• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ອຸມົງ ກູ່ຈີ ບົນເສັ້ນທາງ ກາຍເປັນ ມໍລະດົກໂລກ

ອຸມົງ ກູ່ຈີ ເປັນລະບົບທາງໃຕ້ດິນ ໂດຍທະຫານ ແລະ ປະຊາຊົນ ເມືອງ ກູ່ຈີ, ນະຄອນ ໂຮ່ຈີມິນ ເປັນຜູ້ຂຸດໃນຕະຫຼອດ ໄລຍະ ເວ ລາ 22 ປີ ແຕ່ປີ 1946-1968 ດ້ວຍບັນດາເຄື່ອງມືປະຖົມປະ ຖານ, ແຕ່ມີການອອກແບບເປັນລະບົບ ວິທະຍາສາດ, ປະກອບ ສ່ວນຕໍ່ໄຊຊະນະ ຂອງ ຂະບວນວິວັດແຫ່ງການຕໍ່ສູ້ ຕ້ານ ຈັກກະພັດ ອາເມລິກາ. ປັດຈຸບັນ, ເຂດບູຮານສະຖານ ປະຫວັດ ສາດ ອຸມົງ ກູ່ຈີ ເປັນທີ່ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມາຢ້ຽມຢາມ, ສໍາຫຼວດ ດ້ວຍຄວາມປະຫຼາດໃຈ ແລະ ຊື່ນຊົມ. 
ລະບົບອຸມົງ ທີ່ລຶກລັບ

ອຸມົງ ກູ່ຈີ ລວມມີລະບົບ ອຸມົງ ຫຼາຍແຫ່ງທີ່ແຕກຕ່າງກັນ ຕັ້ງ ຢູ່ ສອງຕາແສງ ເຕິນຝູ໋ຈຸງ ແລະ ເຟືອກຫວິງອານ ສັງກັດເມືອງ ກູ່ຈີ. ໃບເບື້ອງຕົ້ນເປັນພຽງອຸມົງ ສັ້ນໆ, ມີໂຄງປະກອບແບບງ່າຍໆ ໃຊ້ ເພື່ອການຫຼົບໜີ, ເຊື່ອງຊ້ອນເອກະສານ, ອາວຸດ, ຊຸກເຊື່ອງຜູ້ ເຂົ້າຮ່ວມການຕໍ່ຕ້ານ... ແຕ່ລະໝູ່ບ້ານ ມີອຸມົງ ຕ່າງຫາກ, ຫຼັງ ຈາກນັ້ນ ຍ້ອນຄວາມຕ້ອງການ ກ່ຽວກັບ ການໄປມາ, ຕິດຕໍ່ລະ ຫວ່າງໝູ່ບ້ານ, ຕາແສງ, ລະບົບອຸມົງ ໄດ້ເຊື່ອມຕໍ່ເຂົ້າກັນ ໃຫ້ ກາຍເປັນລະບົບອຸມົງ ຕິດຕໍ່ນໍ່ເນື່ອງກັນ. ມາຮອດປີ 1965 ມີ ອຸ ມົງ ຍາວປະມານ 200 ກິໂລແມັດ ແລະ ຂຸມຄອງ ຢູ່ອ້ອມຂ້າງ ຍາວ 500 ກິໂລແມັດ. ອຸມົງ ໃນເວລານີ້ ໄດ້ປະກົດເປັນຮູບເປັນ ຮ່າງຢ່າງມີແບບມີແຜນ ແລະ ມີວິທະຍາດ ລວມມີ 3 ຊັ້ນ ດ້ວຍ ຄວາມເລິກທີ່ແຕກຕ່າງກັນ, ຊັ້ນເທິງຫ່າງຈາກໜ້າດິນປະມານ 3 ແມັດ, ຊັ້ນກາງຫ່າງຈາກໜ້າດິນ ປະມານ 6 ແມັດ, ຊັ້ນໃຕ້ສຸດມີ ຄວາມເລິກແຕ່ 8-12 ແມັດ ກັບ ສາຍທາງໃຕ້ດິນໃຫຍ່ ນ້ອຍ ຫຼາຍສາຍ ຊຶ່ງໄດ້ແບ່ງປັນ ຕາມບົດບາດ ໜ້າທີ່ການແຕກຕ່າງ ກັນ ເຊັ່ນ: ຫ້ອງອາຫານ, ຫ້ອງປະຊຸມ, ຫ້ອງພະຍາບານ, ຫ້ອງ ສາຍຮູບເງົາ, ນໍ້າສ້າງ, ຫ້ອງເຮືອນຄົວ ກັບ ປະເພດເຕົາ ຮວ່າງ ເກີ່ມ (ປະເພດເຕົາ ເກັບຄວັນ), ທາງອອກ ສຸກເສີນ ປ່ອງອອກ ແມ່ນໍ້າ ໄຊງ່ອນ...  ພ້ອມກັບ ລະບົບລະບາຍອາກາດ ສູ່ໜ້າດິນ ຊຶ່ງໄດ້ແຊມຟົດໄມ້ ຢ່າງປິດລັບ ແລະ ມີວິທະຍາສາດ. 

