• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ໂຄງການເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ

ທີ່ຂໍ້ຕົກລົງເລກທີ 1320/QĐ-TTg ລົງວັນທີ 8 ຕຸລາ 2019, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ອະນຸມັດໂຄງການ ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ແຕ່ປີ 2020 ເຖິງ ປີ 2030. ເປົ້າໝາຍຂອງໂຄງການແມ່ນແນໃສ່ ສ້າງພາບພົດ ຫວຽດນາມ ເປັນປະເທດ ທີ່ມີຄວາມ ໄວ້ເນື້ອເຊື່ອໃຈ ກ່ຽວກັບ ສິນຄ້າ, ບໍລິການ ດ້ວຍຄຸນນະພາບສູງ, ເພີ່ມຄວາມເອກອ້າງ, ພະລັງຈູງໃຈ ຂອງປະເທດຊາດ ແລະ ຜູ້ຄົນ ຫວຽດນາມ, ປະ ກອບສ່ວນຊຸກຍູ້ ພັດທະນາ ການຄ້າຕ່າງປະເທດ, ຍົກສູງ ຄວາມສາມາດໃນການແກ່ງແຍ້ງແຂ່ງຂັນ ແຫ່ງຊາດ.
ໃນໄລຍະປີແຕ່ 2020-2030, ໂຄງການສູມໃສ່ໃນການກໍ່ສ້າງ ແລະ ພັດທະນາເຄື່ອງໝາຍການຄ້າ ຫວຽດນາມ ຕິດພັນກັບ ບັນດາຄຸນຄ່າທ່ີຕັ້ງໜ້າ, ເດ່ັນຊັດ ຂອງເຄື່ອງໝາຍການຄ້າ ຜະລິດຕະພັນ ດ້ວຍຈຸດໝາຍ ປະຕິບັດໂຄງການ ຢ່າງມີປະສິດ ທິຜົນ ບົນພື້ນຖານ ເປັນເອກະພາບ, ຄົບຊຸດ ກັບ ຍຸດທະສາດ ສົ່ງອອກ-ນຳເຂົ້າສິນຄ້າ, ບໍລິການ; ວົງເງິນສົ່ງອອກ ຂອງ ກຸ່ມ ຜະລິດຕະພັນ ບັນລຸເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ໄດ້ບັນລຸສູງກວ່າ ລະດັບເພີ່ມສະເລັ່ຍ ຂອງ ທົ່ວປະເທດ; ປະກອບສ່ວນເພີ່ມມູນຄ່າ ເຄື່ອງໝາຍການຄ້າ ແຫ່ງຊາດ ຫວຽດນາມ ສະເລັ່ຍ 20%/ປີ ຕາມການສະຖິຕິ ແລະ ຕີລາຄາ ຂອງ ບັນດາອົງການຈັດຕັ້ງ ທີ່ມີຊື່ສຽງໃນໂລກ; ສິນຄ້າກວ່າ 1000 ຊະນິດ ໄດ້ບັນລຸ ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ.

ໃນຂະນະດຽວກັນ, ໂຄງການວາງເປົ້າໝາຍ ແຕ່ລະປີເພີ່ມ 10% ຈຳນວນວິສາຫະກິດ ໄດ້ຈັດເຂົ້າບັນຊີລາຊື່ ວິສາຫະກິດ ມີມູນຄ່າເຄື່ອງໝາຍການຄ້າສູງສຸດ ຂອງ ບັນດາອົງການຈັດຕັ້ງ ທີ່ໄດ້ຈັດຢູ່ອັນດັບ ໄວ້ວາງໃຈ ຢູ່ໃນໂລກ; 90% ຈຳນວນ ວິສາຫະກິດ ໃນທົ່ວປະເທດ ມີຄວາມຮັບຮູ້ ກ່ຽວກັບ ບົດບາດ ຂອງ ເຄື່ອງໝາຍການຄ້າໃນການຜະລິດ, ດຳເນີນທຸລະກິດ, ລົງທຶນ; ຜະລິດຕະພັນ 100% ບັນລຸ ເຄື່ອງໝາຍການຄ້າ ແຫ່ງຊາດ ຫວຽດນາມ ໄດ້ຮັບການສົ່ງເສີມຢູ່ພາຍໃນປະເທດ ແລະ ບັນດາຕະຫຼາດສົ່ງອອກ ທ່ີສໍາຄັນ. 


