• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ອາຫານຮ່າໂນ້ຍ - ຈາກໝູ່ບ້ານ ສູ່ຕົວເມືອງ

ຕັ້ງຫຼາຍເຊັ່ນຄົນມາແລ້ວ, ບັນດາໝູ່ບ້ານອາຊີບ ອາຫານການກິນ ມູນເຊື້ອ ຂອງ ຊາວເມືອງຫຼວງ ຮ່າໂນ້ຍ ໄດ້ປະດິດສ້າງ ບັນດາ ລາຍ ການອາຫານ ທີ່ມີຄວາມດຶງດູດໃຈ ແລ້ວແຜ່ກະຈາຍ ແລະ ຄ່ອຍ ໆ ກຳເນີດຂຶ້ນ ລະບົບນິເວດ ອາຫານການກິນຫວຽດ. ມີລາຍການ ອາ ຫານ ໝູ່ບ້ານອາຊີບ ຫຼາຍເຍື່ອງ ໄດ້ແນະນຳ ຢູ່ເຂດຕົວເມືອງແລ້ວ ໄດ້ຮັບຮອງ ຢູ່ເທິງແຜນທີ່ ອາຫານການກິນ ສາກົນ. ອາຫານການ ກິນ ຮ່າໂນ້ຍ ຄ່ອຍໆ ເອົາໃຈໄດ້ ນັກທ່ອງທ່ຽວ ຢູ່ທົ່ວທຸກສາລະທິດ ນຳມາເຊິ່ງ ຄວາມປາດຖະໜາ ຂອງ ຊາວ ຫວຽດນາມ ແມ່ນມຸ່ງສູ່ ຊີວິດສັນຕິພາບ ແລະ ສະຫງົບສຸກ. 
ໝູ່ບ້ານອາຊີບ ເປັນ “ອູ່” ຂອງ ອາຫານການກິນ ຮ່າໂນ້ຍ

ນະຄອນຫຼວງ ຮ່າໂນ້ຍ ມີໝູ່ບ້ານອາຊີບ ທ່ີມີຊື່ສຽງ ຫຼາຍແຫ່ງ ມີ ປະ ຫວັດຄວາມເປັນມາອັນຍາວນານ. ລາຍການອາຫານ ແຕ່ລະເຍື່ອງ ກໍມີຄວາມສະໜິດຕິດພັນ ກັບຊື່ເອີ້ນ ຂອງ ໝູ່ບ້ານແຕ່ລະແຫ່ງ ເຊັ່ນ: “ແບັ໋ງກ໋ວນ - ແທງຈີ່, ເຂົ້າໜຽວ - ຝູ໋ເຖື້ອງ, ເຂົ້າເໝົ້າຫອມ - ໝູ່ບ້ານ ວ່ອງ, ເຂົ້າປຸ້ນ - ຝູ໋ໂດ, ເຂົ້າຕົ້ມ - ໂລ໊ເຄ, ຢໍ່ຈ໊າ - ເອືອກເລ໊... ບັນຍາ ກາດ ຂອງໝູ່ບ້ານ ອາຊີບ ຍາມໃດກໍມີຄວາມສະໜິດຕິດພັນ ກັບ ບັນຍາກາດ ຂອງ ແຕ່ລະຄອບຄົວ. ຈາກຮຸ່ນປູ່ - ຮຸ່ນພໍ່ - ຮຸ່ນລູກ - ຮຸ່ນຫຼານ ໄດ້ສືບທອດ ອາຊີບມູນເຊື້ອ ແລະ ຮັກສາໄວ້ເຄັດລັບສະ ເພາະ ໃນການປຸງແຕ່ງອາຫານ ເພື່ອສ້າງ ສີສັນສະເພາະ ຂອງ ລາຍ ການອາຫານ. 

