• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຮ່າໂນ້ຍ ພັດທະນາລະບົບປຸງແຕ່ງຜະລິດຕະພັນກະເສດ

ຂະແໜງກະສິກຳ ຮ່າໂນ້ຍ ພວມສຸມໃສ່ ພັດທະນາ ອຸດສາຫະ ກຳປຸງແຕ່ງຜະລິດຕະພັນກະເສດ ຕາມທິດ ຕິດພັນກັບ ທ້ອງຕະ ຫຼາດ ແລະ ເຂດສະໜອງວັດຖຸດິບ. 
ການປຸງແຕ່ງຜະລິດຕະພັນກະເສດ ເປັນພາກສ່ວນໜຶ່ງທີ່ສຳຄັນໃນຕ່ອງໂສ້ມູນຄ່າ ຜະລິດ-ປຸງແຕ່ງ-ຈຳໜ່າຍ ຜະລິດຕະ ພັນ. ໃນຊຸມປີມໍ່ໆ ມານີ້, ອຸດສາຫະກຳ ປຸງແຕ່ງຜະລິດຕະພັນ ກະເສດ ຮ່າໂນ້ຍ ມີບາດກ້າວພັດທະນາ ຢ່າງໜ້າຊື່ນຊົມ. ປັດ ຈຸບັນ, ຮ່າໂນ້ຍ ມີພື້ນຖານຜະລິດ, ຄ້າຂາຍຜະລິດຕະພັນກະ ເສດ, ເຄື່ອງປ່າ ແລະ ສິນໃນນໍ້າ ທັງໝົດ 2.689 ແຫ່ງ, ໃນນັ້ນ 400 ແຫ່ງແມ່ນເຄື່ອນໄຫວໃນ ຂົງເຂດປຸງແຕ່ງ. ແຕ່ລະມື້, ບັນ ດາພື້ນຖານດັ່ງກ່າວ ໄດ້ສະໜອງ ຈຳນວນຫຼວງຫຼາຍ ສະບຽງ ອາຫານ ທີ່ຜ່ານການປຸງແຕ່ງ ແລ້ວ ໃຫ້ຜູ້ບໍລິໂພກ. 

ພ້ອມກັບການລົງທຶນເຂົ້າໃນເຕັກໂນໂລຊີປຸງແຕ່ງ, ວິສາຫະກິດ ປຸງແຕ່ງຜະລິດຕະພັນກະເສດ ຢູ່ພື້ນຖານ ໄດ້ປ່ຽນຄວາມ ຮັບຮູ້ ກ່ຽວກັບການຄຸ້ມຄອງ ແລະ ຄວບຄຸມ ຄວາມປອດໄພ ດ້ານສະ ບຽງອາຫານ ໃນທຸກຂັ້ນຕອນ ການຜະລິດ. ປັດຈຸບັນ, ອຸດສາ ຫະກຳປຸງແຕ່ງຜະລິດຕະພັນກະເສດ ໄດ້ ແລະ ພວມ ແກ້ໄຂ ວຽກ ເຮັດງານທຳໃຫ້ຜູ້ອອກ ແຮງງານຢູ່ ເຂດຊົນນະບົດ ດ້ວຍ ຈຳນວນຫຼາຍພັນຄົນ, ປະກອບສ່ວນບໍ່ນ້ອຍ ເຂົ້າໃນການ ຫັນ ປ່ຽນໃໝ່ໂຄງປະກອບ ຂອງ ຂະແໜງກະສິກຳ ຢູ່ນະຄອນຫຼວງ. 


ທຸກຂັ້ນຕອນການຜະລິດ ແລະ ຫຸ້ມຫໍ່ ຜະລິດຕະພັນ ໄດ້ບໍ ລິສັດ ຂາເຂົ້າ-ຂາອອກ Kinoko Thanh ຈໍາກັດ (ຕາແສງ ດົກ ກິງ, ເມືອງ ໝີ໋ດຶກ, ນະຄອນ ຮ່າໂນ້ຍ) ປະຕິບັດ ດ້ວຍເຕັກ ໂນ ໂລຊີຂອງ ຍີ່ປຸ່ນ. ພາບ: VNP






ຮ່າໂນ້ຍ ມີພື້ນຖານປຸງແຕ່ງປະເພດສະບຽງອາຫານ ຄື: ປາ, ໄຂ່, ຊີ້ນໝູ...
ຮັບປະກັນ, ຖືກຕາມຂັ້ນຕອນຄວາມ ປອດໄພດ້ານສະບຽງອາຫານ. ພາບ: VNP







ບັນດາພື້ນຖານຜະລິດຜັກ, ໝາກໄມ້ ຢູ່ຮ່າໂນ້ຍ ໄດ້ ຮັບການລົງທຶນ ລະບົບຈຳແນກປະເພດ,
ປຸງແຕ່ງ ສິນຄ້າ ບັນ ລຸມາດຕະຖານ ຄວາມປອດໄພ ດ້ານສະບຽງອາຫານ. ພາບ: VNP


