ທ່ານ ຫວໍເຕິນແທງ ຮອງປະທານ VCCI ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN)
ປີ 2018, ວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ສ.ເຊັກໂກ ບັນລຸໄດ້ເກືອບ 300 ລ້ານ USD. ຫວຽດນາມ ສົ່ງອອກໄປຍັງ ເຊັກໂກ ສ່ວນຫຼາຍແມ່ນບັນດາຜະລິດຕະພັນຄື: ໂທລະສັບມືຖື ແລະ ເຄື່ອງອາໄຫຼ່, ເກີບ, ສິນໃນນ້ຳ, ເຄື່ອງຕ່ຳແຜ່ນຕັດຫຍິບ... ໃນຂະນະນັ້ນ ສ.ເຊັກໂກ ສົ່ງອອກມາຍັງ ຫວຽດນາມ ແມ່ນບັນດາປະເພດສິນຄ້າຄື: ສານເຄມີ, ເຄື່ອງຈັກ, ອຸປະກອນ, ການຢາ... ຫວຽດນາມ ມີຄວາມປາດຖະໜາ ຢາກຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືດ້ານການຄ້າ, ການລົງທຶນສອງຝ່າຍໃຫ້ຫຼາຍກ່ວານີ້ອີກເພື່ອ ມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າໃຫ້ຂຶ້ນເຖິງ 1 ຕື້ USD.
ບັນດາວິສາຫະກິດ ເຊັກໂກຖືວ່າ ການຍູ້ແຮງການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ເຊັກໂກ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງສອງປະເທດເທົ່ານັ້ນ ແຕ່ຍັງປະກອບສ່ວນເຂົ້າໃນການສ້າງຂົວເຊື່ອມຕໍ່ການຮ່ວມມືລະຫວ່າງສອງພາກພື້ນເສດຖະກິດສຳຄັນແມ່ນ ອາຊຽນ ແລະ EU ໃນໄລຍະຈະມາເຖິງ ອີກດ້ວຍ.
(ແຫຼ່ງຄັດຈາກ VOV)