ເມື່ອມໍ່ໆ ນີ້, ພວກຂ້າພະເຈົ້າ ໄດ້ໄປຍັງ ໝູ່ບ້ານຜະລິດ ຢໍ່ຈ໊າ ເອືອກເລ໊ ຢູ່ເມືອງ ແທງອວາຍ ເພື່ອຜ່ານປະສົບການຕົວຈິງ ກັບ ບັນ ຍາກາດ ຂອງ ໝູ່ບ້ານອາຊີບ ທີ່ມີຊື່ສຽງແຫ່ງນີ້. ອາຊີບເຮັດ ຢໍ່ຈ໊າ ຢູ່ ບ້ານ ເອືອກເລ໊ ໄດ້ກຳເນີດຂຶ້ນ ກ່ອນໜ້ານີ້ ປະມານ 500 ປີ. ໃນ ສະ ໄໝສັກດິນາ, ລາຍການອາຫານນີ້ ຖືວ່າ ປະເສີດທີສຸດ ແລະ ມີພຽງ ໃນງານລ້ຽງ ຂອງ ຊັ້ນອະພິຊົນເທົ່ານັ້ນ. ໃນສະໄໝ ຝຣັ່ງ ປົກຄອງ, ຢໍ່ຈ໊າ ເອືອກເລ໊ ໄດ້ມີຊື່ສຽງໂດ່ງດັງ ກັບ ຮ້ານອາຫານ ເຕິນຫວຽດ ຢູ່ ຄຸ້ມຖະໜົນເກົ່າ ເຕິນເລີ້ຍ, ເມືອງ ຮ່າດົງ. ໃນປີ 1958, ເຄື່ອງໝາຍ ການຄ້າ ຢໍ່ຈ໊າ ຕວຽນແທ່ງ ຂອງ ໝູ່ບ້ານ ເອືອກເລ໊ ໄດ້ຮັບການ ສົ່ງ ອອກ ໄປຍັງປະເທດ ຝຣັ່ງ. ໃນສະໄໝເກື້ອກູນ, ຢໍ່ຈ໊າ ເອືອກເລ໊ ຍັງ ຖືວ່າ ເປັນລາຍການອາຫານຂັ້ນສູງ.

ຄອບຄົວທ່ານ ຮວ່າງບ໋າເຫີບ ເປັນຕົວແບບໜຶ່ງ ຂອງ ໝູ່ບ້ານ ເອືອກ ເລ໊ ໄດ້ຮັກສາ ແລະ ພັດທະນາ ອາຊີບ ເຮັດຢໍ່ຈ໊າ ຜ່ານສາມຮຸ່ນຄົນ. ນາງສາວ ຮວ່າງທິແອວງ ເປັນຮຸ່ນທີສາມ ຂອງ ຄອບຄົວ ໄດ້ສ້າງ ຕັ້ງສະຫະກອນ ຢໍ່ຈ໊າ ຊວນເຮືອງ ທີ່ມີຊື່ສຽງ ຂອງ ຮ່າໂນ້ຍ ດ້ວຍມີ ໂຮງງານຜະລິດ 4 ແຫ່ງ. ຜະລິດຕະພັນ ຢໍ່ຈ໊າ ຊວນເຮືອງ ໄດ້ຮັບໃບ ຢັ້ງຢືນເປັນສິນຄ້າ OCOP (ໂຄງການພັດທະນາເສດຖະກິດ ພື້ນທີ່ ຊົນນະບົດ ຕາມທິດພັດທະນາ ແຫຼ່ງກຳລັງພາຍໃນ ແລະ ເພີ່ມມູນ ຄ່າ) ຂອງ ຮ່າໂນ້ຍ ແລະ ໄດ້ວາງຂາຍຢູ່ ສັບພະສິິນຄ້າ, ຕະຫຼາດ ຫຼາຍແຫ່ງ ຢູ່ ຮ່າໂນ້ຍ ແລະ ກາຍເປັນ ຂອງຕ້ອນ ສຳລັບ ນັກທ່ອງ ທ່ຽວ ສາກົນ ເມື່ອມີໂອກາດ ໄດ້ມາທ່ຽວ ເມືອງຫຼວງ ແຫ່ງນີ້. 



ອາຊີບເຮັດເສັ້ນຫຼ້ອນ ຢູ່ໝູ່ບ້ານ ກື້ດ່າ, ເມືອງ ແທງອວາຍ, ຮ່າໂນ້ຍ. ພາບ: VNP



ບັນດາເຄື່ອງມືຫັດຖະກຳເຊັ່ນ: ຄົກຫີນ, ສາກໄມ້, ໃບຕອງ... ຍັງຖືກນຳໃຊ້ໃນຂັ້ນຕອນເຮັດຢໍ່ຈ໊າ ຢູ່ໝູ່ບ້ານ ເອືອກເລ໊. ພາບ: ແຄ໋ງລອງ/VNP


ບັນດາຜະລິດຕະພັນເຊັ່ນ: ຢໍ່, ຈ໊າ, ເຂົ້າຕົ້ມ, ແບັ໋ງໄຢ່ ຊຶ່ງປະຊາ ຊົນ ໄດ້ຖະຫວາຍຕໍ່ບັນພະບຸລຸດຂອງໝູ່ ບ້ານອາຊີບ ເອືອກເລ໊ ດ້ວຍ ໃຈໃສສັດທາ. ພາບ: ແຄ໋ງລອງ/VNP


ຂັ້ນຕອນເຂິງຮໍາອອກ ເພື່ອໃຫ້ໄດ້ເຂົ້າເໝົ້າ ທ່ີສະອາດ ຢູ່ໝູ່ ບ້ານ ເມ໊ຈີ່ (ເມືອງ ຕື່ລຽມ). ພາບ: VNP