ມາຮອດປີ 1965 ມີ ອຸ ມົງ ຍາວປະມານ 200 ກິໂລແມັດ ແລະ ຂຸມຄອງ ຢູ່ອ້ອມຂ້າງ ຍາວ 500 ກິໂລແມັດ. 
ອຸມົງ ກູ່ຈີ ໄດ້ຂຸດຢູ່ເຂດດິນໜຽວ ປະສົມຫີນໜາມໜໍ່, ເພາະສະ ນັ້ນມີຄວາມທົນທານສູງ, ບໍ່ຄ່ອຍເຈື່ອນພັງ, ລະບົບອຸມົງສາມາດ ທົນກັບແຮງທຳລາຍ ຂອງ ອາວຸດໜັກ. ທາງຂຶ້ນ-ລົງ ລະຫວ່າງ ຊັ້ນອຸມົງ ໄດ້ຈັດວາງ ດ້ວຍບັນດາຝາປິດ ຢ່າງປິດລັບ, ມີ ປ່ອງ ອອກສູ່ໜ້າດິນ  ແລະ ຖືກປົກປິດ ດ້ວຍຕົ້ນໄມ້ ໃບຫຍ້າທຳມະ ຊາດ. ທາງຍ່າງໃນອຸມົງ ມີຂະໜາດໃຫຍ່ ນ້ອຍ ຕ່າງກັນ, ແຕ່ ໂດຍທົ່ວໄປແມ່ນມີຄວາມສູງພໍດີ ໃຫ້ຄົນ ກົ້ມຍ່າງ. 


ທະຫານ ແລະ ປະຊາຊົນ ຕາແສງ ຍ້ວນດຶກ, ເມືອງ ກູ່ຈີ ຂຸດອຸມົງ ໃນຕະຫຼອດ ໄລຍະເວລາ 22 ປີ ແຕ່ປີ 1946-1968. ພາບ: ເອກະ ສານ ເຂດຮ່ອງຮອຍປະຫວັດສາດ ອຸມົງ ກູ່ຈີ


ປະຊາຊົນຕາແສງ ຈຸງເລິບຫ້າ, ເມືອງ ກູ່ຈີ ຂຸດຂຸມຄອງ ຮັບໃຊ້ການ ສູ້ຮົບ (ປີ 1966). ພາບ: ເອກະສານເຂດຮ່ອງຮອຍປະຫວັດສາດ ອຸມົງ ກູ່ຈີ


ຫ້ອງປະຊຸມໃຫຍ່ໃນ ອຸມົງ ກູ່ຈີ ສາມາດບັນຈຸໄດ້ 20 ກວ່າຄົນໃນ ເວລາດຽວກັນ. ພາບ: ເລມິນ/VNP


