• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ລະດູຕົ້ນງາປ່ຽນໃບໄມ້ຢູ່ແຄມໜອງເກືອມ

ຊຸມວັນຂອງຕົ້ນເດືອນມີນາ, ຕົ້ນງາຈຳນວນໜຶ່ງຢູ່ແຄມ ໜອງເກືອມ (ຮ່າໂນ້ຍ) ເລີ່ມມີການປ່ຽນໃບໄມ້. ໃບໄມ້ ສີຂຽວປ່ຽນມາເປັນສີເຫຼືອງ, ສິ່ງດັ່ງກ່າວເຮັດໃຫ້ໜອງ ເກືອມຄືແຈ້ງສະຫວ່າງ, ສວຍສົດງົດງາມຂຶ້ນ. 


ຢູ່ແຄມໜອງເກືອມ, ໄປທາງຖະໜົນ ດິງຕຽນຮວ່າງ ມີຕົ້ນງາຕົ້ນໜຶ່ງມີຊື່ສຽງໂດ່ງດັງ.
ຕົ້ນງາຕົ້ນນີ້ ສວຍງາມກວ່າໝູ່ໃນລະດູປ່ຽນໃບໄມ້. 
ພາບ: ກົງດາດ


ມາເຖິງລະດູບານໃໝ່, ບັນດາຕົ້ນງາຢູ່ແຄມໜອງ ເກືອມ ຈັບໃຈຊາວນະຄອນຫຼວງ ແລະ ນັກທ່ອງທ່ຽວ
ດ້ວຍສີເຫຼືອງເຫຼື້ອມຂອງຕົນ. 
ພາບ: ກົງດາດ


ການປະສົມປະສານລະຫວ່າງທິວທັດທຳມະຊາດຢູ່ໜອງເກືອມ
ແລະ ແສງຕາເວັນໃນລະດູບານໃໝ່ ໄດ້ກໍ່ສ້າງຂຶ້ນພູມພາບທີ່
ສວຍງາມ ແລະ ເພີນຈີດ.
ພາບ: ກົງດາດ


ຕາມປົກກະຕີ, ຕົ້ນໄມ້ຊະນິດຕ່າງໆ ມັກປ່ຽນໃບໄມ້ໃນລະດູ ໃບໄມ້ຫຼົ່ນ, ສະເພາະຕົ້ນງາມັກປ່ຽນໃບໄມ້ໃນລະດູບານໃໝ່.
ເພາະສະນັ້ນ, ໃບຕົ້ນງາເຮັດໃຫ້ຫຼາຍຄົນເກີດຄວາມນຶກຄິດ ເຖິງລະດູໃບໄມ້ຫຼົ່ນ. 
ພາບ: ກົງດາດ


ຄວາມເພີນຈິດຂອງໜອງເກືອມໃນຍານອະລຸນ. ພາບ: ກົງດາດ


ທາດ ຣົ່ວ ບາດເຫັນບາດບໍ່ຢູ່ທາງຫຼັງໃບຕົ້ນງາທີ່ເຫຼືອງເຫຼື້ອມ. ພາບ: : ເຈີ່ນແທງຢາງ

ສີເຫຼືອງເຫຼື້ອມຂອງຮົ່ມໄມ້ງາ ຈັບໃຈຊາວນະຄອນຫຼວງ ແລະ ນັກທ່ອງທ່ຽວ. ພາບ: ເຈີ່ນແທງຢາງ


ນັກທ່ອງທ່ຽວແຮງຖືກຈັບໃຈຕໍ່ພູມພາບທີ່ແປກໆ ນີ້. ພາບ: ກົງດາດ


ເສັ້ນທາງຢູ່ແຄມໜອງເກືອມ ສວຍງາມກວ່າໃນລະດູຕົ້ນງາ ປ່ຽນໃບໄມ້. ພາບ: ກົງດາດ


ເປັນຈຸດນັດພົບຂອງບັນດາຄູ່ບ່າວສາວ. ພາບ: ກົງດາດ


ຫຼື ເປັນສະຖານທີ່ບັນທຶກພາບທີ່ສວຍງາມຂອງບັນດາ ຄູ່ບ່າວສາວ. ພາບ: ກົງດາດ


ຊາວນະຄອນຫຼວງຍ່າງຢູ່ຮົ່ມໄມ້ທີ່ເຫຼືອງເຫຼື້ອມ. ພາບ: ກົງດາດ
 


ຮົ່ມໄມ້ງາແຈ້ງສະຫງ່າງທົ່ວມູນໜຶ່ງໃນທ້ອງຖະໜົນ. ພາບ: ກົງດາດ 


ຕົ້ນງາຢູ່ໜອງເກືອມປ່ຽນໃບໄມ້ໃນເວລາສັ້ນ, ເລີ່ມແຕ່ຕົ້ນເດືອນເມສາ ເຖິງກາງເດືອນເມສາ. ພາບ: ກົງດາດ


ພູມພາບທີ່ສວຍງາມຂອງໜອງເກືອມໃນໄລຍະນີ້ ໄດ້ດຶງດູດ
ນັກທ່ອງທ່ຽວ ແລະ ຊາວນະຄອນຫຼວງ ມາບັນທຶກໄວ້ຮູບພາບ
ທີ່ສວຍງາມ ນັບເປັນຈຳນວນຫຼວງຫຼາຍ. ພາບ: ກົງດາດ



ຍິງສາວໃນຊຸດອາພອນປະຈຳຊາດ ຖ່າຍຮູບ
ພາຍໃຕ້ຮົ່ມໄມ້ທີ່ເຫຼືອງເຫຼື້ອມ. ພາບ: ກົງດາດ



ບັນດາຕົ້ນງາຢູ່ໜອງເກືອມໃນລະດູປ່ຽນໃບໄມ້ ຄືນຳ ຮ່າໂນ້ຍ
ກັບໄປສູ່ຫວ່າງເວຫາທີ່ເກົ່າແກ່. ພາບ: ກົງດາດ



ມູນໜຶ່ງຢູ່ທ້ອງຖະໜົນເຕັມໄປດ້ວຍສີເຫຼືອງເຫຼື້ອມ
ຂອງໃບໄມ້ງາ. ພາບ: ກົງດາດ



ຮູບພາບຕົ້ນງາເກົ້າກົກ ຢູ່ແຄມໜອງເກືອມ ໄດ້ມີໜ້າໃນ
ບົດປະພັນພາບຖ່າຍຫຼາຍຊຸດ. ພາບ: ເຈີ່ນແທງຢາງ
 

ປະຕິບັດໂດຍ: ກົງດາດ-ເຈີ່ນແທງຢາງ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top