• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ລົງພື້ນທ່ີລະບາດ ຕ້ອນຮັບ ປະຊາຊົນ

ໃນສະພາບການແຜ່ລະບາດ ໂຄວິດ-19 ກຳລັງ ລະເບີດຂຶ້ນຢ່າງຮຸນແຮງ ໃນທົ່ວໂລກ, ໂດຍປະຕິບັດຕາມຄຳ ຊີ້ນຳ ນຳພາ ຂອງ ນາຍົກລັດ ຖະມົນຕີ, ບັນດາອົງການທີ່ກ່ຽວຂ້ອງ ໄດ້ສ້າງແຜນການ ນຳພົນລະ ເມືອງ ຫວຽດນາມ ທີ່ກຳລັງໃຊ້ຊີວິດ ແລະ ເຮັດວຽກ ຢູ່ຕ່າງປະເທດ ຜູ້ມີຄວາມຕ້ອງການກັບຄືນປະເທດ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ຈັດຕັ້ງກວ່າ 100 ຖ້ຽວບິນ, ນຳພົນລະເມືອງ ກວ່າ 26.000 ຄົນ ຈາກ 50 ປະເທດ ແລະ ເຂດແຄ້ວນ ກັບຄືນປະເທດ ດ້ວຍຄວາມປອດໄພ. ເບື້ອງຫຼັງ ການເດີນທາງກັບຄືນບ້ານເກີດ ແຕ່ລະຄັ້ງ ທີ່ເຕັມໄປດ້ວຍຄວາມຮູ້ສຶກນັ້ນ ແມ່ນ ນຳ້ໃຈປົກປ້ອງ ພົນລະເມືອງ ຫວຽດນາມ ທຸກຄົນ ໃນເວລາ ປະສົບກັບເຄາະຮ້າຍ, ເປັນຄວາມຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດັ່ງຄໍາເວົ້າທີ່ວ່າ “ພີ່ນ້ອງຮ່ວມຊາດ”. 
ກວ່າ 100 ຖ້ຽວບິນພິເສດສຸດ

ວັນທີ 25 ມັງກອນ 2020, ພຽງ 3 ວັນ ຫຼັງກໍລະນີຕິດເຊື້ອໂຄວິດ-19  ລາຍທຳອິດໃນໂລກ ໄດ້ຄົ້ນພົບ, ນາຍົກລັດຖະມົນຕີ ໄດ້ເປັນເຈົ້າພາບ ການປະຊຸມ ປະຈຳລັດຖະບານ ຊີີ້ນຳບັນດາອົງການຈັດຕັ້ງ ເປັນເຈົ້າການຜັນຂະຫຍາຍວຽກງານປົກປ້ອງ ພົນລະເມືອງ ຢູ່ ບັນດາປະເທດ ແລະ ເຂດແຄ້ວນ ທ່ີໄດ້ຮັບຜົນກະທົບ ຈາກການລະບາດ. ກະຊວງການຕ່າງປະເທດ ເປັນໜ່ວຍງານນຳໜ້າ ໃນການປະຕິບັດໜ້າທີ່ນີ້ ເພາະສະ ນັ້ນທ່ານ ໂຕແອງຢຸ້ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຖືວຽກງານດັ່ງກ່າວ ບໍ່ພຽງແຕ່ ເປັນໜ້າທີ່ການເມືອງເທົ່ານັ້ນ, ແຕ່ຍັງເປັນ “ຄຳສັ່ງຈາກຫົວໃຈ” ອີກດ້ວຍ.

