• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສທະເລ ອາຊຽນ ເປີດກ້ວາງຄັ້ງທີ 7

ວັນທີ 06 ທັນວາ, ເວທີປາໄສທະເລ ອາຊຽນ ເປີດກ້ວາງຄັ້ງທີ 7 (EAMF-7) ໂດຍກະຊວງການຕ່າງປະເທດ ຫວຽດນາມ ຈັດຕັ້ງ, ໄດ້ໄຂຂຶ້ນຢູ່ນະຄອນ ດ່າໜັງ ຢ່າງເປັນທາງການ.
ເວທີປາໄສມີການເຂົ້າຮ່ວມຂອງຜູ້ແທນກ່ວາ 90 ທ່ານ ລວມມີບັນດາເຈົ້າໜ້າທີ່ລັດຖະບານ, ນັກຄົ້ນຄວ້າທີ່ມາຈາກ 10 ປະເທດ ອາຊຽນ, 8 ປະເທດຄູ່ຮ່ວມມືເຈລະຈາຂອງ ອາຊຽນ (ລວມມີ: ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ.ເກົາຫຼີ, ລັດເຊຍ ແລະ ອາເມລິກາ), ຄະນະເລຂາອາຊຽນ ພ້ອມດ້ວຍຜູ້ຕາງໜ້າບາງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.

ເວທີປາໄສທະເລ ອາຊຽນ ເປີດກ້ວາງຄັ້ງທີ 7 (ພາບ: TTXVN)

ກ່າວຄຳເຫັນໄຂເວທີປາໄສ, ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ສະເໜີບັນດາຜູ້ແທນເຂົ້າຮ່ວມເວທີປາໄສທະເລ ອາຊຽນ ຈົ່ງເປີດກ້ວາງການສຸມໃສ່ກວດກາຕີລາຄາສະພາບການຮ່ວມມືທະເລໃນໄລຍະຜ່ານມາຢ່າງຮອບດ້ານ, ກຳນົດບັນດາຄວາມຫຍຸ້ງຍາກ, ສິ່ງກີດຂວາງ ແລະ ສະເໜີແນະບັນດາມາດຕະການ ແນໃສ່ຍົກສູງການຮ່ວມມືດ້ານທະເລໃນໄລຍະຈະມາເຖິງກ່ວາອີກ. ໃນນັ້ນ, ມີການເພີ່ມທະວີບົດບາດຂອງເວທີປາໄສທະເລ ອາຊຽນ ເປີດກ້ວາງ ເພື່ອໜູນຊ່ວຍໃຫ້ແກ່ວຽກງານສົມທົບບັນດາການເຄື່ອນໄຫວຮ່ວມມືທະເລຢູ່ພາກພື້ນ, ພິເສດ ແມ່ນໃນສະພາບການສະເຫຼີມສະຫຼອງ 25 ປີແຫ່ງວັນສົນທິສັນຍາກົດໝາຍວ່າດ້ວຍທະເລ 1982 ມີຜົນສັກສິດ.
(ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ຮອບເຈລະຈາປັດຈຸບັນຢູ່ Cairo ໄດ້ເລີ່ມໃນວັນທີ 7 ພຶດສະພາ, ໂດຍມີທັງໝົດ 5 ຄະນະຜູ້ແທນ ຕ່າງກໍມີປະຕິກິລິຍາຢ່າງຕັ້ງໜ້າຕໍ່ກັບການເຊື່ອມຕໍ່ການເຈລະຈາຄືນໃໝ່.

Top