ຂັ້ນຕອນຂົ້ວເຂົ້າເໝົ້າ ຢູ່ໝູ່ບ້ານ ເມ໊ຈີ່ (ເມືອງ ຕື່ລຽມ). ພາບ: VNP


ຂັ້ນຕອນເຮັດເຂົ້າຕົ້ມ ຢູ່ ໝູ່ບ້ານ ໂລ໊ເຄ (ເມືອງ ດົງແອງ). ພາບ: ແທງຢາງ/VNP


ທ່ານນາງ ຫງວຽນທິແລ່ງ, ປະທານສະຫະກອນ ເຂົ້າຕົ້ມ ບ່າ ແລ່ງ ໄດ້ມີເວລາກວ່າ 60 ປີ ເຮັດອາຊີບຜະລິດເຂົ້າຕົ້ມມູນເຊື້ອ. ພາບ: ແທງຢາງ/VNP


ປະຊາຊົນ ມີຄວາມລື້ງເຄີຍ ໃນການຊື້ເຂົ້າໜຽວເພື່ອທໍາການ ບູຊາ ໃນມື້ເພັງ, ວັນບຸນຕ່າງໆ. ພາບ: ແທງຢາງ/VNP

ປັດຈຸບັນ, ໝູ່ບ້ານ ເອືອກເລ໊ ມີປະມານ 500 ຄອບຄົວ ຢຶດໝັ້ນ ກັບ ອາຊີບເຮັດຢໍ່ຈ໊າ. ຊາວບ້ານ ຮັກສາໄດ້ສີສັນ ຂອງ ອາຊີບ ແລະ ນຳ ອາຊີບນີ້ ໄປເຮັດຢູ່ທົ່ວທຸກຫົນແຫ່ງ ຂອງ ປະເທດຫວຽດນາມ, ຊຳ້ບໍ່ ໜຳ ມີຊາວບ້ານ ເອືອກເລ໊ ຫຼາຍຄົນ ເມື່ອໃຊ້ຊີວິດຢູ່ ສ ອາເມລິກາ, ຝຣັ່ງ ຍັງເຮັດ ຢໍ່ຈ໊າ ບໍລິການ ໃຫ້ວົງຄະນາຍາດ ຊາວຫວຽດນາມ ອາ ໄສ ຢູ່ຕ່າງປະເທດອີກດ້ວຍ.

ພ້ອມກັບພະລັງຊີວິດທ່ີທົນທານ ໝັ້ນໜຽວ, ໝູ່ບ້ານ ໂລ໊ເຄ ຢູ່ເມືອງ ດົງແອງ ໄດ້ສ້າງຄວາມປະທັບໃຈ ຕໍ່ພວກຂ້າພະເຈົ້າ ດ້ວຍອາຊີບ ເຮັດເຂົ້າຕົ້ມ. ເຂົ້າຕົ້ມ ໂລ໊ເຄ ເຄີຍມີຄວາມສະໜິດຕິດພັນ ກັບ ກົກ ເຄົ້າເຫງົ້າກໍ ຂອງ ປະເທດຊາດ ຫວຽດນາມ, ໄດ້ຖະຫວາຍ ຕໍ່ ເຈົ້າຊີ ວິດ ຮຸ່ງ ໃນພິທີ ສັກກະລະບູຊາ ບັນດາເຈົ້າຊີວິດ ຮຸ່ງ (ວັນທີ 10 ເດືອນ ມີນາ) ແລະ ປະກົດຕົວ ໃນພາເຂົ້າ ໃນມື້ບຸນເຕັດ ຂອງຄົນ ຫວຽດ. ມາຢ້ຽມຢາມສະຫະກອນ ເຮັດເຂົ້າຕົ້ມ ບ່າແລ່ງ, ພວກຂ້າ ພະເຈົ້າ ໄດ້ເຫັນກັບຕາ ບັນຍາກາດ ແຫ່ງການ ເຮັດວຽກ ຢ່າງຂະ ຫຍັນຂັນແຂງ ຂອງ ຊາວບ້ານ ຢູ່ທີ່ນີ້. ທ່ານນາງ ແລ່ງ, ຫົວໜ້າຄະ ນະ ຮັບຜິດຊອບ ສະຫະກອນ ໃຫ້ຮູ້ວ່າ: “ຄອບຄົວຂ້າພະເຈົ້າມີ 4 ຮຸ່ນຄົນເຮັດອາຊີບນີ້. ເຂົ້າຕົ້ມ ແມ່ນຄວາມເອກອ້າງທະນົງໃຈ ຂອງ ຊາວໝູ່ບ້ານ ໂລ໊ເຄ, ຄວາມເອກອ້າງທະນົງໃຈ ຂອງ ຊາວກະສິກອນ ຄົງຕົວໄດ້ກັບ ອາຊີບ. ປັດຈຸບັນ, ເຄື່ອງໝາຍການຄ້າ ເຂົ້າຕົ້ມ ໂລ໊ເຄ ເປັນ ຜະລິດຕະພັນໄດ້ຮັບໃບຢັ້ງຢືນ 3 ດາວ ຂອງ ລະບົບ OCOP”.