ໃນໄລຍະ 8 ເດືອນຜ່ານມາ, ຫວຽດນາມ ໄດ້ພະຍາຍາມຕໍ່ສູ້ ຕ້ານການລະບາດ ຢູ່ພາຍໃນປະເທດ, ທັງຮັບຟັງຄວາມມຸ່ງຫວັງ ຂອງ ພົນລະເມືອງ ຫວຽດນາມ ທີ່ກຳລັງໃຊ້ຊີວິດ ຢູ່ຕ່າງປະເທດ. ບັນດາອົງ ການທີ່ກ່ຽວຂ້ອງ ໄດ້ດຳເນີນປະຕິບັດຢ່າງຄົບຊຸດ, ເປັນເຈົ້າການ, ຕັ້ງໜ້າ ແລະ ຮອບດ້ານ ວຽກງານປົກປ້ອງພົນລະເມືອງ ດ້ວຍຄວາມຕັດສິນໃຈ “ບໍ່ມີໃຜຖືກປະໄວ້ຢູ່ເບື້ອງຫຼັງ”, ໃນສະພາບການລະບາດ ຈົນຕ້ອງປິດປະເທດ ໃນຫຼາຍໆ ປະເທດ.

ການລະບາດ ໂຄວິດ-19  ກຳລັງແຜ່ລາມໄປເຖິງທຸກມູມໂລກ. ໂດຍເຂົ້າໃຈເຖິງຄວາມຮູ້ສຶກ ແລະ ຄວາມມຸ້ງຫວັງ  ໄດ້ກັບຄືນບ້ານເກີດ ຂອງ ພີ່ນອງຊາວ ຫວຽດນາມ, ໃນການປະຊຸມ ຂອງ ຄະນະ ຊີ້ນຳແຫ່ງຊາດ ກ່ຽວກັບ ການປ້ອງກັນ ແລະ ຕ້ານການລະບາດ ຂອງ ໂຄວິດ-19 ຊຶ່ງໄດ້ຈັດຂຶ້ນ ໃນວັນທີ 18 ມີນາ, ທ່ານ ຫວູ໋ດຶກດາມ ຮອງນາຍົກລັດຖະ ມົນຕີ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ: “ຊາວ ຫວຽດນາມ ຢູ່ຕ່າງປະເທດ ໃນກໍລະນີ ຈຳເປັນຕ້ອງ ກັບຄືນປະເທດ, ເຖິງວ່າ ຍັງປະສົບກັບຄວາມຫຍຸ້ງຍາກນາໆ ປະການ, ແຕ່ພັກ, ລັດ ແລະ ປະຊາຊົນ ພາຍໃນປະ ເທດ ຍາມໃດກໍມີຄວາມມານະພະຍາຍາມຢ່າງສຸດຂີດ, ປະຕິບັດ ບັນ ດາມາດຕະການ ທີ່ຈຳເປັນ ເພື່ອຊ່ວຍເຫຼືອໃຫ້ດີທີ່ສຸດ. ນັ້ນແມ່ນຄວາມຮັກຕໍ່ ພີ່ນ້ອງຮ່ວມຊາດ!”.



ນັບຕັ້ງແຕ່ວັນທີ 10 ກຸມພາ 2020, ໂດຍປະຕິບັດໜ້າທີ່  ລັດຖະບານມອບໝາຍໃຫ້ ແລະ ຄວາມຮັບຜິດຊອບ ຂອງ ບໍລິສັດການບິນແຫ່ງຊາດ, Vietnam Airlines ໄດ້ຈັດຖ້ຽວບິນ
ຮັບ ພົນລະເມືອງ ຫວຽດນາມ ກັບຄືນປະເທດ ຈາກນະຄອນ ອູ່ຫັນ ຊຶ່ງເປັນ ຈຸດໃຈກາງຂອງ ການລະບາດໂຄວິດ-19. ພາບ: ຫວຽດລິງ



ວັນທີ 28 ກໍລະກົດ, ພະນັກງານ 19 ຄົນ ປະຈຳຖ້ຽວບິນ ລວມ ມີ: ນັກບິນ 5 ຄົນ, ສະຈວດ 8 ຄົນ, ພະນັກງານເຕັກນິກ ໜ້າດິນ 2 ຄົນ, ທ່ານໝໍ 2 ຄົນ ແລະ ພະຍາບານ 2 ຄົນ ເທິງ ເຮືອບິນ Airbus 350
ຂອງ ບໍລິສັດການບິນແຫ່ງຊາດ ຫວຽດນາມ ກຽມບິນ ອອກຈາກ ຮ່າໂນ້ຍ ໄປຍັງ ກີເນ ເອກົວຕໍຣີອານ ຮັບ ພົນລະເມືອງ ຫວຽດນາມ ກັບຄືນປະເທດ, ໃນນັ້ນມີຫຼາຍຄົນ
ສົງໄສຕິດເຊື້ອພະຍາດ ໂຄວິດ-19. ພາບ: ຫວຽດລິງ

