• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສີສັນ ອີຕີ

ມາຍັງ ອີຕີ (ເມືອງ ບາດຊາດ, ລາວກາຍ) ໃນເດືອນ ພຶດສະພາ, ພວກຂ້າພະເຈົ້າ ຖືກຜິດນັດກັບ “ທະເລເມກ” ທີ່ສວຍງາມ, ແຕ່ໄດ້ເຫັນກັບຕາຄວາມສວຍສົດງົດງາມຂອງນາຂັ້ນໄດຫຼາຍຕອນໃນລະດູເປັ່ງນຳ້ເຂົ້າທົ່ງນາ.
ອີຕີ ແມ່ນຕາແສງແຫ່ງໜຶ່ງນອນເທິງລະດັບຄວາມສູງ 2.000 ແມັດທຽບກັບລະດັບນຳ້ທະເລ. ພວກຂ້າພະເຈົ້າເລີ່ມການເດີນທາງແຕ່ນະຄອນ ລາວກາຍ ເຖິງ ບາດຊາດ-ຈິງເຕື່ອງ-ລຸງໂບ-ອາມູສູງ-ອາລູ່-ຫງາຍເທົ່າ-ອີຕີ-ເຢັນສາງ-ເມືອງຫູມ-ຕາຢາງຟິ່ງ ຈຶ່ງມາຮອດເຂດນາຂັ້ນໄດ ທຽນຊິງ ທີ່ກວ້າງໃຫຍ່ໄພສານ ແລະ ສວຍສົດງົດງາມແບບມະຫັດສະຈັນ. 

ທົ່ງນາຂັ້ນໄດ ອາລູ່ ເຕັມໄປດ້ວຍແສງສະຫວ່າງມະຍິບມະຍັບ. ພາບ: ຫງວຽນຖັ່ງ


ທົ່ງນາຂັ້ນໄດ ອີຕີ ໃນລະດູເປັ່ງນຳ້ເຂົ້າທົ່ງນາ. ພາບ: ຮວ່າງຮ່າ


ນາຂັ້ນໄດຫຼາຍຕອນຢູ່ ອາລູ່ ກຳລັງຖ້ານຳ້ມາເພື່ອຮັບໃຊ້ໃຫ້
ລະດູການໃໝ່. ພາບ: ຈ້ອງຈິງ



ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ ອີຕີ ເອົານຳ້ມາທົ່ງນາ ດ້ວຍທໍ່ຢາງ. ພາບ: ຈ້ອງຈິງ


ຄວາມສວຍສົດງົດງາມຂອງນາຫຼາຍຕອນຢູ່ ອາລູ່. ພາບ: ຫງວຽນຖັ໋ງ


ນາຂັ້ນໄດຫຼາຍຕອນຢູ່ ອີຕີ. ພາບ: ຫງວຽນຖັ໋ງ


ຄວາມສວຍສົດງົດງາມເໝືອນດັງຮູບແຕ້ມແຜ່ນໜຶ່ງຂອງ
ນາຂັ້ນໄດຫຼາຍຕອນຢູ່ ທຽນຊິງ. ພາບ: ຫງວຽນຖັ໋ງ



ຍ້ອນທົ່ງນາຂັ້ນໄດຢູ່ ອີຕີ ແຄບໄປຕາມລວງຂວາງ, ຍາກທີ່ຈະໄຖນາດ້ວຍຈັກໄດ້,
ສະນັ້ນ ວິທີການໄຖນາ ຍັງໄດ້ພໍ່ແມ່
ປະຊາຊົນຢູ່ທີນີ້ ປະຕິບັດຕາມແບບມູນເຊື້ອ. ພາບ: ຫງວຽນຖັ໋ງ



ຫຼັງຈາກບັນດາທົ່ງນາເຕັມດ້ວຍນຳ້ແລ້ວ, ພໍ່ແມ່ປະຊາຊົນ
ເຂດພູສູງ ອີຕີ ເລີ່ມການໄຖນາ. ພາບ: ຮວ່າງຮ່າ



ໃນລະດູເປັ່ງນຳ້ເຂົ້າທົ່ງນາ, ຊາວກະສິກອນຫຼາຍຄອບຄົວ
ຢູ່ ອີຕີ ພາກັນມາເຮັດວຽກເທິງທົ່ງນາຂັ້ນໄດ. ພາບ: ຫວຽດເກື່ອງ



ພໍ່ແມ່ປະຊາຊົນເຜົ່າ ຮ່າຍີ່ ຢູ່ບ້ານ ລາວຈາຍ 1 ໄດ້ນຳໃຊ້ຫີນ ຈັດເປັນຄັນນາເພື່ອແບ່ງເນື້ອທີ່ນາຂັ້ນໄດ. ພາບ: ທົງທ້ຽນ