ບັນດາສະມາຊິກຂອງສະຫະກອນ ຮວ່າງລອງ (ບ້ານ ຈີເຫຼ໊, ຕາແສງ ເຕິນເອືອກ, ເມືອງ ແທງອວາຍ, ນະຄອນ ຮ່າໂນ້ຍ)
ພວມຫຸ້ມຫໍ່ຜະລິດຕະພັນເ ຮັດຈາກຊີ້ນໝູ ສະອາດຄື: ຢໍ່, ໄສ້ ກອກ... ພາບ: VNP



ບັນດາຜະລິດຕະພັນກະເສດ ປອດສານພິດ, ບັນລຸມາດ ຕະຖານຂອງ ຮ່າໂນ້ຍ
ໄດ້ວາງຂາຍຢູ່ຮ້ານ ຊັບພະສິນຄ້າຫຼາຍ ແຫ່ງ ຢູ່ນະຄອນຫຼວງ. ພາບ: VNP

ອີກດ້້ານໜຶ່ງ, ເພື່ອຍົກສູງຄຸນຄ່າຜະລິດຕະພັນກະເສດ ແລະ ແກ້ ໄຂສະພາບ ຜະລິດຕະພັນກະເສດ ຖືກຄ້າງໄວ້ ໃນລະດູເກັບ ກ່ຽວ, ຮ່າໂນ້ຍ ໄດ້ຜັນຂະຫຍາຍ ຫຼາຍວິທີແກ້ໄຂ, ຍູ້ແຮງ ການ ນຳ ໃຊ້ວິທະຍາສາດ ເຕັກນິກ ໃນການຜະລິດ, ປຸງແຕ່ງ, ຫາຕົ້ນ ກຳເນີດ ຜະລິດຕະພັນກະເສດ ເພື່ອຫັນໄປສູ່ເປົ້າ ໝາຍກາຍ ເປັນໜຶ່ງໃນບັນດາສູນກາງປຸງແຕ່ງ ຜະລິດຕະພັນ ກະເສດ, ຮັບ ໃຊ້ໃຫ້ແກ່ຕະຫຼາດຢູ່ພາຍໃນ ແລະ ສົ່ງອອກໄປຕ່າງປະເທດ. 

ຈາກຜົນສຳເລັດດັ່ງກ່າວ, ຮ່າໂນ້ຍ ສູ້ຊົນ ເຖິງປີ 2025 ຈະມີ 50% ພື້ນຖານປຸງແຕ່ງໃນຂັ້ນຕົ້ນ, ປຸງແຕ່ງ ບັນດາຜະລິດຕະ ພັນຄື: ຜັກ, ໝາກໄມ້, ຊີ້ນ, ໄຂ່, ນົມ... ດ້ວຍເຄື່ອງຈັກ ແລະ ອຸ ປະກອນທີ່ທັນສະໄໝ, ນຳໃຊ້ເຕັກໂນໂລຊີສູງ, ຄຸ້ມຄອງ ຮັກສາ ຜະລິດຕະພັນ ຕາມຂັ້ນຕອນການຄຸ້ມຄອງຄຸນນະ ພາບທີ່ ກ້າວ ໜ້າ...ເຖິງປີ 2030, ນະຄອນ ຮ່າໂນ້ຍ ຈະສ້າງຕັ້ງ ພື້ນຖານການ ປຸງແຕ່ງ ຜະລິດຕະພັນກະເສດ 15 ແຫ່ງ ນຳໃຊ້ເຕັກໂນໂລຊີ ທີ່ ທັນສະໄໝ, ມີຄວາມສາມາດແຂ່ງຂັນ, ຕອບສະໜອງໄດ້ຄວາມ ຕ້ອງການຢູ່ພາຍໃນ ແລະ ສົ່ງອອກ; ພັດທະນາ ເປັນຂົງເຂດ ປຸງ ແຕ່ງ, ຄຸ້ມຄອງຮັກສາ, ກວດກາ ແລະ ຕີລາຄາ ຄຸນນະພາບ ປະ ຕູດຽວ ແນໃສ່ສະໜັບສະໜູນ ຜະລິດຕະພັນ ສົ່ງອອກ. 

“ໃນໄລຍະຈະມາເຖິງ, ນະຄອນ ຮ່າໂນ້ຍ ຈະສືບຕໍ່ພັດທະນາ ກະສິກຳ ຕາມທິດ ຜະລິດເປັນສິນຄ້າ, ປູກຝັງ ລວມສູນ, ມີມູນ ຄ່າສູງ ແລະ ໝັ້ນຄົງ. ໃນນັ້ນ ຈະເອົາໃຈໃສ່ເຖິງການ ຜະລິດ ກະ ສິກຳ ທີ່ນຳໃຊ້ເຕັກໂນໂລຊີສູງ, ຍູ້ແຮງການນໍາໃຊ້ເຄື່ອງຈັກ, ອັດ ຕະໂນມັດ ເຂົ້າໃນການຜະລິດ ແລະ ຮັບປະກັນຄວາມປອດໄພ ດ້ານສະບຽງອາຫານ”.  
ທ່ານ ຈູຝູ໋ໝີ, ຜູ້ອຳນວຍການພະແນກກະສິກຳ ແລະ ພັດທະ ນາ ຊົນນະບົດ ຮ່າໂນ້ຍ 
 
ບົດ ແລະ ພາບ: VNP

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top