 

ຫ້ອງ ແຮງດັນບວກ ຢູ່ຫ້ອງຂົນສົ່ງຜູ້ໂດຍສານ ທີ່ສົງໄສ ຕິດ ເຊື້ອ ພະຍາດ ໂຄວິດ-19 ໃນຖ້ຽວບິນ “ຊ່ວຍເຫຼືອ” ພົນລະເມືອງ ຫວຽດນາມ ຈາກ ກີເນ ເອກົວຕໍຣີອານ ກັບຄືນປະເທດ. ພາບ: ຫວຽດລິງ


ບັນດາຖ້ຽວບິນ ຊ່ວຍເຫຼືອພົນລະເມືອງ ກັບຄືນປະເທດ ຕ່າງ ກໍ ໄດ້ ຕິດຕັ້ງສາກກັ້ນ ດ້ວຍປຼາສຕິກອ່ອນ, ມີເຄື່ອງກັ່ນຕອງອາກາດ ຢູ່ ແຕ່ລະຫ້ອງ, ແພປຽກມີເຫຼົ້າ 70,
ຖົງເກັບຂີ້ເຫຍື້ອ 1 ຖົງ ແລະ ໜັງສືແນະນຳ ຜູ້ໂດຍສານ ເທິງເຮືອບິນ. ພາບ: ຫວຽດລິງ



ສະຖານທູດ ຫວຽດນາມ ປະຈໍາ ອາຟຣິກາໃຕ້ ສະໜອງສິ່ງທີ່ ຈຳເປັນ ໃນຊີວິດປະຈຳວັນ ໄດ້ຊ່ວຍເຫຼືອໂດຍກົງ ຂັ້ນຕອນ ເຮັດລະບຽບການຕ່າງໆ ຢູ່ສະໜາມບິນ
ເພື່ອໃຫ້ພົນລະເມືອງ ຂອງຕົນ ໄດ້ຂຶ້ນເຮືອບິນກັບຄືນປະເທດ. ພາບ: ຟີຮຸ່ງ



ສະຖານທູດ ຫວຽດນາມ ປະຈໍາ ໂມຊໍາບິກ ແນະນໍາລະບຽບ ການ ໃຫ້ແກ່ພົນລະເມືອງ ຫວຽດນາມ ກ່ອນຖ້ຽວບິນກັບຄືນ ປະ ເທດ. ພາບ: ຟີຮຸ່ງ


ສະຖານທູດ ຫວຽດນາມ ປະຈໍາ ສ ລັດເຊຍ ຊ່ວຍອຸປະກອນ ປ້ອງກັນການລະບາດ ໃຫ້ພົນລະເມືອງ ຂອງຕົນ ກ່ອນກັບຄືນ ປະເທດ. ພາບ: ເຈິ່ນຮ໋ຽວ


ຖ້ຽວບິນ ທຳອິດ ຮັບຊາວ ຫວຽດນາມ ຈາກ ໄຊປຣັດ ແລະ ອາຣັບບີ ຊາອຸດິດ ກັບຄືນປະເທດ. ພາບ: Vietnam Airlines


ສະຖານທູດ ຫວຽດນາມ ປະຈໍາ ສ ອາເມລິການ ແລະ ບໍລິສັດ ການບິນແຫ່ງຊາດ ຫວຽດນາມ ໄດ້ປະສານສົມທົບ ກັບບັນດາ ອົງການ ທີ່ ກ່ຽວຂ້ອງ ຂອງ ສ ອາເມລິກາ
ນຳພົນລະເມືອງ ຫວຽດນາມ ກວ່າ 340 ຄົນ ກັບຄືນປະເທດ ດ້ວຍຄວາມປອດໄພ. ພາບ: Vietnam Airlines