ສິ່ງທ່ີໜ້າສົນໃຈ ແລະ ຄຸ້ນເຄີຍກວ່າ ໃນໃຈກາງຮ່າໂນ້ຍ ຍັງມີໝູ່ ບ້ານອາຊີບ ເຮັດເຂົ້າໜຽວ ຝູ໋ເຖື້ອງ. ອາຊີບເຮັດເຂົ້າໜຽວ ຝູ໋ເຖື້ອງ ມີປະຫວັດຄວາມເປັນມາຫຼາຍຮ້ອຍປີແລ້ວ. ໃນປີ 2017 ໄດ້ ຮັບ ຮອງເຄື່ອງໝາຍການຄ້າ ແລະ ມີຊັກນຳທາງພູມສາດ. ປີ 2018, ສະມາຄົມໝູ່ບ້ານອາຊີບ ມູນເຊື້ອ ເຂົ້າໜຽວ ຝູ໋ເຖື້ອງ ໄດ້ກຳເນີດຂຶ້ນ ຊຶ່ງ ຢືນຢັນຄຸນຄ່າ ທາງມໍລະດົກ ວັດທະນະທຳ ຂອງ ໝູ່ບ້ານ ໃນເມືອງຫຼວງ. ປັດຈຸບັນ, ໝູ່ບ້ານ ຝູ໋ເຖື້ອງ ມີປະມານ 600 ຄອບຄົວ ທຳອາຊີບ ເຮັດເຂົ້າໜຽວ. ທ່ານ ຈ໋ຽນ, ຊາວໜຸ່ມ ຄົນໜຶ່ງ ທີ່ກຳເນີດ ໃນຄອບຄົວ ມີ 4 ຮຸ່ນຄົນເຮັດເຂົ້າໜຽວ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ໄດ້ສ້າງ ລະບົບຮ້ານຂາຍເຂົ້າໜຽວ ແລະ ໝູນໃຊ້ ເຕັກໂນໂລຊີ IT ເພື່ອແນະນໍາ ກ່ຽວກັບ ເຂົ້າໜຽວ ຝູ໋ເຖື້ອງ ເຖິງ ນັກທ່ອງທ່ຽວ ສາກົນ. ຄອບຄົວຂ້າພະເຈົ້າ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ຫຼາຍຄະນະ ທ່ີມາຈາກ ສ ອາເມລິກາ, ຝຣັ່ງ, ອັງກິດ, ອົດ ສະຕຣາລີ,  ມາຍັງ ໝູ່ບ້ານ ເພື່ອການ ຄົ້ນພົບ ແລະ ຜ່ານພຶດຕິກຳ ຕົວຈິງ ກັບອາຊີບເຮັດເຂົ້າໜຽວ”.


ເຖິງວ່າແມ່ ຈະພາຂ້ອຍໄປສູ່ ດິນແດນອື່ນ ນັບພັນປີ, ແຕ່ຂ້າພະ ເຈົ້າ ຍັງຄົງເປັນຄົນຫວຽດນາມ ຍ້ອນ ບໍ່ມີວັນຫຼົງລືມ ໄດ້ບັນດາລາຍ ການອາຫານແຊບ ຂອງ ຮ່າໂນ້ຍ”. 
ນັກປະພັນ ຫວູບັ່ງ ຂຽນໃນປຶ້ມ ລາຍການອາຫານແຊບ ຂອງ ຮ່າ ໂນ້ຍ
ຮ່າໂນ້ຍ ມີສອງແຫ່ງ ມີຊື່ສຽງໂດ່ງດັງ ກັບອາຊີບເຮັດເຂົ້າເໝົ້າ ນັ້ນຄື ເຂົ້າເໝົ້າໝູ່ບ້ານ ວ່ອງ (ເມືອງ ເກົ່າໄຢ໋) ແລະ ບ້ານ ເມ໊ຈີ່ (ເມືອງ ນາມ ຕື່ລຽມ). ເຂົ້າເໝົ້າ ໄດ້ເຮັດຈາກເຂົ້ານໍ້ານົມ. ຜ່ານຫຼາຍ ຂັ້ນ ຕອນ, ຈາກເຂົ້ານໍ້ານົມ ໄດ້ປອກເປືອກ ແລ້ວນໍາໄປຂົ້ວ, ຕຳ, ເຂິງ, ຜັດ ເພື່ອໃຫ້ໄດ້ເມັດເຂົ້າເໝົ້າ ທີ່ຂຽວອ່ອນ ສົ່ງກິ່ນຫອມ ຂອງ ເຂົ້າ ໃໝ່. ມາຍັງໝູ່ບ້ານ ວ່ອງ ໃນລະດູເຮັດເຂົ້າເໝົ້າ, ນັບແຕ່ກ້າວເຂົ້າ ປະຕູໂຂງ ໝູ່ບ້ານ, ພວກຂ້າພະເຈົ້າກໍສາມາດຮູ້ສຶກໄດ້ ກິ່ນຫອມ ຂອງ ເຂົ້າເໝົ້າ ແຜ່ຈະຈາຍ ຢູ່ພາຍໃນໝູ່ບ້ານ. ກ້າວເຂົ້າ ແຕ່ລະ ຄອບຄົວ, ນັກທ່ອງທ່ຽວ ຈະໄດ້ເຫັນກັບຕາ ບັນດາ ຂັ້ນຕອນເຮັດ ເຂົ້າເໝົ້າ ທີ່ໜ້້າດຶງດູດໃຈ ຍ້ອນເຂົ້າເໝົ້າ ຢູ່ແຫ່ງນີ້ ໄດ້ປຸງແຕ່ງດ້ວຍ ມື ໃນທຸກຂັ້ນຕອນ. ລົດຊາດ ຂອງ ເຂົ້າເໝົ້າ ໝູ່ບ້ານ ວ່ອງ ແລະ ເຂົ້າເໝົ້າ ເມ໊ຈີ່ ໄດ້ບັນດາແມ່ຄ້າຫາບເລາະຂາຍ ຢູ່ ທົ່ວທຸກຫົນແຫ່ງ ໃນ ຮ່າໂນ້ຍ ໄດ້ດຶງດູດໃຈ ນັກຊິມ ຈາກຕ່າງປະເທດ ເປັນຈໍານວນ ຫຼາຍ. 