ເຂົ້າ ST25 ຂອງ ຫວຽດນາມ ໄດ້ອົງການຈັດຕັ້ງ The Rice Trader ມອບລາງວັນ ເປັນເຂົ້າທີ່ແຊບທີສຸດໂລກ ປີ 2019. 9 ເດືອນຕົ້ນ ປີ 2019, ການສົ່ງອອກເຂົ້າສານ
ຂອງ ຫວຽດນາມ ບັນລຸ 5,06 ລ້ານໂຕນ, ສ້າງລາຍຮັບ 2,2 ຕື້ ໂດລາສະ ຫະລັດ. ພາບ: ກົງກາດ



ເຄື່ອງໝາຍການຄ້າ ກາເຟຂີ້ເຫງັນ ກຽນເກື່ອງ ໄດ້ຜະລິດທີ່ ແຂວງ ດັກລັກ ມີມູນຄ່າປະມານ 7000 ໂດລາສະຫະລັດ/ກິ ໂລ, ໄດ້ສົ່ງອອກໄປຍັງຫຼາຍປະເທດຢູ່ໃນໂລກ. ພາບ: ເຕິດເຊີນ 


ນະຄອນ ດ່າລາດ ຖືວ່າ ເປັນສູນກາງຜະລິດ ດອກໄມ້ ຂອງ ແຂວງ ເລີມດົ່ງ ດ້ວຍເນື້ອທີ່ເກືອບ 9.000 ເຮັກຕາ. ແຕ່ ລະປີມີດອກໄມ້ ປະມານ 300 ລ້ານດອກ
ໄດ້ສົ່ງໄປຍັງ ຕະ ຫຼາດ ຍີ່ປຸ່ນ, ສ ເກົາຫຼີ, ໄຕ້ຫວັນ, ອົດສະຕຣາລີ ແລະ ສປ ຈີນ. ພາບ: ຫງວຽນລວນ



Delco Farm ກໍາລັງເປັນໜຶ່ງໃນບັນດາຕົວແບບ ການ ຜະລິດກະສິກຳ ແຫ່ງທຳອິດ ທີ່ມີການຄວບຄຸມ ກວດກາ, ບັນຊາ ແບບ ອັດຕະໂນມັດ ຜ່ານທາງ
ອິນເຕີເນັດ (IoT) ດ້ວຍ ເຕັກໂນໂລຊີ 4.0 ຢູ່ແຂວງ ບັກນິງ. ພາບ: ກົງກາດ



ຜະລິດແພໄໝ ຢູ່ເມືອງ ບ່າວລົກ, ແຂວງ ເລີມດົ່ງ. ປີ 2019, ແພໄໝ ບ່າວລົກ ໄດ້ຍູ້ແຮງການສົ່ງອອກ ໄປຍັງຕະຫຼາດ ລັດເຊຍ. ພາບ: VNP


ມິງລອງ ເປັນໜຶ່ງໃນບັນດາເຄື່ອງໝາຍການຄ້າ ໄດ້ສ້າງ ບາດກ້າວກະໂດດ ແລະ ຄວາມໄວ້ເນື້ອເຊື່ອໃຈ ຢູ່ແຖວໜ້າ ໃນ ຂະແໜງ ເຄື່ອງປັ້ນດິນເຜົາ ຫວຽດນາມ. ພາບ: ກິມເຟືອງ


ຕ່ອງໂສ້ການຜະລິດ ລົດໂອໂຕ Hyundai ໄດ້ປະສົບ ຜົນສຳເລັດ ຢູ່ແຂວງ ນິງບິ່ງ. ພາບ: ກົງກາດ


Vinamilk ເປັນຜູ້ຜະລິດນົມລາຍໃຫຍ່ທີສຸດ ຫວຽດນາມ, ແຕ່ລະປີ ຜະລິດອອກ ຜະລິດຕະພັນທຸກປະເພດ ລວມມູນ ຄ່າ ປະມານ 8 ຕື້ ໂດລາສະຫະລັດ,
ສົ່ງອອກໄປຍັງ 43 ປະ ເທດ ແລະ ໄດ້ຮັບຄວາມນິຍົມສູງເຊັ່ນ: ສ ອາເມລິກາ, ອົດສະຕຣາລີ ແລະ ຍີ່ປຸ່ນ. ພາບ: ກິມເຟືອງ

ທ່ານ ຫງວຽນຫືວເຫງ້ຍ, ຮອງຫົວໜ້າຄະນະກໍາມະການ ເສດ ຖະກິດ ສູນກາງ ກ່າວວ່າ ໃນສະພາບການໂລກາພິວັດ ນັບມື້ ເລິກເຊິ່ງກວ້າງຂວາງ, ຫວຽດນາມ ເຂົ້າຮ່ວມສັນຍາການຄ້າ ເສລີ ລຸ້ນໃໝ່, ຍິ່ງເຮັດໃຫ້ເຄື່ອງໝາຍການຄ້າມີຄວາມໝາຍ, ບົດບາດສຳຄັນ ຕໍ່ວິສາຫະກິດ. ໃນຂະນະດຽວກັນ ເຄື່ອງໝາຍ ການຄ້າແຫ່ງຊາດ ກຳລັງປະກອບສ່ວນ ຊ່ວຍໃນການພັດທະ ນາ ເຄື່ອງໝາຍການຄ້າ ຜະລິດຕະພັນ ແລະ ເຄື່ອງໝາຍການຄ້າ ວິສາຫະກິດ.