ຄວາມດີໃຈ ຂອງ ພົນລະເມືອງ ຫວຽດນາມ 129 ຄົນຈາກ ກີເນ ເອກົວຕໍຣີອານ ເມື່ອເຮືອບິນ ລົງຈອດ ທ່ີສະໜາມບິນ ໂນ້ຍບ່າຍ. ພາບ: Vietnam Airlines


ບັນດາອົງການທີ່ກ່ຽວຂ້ອງ ຂອງ ຫວຽດນາມ ແນະນໍາໃຫ້ ພົນ ລະເມືອງ ຈາກ ກີເນ ເອກົວຕໍຣີອານ ມາເຂດກັກກັນ ທີ່ ໂຮງໝໍ ພະຍາດ ເຂດຮ້ອນສູນກາງເລກ 2 (ເມືອງ ດົງແອງ, ຮ່າໂນ້ຍ). ພາບ: VNA

“ຂ້າພະເຈົ້າຈະໄດ້ນອນຫຼັບ ເມື່ອພີ່ນ້ອງຮ່ວມຊາດ ຂອງ ຂ້າພະເຈົ້າໄດ້ລົງຈອດດ້ວຍຄວາມປອດໄພ”, ນັ້ນແມ່ນຄວາມໃນໃຈ ຂອງ ທ່ານ ຟ້າມແຊງເຈົາ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ອິນເດຍ ຍ້ອນແຜນການນຳພົນລະເມືອງ ຫວຽດນາມ ກັບຄືນປະເທດ ປະສົບກັບຄວາມຫຍຸ້ງຍາກນາໆ ປະການ. ສ້າງແຜນການ ແຕ່ວັນທີ 22 ມີນາ, ແຕ່ສອງເດືອນ ບໍ່ສາມາດຫາວິທີ ເຄື່ອນຍ້າຍພົນລະເມືອງ ຂອງ ຕົນຈາກບັນດາທ້ອງຖິ່ນ ມາຍັງນະຄອນຫຼວງ New Delhi ເພື່ອກັບຄືນ ຫວຽດນາມ. ແຕ່່ດ້ວຍຄວາມພະຍາຍາມຢ່າງບໍ່ຮູ້ອິດເມື່ອຍ ແລະ ການຕັດສິນໃຈບໍ່ປະກາງຄັນ ຂອງ ທ່ານ ຟ້າມແຊງເຈົາ ກໍຄື ພະນັກງານການທູດ ຫວຽດນາມ ປະຈຳ ສ ອິນເດຍ, ຖ້ຽວບິນນໍາພົນລະເມືອງ ຈາກໜຶ່ງໃນບັນດາໃຈກາງການລະບາດ ໄດ້ປະສົບຜົນສຳເລັດຢ່າງຈົບງາມ.

ສ່ວນຢູ່ ຍີ່ປຸ່ນ ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະ ຈຳ ຍີ່ປຸ່ນ ໄດ້ໃຫ້ຮູ້ວ່າ ວຽກງານ ຂອງ ພະນັກງານສະຖານທູດ ໃນໄລ ຍະຜ່ານມາ ແມ່ນມີຄວາມຫຍຸ້ງຍາກ ແລະ ເຄັ່ງຕຶງທີ່ສຸດ. ພະນັກງານ ຍາມໂທລະສັບ ປົກປ້ອງພົນລະເມືອງ ມີໜ້າ 24 ຊົ່ວໂມງ/ສັບປະດາ. ແຕ່ການໂອ້ລົມ, ອີເມລ ໃຫ້ຄຳຕອບ ແກ່ພົນລະເມືອງໃນແຕ່ລະຄັ້ງ ຕ່າງກໍມີຄວາມໝາຍທີ່ລຳ້ຄ່າ, ຊ່ວຍໃຫ້ຊາວ ຫວຽດນາມ ທີ່ໄກຈາກບ້ານເກີດມີຄວາມຮູ້ສຶກອຸ່ນອຽນໃຈຍິ່ງຂຶ້ນ.

