• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ລະດູຈັບ ຕັກແຕນ

ໃນລະດູເກັບກ່ຽວ, ຊາວກະສິກອນ ຢູ່ບັນດາຕາແສງ ເຂດ ຊານເມືອງ ຮ່າໂນ້ຍ ໄດ້ພາກັນອອກໄປທົ່ງນາ ພ້ອມກັບອຸ ປະກອນ ເພື່ອຈັບຕັກແຕນ ເມື່ອເຖິງຕອນຄ່ຳ. ຕັກແຕນແມ່ນ ອາຫານ ທີ່ມີທາດບຳລຸງສູງ ແລະ ເປັນທີ່ຊື່ນຊອບ ຂອງ ນັກ ແກ້ມ ທັງຫຼາຍ, ສະນັ້ນ ມັນຈຶ່ງກາຍເປັນສິນຄ້າທີ່ມີຄຸນຄ່າ ຊຶ່ງ ຫລາຍຄົນຕາມລ່າ. 
ອ້າຍ ດວ່ານວັນຢອຍ ຢູ່ຕາແສງ ດົງຕຽນ, ເມືອງ ອຶງຮວ່າ, ຮ່າໂນ້ຍ ໃຫ້ຮູ້ວ່າ ອຸປະກອນ ໃນການຈັບຕັກແຕນ ລວມມີໄຟ ສາຍຕິດເທິງຫົວ, ສາຍເຊືອກ ຍາວສິບກວ່າແມັດ ເພື່ອຜູກ ຖົງຢາງໃສ່ຫ່າງກັນປະມານ 20-30 ຊັງຕີແມັດ, ຖົງໜ່ວຍໜຶ່ງ ທີ່ເຮັດດ້ວຍປາສຕິກ ຫຼື ຜ້າແພ ຍາວ ເກືອບ 2 ແມັດ. ເພື່ອ ຈັບ ຕັກແຕນ ຕ້ອງມີສອງຄົນຂຶ້ນໄປ.

ວຽກງານຈັບຕັກແຕນ ເລີ່ມແຕ່ 16 ໂມງແລງຂອງທຸກໆ ວັນ. ກ່ອນອື່ນໝົດ, ຜູ້ລ່າຕ້ອງຈັບສອງສົ້ນ ຂອງ ສາຍເຊືອກ ໄປ ໄລ່ຕັກແຕນ ຕາມທົ່ງນາ ໃຫ້ເຕົ້າໂຮມກັນ ຢູ່ບ່ອນດຽວ ເພື່ອ ຈັບໄດ້ງ່າຍກວ່າ.
  

ຫຼັງຈາກໄລ່ຕ້ອນຝຸງຕັກແຕນ ໃຫ້ເຕົ້າໂຮມກັນຢູ່ ບ່ອນດຽວ ແລ້ວ, ນັກລ່າ ຕ້ອງລໍຖ້າໃຫ້ຕາເວັນຕົກດິນເສຍກ່ອນ, ເພາະ ຕອນຄ່ຳ ຕັກແຕນ ຈະບິນຊ້າ ແລະ ບິນບໍ່ສູງ, ເມື່ອເຖິງເວລາ ເຂົາເຈົ້າຈຶ່ງໃຊ້ຖົງປາສຕິກ ທີ່ກຽມໄວ້ ໄປກວາດທົ່ວທົ່ງນາ. 

ນັກລ່າຕັກແຕນ ໃຊ້ສາຍເຊືອກ ເພື່ອໄລ່ຕ້ອນ ຕັກແຕນ ໃຫ້ເຕົ້າໂຮມກັນຢູ່ບ່ອນດຽວ ໃນທົ່ງນາ.


ຖົງປາສຕິກ ທີ່ມັດໃສ່ສາຍເຊືອກ ຈະສ້າງສຽງດັງເມື່ອ
ເຄື່ອນຍ້າຍ ເຮັດໃຫ້ຝຸງຕັກແຕນ ແຕກຕື່ນ ແລ້ວ ບິນຕາມ ຄວາມປະສົງຂອງຜູ້ຈັບ.



