ຈັດຕັ້ງປະຈຳປີ ເພື່ອແນໃສ່ຕີລາຄາການຮ່ວມມື ແລະ  ຊອກຫາບັນດາມາດຕະການຊຸກຍູ້ຂອບຂະຫນາດ ແລະ ປະສິດທິຜົນການຮ່ວມມືສອງຝ່າຍຫວຽດນາມ - ກຳປູເຈຍ ໃນບັນດາຂົງເຂດໃຫ້ຫລາຍກວ່າອີກ. ນີ້ແມ່ນໂອກາດເພື່ອໃຫ້ສອງປະເທດແລກປ່ຽນທັດສະນະການຮ່ວມມືເພື່ອຜົນປະໂຫຍດສອງຝ່າຍໃນບັນດາຂອບເຂດພາກພື້ນ ແລະ ສາກົນ.
ເຂົ້າຮ່ວມກອງປະຊຸມ ມີເຈົ້າຫນ້າທີ່ຂອງ 18 ກະຊວງ, ຂະແຫນງການ ຂອງຫວຽດນາມ ແລະ ບັນດາຄູ່ຮ່ວມມື ກຳປູເຈຍ. ທີ່ກອງປະຊຸມ ບັນດາກະຊວງຂະແຫນງການສອງຝ່າຍ ໄດ້ສຳຫລວດກວດກາ, ຕີລາຄາບັນດາໝາກຜົນການຮ່ວມມືທີ່ບັນລຸໄດ້ນັບແຕ່ກອງປະຊຸມຄັ້ງທີ 16 ແລະ ວາງທິດທາງຊຸກຍູ້, ລາຍງານຕໍ່ປະທານອະນຸກຳມະການສອງປະເທດພິຈາລະນາ, ຕັດສິນ.
ຕາມແຜນການ ຕອນບ່າຍວັນທີ 20 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen ກ່ອນທີ່ເປັນປະທານຮ່ວມກອງປະຊຸມຄົບຄະນະ ຄະນະກຳມະການປະສົມ ຄັ້ງທີ 17 ກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະ ເຕັກນິກ ຫວຽດນາມ - ກຳປູເຈຍ ພ້ອມກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ  ກຳປູເຈຍ Prak Sokhonn ໃນຕອນເຊົ້າວັນທີ 21 ສິງຫາ.
 (ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ຮອບເຈລະຈາປັດຈຸບັນຢູ່ Cairo ໄດ້ເລີ່ມໃນວັນທີ 7 ພຶດສະພາ, ໂດຍມີທັງໝົດ 5 ຄະນະຜູ້ແທນ ຕ່າງກໍມີປະຕິກິລິຍາຢ່າງຕັ້ງໜ້າຕໍ່ກັບການເຊື່ອມຕໍ່ການເຈລະຈາຄືນໃໝ່.

Top