ອາຫານການກິນ ຢູ່ ຕາມຖະໜົນ

ນອກເໜືອ ຈາກພື້ນທ່ີ ຂອງ ໝູ່ບ້ານ ແລ້ວ, ອາຫານການກິນ ຂອງ ໝູ່ບ້ານອາຊີບ ຢູ່ ຊານເມືອງ ໄດ້ເຂົ້າສູ່ຕົວເມືອງ ແລະ ກຳເນີດ ບັນດາ ຕ່ອງໂສ້ ວັດທະນະທຳ ອາຫານການກິນ ຢູ່ຕາມຖະໜົນ ຊຶ່ງບໍ່ວ່າໃຜ ກໍສາມາດຊອກຫາໄດ້ ທີ່ຢູ່ເພື່ອຊີມ. ພິເສດ, ເມື່ອມໍ່ໆ ມານີ້ ຊ່ອງໂທລະພາບ ອາຫານການກິນ CNN ຂອງ ສ ອາເມລິກາ ໄດ້ມາຍັງ ຫວຽດນາມ ທໍາສາລະຄະດີ ຫຼາຍບົດ ເພື່ອແນະນຳ ກ່ຽວກັບ ອາ ຫານການກິນ ຮ່າໂນ້ຍ ສູ່ຊາວໂລກ.

ບາງທີອາດຈະບໍ່ເກີນຄວາມຈິງ ເມື່ອຮ່າໂນ້ຍ ເປັນຍ່ານບັນຍາກາດ ແຫ່ງວັດທະນະທຳ ຂອງ ອາຫານ ຫວຽດ, ຊຶ່ງໃນປັດຈຸບັນ ໄດ້ເປັນທີ່ ຮູ້ຈັກ ໄປທົ່ວໂລກ, ນັ້ນແມ່ນລາຍການອາຫານ ເຝີ. ເຝີ ໄດ້ປະກົດ ຕົວ ຢູ່ຫຼາຍແຫ່ງໃນໂລກ, ແຕ່ບ່ອນທີ່ນັກຊິມ ຮູ້ສຶກໄດ້ເຖິງລົດຊາດ ຂອງ ເຝີ ຢ່າງລະອຽດອ່ອນທີສຸດ ພຽງແມ່ນ ເຝີ ຮ່າໂນ້ຍ ເທົ່ານັ້ນ.

ບໍ່ມີໃຜຮູ້ຢ່າງແນ່ນອນວ່າ ເຝີ ຮ່າໂນ້ຍ ກຳເນີດຂຶ້ນ ແຕ່ເມື່ອໃດ. ຮູ້ ພຽງແຕ່ວ່າ ບັນດາຜູ້ເຖົ້າຜູ້ແກ່ ສຸດຂອງ ຮ່າໂນ້ຍ,ເມື່ອໃຫຍ່ຂຶ້ນມາ ຕ່າງກໍຮູ້ຈັກ ລາຍການອາຫານດັ່ງກ່າວ ໃນຊີວິດ ແລະ ໃນ ວັນນະ ຄະດີ ກາບກອນ. ຍ້ອນສິ່ງທີ່ງ່າຍໆ ວ່າ ເຝີ ບໍ່ພຽງແຕ່ເປັນລາຍການ ອາຫານແຊບສຸດ ກັບທາດບຳລຸງ ທີ່ພຽງພໍເທົ່ານັ້ນ, ແຕ່ຍັງບັນຈຸ ຄວາມລະອຽດອ່ອນ ໃນວັດທະນະທຳ ອາຫານການກິນ ຂອງ ຊາວ ຮ່າໂນ້ຍ ອີກດ້ວຍ.