ບັນຍາກາດທີ່ຟົດຟື້ນເທິງທົ່ງນາຂັ້ນໄດ ອາລູ່. ພາບ: ຈ້ອງຈິງ


ຫຼັງຈາກບັນດາທົ່ງນາເຕັມດ້ວຍນຳ້ແລ້ວ, ພໍ່ແມ່ປະຊາຊົນ
ເຂດພູສູງ ອີຕີ ເລີ່ມການດຳນາ. ພາບ: ຫງວຽນຖັ໋ງ



ພໍ່ແມ່ປະຊາຊົນເຂດພູສູງ ອີຕີ ຍັງຮັກສາວິທີແລກແຮງງານ
ໃນການດຳນາ. ພາບ: ຈ້ອງຈິງ



ນ້ອງນ້ອຍຫຼາຍຄົນໄປຫຼົກກ້າຊ່ວຍຄອບຄົວຢູ່ ອາລູ່. ພາບ: ຈ້ອງຈິງ

ພວກຂ້າພະເຈົ້າໄດ້ແວ່ເຂົ້າມາຢາມບ້ານ ຟານການສື, ໂຮ່ງຫງ່າຍ, ລາວຈາຍ, ຊິມຊານ... ທີ່ນີ້ ພວກຂ້າພະເຈົ້າໄດ້ຮັບຊົມບັນດາຮີດຄອງປະເພນີ ວັດທະນະທຳ ທີ່ໜ້າຈັບໃຈຂອງພໍ່ແມ່ປະຊາຊົນບັນດາເຜົ່າ ຮ່າຍີ່, ມົ້ງ, ຢາວ ແລະ ໄຢ. ແຕ່ລະຊົນເຜົ່າ ມີລັກສະນະສະເພາະໃນການດຳລົງຊີວິດ ຂອງຕົນ, ສ້າງເປັນຮູບແຕ້ມແຜ່ນໜຶ່ງເຕັມໄປດ້ວຍ ສີສັນວັດທະນະທຳຂອງ “ແຜ່ນດິນເທວະດາ” ອີຕີ.
 
ພິເສດ, ພວກຂ້າພະເຈົ້າໄດ້ພົບເຫັນເຮືອນ ຈິ່ງເຕື່ອງ ຂອງຊາວ ຮ່າຍີ່. ເຮືອນແບບນີ້ ໄດ້ກໍ່ດ້ວຍດິນດາກ, ອົບອຸ່ນໃນລະດູໜາວ ແລະ ເຢັນສະບາຍໃນລະດູຮ້ອນ. ນີ້ກໍ່ແມ່ນລັກສະນະພິເສດ ສະເພາະຂອງ ອີຕີ.​ ເມື່ອເຫັນເຮືອນ ຈິ່ງເຕື່ອງ ຫຼາຍຫຼັງນອນຢູ່ຂ້າງທ່ົງນາຂັ້ນໄດ, ພວກຂ້າພະເຈົ້າຮູ້ສຶກຄືກຳລັງຊົມເປິ່ງຮູບແຕ້ມແຜ່ນໜຶ່ງທີ່ສວຍສົດງົດງາມເໝືອນດັ່ງມະຫັດສະຈັນ.ອາດຈະແມ່ນຍ້ອນແນວນັ້ນ, ຫຼາຍຄົນຈຶ່ງຫວັງຈະໄດ້ມາ ທ່ຽວຊົມ “ແຜ່ນດິນແຫ່ງເມກໝອກ” ເທື່ອໜຶ່ງ.


ປະຊາຊົນຂົນສົ່ງກ້າລົງທົ່ງນາຂັ້ນໄດດ້ວຍກະສອບ. ພາບ: ຫວຽດເກື່ອງ


ຊາວເຜົ່າມົ້ງຄົນໜຶ່ງເປ້ກ້າລົງທົ່ງນາຂັ້ນໄດ. ພາບ: ທົງທ້ຽນ


ຊີວິດການເປັນຢູ່ ເທິງໄຮ່ຂອງຄອບຄົວຊາວເຜົ່າມົ້ງໜຶ່ງ ຢູ່ ອາລູ່. ພາບ: ຮວ່າງຮ່າ


ມາຍັງ ອີຕີ ໃນໄລຍະນີ້, ນອກຈາກທີ່ໄດ້ຊົມເບິ່ງຄວາມສວຍສົດງົດງາມຂອງທົ່ງນາຂັ້ນໄດ,
ນັກທ່ອງທ່ຽວຍັງໄດ້ຄົ້ນຫາ ຄວາມຈັບໃຈຂອງເຮືອນ ຈິ່ງເຕື່ອງ ອີກດ້ວຍ. ພາບ: ຫງວຽນຖັ໋ງ
ປະຕິບັດໂດຍ: ສະໂມສອນຖ່າຍພາບວິນາທິຄຳ/VNP

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top