• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຫວຽດນາມໄດ້ຮັບຮອງເອົາມະຕິຕົກລົງວ່າດ້ວຍແຜນພັດທະນາເສດຖະກິດ-ສັງຄົມປີ 2020

      ໃນຂອບເຂດກອງປະຊຸມ ສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມຊຸດທີ XIV, ຕອນເຊົ້າວັນທີ 11 ພະຈິກ, ໄດ້ລົງມະຕິຮັບຮອງເອົາມະຕິຕົກລົງວ່າດ້ວຍແຜນພັດທະນາເສດຖະກິດ-ສັງຄົມປີ 2020.
             ຜ່ານນັ້ນ, ຫວຽດນາມ ສູ້ຊົນບັນລຸໄດ້ລະດັບການເຕີບໂຕລວມຍອດຜະລິດຕະພັນພາຍໃນ (GDP) ປີ 2020 ປະມານ 6,8%, ໃນນັ້ນ, ຮັບປະກັນ ລະຫວ່າງເປົ້າໝາຍການເຕີບໂຕແລະຄວບຄຸມອັດຕາເງິນເຟີ້ ຢ່າງກົມກຽວ, ຮັບປະກັນຄວາມດຸ່ນດ່ຽງໃຫ່ຍຂອງພື້ນຖານເສດຖະກິດ, ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກແລະແກ້ໄຂບັນດາບັນຫາສັງຄົມ.

 (ພາບປະກອບ: quochoi.vn)
      ຈາກນັ້ນ, ສະພາແຫ່ງຊາດຫວຽດນາມໄດ້ຮັບຟັງບົດອະພິປາຍແລະບົດລາຍງານການກວດກາໂຄງການກົດໝາຍວ່າດ້ວຍການລົງທຶນດ້ວຍຮູບການຄູ່ຮ່ວມມືລະຫວ່າງພາກລັດແລະເອກະຊົນ (PPP). ທ່ານຫງວຽນຈີຢຸ໊ງລັດຖະມົນຕີກະຊວງແຜນການແລະການລົງທຶນຫວຽດນາມໃຫ້ຮູ້ວ່າ:
            “ການສ້າງກົດໝາຍດ້ວຍຄຸນຄ່ານິຕິກຳສູງ ດັດປັບການເຄື່ອນໄຫວການລົງທຶນ PPP. ຮັບປະກັນຂໍ້ກຳນົດຂອງກົດໝາຍໃຫ້ສອດຄ່ອງກັບ ບັນດາຄຳໝັ້ນສັນຍາສາກົນກ່ຽວກັບການລົງທຶນ, ການຄ້າ; ເຄົາລົບຫຼັກການເສດຖະກິດຕະຫຼາດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ, ລັດແລະນັກລົງທຶນນີ້ແມ່ນສິ່ງສຳຄັນ. ສ້າງຕັ້ງກົນໄກການປະຕິບັດໂຄງການ, ຄັດເລືອກນັກລົງທຶນແກ່ງແຍ້ງແຂ່ງຂັນ, ເປີດເຜີຍ, ໂປງໃສ, ມີປະສິດທິຜົນ, ງ່າຍດາຍ. ດຶງດູດໃຫ້ຫຼາຍທີ່ສຸດແລະນຳໃຊ້ແຫຼ່ງກຳລັງຂອງພາກເອກະຊົນຢ່າງມີປະສິດທິຜົນກໍ່ຄືບັນດາແຫຼ່ງກຳລັງຂອງ ລັດ ໃນໂຄງການ PPP, ສ້າງກຳລັງແຮງໃໝ່ໃນການຊຸກຍູ້ເສດຖະກິດ, ສັງຄົມຂອງ ປະເທດຊາດ
        ຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດຫວຽດນາມໄດ້ຮັບຟັງບົດອະພິປາຍແລະບົດລາຍງານການກວດກາຮ່າງກົດໝາຍສະບັບປັບປຸງ, ເພີ່ມຕື່ມບາງມາດຕາຂອງກົດໝາຍວ່າດ້ວຍການກໍ່ສ້າງ; ຮ່າງກົດໝາຍສະບັບປັບປຸງ, ເພີ່ມຕື່ມບາງມາດຕາຂອງກົດໝາຍວ່າດ້ວຍການສະກັດກັັ້ນ, ຕ້ານໄພທຳມະຊາດ ແລະ ກົດໝາຍວ່າດ້ວຍລະບົບຄັນຄູ./.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top