• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ມາຍັງເຂດ ແມ່ນໍ້າ ຈ່າ-ພູ ເອິ໋ນ

ແຕ່ໃດໆ ມາ ຮູບພາບພູ ທຽນເອິ໋ນ ແລະ ແມ່ນໍ້າ ຈ່າ ໄດ້ກາຍ ເປັນສັນຍາລັກ ທີ່ເປັນເອກະລັກ ຂອງ ແຂວງ ກວ່າງຫງ໊າຍ, ຮູບພາບດັ່ງກ່າວ ບໍ່ພຽງແຕ່ໄດ້ຊຶມເລິກເຂົ້າໃນຈິດໃຈ ປະຊາຊົນ ແຖບດິນ ກວາງຫງ໊າຍ ເທົ່ານັ້ນ, ແຕ່ຍັງເປັນທ່ີນິຍົມ ຂອງ ນັກທ່ອງທ່ຽວ. ປັດຈຸບັນ, ອ້ອມຂ້າງສະຖານທີ່ ສອງແຫ່ງນີ້ ໄດ້ກາຍເປັນຈຸດເດັ່ນ ເພື່ອໃຫ້ ແຂວງ ກວ່າງຫງ໊າຍ ພັດທະນາ ການທ່ອງທ່ຽວ ແລະ ເສດຖະກິດ. 
ທັດສະນີຍະພາບທີ່ມີຊື່ສຽງ ຂອງ ແຂວງ ກວ໊າງຫງ໊າຍ

ແມ່ນໍ້າຈ່າຂຸກ ກຳເນີດຈາກ ພູ ດັກເຕີໂຣນ ມີຄວາມສູງ 2.350 ແມັດແລ້ວໂຮມເປັນສາຍດຽວກັນ ກັບ ແມ່ນໍ້າສີ່ ສາຍ ໃຫຍ່ ເຊ່ັນ: ແມ່ນໍ້າ ເຣີແຮ, ແມ່ນໍ້າ ຊ່າລໍ່ (ດັກຊ່າລໍ່), ແມ່ນໍ້າ ຣິງ (ເດີ ຣິງ), ແມ່ນໍ້າ ຕາງ (ອອງ), ຈາກນັ້ນໄຫຼໄປທາງ ທິດຕາເວັນ ອອກ ຜ່ານເມືອງ ເຊີນຮ່າ, ເຊີນຕີ້ງ, ຕືເຫງ໊ຽຍ, ນະຄອນ ກວ່າງຫງ໊າຍ ແລະ ໄຫຼອອກສູ່ປາກທະເລ ດ້າຍໂກ໊ລຸ໊ຍ. ຈຸດ ເດັ່ນ ຂອງ ແມ່ນໍ້າ ຈ່າຂຸກ ແມ່ນເມື່ອໄຫຼຮອດນະຄອນ ກວ່າງຫງ໊າຍ ພົບກັບພູ ທຽນເອິ໋ນ ຕັ້ງສະຫງ່າ ຢູ່ ແຄມຝັ່ງ ແມ່ນ້ຳ. ພູ ທຽນເອິ໋ນ ແລະ ແມ່ນໍ້າ ຈ່າຂຸກ ເປັນພາບທ່ີໄດ້ ຝັງເລິກ ໃນ ຈິດ ສຳນຶກ ຂອງ ປະຊາຊົນ ກວ່າງຫງ໊າຍ, ໄດ້ຖືວ່າ ເປັນທັດສະນີ ຍະພາບ ສວຍງາມທີ່ສຸດນະແຫ່ງນີ້.