ຕໍ່ໜ້າສະຖານະການ ການແຜ່ລະບາດ ໂຄວິດ-19 ກໍາລັງຜັນແປໄປຢ່າງສັບສົນ, ທີ່ ສ ອາເມລິກາ, ທ່ານ ຮ່າກິມຫງອກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ອາເມລິກາ ໄດ້ເຂົ້າຮ່ວມລາຍການ ແລກປ່ຽນ ທາງໄກ ລະຫວ່າງ ບັນດາສຳນັກງານຜູ້້ຕາງໜ້າ ຫວຽດນາມ, ສະມາຄົມຊາວໜຸ່ມ ນັກສຶກສາ ຫວຽດນາມ ປະຈຳ ສ ອາເມລິກາ ກ່ຽວກັບສະຖານະການແຜ່ລະບາດ ແລະ ບັນດາມາດຕະການ ຊ່ວຍເຫຼືອພົນລະເມືອງ ແລະ ນັກສຶກສາ ຫວຽດນາມ ຢູ່ ສ ອາເມລິກາ. ມາຮອດປັດຈຸບັນ, ສະຖານທູດ ແລະ ບັນດາສຳນັກງານຜູ້ຕາງໜ້າ ປະຈຳ ສ ອາເມລິກາ ໄດ້ຮັບໃບລົງທະບຽນ ຈຸດປະສົງກັບປະເທດ ເກືອບ 1000 ສະບັບ ແລະ ໄດ້ສົ່ງເຖິງ ບັນດາອົງການຢູ່ພາຍໃນປະເທດ ເພື່ອການພິຈະລະນາ ແລະ ແກ້ໄຂ.

ບັນດາຜົນສຳເລັດທີ່ບັນລຸໄດ້ ໃນການຕໍ່ສູ້ ສະກັດກັ້ນ ການແຜ່ລະບາດ ໂຄວິດ-19 ທີ່ ຫວຽດນາມ, ໃນນັ້ນມີບົດບາດ ຂອງ ວຽກງານປົກປ້ອງພົນລະເມືອງ ໄດ້ຮັບການຮັບຮອງ, ຕີລາຄາສູງ ຈາກຫາງສຽງສາກົນ. ແບ່ງປັນ ກ່ຽວກັບ ບັນຫານີ້, ທ່ານນາງ Grete Lochen ເອກອັກຄະລັດ ຖະທູດ ນອກແວ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ທ່ານນາງ ມີຄວາມຮູ້ສຶກ “ສຸດທີ່ເປັນ ກຳລັງໃຈ” ເມື່ອກະຊວງການຕ່າງປະເທດ ຫວຽດນາມ ໄດ້ ເປັນເຈົ້າການ ໃນວຽກງານການທູດ ເພື່ອປົກປ້ອງ ຊາວ ຫວຽດນາມ ນັບຫຼາຍລ້ານຄົນ ທີ່ກຳລັງໃຊ້ຊີວິດ, ເຮັດວຽກ ແລະ ຮໍ່າຮຽນ ຢູ່ຕ່າງປະ ເທດ.


ຄວາມຮັກແພງຕໍ່ ພີ່ນ້ອງຮ່ວມຊາດ

ການນຳພົນລະເມືອງ ຫວຽດນາມ ຈາກຕ່າງປະເທດ ກັບຄືນປະເທດ ໄດ້ປະຕິບັດຢ່າງຄົບຊຸດ ນັບແຕ່ ຂອດແນະນຳ, ອຳນວຍຄວາມສະດວກ ເຮັດລະບຽບການ ຢູ່ ບັນດາປະເທດ, ຕ້ອນຮັບ ຢູ່ ສະໜາມບິນ ໃຫ້ຖືກ ຕ້ອງຕາມ ຂໍ້ກຳນົດ ຕະຫຼອດຮອດການເບິ່ງແຍງດູແລ, ກັກກັນ ຕ່າງກໍໄດ້ເປັນໄປ ຢ່າງຮອບຄອບ ເໝືອນດັ່ງຕ້ອນຮັບ “ພີ່ນ້ອງຮ່ວມສາຍເລືອດດຽວກັນ”. ຄວາມໂອບເອື້ອອາລີ ຂອງ ປະຊາຊົນ ຢູ່ພາຍໃນປະເທດ ໄດ້ ເຮັດໃຫ້ຊາວ ຫວຽດນາມ ແຕ່ລະຄົນ ມາແຕ່ທາງໄກ ມີຄວາມຮູ້ສຶກອົບອຸ່ນໃຈ. ນັກສຶກສາ ຫວຽດນາມ ກັບມາຈາກ ສ ອາເມລິກາ, ກໍລະນີຄົນເຈັບທີ 89 ໄດ້ກ່າວຄວາມຮູ້ສຶກໃນໃຈອອກມາວ່າ: “14 ວັນ ນອນປິ່ນປົວ ຢູ່ໂຮງໝໍ ເຄື່ອນທີ່ ພາກສະໜາມ ກູ່ຈີ ເປັນຊ່ວງເວລາທີ່ຍາກຈະຫຼົງລືມໄດ້ໃນຊີວິດ ຍ້ອນຂ້າພະເຈົ້າ ໄດ້ຮັບຄວາມເອົາໃຈໃສ່ ຢ່າງຫຼວງຫຼາຍ ຈາກຖັນແຖວແພດໝໍ...”.

