• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຮ່າໂນ້ຍ ປະຕິບັດ 5 ໜ້າທີ່ໃຈກາງເພື່ອຮັບປະກັນ ຄວາມປອດໄພ ດ້ານສະບຽງອາຫານ

ສາມເດືອນຕົ້ນປີ 2021, ຮ່າໂນ້ຍ ຈະເພີ່ມວຽກງານກວດກາ ຄວາມ ປອດໄພດ້ານສະບຽງອາຫານ ໃນທົ່ວນະຄອນ, ພິເສດແມ່ນ ສຸມໃສ່ ການກວດກາລ່ວງໜ້າ ແລ້ວປະກາດ ຕາມຫຼັງ, ກວດກາ ໂດຍບັງ ເອີນ, ປັບໄໝ ກໍລະນີທີ່ລະເມີດ ຄວາມປອດໄພ ດ້ານສະບຽງ ອາຫານ. 
ໃນປີ 2021, ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ ຈະສຸມໃສ່ຜັນຂະຫຍາຍ 5 ໜ້າທີ່ຫຼັກ ໃນການຮັບປະກັນ ຄວາມປອດໄພ ດ້ານສະບຽງອາຫານ ຄື: ເພີ່ມທະວີວຽກງານ ກວດກາ ແລະ ກວດກາຄວາມປອດໄພ ດ້ານ ສະບຽງອາຫານ ໃນທົ່ວນະຄອນ, ພິເສດແມ່ນ ສຸມໃສ່ການກວດກາ ພາຍຫຼັງການເຜີຍແຜ່, ກວດກາໂດຍ ບັງເອີນ, ປັບໄໝ ກໍລະນີ ທີ່ລະ ເມີດຄວາມປອດໄພດ້ານສະບຽງອາຫານ; ປະຕິບັດກິດຈະກໍາຕ່າງໆ ພາຍໃຕ້ໂຄງການ ສຸຂະພາບ-ປະຊາກອນ ປີ 2021 ລວມທັງການ ເຄື່ອນໄຫວປ້ອງກັນ, ຕ້ານສະພາບອາຫານເປັນພິດ, ພະຍາດທ່ີເກີດ ຈາກອາຫານ; ກິດຈະກໍາ ເພື່ອສ້າງຄວາມເຂັ້ມແຂງ, ຄວາມສາມາດ ໃນການກວດກາ, ທົດສອບຄວາມປອດໄພ ດ້ານສະບຽງອາຫານ; ຜັນຂະຫຍາຍ ຮູບແບບດີເດັ່ນ, ບັນຫາສະເພາະກ່ຽວກັບ ຄວາມ ປອດໄພ ດ້ານສະບຽງອາຫານ ປີ 2021. 

ພ້ອມນີ້, ນະຄອນ ຈະເພີ່ມທະວີວຽກງານການສື່ສານ ແລະ ສື່ມວນ ຊົນ ກຽວກັບຄວາມປອດໄພດ້ານສະບຽງ ອາຫານ. ຈັດຕັ້ງ ບັນດາ ຮູບການສື່ສານ ແລະ ໂຄສະນາ ທີ່ຫຼາກຫຼາຍຮູບແບບ. ສົມທົບກັບ ບັນດາອົງການໜັງສືພິມ ຍູ້ແຮງການສື່ສານ ແລະ ໂຄສະນາ ກ່ຽວ ກັບຄວາມປອດໄພດ້ານສະບຽງອາຫານ, ເຊື່ອມຕໍ່, ສະໜອງ ແລະ ຈຳໜ່າຍ ຜະລິດຕະພັນ ປອດສານພິດ. ໂຄສະນາກ່ຽວກັບ ຄວາມ ປອດໄພດ້ານສະບຽງອາຫານ ປະກອບກັບການປ້ອງກັນ ແລະ ຕ້ານພະຍາດລະບາດ. 