ທາງຕອນໃຕ້ ແລະ ໃກ້ໆ ກັບແມ່ນໍ້າ ຈ່າຂຸກ ເປັນບ່ອນ ໂຮມ ກັນ ຂອງ ທິວທັດທຳມະຊາດ ແລະ ມະນຸດເປັນຜູ້ສ້າງຂຶ້ນ ຊຶ່ງ ມີຄວາມງາມ ທີ່ເປັນຕົວແທນ ຂອງ ແຂວງ ກວ່າງຫງ໊າຍ. ໃນ ຈຳນວນ ທັດສະນີຍະພາບ 12 ແຫ່ງ ທີ່ຄົນສະໄໝກ່ອນ ເອີ້ນວ່າ ເປັນ “ສິ່ງມະຫັດສະຈັນ” ຂອງ ແຂວງ ກວ່າງຫງ໊າຍ ມີທັດ ສະນີຍະພາບ 4 ແຫ່ງ ຢູ່ແຄມຝັ່ງແມ່ນຳ້ ຈ່າຂຸກ, ນັ້ນຄື ທຽນ ເອິ໋ນນຽມຮ່າ, ລອງເດົ່າ ຮີ໋ຖຸຍ, ໂກ໊ລຸ໊ຍໂກທົນ, ຮ່າຍາຍວ໊ານໂດ້ ແລະ ທັດສະນີຍະພາບ ອີກຫຼາຍແຫ່ງ ທີ່ສາມາດມອງ ເຫັນ ຈາກ ຈອມພູ ທຽນເອິ໋ນ ເຊັ່ນ: ທຽນບຸດເຟເວິນ, ແທກບິກ ຕ່າເຢືອງ, ອານຫາຍ ຊາບ່ານ, ແທກກີ່ດ໋ຽວເຕົ໊າ.



ພາບລວມຂອງຫາດຊາຍທະເລ ໝີ໊ເຄ (ນະຄອນ ກວ່າງຫງ໊າຍ) ຊ່ຶງເປັນບ່ອນ ແມ່ນຳ້ ຈ່າຂຸກ ໄຫຼອອກສູ່ ທະເລ. ພາບ: ຫງວຽນດັງເລີມ


ນັກທ່ອງທ່ຽວຢ້ຽມຊົມທາດ ໃນບໍລິເວນວັດ ທຽນເອິ໋ນ ຕັ້ງຢູ່ ເທິງພູ ເອິ໋ນ. ພາບ: ຫງວຽນດັງເລີມ


ອະນຸສາວະລີ ເຊີນໝີ໊ ຢູ່ເຂດຮ່ອງຮອຍ ທີ່ເປັນຫຼັກຖານພະ ຍານ ເຊີນໝີ໊ (ຫຼື ເຂດຮ່ອງຮອຍທີ່ເປັນຫຼັກຖານພະຍານ ໝີ໊ລາຍ) ຢູ່ບ້ານ ຕືກຸງ, ຕາແສງ ຕີ້ງເຄ, ນະຄອນ ກວ່າງຫງ໊າຍ. ພາບ: ຫງວຽນດັງເລີມ
 

ບຸນຊ່ວງເຮືອ ໄດ້ຈັດຂຶ້ນ ຢູ່ເທິງແມ່ນໍ້າ ຈ່າຂຸກ, ຕອນໄຫຼຜ່ານ ຕາແສງ ຕີ້ງລອງ, ນະຄອນ ກວ່າງຫງ໊າຍ. ພາບ: ຫງວຽນດັງເລີມ


ຜະລິດນໍ້າຕານເກັດ ຢູ່ ຕາແສງ ເຫງ໊ຍຢຸ້ງ (ນະຄອນ ກວ່າງ ຫງ໊າຍ). ພາບ: ຫງວຽນດັງເລີມ


ສະຫະກອນຕໍ່ເຮືອ ກໍາປັ່ນ ໂກ່ລຸ໊ຍ (ຕາແສງ ເຫງ໊ຍຝູ໋, ເມືອງ ຕືເຫງ໊ຍ, ນະຄອນ ກວ່າງຫງ໊າຍ) ຕັ້ງຢູ່ລະຫວ່າງ ແມ່ນຳ້ ຈ່າຂຸກ ແລະ ແມ່ນຳ້ ຝູ໋ເຖາະ. ພາບ: ຫງວຽນດັງເລີມ


ພິທີລ້ຽງດວງວິນຍານທະຫານ ຮວ່າງຊາ ຢູ່ຕາແສງ ອານ ຫວີງ, ເມືອງເກາະ ຫຼີເຊີນ. ພາບ: ຫງວຽນດັງເລີມ


“ຂັບ ບ໊າຈ້າວ” (ການຂັບລຳທ້ອງຖິ່ນ) ໃນພິທີປ່ອຍ ຂະບວນ ທຳອາຊີບ ການປະມົງ ຢູ່ ຊາຮີ່ວນ, ເທດສະບານ ດຶກໂຝ.   ພາບ: ຫງວຽນດັງເລີມ
 