ນັບແຕ່ຕົ້ນປີ ມາຮອດປັດຈຸບັນ, ຫວຽດນາມ ໄດ້ຈັດສ້າງເຂດກັກກັນຫຼາຍເຂດ ດ້ວຍພື້ນຖານວັດຖຸ ແລະ ການເບິ່ງແຍງດູແລດ້ານ ສາທາລະ ນະສຸກ ໃຫ້ດີທີ່ສຸດ ໃນຄວາມສາມາດ ຢູ່ບັນດາແຂວງ, ນະຄອນ ເພື່ອຕ້ອນຮັບ ພີ່ນ້ອງຮ່ວມຊາດ ກັບຄືນບ້ານເກີດ. ທ່ານ ເຈິ່ນແທ່ງ ຈາກ ເອີຮົບ ກັບມາ ຫວຽດນາມ ເພື່ອຫຼີກການລະບາດ ໂຄວິດ-19 ໃນຖ້ຽວບິນສຸດທ້າຍ ກ່ອນ EU ປິດຊາຍແດນ. ທ່ານ ແທ່ງ ໄດ້ສະແດງຄວາມຮູ້ສຶກວ່າ ຕົວເອງມີຄວາມສຸກຫຼາຍ ເມື່ອໄດ້ກັບຄືນບ້ານເກີດ ແລະ ຝາກຄຳ “ສະແດງຄວາມຂອບອົກຂອບໃຈ ຕໍ່ການອ້າແຂນຮັບ ຂອງ ປະເທດຊາດ”. ເລື່ອງລາວຂອງ ທ່ານ ແທ່ງໄດ້ຮັບການສັງເກດທີ່ດີ ແລະ ກົດ like, share ເປັນຈຳນວນຫຼວງຫຼາຍ ເທິງເຄືອຄ່າຍອິນເຕີເນັດ. ທ່ານ ແທ່ງ ໄດ້ເອີ້ນຖ້ຽວບິນ ຂອງຕົນ ແມ່ນ ຖ້ຽວບິນແຫ່ງມະນຸດສະທຳ ໃນເວລາມີຜູ້ໂດຍສານ ພຽງ 18 ຄົນ ເທິງເຄື່ອງບິນ ທ່ີມີ 300 ບ່ອນນັ່ງ, ແຕ່ ຍັງຄົງໄດ້ຮັບການບໍລິການ ຢ່າງຮອບຄອບ.



ພົ່ນຢາຂ້າເຊື້ອ ເຄື່ອງສໍາພະລະເດີນທາງ ທີ່ສະໜາມບິນ ເວິນ ໂດ່ນ ໃນຖ້ຽວບິນ ກູ້ຊີບ ພົນລະເມືອງ ຫວຽດນາມ ຈາກໃຈກາງ ການລະລາດ ຢູ່ ເມືອງ ອູ່ຫັ້ນ (ສປ ຈີນ) ກັບຄືນປະເທດ. ພາບ: ຫວຽດລິງ