ສວນປູກໝາກສົ້ມໂອ ດ້ວຍຈຳນວນຫຼາຍພັນຕົ້ນ ເຕັມໄປ ດ້ວຍ ສີເຫຼືອງ ໃນລະດູເກັບກ່ຽວ ທີ່ບ້ານ ນຸຍແບ ໄດ້ກາຍເປັນ ຜະລິດຕະພັນພິເສດ ຂອງ ຕາແສງ ນາມເຟືອງຕ໋ຽນ, ເມືອງ ເຈືອງໝີ, ຮ່າໂນ້ຍ. ໝາກສົ້ມໂອ ໄດ້ປູກຕາມມາດຖານ Vietgap- ຜະລິດຕະພັນ OCOP ທີ່ດີເດັ່ນຂອງຊາວ ກະສິ ກອນ ຮ່າໂນ້ຍ. ພາບ: VNP   


ດ້ວຍເນື້ອທີ່ການຜະລິດ 5.044 ເຮັກຕາ, ຈຳນວນຜັກປອດສານພິດ ໃນພື້ນທີ່ ຮ່າໂນ້ຍ ຜະລິດໄດ້ກວ່າ 700.000 ໂຕນ ຕໍ່ ປີ,
ຕອບສະໜອງໃຫ້ແກ່ຄວາມຕ້ອງການຂອງ ຜູ້ບໍລິໂພກ ຢູ່ ນະຄອນຫຼວງ ໄດ້ປະມານ 65%. ພາບ: VNP   



ທ່ານນາງ ຫງວຽນທິທູຮັ່ງ (ເບື້ອງຂວາ)-ຫົວໜ້າກົມ ຄຸ້ມຄອງ ຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ຮ່າໂນ້ຍ ໄປກວດກາບັນດາພື້ນຖານຜະລິດສະບຽງອາຫານ ໄຕມາດ I/2021. ພາບ: ຮວ່າງຮ່າ


ໝາກແຕ່ງຫອມ ດົງຊວນ (ເມືອງ ຊອກເຊີນ, ຮ່າໂນ້ຍ) ໄດ້ ປູກຕາມຂັ້ນຕອນປອດສານພິດ ໂດຍມະຫາວິທະຍາໄລ ກະສິ ກຳ 1 ຖ່າຍທອດເຕັກນິກໃຫ້ ເຊິ່ງມີໜ່ວຍມົນງາມ, ກິ່ນຫອມ, ກອບ ແລະ ຫວານ. ພາບ: VNP


ບັນດາຜະລິດຕະພັນ ຜັກປອດສານພິດ ຮັບປະກັນຄວາມ
ປອດໄພດ້ານສະບຽງອາຫານ ໄດ້ວາງຂາຍ ຢູ່ຮ້ານຊັບພະສິນ ຄ້າ ຫຼາຍແຫ່ງຢູ່ນະຄອນ ຮ່າໂນ້ຍ. ພາບ: VNP


ຜູ້ບໍລິໂພກ ຮ່າໂນ້ຍ ຊອກຫາແຫຼ່ງ ທ່ີມາ ສະບຽງອາຫານຜ່ານໂທລະສັບມືຖື. ພາບ: VNP


ນິຄົມລ້ຽງງົວພັນນົມຢູ່ ບາວີ່ ໄດ້ຮັບການລົງທຶນຢ່າງມີແບບແຜນ, ໃຫ້ແຫຼ່ງນໍ້ານົມທີ່ສະອາດ, ຮັບປະກັນຄວາມປອດໄພ
ດ້ານສະບຽງອາຫານ. ພາບ: VNP



ເຖິງວ່າ ປີ 2020 ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກ ການລະບາດ ໂຄວິດ-19, ແຕ່ຂະແໜງການລ້ຽງສັດ ຮ່າໂນ້ຍ ມີການຂະຫຍາຍໂຕຢ່າງແຂງແຮງ, ປະກອບສ່ວນບໍ່ໜ້ອຍ ໃຫ້ ແກ່ການເຕີບໂຕຂອງຂະແໜງກະສິກຳ ບັນລຸໄດ້ 4,2%. ພາບ: VNP