ທາງຍ່າງໃນ ອຸມົງ ກູ່ຈີ. ພາບ: ເລມິນ/VNP


ຮູບຈຳລອງ ອຸມົງ ກູ່ຈີ. ພາບ: ທົງຫາຍ/VNP


ຮູບຈຳລອງ ຫ້ອງຜ່າຕັດໃນອຸມົງ. ພາບ: ເລມິນ/VNP


ນັກທ່ອງທ່ຽວຢ້ຽມຊົມເຂດເຮືອນຄົວ ຮວ່າງເກີ່ມ ໃນເຂດອຸມົງ. ພາບ: ເລມິນ/VNP


ເຄື່ອງມືເຮັດວຽກຂອງທະຫານໃນອຸມົງ. ພາບ: ທົງຫາຍ/VNP


ຢູ່ພາຍໃນອຸມົງ ກູ່ຈີ. ພາບ: ເອກະສານເຂດຮ່ອງຮອຍ ປະຫວັດສາດ ອຸມົງ ກູ່ຈີ


ນໍ້າສ້າງ ພາຍໃນອຸມົງ. ພາບ: ເລມິນ/VNP


ນັກທ່ອງທ່ຽວ ຢູ່ພາຍໃນອຸມົງ. ພາບ: ເອກະສານເຂດຮ່ອງຮອຍ ປະຫວັດສາດ ອຸມົງ ກູ່ຈີ
 

ນັກທ່ອງທ່ຽວ ໝົ້ນອອກຈາກ ອຸມົງ ຂຶ້ນສູ່ໜ້າດິນ. ພາບ: ທົງຫາຍ/VNP
 

ຮູບຈຳລອງ ບ່ອນພັກຜ່ອນ ແລະ ບ່ອນເຮັດວຽກຂອງ ທະຫານ ໃນສະໄໝສົງຄາມ ພາຍໃນອຸມົງ. ພາບ: ເອກະສານເຂດຮ່ອງຮອຍ ປະຫວັດສາດ ອຸມົງ ກູ່ຈີ


ພາຍໃນອຸມົງ ກູ່ຈີ. ພາບ: ເອກະສານເຂດຮ່ອງຮອຍ ປະຫວັດສາດ ອຸມົງ ກູ່ຈີ
 

ເພື່ອໃຫ້ອຸມົງ ສົມບູນແບບ ຄືດັ່ງກ່າວ, ນັກຮົບ ແລະ ປະຊາຊົນ ກູ່ ຈີ ນັບຫຼາຍໝື່ນຄົນ ບໍ່ເອົາຫົວຊາ ຕໍ່ການ ບຸກທຳລາຍເປັນ ປະ ຈຳ ຂອງສັດຕູ ໄດ້ປ່ຽນຜຽນກັນ ຂຸດເປັນເສັ້ນທາງຫຼາຍສາຍ ຢູ່ ໃຕ້ດິນ ຕະຫຼອດວັນຄືນ ໃນຄວາມລັບ ແລະ ໄດ້ຂົນສົ່ງດິນ ດ້ວຍ ບໍລິມາດ ຢ່າງຫຼວງຫຼາຍ ດ້ວຍກຳລັງແຮງຄົນ ແລະ ບັນດາເຄື່ອງ ມື ປະຖົມປະຖານ ດ້ວຍການແຊມຟົດໄມ້ຢ່າງຄ່ອງແຄ້ວ. ມີອຸມົງ ຫຼາຍໄລຍະ ຕ້ອງຖົມດິນຄືນໃໝ່ຫຼາຍເທື່ອ ຍ້ອນຖືກລະເບີດ ລູກ ປືນ, ລົດຕັງ ຂອງ ສັດຕູທຳລາຍ. ສິ່ງດັ່ງກ່າວ ຍິ່ງສະແດງໃຫ້ເຫັນ ຄວາມອົດທົນພະຍາຍາມ ແລະ ຄວາມປະດິດສ້າງ ຂອງທະຫານ ແລະ ປະຊາຊົນ ກູ່ຈີ ໃນສະໄໝ ສົງຄາມ ຕໍ່ສູ້ກູ້ຊາດ. 
ເມື່ອມາຢ້ຽມຢາມ ອຸມົງ ກູ່ຈີ ປີ 1995, ທ່ານ Armando Hart Davalos ລັດຖະມົນຕີ ກະຊວງ ວັດທະນະທຳ ກູບາໄດ້ ບັນທຶກ ລົງໃນປຶ້ມອະນຸສອນວ່າ:
ມີພຽງນ້ຳໃຈພິລະອາດຫານ ແລະ ກຽດ ສັກສີ ຂອງ ມະນຸດຈຶ່ງເຂົ້າໃຈ ກູ່ຈີ ໄດ້. ຈິນຕະນາການ ທີ່ອຸດົມສົມບູນ ແລະ ພື້ນຖານວັດທະນະທຳ ຫວຽດນາມ ໄດ້ເຮັດໃຫ້ແຫ່ງນີ້ ກາຍເປັນສະຖານທີ່ສັກສິດ ແລະ ເປັນໜຶ່ງ ໃນບັນດາສິ່ງມະຫັດສະຈັນ ໃຫຍ່ທີ່ສຸດ ແຫ່ງຍຸກສະໄໝ ຂອງ ພວກເຮົາ.
 

ອຸມົງ ກູ່ຈີ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ໃນການຕໍ່ສູ້, ໃນບັ້ນ ຮົບໂຈມຕີ ສັດຕູຫຼາຍຄັ້ງເຊັ່ນ: ບັ້ນຮົບບຸນເຕັດ ປີ 1968, ໄຊຊະນະ ທ່ີຍິ່ງໃຫຍ່ ລະດູບານໃໝ່ 1975 ໂຮມປະເທດຊາດ ເປັນປຶກແຜ່ນດຽວກັນ...