ອາຊີບ ປຸງແຕ່ງສິນທະເລແຫ້ງ ຢູ່ ຊາຮີ່ວນ, ເທດສະບານ ດຶກໂຝ. ພາບ: ຫງວຽນດັງເລີມ
 

ອາຊີບປູກຜັກບົ່ວ, ຜັກທຽມ ຢູ່ເມືອງເກາະ ຫຼີເຊີນ. ພາບ: ຫງວຽນດັງເລີມ


ເຮືອກະຈາດ ເພື່ອບໍລິການນັກທ່ອງທ່ຽວ ດໍານໍ້າ ຊົມປະກາ ລັງ ຢູ່ຕາແສງ ອານບິ່ງ, ເມືອງ ຫຼີເຊີນ. ພາບ: ຫງວຽນດັງເລີມ

ແມ່ນໍ້າ ຈ່່າຂຸກ ປະສົມປະສານກັບ ພູ ທຽນເອິ໋ນ (ພູເອິ໋ນ-ແມ່ ນໍ້າ ຈ່າ) ໄດ້ກາຍເປັນສັນຍະລັກ ຂອງແຖບດິນ ກວ່າງຫງ໊າຍ, ໄດ້ລາຊະວົງ ຫງວຽນ, ໃນສະໄໝເຈົ້າຊີວິດ ມິງມ້າງ (ປິ1835) ໃຫ້ແກະສະຫຼັກໃສ່ ກື໊ວດີ໊ງ. ກື໊ວດີ໊ງ ລວມມີໂຖໃຫຍ່ ເກົ້າໜ່ວຍ (ຫຼໍ່ດ້ວຍທອງ, ມີສອງຫູ ແລະ ສາມຂາ). ໂຖ ແຕ່ລະໜ່ວຍ ມີ ຊື່ເອີ້ນ ສະເພາະ ສອດຄ່ອງກັບຕໍາແໜ່ງ ຂອງ ແຕ່ລະກະສັດ ແຫ່ງລາຊະວົງ ຫງວຽນ. ຢູ່ເທິງໂຖ ແຕ່ລະໜ່ວຍ ຖືກແກະສະ ຫຼັກ ພາບແຕ້ມ 17 ແຜ່ນ ແລະ ວາດຕົວອັກສອນ ໜຶ່ງແຜ່ນ ລວມມີຫົວຂໍ້ຕ່າງໆ ກ່ຽວກັບ ພູຜາປ່າໄມ້, ແມ່ນໍ້າລຳເຊ ຂອງ ປະເທດ ຫວຽດນາມ ເອກະພາບ ໃນສະໄໝລາລະວົງ ຫງວຽນ. 
ແມ່ນຳ້ ຈ່າຂຸກ ເປັນເສັ້ນທາງ ການຄ້າທາງນ້ຳ ແລະ ສ້າງເປັນ “ອະນຸພາກພື້ນວັດທະນະທຳແມ່ນໍ້າ ຈ່າຂຸກ” ຊ່ຶງກວມເອົາ ບໍລິເວນພື້ນທີ່ກວ້າງພໍຄວນ ແລະ ມີອິດທິພົນ ຢ່າງຈະແຈ້ງ ທົ່ວແຂວງ ກວ່າງຫງ໊າຍ. ແຖບດິນແຫ່ງນີ້ ມີຈຸດພິເສດ ສະເພາະ ກ່ຽວກັບ ວັດທະນະທຳ ທາງດ້ານຈິດໃຈ, ໃນນັ້ນມີ ຜະຫຍາຍ່ອຍ, ຂັບລຳ ພື້ນເມືອງ ທີ່ມີຄວາມອຸດົມສົມບູນ ທ່ີຫຼາກຫຼາຍ. ມີຫຼາຍທຳນອງເພງ ມີຄວາມຕິດພັນ ກັບ ສິ່ງແວດລ້ອມ ການຜະລິດກະສິກຳ ແລະ ການຄົມມະນາຄົມ ທາງນໍ້າອີກດ້ວຍ.

