• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເບິ່ງແຍງດູແລຊາວຫວຽດນາມຜູ້ມີຄຸນງາມຄວາມດີພວມອາໄສຢູ່ ກຳປູເຈຍ

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນ, ເຮັດແຈ້ງບັນດາຂັ້ນຕອນ, ລະບຽບການຜັນຂະຫຍາຍປະຕິບັດການເບິ່ງແຍງດຸແລຜູ້ທີ່ມີຄຸນງາມຄວາມດີພວມອາໄສຢູ່ຕ່າງປະເທດ.


(ກອງປະຊຸມຜັນຂະຫຍາຍການປະຕິບັດລະບອບ, ນະໂຍບາຍສຳລັບຊາວຫວຽດນາມ

ຜູ້ທີ່ມີຄຸນງາມຄວາມດີພວມອາໄສຢູ່ກຳປູເຈຍ)

ຕອນເຊົ້າວັນທີ 22 ເມສາ, ຢູ່ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ, ຄະນະປະຕິບັດງານຂອງລັດຖະບານຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳກຳປູເຈຍ ຈັດກອງປະຊຸມຜັນຂະຫຍາຍການປະຕິບັດລະບອບ, ນະໂຍບາຍສຳລັບຊາວຫວຽດນາມ ຜູ້ທີ່ມີຄຸນງາມຄວາມດີພວມອາໄສຢູ່ກຳປູເຈຍ. ນີ້ແມ່ນຄັ້ງທຳອິດທີ່ລັດຖະບານຜັນຂະຫຍາຍການປະຕິບັດນະໂຍບາຍໜູນຊ່ວຍສຳລັບຊາວຫວຽດນາມ ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ທີ່ພວມດຳລົງຊີວິດຢູ່ຕ່າງປະເທດ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນ, ເຮັດແຈ້ງບັນດາຂັ້ນຕອນ, ລະບຽບການຜັນຂະຫຍາຍປະຕິບັດການເບິ່ງແຍງດຸແລຜູ້ທີ່ມີຄຸນງາມຄວາມດີພວມອາໄສຢູ່ຕ່າງປະເທດ; ຍົກອອກບາງບັນຫາທີ່ຫຍຸ້ງຍາກ, ສິ່ງທີ່ຄ້າງຄາເມື່ອປະຕິບັດນະໂຍບາຍດັ່ງກ່າວ.

        ຕາມຕົວເລກສຳຫຼວດເບື້ອງຕົ້ນແລ້ວ, ມີ 40.000 ກໍລະນີທີ່ມີເງື່ອນໄຂຢ່າງພຽງພໍໄດ້ຮັບລະບອບໜູນຊ່ວຍ, ບຸລິມະສິດຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດໃນທົ່ວໂລກ ແລະ ກຳປູເຈຍ ແມ່ນໜຶ່ງໃນບັນດາປະເທດມີຜູ້ທີ່ມີຄຸນງາມຄວາມດີພວມດຳລົງຊີວິດຫຼາຍທີ່ສຸດ.

(ແຫຼ່ງຄັດຈາກ VOV)

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

ທີ່ພິທີ, ບັນດາຜູ້ແທນໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ພິເສດແມ່ນໄຊຊະນະ ດ້ຽນບຽນຝູ.

Top