ເມື່ອມາຢ້ຽມຢາມ ອຸມົງ ກູ່ຈີ ປີ 1995, ທ່ານ Armando Hart Davalos ລັດຖະມົນຕີ ກະຊວງ ວັດທະນະທຳ ກູບາໄດ້ ບັນທຶກ ລົງໃນປຶ້ມອະນຸສອນວ່າ: “ມີພຽງນ້ຳໃຈພິລະອາດຫານ ແລະ ກຽດ ສັກສີ ຂອງ ມະນຸດຈຶ່ງເຂົ້າໃຈ ກູ່ຈີ ໄດ້. ຈິນຕະນາການ ທີ່ອຸດົມສົມບູນ ແລະ ພື້ນຖານວັດທະນະທຳ ຫວຽດນາມ ໄດ້ເຮັດໃຫ້ແຫ່ງນີ້ ກາຍເປັນສະຖານທີ່ສັກສິດ ແລະ ເປັນໜຶ່ງ ໃນບັນດາສິ່ງມະຫັດສະຈັນ ໃຫຍ່ທີ່ສຸດ ແຫ່ງຍຸກສະໄໝ ຂອງ ພວກເຮົາ”. ນີ້ເປັນພຽງ ຄວາມຮູ້ສຶກສ່ວນໜຶ່ງ ໃນຈຳນວນ ຫຼາຍພັນ ທີ່ສະແດງໃຫ້ເຫັນ ຄວາມເຄົາລົບນັບຖື ຈາກເພື່ອນມິດ ທົ່ວໂລກ ເມື່ອມາຢ້ຽມຢາມ ອຸມົງ ກູ່ຈີ.

ດ້ວຍຄຸນຄ່າພິເສດ ທາງດ້ານການສະຖາປັດຕະຍະກຳ ທ່ີເປັນ ເອກະລັກສະເພາະ ແລະ ຄວາມໝາຍປະຫວັດສາດ ອັນຍິ່ງໃຫຍ່  ຂອງ ອຸມົງ ກູ່ຈີ, ຄະນະກຳມະການ ປະຊາຊົນ ນະຄອນ ໂຮ່ຈີມິນ ກຳລັງຈັດທໍາ ບັນທຶກອຸມົງ ກູ່ຈີ ເພື່ອຍື່ນຕໍ່ອົງການ UNESCO  ຮັບຮອງເປັນມໍລະດົກໂລກ.


ຮູບຈໍາລອງເຂດຮ່ອງຮອຍປະຫວັດສາດພິເສດ

ຫຼັງປີ 1975, ອຸມົງ ກູ່ຈີ ໄດ້ຮັບການອະນຸລັກຮັກສາ, ບູລະນະໃຫ້ ກາຍເປັນ ເຂດປູສະນີຍະສະຖານ ປະຫວັດສາດ ປະຕິວັດ, ເປີດ ຕ້ອນຮັບນັກທ່ອງທ່ຽວ ທີ່ມາຢ້ຽມຢາມ ແລະ ຊອກຮູ້ ກ່ຽວກັບ ສະ ຖາປັດຕະຍະກຳ ແລະ ຂະບວນການຕໍ່ສູ້ ທ່ີຍາກລຳບາກ  ກໍຄື ຊີ ວິດການເປັນຢູ່ ຂອງ ນັກຮົບໃນອຸມົງ ກູ່ຈີ ໃນຊຸມປີ ຂອງ ສົງຄາມ ທີ່ດຸເດືອດ.

ຕາມຄະນະຄຸ້ມຄອງ ເຂດຮ່ອງຮອຍປະຫວັດສາດ ອຸມົງ ກູ່ຈີ, ປັດຈຸບັນ, ສະເລັ່ຍ ແຕ່ລະປີ ໄດ້ດຶງດູດນັກທ່ອງທ່ຽວ ຢູ່ພາຍໃນ ແລະ ຕ່າງປະ ເທດ ທີ່ມາຢ້ຽມຢາມປະມານ 1,5 ລ້ານເທື່ອຄົນ. ນະແຫ່ງນີ້ ໄດ້ຕ້ອນຮັບຄະນະການຜູ້ນຳຂັ້ນສູງ, ກອງທັບ ຂອງ ບັນດາປະເທດ ຢູ່ໃນໂລກ ອີກດ້ວຍ.