ເຄື່ອງໝາຍການຄ້າ “ສະບຽງອາຫານ A-Z” ຂອງ ສະຫະ ກອນລ້ຽງສັດ ຮວ່າງລອງ (ບ້ານ ຈີເຫຼ໊, ຕາແສງ ເຕິນເອີກ, ເມືອງ ແທງອວາຍ, ຮ່າໂນ້ຍ) ບໍ່ພຽງແຕ່ໄດ້ຖານ OCOP ເທ່ົາ ນັ້ນ, ຫາກຍັງໄດ້ວາງຂາຍຢູ່ຕາມລະບົບຮ້ານຊັບພະສິນຄ້າ ຫຼາຍແຫ່ງ ຢູ່ນະຄອນ ຮ່າໂນ້ຍ ອີກດ້ວຍ. ພາບ: VNP
ຕິດຕາມກວດກາ ການເປັນພິດ ຂອງ ອາຫານ, ຕິດຕາມກວດກາ ແລະ ສະໜັບສະໜູນ ຄວາມປອດໄພ ຂອງອາຫານ ທີ່ຜູ້ໃຫ້ບໍລິ ການອາຫານ. ຕິດຕາມ ແລະ ກວດກາ ການຮັບປະກັນຄວາມປອດ ໄພດ້ານອາຫານ ຢູ່ບັນດາກອງປະຊຸມ, ເຫດການ ທາງການເມືອງ ຕ່າງໆ ຢູ່ພາຍໃນ ແລະ ສາກົນ ເຊິ່ງໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ.  ປະຕິບັດ ການນຳໃຊ້ ເຕັກໂນໂລຊີ ສື່ສານ ໃນການແກ້ໄຂບັນຫາເອກະສານ ການບໍລິຫານ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ ຕາມ ຄວາມເໝາະສົມ ແລະ ທັນເວລາ. 

ຕາມການລາຍງານ, ປັດຈຸບັນ, ນະຄອນ ຮ່າໂນ້ຍ ມີພື້ນຖານ ການ ຜະລິດ, ເຮັດທຸລະກິດ, ປຸງແຕ່ງສະບຽງອາຫານ 83.712 ແຫ່ງ, ໂຮງ ຂ້າສັດແບບອຸດສາຫະກຳ 7 ແຫ່ງ, ເຄິ່ງອຸດສາຫະກຳ ເຄິ່ງຫັດຖະກຳ 58 ແຫ່ງ, ແບບຫັດຖະກຳ 673 ແຫ່ງ, ຕະຫຼາດ 454 ແຫ່ງ, ຮ້ານຊັບ ພະສິນຄ້າ 141 ແຫ່ງ, ສູນການຄ້າ 25 ແຫ່ງ, ເນື້ອທີ່ປູກຜັກ ປອດ ສານພິດ ໄດ້ຮັບການຄວບຄຸມ ກວດກາ 5.044 ແຫ່ງ. ການຜະລິດ ສະບຽງອາຫານ ຂອງ ນະຄອນ ຮ່່າໂນ້ຍ ຕອບສະໜອງ ໄດ້ 60% ໃຫ້ແກ່ຄວາມຕ້ອງການຂອງ ຜູ້ບໍລິໂພກ, ສ່ວນທີ່ເຫຼືອ ແມ່ນນຳເຂົ້າ ຈາກ ບັນດາແຂວງ ຫຼື ຈາກ ຕ່າງປະເທດ. 

ໃນປີ 2021, ນະຄອນ ຮ່າໂນ້ຍ ຈະສ້າງຕັ້ງ ຄະນະກວດກາຄວາມ ປອດໄພດ້ານສະບຽງອາຫານ ກວ່າ 900 ຄະນະ,  ເພື່ອຈັດຕັ້ງກວດ ກາ, ກວດກາ ພື້ນຖານການຜະລິດ 85.000 ແຫ່ງ, ນອກຈາກນີ້, ທາງອົງການທີ່ມີໜ້າທີ່ຮັບປະກັນຄວາມປອດໄພດ້ານສະບຽງ ອາຫານຂອງນະຄອນ ຮ່າໂນ້ຍ ຈະເອົາຕົວຢ່າງອາຫານ 1.200 ຕົວຢ່າງ ເພື່ອນຳໄປວິເຄາະ ແລະ ມອບໃບຮັບຮອງ ພື້ນຖານ ຄົບເງື່ອນໄຂຄວາມປອດໄພ ດ້ານສະບຽງອາຫານ ປະມານ 2.000 ສະບັບ. 

ປີ 2021, ຂະແໜງກະສິກໍາ ຂອງນະຄອນຫຼວງ ຈະເພີ່ມມາດຕະ ການ ກວດກາ, ຕີລາຄາ ແລະ ຈຳແນກປະເພດ ພື້ນຖານ ການຜະ ລິດ ເຄື່ອງກະເສດ, ເຄື່ອງປ່າ ແລະ ສິນໃນນຳ້. ນີ້ຖືວ່າ ເປັນວິທີ ແກ້ ໄຂສຳຄັນ ເພື່ອຄຸ້ມຄອງ ຜະລິດຕະພັນຢ່າງເຂັ້ມງວດ, ນຳມາ ປະ ສິດທິຜົນສູງທີ່ສຸດ. 

 
ບົດ: VNA - ພາບ: VNP

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top