ເຫັນດີກັບທັດສະນະນີ້, ຮຈ, ປອ ຫງວຽນກວກຖິ້ງ, ຫົວໜ້າພະ ແນກຄຸ້ມຄອງເຄື່ອງໝາຍການຄ້າ (ມະຫາວິທະຍາໄລ ການ ຄ້າ) ໄດ້ກ່າວວ່າ ຜ່ານການສຳຫຼວດ ເມື່ອມໍ່ໆ ນີ້, ຜົນສະແດງ ໃຫ້ເຫັນ ວິສາຫະກິດ ຫວຽດນາມ ໄດ້ມີການປ່ຽນແປງຢ່າງ ແຂງແຮງ ເມື່ອມີປະມານ 86% ວິສາຫະກິດ ຖືສຳຄັນຍິ່ງຂຶ້ນ ໃນ ການກໍ່ສ້າງເຄື່ອງໝາຍການຄ້າ; ເກືອບ 50% ວິສາຫະກິດ ມີຄວາມສົນໃຈຕໍ່ໂຄງການ.

ສຳລັບທາງກະຊວງອຸດສາຫະກຳ ການຄ້າ, ທ່ານ ຫວູບ໋າຝູ໋-ຫົວໜ້າກົມຊຸກຍູ້ການຄ້າ ໃຫ້ຮູ້ວ່າ: ເພື່ອຍົກສູງທ່າແຮງ ຂອງ ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ, ສ້າງຍຸດທະສາດ ທ່ີສອດຄ່ອງ, ສະເໝີຕົ້ນສະເໝີປາຍ ແລະ ເປັນມືອາຊີບ ກ່ຽວ ກັບເຄື່ອງໝາຍການຄ້າ ຫວຽດນາມ ໃນຕະຫຼາດໂລກ. ເນື້ອໃນ ຂອງໂຄງການເຄື່ອງໝາຍການຄ້າ ແຫ່ງຊາດ ຫວຽດນາມ ໃນ ໄລຍະໃໝ່ ຈະມີຄວາມຜູກພັນ ລະຫວ່າງ ເຄື່ອງໝາຍການຄ້າ ຜະລິດຕະພັນ ຂອງວິສາຫະກິດ ກັບ ບັນດາການເຄື່ອນໄຫວ ດຶງດູດການລົງທຶນ, ໂຄສະນາ ເຜີຍແຜ່ວັດທະນະທຳ, ທ່ອງທ່ຽວ. ໂຄງການກໍຊີ້ແຈ້ງ ກົນໄກ ປະສານສົມທົບ ລະຫວ່າງ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການຈັດຕັ້ງ ການເມືອງ ສັງຄົມ, ບັນດາວິສາຫະກິດ ແລະ ສ່ວນບຸກຄົນ ທີ່ ກ່ຽວຂ້ອງ ໃນການຈັດຕັ້ງ ປະຕິບັດ ໂຄງການ ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ.


ຕາມການຈັດອັນດັບ 100 ເຄື່ອງໝາຍການຄ້າແຫ່ງຊາດ ມີມູນຄ່າສູງສຸດໂລກປີ 2018 ຊຶ່ງ Brand Finance ຫາກໍຈັດ (ບໍລິສັດກຳນົດລາຄາແຖວໜ້າໂລກ) ປະກາດວ່າ ຫວຽດນາມ ໄດ້ກຳນົດລາຄາ 235 ຕື້ ໂດລາສະຫະລັດ ແລະ ນອນຢູ່ໃນກຸ່ມ ເຄື່ອງໝາຍການຄ້າທີ່ເຂັ້ມແຮງ. ເຄື່ອງໝາຍການຄ້າ ໄດ້ຮັບ ການເລື່ອນຂຶ້ນສອງຂັ້ນ (ຂຶ້ນອັນດັບ ທີ 43) ຢູ່ໃນການ ຈັດອັນດັບ ເນື່ອງຈາກມີການ ປະກອບສ່ວນຂອງ ໂຄງການ ເຄື່ອງ ໝາຍການຄ້າແຫ່ງຊາດ (Vietnam Value) ແລະ ສ່ົງເສີມ ການຂະຫຍາຍໂຕທາງເສດຖະກິດ ຂອງ ລັດຖະບານ. 
 
ບົດ: VNP ສັງລວມ - ພາບ: VNA

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top