ມາຍັງອຸມົງ ກູ່ຈີ, ນັກທ່ອງທ່ຽວ ມີໂອກາດໄດ້ເຫັນກັບຕາ ລະບົບ ອຸມົງ ຂະໜາດໃຫຍ່, ມີແບບແຜນ ແລະ ແໜ້ນໜາ ແຕ່ເຮັດດ້ວຍ ມື ແລະ ກຳລັງແຮງ ຂອງ ມະນຸດ ຊຶ່ງໄດ້ຄົງຕົວຕະຫຼອດ 75 ປີ ຜ່ານມາ.



ຄະນະກະຊວງການຕ່າງປະເທດ ສ ລັດເຊຍ ເຂົ້າຢ້ຽມຊົມ ອຸມົງ ກູ່ຈີ (ວັນທີ 24 ກຸມພາ 2019). ພາບ: ເອກະສານເຂດຮ່ອງຮອຍປະ ຫວັດສາດ ອຸມົງ ກູ່ຈີ


ຂຸມຄອງ ພາຍໃນໝູ່ບ້ານປົດປ່ອຍ ສັງກັດ ເຂດຮ່ອງຮອຍປະ ຫວັດສາດ ອຸມົງ ກູ່ຈີ. ທາງພາບ: ເລມິນ/VNP


ໂຮງງານຜະລິດຄືນໃໝ່ ລະເບີດລູກບົມຊະນິດຕ່າງໆ ສັງກັດ ເຂດ ຮ່ອງຮອຍປະຫວັດສາດ ອຸມົງ ກູ່ຈີ. ພາບ: ເລມິນ/VNP


ຮູບຈຳລອງ ທະຫານ ເລື່ອຍລູກບົມ ສັງກັດ ເຂດຮ່ອງຮອຍ ປະ ຫວັດສາດ ອຸມົງ ກູ່ຈີ. ພາບ: ທົງຫາຍ/VNP


ນັກທ່ອງທ່ຽວຢ້ຽມຊົມ ບັນດາປະເພດແຮ້ວສ້າງເອງ ສັງກັດ ເຂດ ຮ່ອງຮອຍປະຫວັດສາດ ອຸມົງ ກູ່ຈີ. ພາບ: ເລມິນ/VNP


ຟື້ນຄືນໃໝ່ ຍ່ານບັນຍາກາດ, ຊີວິດການເປັນຢູ່ ໃນໝູ່ບ້ານປົດປ່ອຍ ສັງກັດເຂດຮ່ອງຮອຍປະຫວັດສາດ ອຸມົງ ກູ່ຈີ. ພາບ: ເລມິນ/VNP


ລະເບີດ ລູກບົມຊະນິດຕ່າງໆ ທີ່ວາງສະແດງຢູ່ ອຸມົງ ກູ່ຈີ. ພາບ: ທົງຫາຍ/VNP


ນັກທ່ອງທ່ຽວ ຢ້ຽມຊົມ ເຂດວາງສະແດງ ລົດຕັງ. ພາບ: ເລມິນ/VNP


ເຮືອບິນ C130 ທີ່ເຂດວາງສະແດງ. ພາບ: ເລມິນ/VNP


ນັກທ່ອງທ່ຽວຢ້ຽມຢາມໝູ່ບ້ານປົດປ່ອຍ.  ພາບ: ເອກະສານ ເຂດ ຮ່ອງຮອຍປະຫວັດສາດ ອຸມົງ ກູ່ຈີ


ຫໍວິຫານ ບູຊາ ບັນດາຜູ້ເສຍສະຫຼະຊີວິດເພື່ອຊາດ ເບັ໋ນເຢືອກ. ພາບ: ເອກະສານເຂດຮ່ອງຮອຍປະຫວັດສາດ ອຸມົງ ກູ່ຈີ