ແຕ່ລະຄັ້ງ ເມື່ອສາຍເຊືອກ ລ່າຕັກແຕນ ກວາດ ໄປ ຮອດ ບ່ອນໃດ, ຝຸງຕັກແຕນ ກໍ່ຈະບິນຂຶ້ນເຕັມທ້ອງຟ້າ


ເທິງມືຂອງນັກລ່າຕັກແຕນ ຢູ່ເມືອງ ອຶງຮວ່າ ແມ່ນຕັກແຕນ ໂຕແມ່ທີ່ໃຫຍ່ເຕັມໄວ, ພວກເຂົາໃຫ້ຮູ້ວ່າ ການລ່າ ຕັກແຕນ
ກໍ່ຄືໄປຕຶກເບັດ, ມື້ໃດໂຊກດີ ກໍ່ຈັບຕັກແຕນ ໂຕແມ່ໄດ້ຫຼາຍ ແລະ ຂາຍໄດ້ລາຕາ ສູງ ກວ່າຕັກແຕນ ໂຕຜູ້.



ຕອນກາງເວັນ, ຕັກແຕນ ມັກລີ້ຢູ່ລຸ່ມຕົ້ນເຂົ້າ...


... ເຖິງຕອນກາງຄືນ, ຕັກແຕນຈະບິນຂຶ້ນປາຍກົກເຂົ້າ ຫຼື ກົກຫຍ້າ, ຖ້າຖືກໄລ່ ຕັກແຕນ ຈະບິນຂຶ້ນ ຢ່າງຊ້າ ແລະ ຕ່ຳ. 


ປະມານ 18 ໂມງແລງ, ເມື່ອຕາເວັນຕົກດິນ ກໍ່ເຖິງເວລາ
ນັກລ່າຕັກແຕນເລີ່ມການເຮັດວຽກ. 



ນັກລ່າຕັກແຕນ ຈະໃຊ້ຖົງປາສຕິກ ແກ່ວງໄປມາ ເພື່ອຈັບ ຕັກແຕນ ຕາມທົ່ງນາ.


ການລ່າຕັກແຕນ ຕ້ອງໃຊ້ແຮງຫຼາຍ, ສະນັ້ນ ແຕ່ລະເທື່ອ ຫຼັງຈາກລ່າ ຕັກແຕນ ຕາມທົ່ງນາ ແລ້ວ,
ນັກລ່າ ຈະພັກຜ່ອນ ເອົາແຮງ ເພື່ອກະກຽມໃຫ້ການ ລ່າຕັກແຕນໃນ ຄັ້ງຕໍ່ໄປ. 



ຜົນງານຂອງການລ່າຕັກແຕນ ໃນຄືນໜຶ່ງ.


ນັກລ່າຕັກແຕນຄົນໜຶ່ງໃຫ້ຮູ້ວ່າ ລາວກັບໝູ່ຄົນໜຶ່ງ ສາມາດ ຈັບໄດ້ 8-10 ກິໂລກຣາມຕໍ່ຄືນ.


ຕັກແຕນຈະຂາຍໃຫ້ພໍ່ຄ້າ ດ້ວຍລາຄາແຕ່ 60.000-80.000 ດົ່ງຕໍ່ກິໂລກຣາມ.


ຢູ່ຕາແສງ ເລແທງ, ມີຊາວບ້ານຫຼາຍຄົນທຳອາຊີບປຸງແຕ່ງຕັກແຕນ, ກ່ອນອື່ນເດັດປີກອອກໃຫ້ໝົດ.
ຜູ້ໜຶ່ງສາມາດເດັດປີກຕັກແຕນໄດ້ປະມານ 5-6 ກິໂລກຣາມ ຕໍ່ຄືນ, ມີລາຍໄດ້ພຽງແຕ່ 30.000-40.000 ດົ່ງຕໍ່ຄົນ ເທົ່ານັ້ນ.


ໃນເຮືອນຂອງພໍ່ເຖົ້າ ຫງວຽນວັນເກົາ ຜູ້ເກັບຊື້  ແລະ ຈຳ ໜ່າຍ ຕັກແຕນ ພາຍໃນເມືອງເລແທງ
ມີກຳມະກອນຫຼາຍ ສິບ ຄົນຮັບຈ້າງ ເດັດປີກຕັກແຕນ ໃນແຕ່ລະຄືນ.