ນັກທ່ອງທ່ຽວ ສາມາດຊອກຫາໄດ້ງ່າຍ ບັນດາລາຍການ ອາ ຫານທີ່ຜະລິດ ພິເສດ ຂອງ ຮ່່າໂນ້ຍ ຊຶ່ງໄດ້ຖືກວາງຂາຍ ຢູ່ຕາມ ບັນດາຮ້ານອາຫານ ໃນຄຸ້ມເມືອງເກົ່າ ຮ່າໂນ້ຍ. ພາບ: ແທງຢາງ/VNP


ນັກທ່ອງທ່ຽວຮັບປະທານອາຫານພິເສດຂອງ ຮ່າໂນ້ຍ ຢູ່ແຄມ ຖະໜົນຄົນຍ່າງ ຕ້າຮ້ຽນ. ພາບ: ແທງຢາງ/VNP


ເຝີ ຮ່າໂນ້ຍ ຖືວ່າ ເປັນລາຍການອາຫານເຊົ້າ ທີ່ຂາດບໍ່ໄດ້ ໃນລາຍການອາຫານຂອງຊາວ ຮ່າໂນ້ຍ. ພາບ: ແທງຢາງ/VNP


ຈະໄກວ໋ຮ້ອນ ຖືກວາງຂາຍ ຢູ່ຮ້ານ ຢູ່ແຄມທາງ ເພື່ອບໍລິການ ໃຫ້ນັກຊິມ. ພາບ: ແທງຢາງ/VNP


ເຂົ້າຈີ່ 25 ແມ່ນ ລາຍການອາຫານນິຍົມມັກ ຂອງ ນັກທ່ອງ ທ່ຽວສາກົນ ເມື່ອມາຍັງ ຮ່າໂນ້ຍ. ພາບ: ແທງຢາງ/VNP


ນັກທ່ອງທ່ຽວຮັບປະທານລາຍການອາຫານມູນເຊື້ອ ຂອງ ຮ່າໂນ້ຍ ຢູ່ແຄມຖະໜົນຄົນຍ່າງ ດ່າວຢຸຍຕື່. ພາບ: ແທງຢາງ/VNP


ປີ 2016, ປະທານາທິບໍດີ ສ ອາເມລິກາ Barack Obama ໄດ້ ຮັບປະທານ ລາຍການອາຫານເຂົ້າປຸ້ນຊີ້ນປີ້ງ ເຮືອງລຽນ ຢູ່ ຖະ ໜົນ ເລວັນຮືວ
ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງ ການ...ພາບ: ແທງຢາງ/VNP



ແຕ່ລະມື້, ບັນດານາຍຊ່າງຂອງ ຮ້ານ ງອນ ຮ່າໂນ້ຍ ເຮັດບັນ ດາປະເພດແບັ໋ງ (ເຂົ້າໜົມ ແຊບ) ຮ່າໂນ້ຍ ເພື່ອການບໍລິການ ໃຫ້ ນັກຊິມ. ພາບ: ແທງຢາງ/VNP