ຕົວແບບ ທົດລອງ ຂອງ ພົນລະເມືອງ ທີ່ມາຈາກຕ່າງປະເທດ ໄດ້ ສົ່ງເຖິງ ບັນດາສູນກາງວິເຄາະ ດ້ວຍວິທີ RT-PCR. ພາບ: VNA


K
ເຂດກັກກັນລວມສູນ ທີ່ຫໍພັກ ນັກສຶກສາ ຢູ່ເຂດຕົວເມືອງ ໃໝ່ ຟ໋າບເວິນ-ຕື໋ຮຽບ (ເມືອງ ຮວ່າງມາຍ) ໄດ້ສະຫງວນ ໃຫ້ແກ່ ການຮັບໃຊ້ ວຽກງານ ກັກຕົວ ຊາວ ຫວຽດນາມ ກັບ ຈາກຕ່າງປະ ເທດ. ພາບ: ກົງດາດ/VNP


ເຂດຫໍພັກ ໝີ໊ດິ່ງ (ຮ່າໂນ້ຍ) ໄດ້ນຳໃຊ້ເປັນເຂດກັກກັນ ສຳລັບ ຜູ້ມີຄວາມສ່ຽງ ຕິດເຊື້ອພະຍາດ ໂຄວິດ-19 ຈາກ ຕ່າງປະເທດ ກັບຄືນປະເທດ. ພາບ: ກົງດາດ/VNP
 

ອັດຕາກິນ ລວມມູນຄ່າປະມານ 50.000 ດົ່ງ ໂດຍບັນດາວິ ສາຫະກິດ ສົ່ງເຖິງ ໂຮງໝໍພະຍາດ ເຂດຮ້ອນສູນກາງ ມອບໃຫ້ປະ ຊາຊົນ ແລະ ແພດໝໍ ໃນເຂດກັກກັນ. ພາບ: ແທງຢາງ/VNP


ແຂວງ ຮ່ວາບິ່ງ ໄດ້ຮັບ ແລະ ນໍາພົນລະເມືອງ ຫວຽດນາມ 80 ຄົນ ມາຈາກຕ່າງປະເທດ ເຂົ້າເຂດກັກກັນ ສັງກັດ ກອງພັນ ໃຫຍ່ 814, ກອງບັນຊາການ ການທະຫານແຂວງ. ພາບ: VNA


ທ່ານນາງ ດັ້ງທິຫງອກຖິ້ງ ຮອງປະທານປະເທດ  ໄດ້ມາຢ້ຽມ ຢາມຖາມຂ່າວ, ໃຫ້ກຳລັງໃຈ ພົນລະເມືອງ ມາຈາກຕ່າງ ປະເທດ ຢູ່ເຂດກັກກັນ ທີ່ ສູນສຶກສາ
ປ້ອງກັນປະເທດ-ປ້ອງກັນຄວາມ ສະ ຫງົບ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ). ພາບ: VNA



ເພື່ອຮັບປະກັນ ຄວາມປອດໄພ  ກໍຄື ຕອບສະໜອງຄວາມ ຕ້ອງການ ໄດ້ປິ່ນປົວພະຍາດ ໃຫ້ຜູ້ມາຈາກຕ່າງປະເທດ ທີ່ກຳລັງ ປະຕິບັດການກັກຕົວ, ພະແນກສາທາລະນະສຸກ
ນະຄອນ ໂຮ່ຈີ ມິນ ໄດ້ອະນຸຍາດ ໃຫ້ໂຮງໝໍ ເມືອງ 2 ສ້າງຕັ້ງ ຫ້ອງໃສ່ ໝາກໄຂ່ຫຼັງທຽມ ຢູ່ພາຍໃນເຂດກັກກັນ ຂອງ ເມືອງ 2. ພາບ: VNA


ສູນກວດກາພະຍາດ ແລະ ກອງບັນຊາການ ການທະຫານ ແຂວງ ຮ່ວາບິ່ງ ມອບໃບຢັ້ງຢືນ ສຳເລັດເວລາກັກຕົວ ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ໂຄວິດ-19
ໃຫ້ແກ່ ພົນລະ ເມືອງ ຫວຽດນາມ 80 ຄົນ ທີ່ມາຈາກຕ່າງປະເທດ ທີ່ເຂດກັກ ກັນລວມສູນກອງພັນໃຫຍ່ 814. ພາບ: ຈ້ອງດາດ/VNA