ແມງໄມ້ທຳລາຍຕົ້ນເຂົ້າ ຊະນິດນີ້ ກຳລັງກາຍເປັນອາຫານ
ທີ່ໄດ້ຮັບຄວາມນິຍົມ. ຫຼາຍຄົນມັກເອີ້ນວ່າ ກຸ້ງບິນ

ແຕ່ລະຄືນ ອ້າຍ ຢອຍ ພ້ອມກັບໝູ່ ສາມາດ ຈັບຕັກແຕນ ໄດ້ ປະມານ 8-10 ກິໂລກຣາມ, ຕອນເຊົ້າມາຈະຝາກ ໄປ ຂາຍ ໃຫ້ພໍ່ຄ້າຢູ່ ແຂວງ ເຊີນລາ, ຮ່າຢາງ ໃນລາຄາແຕ່ 60.000-80.000 ດົ່ງຕໍ່ກິໂລກຣາມ.
 
ເມື່ອຖາມເຖິງບ່ອນປຸງແຕ່ງ ແລະ ເກັບຊື້ ຕັກແຕນ, ອ້າຍ ຫງວຽນຫືວບາ ບອກກັບພວກຂ້າພະເຈົ້າ ໃຫ້ໄປຫາ ຕາແສງ ເລແທງ, ເມືອງ ໝີດຶກ. ເພິ່ນໃຫ້ຮູ້ວ່າ: “ແຕ່ກ່ອນ ຢູ່ບ້ານ ຖູ້, ຕາແສງ ເລແທງ ມີພຽງ 2-3 ຄົນ ເທົ່ານັ້ນ, ແຕ່ດຽວ ນີ້ ຜູ້ຊາຍ ໃນຕາແສງ ສ່ວນຫຼາຍອອກໄປທົ່ງນາເພື່ອ ຈັບຕັກແຕນ ໝົດ ແລ້ວ. ຜູ້ເຖົ້າ, ແມ່ຍິງ ແລະ ເດັກນ້ອຍ ໄປຈັບ ຕັກແຕນບໍ່ໄດ້ ກໍ່ຢູ່ເຮືອນທຳອາຊີບ ເດັດປີກຕັກແຕນ”.
 
ຕາມການແນະນຳຂອງອ້າຍ ຫງວຽນຫືວບາ, ພວກຂ້າພະເຈົ້າມາຍັງບ້ານ ຖູ້, ຕາແສງ ເລແທງ, ເມືອງ ໝີດຶກ, ຮ່າໂນ້ຍ. ຫາ ກໍ່ເຂົ້າໃນບ້ານ, ຂ້າພະເຈົ້າເຫັນວ່າ ແຕ່ລະຫຼັງຄາເຮືອນມີ 2-3 ຄົນ ກຳລັງນັ່ງເດັດປີກຕັກແຕນ. ນັບແຕ່ເດັກນ້ອຍ ເຖິງຜູ້ ເຖົ້າ ພາກັນນັ່ງ ບ່ອນທີ່ມີແສງສະຫວ່າງ ເພື່ອເດັດປີກ ຕັກ ແຕນ ໄດ້ສະດວກກວ່າ.
 
ພວກຂ້າພະເຈົ້າມາຫາເຮືອນພໍ່ເຖົ້າ ຫງວຽນວັນເກົາ, ໜຶ່ງໃນ ຜູ້ເກັບຊື້ ແລະ ຈຳໜ່າຍຕັກແຕນ ໃຫຍ່ສຸດໃນຕາແສງ. ພໍ່ເຖົ້າ ເກົາ ໃຫ້ຮູ້ວ່າ ແຕ່ລະມື້ ສາມາດເກັບຊື້ໄດ້ ປະມານ 3 ຮ້ອຍ ກິໂລກຣາມ ແລ້ວຈ້າງຊາວ ບ້ານມາ ເດັດປີກ ໃຫ້ໃນລາຄາ 6.000 – 8.000 ດົ່ງຕໍ່ກິໂລກຣາມ. ນອກຈາກເກັບຊື້ ຂອງ ປະຊາຊົນໃນຕາແສງ ແລະ ເມືອງ ທີ່ໃກ້ຄຽງແລ້ວ, ພໍ່ເຖົ້າ ເກົາ ຍັງນຳເຂົ້າຕັກແຕນ ຈາກບັນດາ ແຂວງ ພາກກາງຄື ເງ້ະອານ, ກວາງນາມ... ແລະ ຈຳໜ່າຍ ອອກສູ່ ບັນດາຮ້ານ ອາຫານຢູ່ ຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນ ໃນທົ່ວປະ ເທດ. 
ປະຕິບັດໂດຍ: ກົງດາດ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top