ລາຍການອາຫານ ຢໍ່, ຈ໊າ ມູນເຊື້ອ ຂອງ ໝູ່ບ້ານ ເອືອກເລ໊. ພາບ: ແທງຢາງ/VNP


ເຂົ້າເໝົ້າ ໝູ່ບ້ານ ເມ໊ຈີ່ (ເມືອງ ຕື່ລຽມ). ພາບ: ແທງຢາງ/VNP

ທ່ານ Marko Nikonic (ຊາວ ແຊັກບີ), ນັກປະພັນ, ປັດຈຸບັນ ກໍາ ລັງໃຊ້ຊີວິດ ແລະ ເຮັດວຽກ ຢູ່່ ຮ່າໂນ້ຍ ໄດ້ລົມກັບຂ້າພະເຈົ້າວ່າ: “ຂ້າພະເຈົ້າ ໄດ້ໄປທົ່ວທຸກຫົນແຫ່ງຢູ່ ຫວຽດນາມ ແລະ ເຫັນວ່າ ອາ ຫານ ຮ່າໂນ້ຍ ແມ່ນສຸດຍອດຢ່າງແທ້ຈິງ. ຂ້າພະເຈົ້າ ມີຄວາມປະ ທັບໃຈ ກັບຮູບພາບບັນດາກຸ່ມນັກຮຽນໂຮງຮຽນ ມັດທະຍົມຕອນ ປາຍ ເມື່ອເລີກຮຽນ ໄດ້ຊວນກັນ ໄປກິນເຂົ້າເໝົ້າ ໝູ່ບ້ານ ວ່ອງ. ເມື່ອມີເວລາວ່າງ ຂ້າພະເຈົ້າ ກໍມັກແວ່ ຮ້ານຂາຍ ແບັ໋ງກວັນ  ແທງຈີ່ ຢູ່ແຄມທາງ ທັງຮັບປະທານ ທັງໄດ້ຊົມຜູ້ຄົນ ກຳລັງຍ່າງຢ່າງຊ້າໆ ຢູ່ເທິງຖະໜົນ. ຊີວິດຢູ່ ຮ່າໂນ້ຍ ຖືວ່າ “ມີຄ່າ” ໃນວິນາທີ ສະຫງົບສຸກ ດັ່ງກ່າວ”. 
"ອາຫານ ເປັນເສັ້ນທາງສັ້ນທີ່ສຸດ ນຳ ຮ່າໂນ້ຍ ອອກສູ່ໂລກ"

ບໍ່ພຽງແຕ່ ທ່ານ Marko ເທົ່ານັ້ນ, ແຕ່ຍັງມີຊາວຕ່າງປະເທດ ອີກ ຫຼາຍຄົນ ມາ ຫວຽດນາມ ໄດ້ມີໂອກາດ ເພື່ອການຄົ້ນພົບ ອາຫານ ການກິນ ໝູ່ບ້ານອາຊີບ ອອກສູ່ຕົວເມືອງ ກັບ ລາຍການອາຫານ ຫຼາຍເຍື່ອງ ທີ່ແຊບ ຢູ່ບັນດາຮ້ານອາຫານ ຂະໜາດໃຫຍ່ ຫຼື ນ້ອຍກໍ ຕາມ. ພົ້ນເດັ່ນໃນນັ້ນແມ່ນ ຮ້ານ ງອນ (ແຊບ) ຢູ່ ເຮືອນເລກທີ 18 ຖະໜົນ ຟານໂບ້ຍເຈົາ. ຮ້ານອາຫານ ແຫ່ງນີ້ ນັກທ່ອງທ່ຽວ ຈະໄດ້ ສຳຜັດ ກັບລາຍການອາຫານ ມູນເຊື້ອ ທີ່ແຊບຫຼາຍເຍື່ອງ ຊຶ່ງໄດ້ ສ້າງສີສັນ ຂອງ ຮ່າໂນ້ຍເຊັ່ນ: ເຂົ້າ ປຸ້ນແກງກະປູ, ເຝີໄກ່, ແບັ໋ງກວັນ ແທງຈີ່, ເຂົ້າໜົມເຂົ້າເໝົ້າ, ຢໍ່ຈືນ ແລະ  ແບັ່ງໄຢ່ ກວ໋ານແກ໋ງ.

ທ່າມກາງບັນຍາກາດ ທີ່ເກົ່າແກ່ ຟື້ນຄືນໃໝ່ຄວາມງາມຂອງ ເມືອງ ຫຼວງ ຮ່າໂນ້ຍ ໃນປາງກ່ອນ, ຮ້ານອາຫານງອນ (ແຊບ) ແມ່ນຕົວ ແບບ ນຳມາໃຫ້ນັກຊິມ ໄດ້ປະສໍາຜັດຕົວຈິງ ກ່ຽວກັບ ຄວາມຍອດ ຍິ່ງ ຂອງ ລາຍການອາຫານ ໝູ່ບ້ານອາຊີບ ຢູ່ໃຈກາງ ຮ່າໂນ້ຍ ຢ່່າງ ສົມບູນແບບ. ທ່ານນາງ Natasa, ນັກທ່ອງທ່ຽວ ຊາວ ອົດສະຕຣາລີ ໃຫ້ຮູ້ວ່າ: “ບັນດາລາຍການອາຫານ ຮ່າໂນ້ຍ ຈາກບັນຍາກາດ ອາ ຫານການກິນ ຂອງ ໝູ່ບ້ານ ອອກສູ່ຖະໜົນ ມີການປະສົມປະສານ ຢ່າງກົມກຽວ. ຕົວຢ່າງ: ແບັ໋ງກວັນ ກິນກັບ ຈ໊າ “ເກ໋ວ”, ເຂົ້າຕົ້ມ, ແບັ໋ງໄຢ່ ກິນກັບ ຢໍ່ “ລົ້ວ”... ກິ່ນ ແລະ ລົດຊາດທັງໝົດນັ້ນ ເໝືອນ ວ່າ ເຂັ້ມຂົ້ນໄປດ້ວຍ ວັດທະນະທຳ ຊົນນະບົດ ຫວຽດນາມ ແລະ ເຮັດໃຫ້ລາຍການອາຫານ ມີຊີວິດຊີວາ”.

