• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວ: ຮັບປະກັນການເຕີບໂຕບ້ວງສິນເຊື່ອໃຫ້ເໝາະສົມ

      ຕອນເຊົ້າວັນທີ 13 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ຫົວໜ້າຄະນະຊີ້ນຳບໍລິຫານລາຄາຂອງລັດຖະບານ ໄດ້ເປັນປະທານກອງປະຊຸມຂອງຄະນະຊີ້ນຳ, ຕີລາຄາວຽກງານບໍລິຫານລາຄາໃນ 9 ເດືອນປີ 2017 ແລະ ປຶກສາຫາລືບັນດາມາດຕະການຄວບຄຸມໄພເງິນເຟີ້ ໃນ 3 ເດືອນທ້າຍປີ.

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ກໍ່ຊີ້ນຳທະນາຄານແຫ່ງລັດ
ສືບຕໍ່ບໍລິຫານໄພເງິນເຟີ້ເປັນປົກກະຕິ
(ພາບປະກອບ: TTXVN)
      ຍ້ອງຍໍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆທີ່ໄດ້ມານະພະຍາຍາມປະຕິບັດບັນດາມາດຕະການຄວບຄຸມໄພເງິນເຟີ້ໃນ 9 ເດືອນຜ່ານມາ, ພິເສດແມ່ນບໍ່ປະໃຫ້ເກີດໄພເງິນເຟີ້ ຜ່ານການດັດປັບລາຄາແຕ່ລະຄັ້ງ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ຄາດໝາຍດັດປັບລາຄາໃນປີນີ້ ເດດຂາດຕ້ອງຮັບປະກັນການໃຫ້ລາຄາເພີ່ມຂຶ້ນສະເລ່ຍຕ່ຳກວ່າ 4%, ໄພເງິນເຟີ້ພື້ນຖານເພີ່ມ 1,6%. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ກໍ່ຊີ້ນຳທະນາຄານແຫ່ງລັດ ສືບຕໍ່ບໍລິຫານໄພເງິນເຟີ້ເປັນປົກກະຕິໂດຍພື້ນຖານໃຫ້ຢູ່ໃນລະດັບ 1,6%, ຮັບປະກັນການເຕີບໂຕບວງສິນເຊື່ອໃຫ້ເໝາະສົມກັບສະພາບການໜັງຕິງຂອງໄພເງິນເຟີ້, ກຳລັງດຶງດູດທຶນຂອງພື້ນຖານເສດຖະກິດ ແລະ ລົງທຶນເຂົ້າບັນດາຂົງເຂດບຸລິມະສິດ.
(ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ຮອບເຈລະຈາປັດຈຸບັນຢູ່ Cairo ໄດ້ເລີ່ມໃນວັນທີ 7 ພຶດສະພາ, ໂດຍມີທັງໝົດ 5 ຄະນະຜູ້ແທນ ຕ່າງກໍມີປະຕິກິລິຍາຢ່າງຕັ້ງໜ້າຕໍ່ກັບການເຊື່ອມຕໍ່ການເຈລະຈາຄືນໃໝ່.

Top