ຮ່ອງຮອຍປະຫວັດສາດ ອຸມົງ ກູ່ຈີ ສົມ ຄວນໄດ້ຮັບກຽດຈາກ UNESCO ຮັບຮອງເປັນມໍລະດົກໂລກ. 
ນອກຈາກອຸມົງ ເຊິ່ງເປັນຈຸດເດັ່ນຕົ້ນຕໍແລ້ວ ຍັງມີສະຖານທີ່ອີກ ແຫ່ງໜຶ່ງ ທີ່ໜ້າສົນໃຈ ນັ້ນແມ່ນ ເຂດຈໍາລອງຄືນໃໝ່ ສະແດງ ໃຫ້ເຫັນເຂດ ປົດປ່ອຍ ກູ່ຈີ ໃນໄລຍະ ປີ 1960-1975. ນະແຫ່ງນີ້ ເໝືອນດັ່ງພາບແຕ້ມແຜ່ນໜຶ່ງ ກ່ຽວກັບ ຊົນນະບົດ ຢູ່ພາກໃຕ້ ຖືກ ຫຍໍ້ສ່ວນ, ຕັ້ງຢູ່ຢ່າງສະຫງົບສຸກ ທ່າມກາງ ປ່າໄມ້ໄຜ່ສີຂຽວ, ມີຫຼາຍຮູບການ ທ່ີໄດ້ເລົ່າເຖິງ ກ່ຽວກັບ ຊີວິດການເປັນຢູ່ ທີ່ເປັນເອກະລັກ ຂອງ ປະຊາຊົນ ໃນໄລຍະນັ້ນ ໄດ້ຮັບການຟື້ນຄືນໃໝ່ ຢ່າງມີຊີວິດຊີວາ. ນອກຈາກນັ້ນ ກໍຍັງມີສະຖານທີ່ອີກຫຼາຍແຫ່ງ ເຊ່ັນ: ເຂດອະນຸສອນສະຖານ ນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດ ເບັ໋ນເຢືອກ, ເຂດວາງສະແດງອາວຸດ ສະໄໝສົງຄາມ, ຮູບພາບຈໍາລອງ ທະເລຕາເວັນອອກ. ປ່າໄມ້ ທີ່ມີຄ່າສາມພາກ, ຮູບຈຳລອງ ຊຶ່ງເປັນຕົວແທນໃຫ້ ສາມພາກ ຂອງປະເທດຄື: ວັດເສົາດຽວ (ຮ່າໂນ້ຍ), ງໍ້ມົນ (ກຳແພງເຫວ້) ແລະ ເບັ໋ນຍ່າຣົ່ງ (ຫໍພິພິ ທະພັນ ໂຮ່ຈີມິນ) ໄດ້ຟື້ນຄືນໃໝ່ ໃນເຂດຮ່ອງຮອຍປະຫວັດສາດ ຢ່າງມີຊີວິດຊີວາ.

ມາຍັງເຂດດິນ ກູ່ຈີ, ນັກທ່ອງທ່ຽວ ຍັງໄດ້ສໍາຜັດຕົວຈິງ  ກັບ ບັນດາ ກິດຈະກໍາ ດຳນາ, ຈັບປາ, ເຂົ້າຮ່ວມການຫຼິ້ນ ກິລາ ຕ່າງໆເຊັ່ນ: ຍິງເພນບອນ (ປືນນໍ້າສີ), ຍິງກະສູນແທ້, ຖີບລົດຖີບ, ນອກຈາກ ນັ້ນ ຍັງຈະໄດ້ເພີດເພີນ ກັບລາຍການອາຫານ ສະເພາະຂອງ ກູ່ຈີ, ພິເສດ ແມ່ນມັນຕົ້ນລວກ, ຊຶ່ງເປັນລາຍ ການອາຫານ ມູນເຊື້ອ ຂອງ ທີ່ນີ້ ໃນຊ່ວງສົງຄາມ ທີ່ ລຳບາກ ກາກກຳ.

ຜ່ານການເວລາ, ຮ່ອງຮອຍສົງຄາມ ກໍໄດ້ຖືກຈາງຫາຍໄປ, ແຕ່ ຍັງຄົງຕົວນັ້ນຄື ລະບົບອຸມົງ ກູ່ຈີ ເກືອບວ່າ ຍັງຄົງຮັກສາໄວ້ໄດ້ ສະພາບເດີມ ຈົນເຖິງປັດຈຸບັນ, ກາຍເປັນເຂດດິນແດນປະຫວັດ ສາດ ທີ່ລືຊ່ື່ ເປັນພິເສດ. ຮ່ອງຮອຍປະຫວັດສາດ ອຸມົງ ກູ່ຈີ ສົມ ຄວນໄດ້ຮັບກຽດຈາກ UNESCO ຮັບຮອງເປັນມໍລະດົກໂລກ.

 
ບົດ: ເຊີນເຫງ້ຍ
ພາບ: ເລມິນ, ທົງຫາຍ ແລະ ເອກະສານເຂດຮ່ອງຮອຍປະຫວັດສາດອຸມົງ ກູ່ຈີ 
ແປໂດຍ: ບິກລຽນ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top