ຢ່າງໄປຮອບໜຶ່ງ ເພື່ອຊອກຫາອາຫານແຊບ ຢູ່ຄຸ້ມເມືອງເກົ່າ ຮ່າ ໂນ້ຍ, ນັກຊິມ ຈະຫາໄດ້ງ່າຍ ທີ່ຢູ່ ຮ້ານອາຫານແຊບ ແລະ ສ້າງ ຄວາມປະທັບໃຈ ໃຫ້ກັບທຸກຄວາມຮູ້ສຶກ. ບໍ່ແມ່ນໂດຍບັງເອີນ, ບັນ ດາລາຍການອາຫານແຊບ ຂອງ ຮ່າໂນ້ຍ ຕ່າງກໍໄດ້ຮັບການ ເຊີດຊູ ຈາກສາກົນ. ເຝີ ຮ່າໂນ້ຍ ຖືກຄັດເລືອກ ໃນອັນດັບ 28/50 ໃນບັນຊີ ລາຍຊື່ ລາຍການອາຫານແຊບ ທີ່ສຸດໂລກ ຂອງ CNN; ເຂົ້າປຸ້ນຊີ້ນ ປີ້ງ ເປັນໜຶ່ງໃນ 10 ລາຍການອາຫານ ຢູ່ຕາມຖະໜົນ ທີ່ແຊບທີ່ສຸດ ຂອງ ນັກທ່ອງທ່ຽວ ໃນວາລະສານ National Geographic; ເຂົ້າປຸ້ນ ແກງກະປູ ໄດ້ປຶ້ມຄູ່ມືນໍາທ່ຽວ Traveller ຂອງ ກຸ່ມບໍລິສັດສື່ມວນຊົນ Fairfax Media, ອົດສະຕຣາລີ ຄັດເລືອກ ໃຫ້ເປັນໜຶ່ງ ໃນລາຍການ ອາຫານ 21 ເຍື່ອງແຊບທີ່ສຸດໂລກ; ຈ໊າເຣືອຍ (ເຣືອຍ ເປັນປະເພດ ສິນທະເລ ທີ່ອຸດົມໄປດ້ວຍ ທາດບຳລຸງ) ເຄີຍໄດ້ກຸ່ມບໍລິສັດ AFP ແນະນໍາ ເປັນໜຶ່ງໃນບັນດາລາຍ ການອາຫານພິເສດ ຂອງ ຮ່າໂນ້ຍ ຊຶ່ງໄດ້ຮັບຄວາມນິຍົມໃນລະດູໜາວ. ສິ່ງດັ່ງກ່າວຢືນຢັນຄຸນຄ່າ ວັດ ທະນະທຳ ຂອງ ອາຫານການກິນ ຮ່າໂນ້ຍ ເທິງແຜນທີ່ ທ່ອງທ່ຽວ ສາກົນ.

ປີ 2016, ອະດີດ ປະທານາທິບໍດີ ສ ອາເມລິກາ ທ່ານ Barack Obama ພ້ອມກັບມື້ລາງ ພໍ່ຄົວທີ່ມີຊື່ສຽງ ທ່ານ Anthony Bourdain ຮັບປະທານອາຫານ ເຂົ້າປຸ້ນຊີ້ນປີ້ງ ຢູ່ຄຸ້ມຖະໜົນ ເລວັນຮືວ; ລາຊະ ກຸມມານ ອັງກິດ William ນັ່ງຈິບກາ ເຟຢູ່ຄຸ້ມ ຖະໜົນເກົ່າ ຫຼື ອະ ດີດ ປະທານາທິບໍດີ ຝຮັ່ງ ທ່ານ Francois Hollande ດື່ມກາເຟ ຢູ່ຖະໜົນ ໝ໊າໄມ ໃນ ປີ 2016; ປີ 2018, ປະທານາທິບໍດີ ສ ເກົາຫຼີ ທ່ານ Moon Jae-in ແລະ ພັນລະຍາ ຮັບປະທານ ເຝີງົວ ຢູ່ຮ້ານ ອາຫານແຫ່ງໜຶ່ງ ໃນຮ່າໂນ້ຍ; ໃນເດືອນ ກຸມພາ 2019, ປະທານາ ທິບໍດີ ອາກຊັງຕີນ ທ່ານ Mauricio Macri ໄດ້ຈິບກາເຟຢູ່ຮ້ານຂາຍ ກາ ເຟຢູ່ແຄມ ທາງ... 

ບົດ: ບິກເວິນ - ພາບ: ແທງຢາງ, ແຄ໋ງລອງ, ເອກະສານ VNP - ແປໂດຍ: ບິກລຽນ
 
 
 

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top