ດ້ວຍ ຈິດໃຈ “ບໍ່ມີໃຜຖືກປະໄວ້ຢູ່ເບື້ອງຫຼັງ”, “ຖືຊີວິດ ຂອງ ປະຊາຊົນ ເໜືອ ກວ່າສິ່ງອື່ນໃດ” ໄດ້ກາຍເປັນ ການຕັດສິນໃຈ ຂອງ ລັດຖະບານ ຫວຽດນາມ ໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ. 
ໃນການເຮັດວຽກ ກັບຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ ແລະ ຕ້ານການລະບາດຂອງ ໂຄວິດ-19 ຊຶ່ງໄດ້ຮັບການຈັດຂຶ້ນ ໃນວັນທີ 10 ກໍລະກົດ ຜ່ານມາ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນ ຈະສືບຕໍ່ຈັດຖ້ຽວບິນຕື່ມອີກ ເພື່ອຮັບຊາວ ຫວຽດນາມ ກັບຄືນປະເທດ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ ລຳບາກນາໆ ປະການ, ແຕ່ສໍາລັບ ພັກ, ລັດ ແລະ ປະຊາຊົນ ຢູ່ພາຍໃນປະເທດ ນັ້ນແມ່ນຄວາມຮຽກຮ້ອງ ຮີບດ່ວນ ທີ່ຕ້ອງໄດ້ແກ້ໄຂ.

ຫວຽດນາມ ໄດ້ມີຖ້ຽວບິນປະຫວັດສາດ ໝາຍເລກ “ນໍ້າໃຈ ມະນຸດ” ຕ້ອນຮັບພົນລະເມືອງ ຫວຽດນາມ ຈາກເຂດໃຈກາງ ການລະບາດ ມາ ກັກໂຕ ແລະ ປິ່ນປົວຢ່າງປອດໄພ. ດ້ວຍສິ່ງທີ່ເຮັດໄດ້ ໃນໄລຍະຜ່ານມາ, ຊາວ ຫວຽດນາມ ເວົ້າລວມ ແລະ ຊາວ ຫວຽດນາມ ຢູ່ຕ່າງປະເທດ ເວົ້າສະເພາະ ຍິ່ງມີຄວາມເອກອ້າງທະນົງໃຈ, ເຊື່ອໝັ້ນ ຕໍ່ການຊີ້ນຳ, ນຳພາ ຂອງ ພັກ, ລັດ ແລະ ການຮ່ວມແຮງຮ່ວມໃຈ ຂອງປະຊາຊົນທຸກຊັ້ນຊົນ. ປະຊາຊົນ ຍິ່ງມີຄວາມຊາບຊຶ້ງເມື່ອ ປະເທດຊາດເປັນບ່ອນ ເພື່ອກັບມາ, ຍາມໃດກໍຍິນດີອ້າແຂນຕ້ອນຮັບ ພົນລະເມືອງທຸກຄົນ ຂອງຕົນ ໃນເວລາເຂົາເຈົ້າປະສົບກັບໄພເຄາະຮ້າຍ. ສິ່ງທີ່ລຽບງ່າຍ ແຕ່ສັກສິດ, ສູງສົ່ງນັ້ນ ໄດ້ເພີ່ມກຳລັງແຮງ ເພື່ອໃຫ້ຊາວ ຫວຽດນາມ ແຕ່ລະຄົນ ເຖິງວ່າ ຢູ່ບ່ອນໃດຂອງມູມໂລກ ຕ່າງກໍມີຄວາມເຊື່ອໝັ້ນຮັກແພງ ແລະ ຫັນໜ້າສູ່ປະເທດຊາດ.

 
ບົດ: ຟອງທູ
ພາບ: ກົງດາດ, ແທງຢາງ, ເຈິ່ນຮ໋ຽວ, ຟີຮຸ່ງ, ຫວຽດລິງ ແລະ VNA

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top