ລຽບຕາມຝັ່ງແມ່ນຳ້ ຈ່າຂຸກ ຍັງມີ ໝູ່ບ້ານອາຊີບ ຫັດຖະກຳ ທີ່ ມີຊື່ສຽງໂດ່ງດັງຫຼາຍແຫ່ງເຊັ່ນ: ໝູ່ບ້ານອາຊີບຕີເຫຼັກ (ຕີ້ງມິງ-ເຊີນຕີ້ງ), ໝູ່ບ້ານເຮັດຖົ່ວຫງອກ (ຊ໋ອມວ້ານ-ເຊີນຕີ້ງ), ໝູ່ ບ້ານ ຜະລິດຜັກ ຊຸງຕີກ (ເຊີນຕີ້ງ), ແທງຄ໋ຽດ (ຕືຫງ໊ຽຍ), ໝູ່ ບ້ານ ປູກດອກໄມ້ (ຫງ໊ຽຍຮ່່າ, ຫງ໊ຽຍຮວ່າ), ໝູ່ບ້ານ ຜະລິດ ສາດ ໂກ໊ລຸ໊ຍບັກ (ເຊີນຕີ້ງ), ໂກ໊ລຸ໊ຍນາມ (ຝູ໋ເຖາະ-ຕືຫງ໊ຽຍ)... ພິເສດ ແມ່ນອາຊີບປຸງແຕ່ງນຳ້ຕານ ທີ່ມີຊື່ລືສຽງໂດ່ງດັງ ໄປ ທົ່ວປະເທດ.

ໃນແຕ່ລະໄລຍະທາງ ຂອງແມ່ນຳ້ ແມ່ນທ່າເຮືອ ຊຶ່ງເປັນບ່ອນ ເຮືອແພສາມາດ ຢຸດພັກແຮມຄືນ ຫຼື ເປັນບ່ອນແລກປ່ຽນ ສິນ ຄ້າ. ນີ້ກໍເປັນບ່ອນຂົນສົ່ງປະຊາຊົນ ຫຼື ແຂກຄົນໄປມາ ລະ ຫວ່າງສອງຝັ່ງແມ່ນຳ້ອີກດ້ວຍ. ທຳມະດາ, ຕິດກັບບັນດາ ທ່າ ເຮືອ ແມ່ນເປັນບ່ອນ ສະແດງສິລະປະ “ຂັບ ໂຮ໋” (ການ ຂັບລຳທ້ອງຖິ່ນ) ພາຍໃຕ້ແສງພະຈັນ ໃນໂອກາດ ເດືອນຈຽງ ແລະ ບຸນເຕັດ.


ຈາກປາກນໍ້າ ຈ່າຂຸກ, ຢືນຢູ່ເທິງກຳແພງ ໂກ໊ລຸຍໂກທົນ ຈະ ສາມາດແນມເຫັນທົ່ວເຂດ ສວນສາທາລະນະ ທໍລະນີສາດ ຫຼີເຊີນ-ຊາຮີ່ວນ ທີ່ກວ້າງໃຫຍ່ສຸດສາຍຕາ. ຢູ່ໄກໆ ແມ່ນ ຮູບ ພາບ ເມືອງເກາະ ຫຼີເຊີນ ທີ່ພົ້ນເດັ່ນຂຶ້ນ ຢູ່ ລະຫວ່າງກາງ ທະ ເລ, ເປັນບ້ານເກີດເມືອງນອນ ຂອງ ທະຫານ ໃນກອງເຮືອ ຮວ່າງຊາ ຊຶ່ງກໍໄດ້ຮັບຂະໜານນາມວ່າ ເປັນ Maldives ຂອງ ຫວຽດນາມ, ກຳລັງເສີມຂະຫຍາຍບົດບາດ ເປັນເມືອງ ເກາະ ທີ່ເປັນປ້ອມດ່ານໜ້າ ປົກປ້ອງປະເທດຊາດ, ທັງເປັນ ຈຸດເດ່ັນ ໃນການພັດທະນາ ດ້ານການທ່ອງທ່ຽວ ອີກດ້ວຍ.

ແງ່ຫວັງພັດທະນາດ້ານອຸດສາຫະກຳ ຢູ່ເຂດລຸ່ມແມ່ນໍ້າ ຈ່າຂຸກ

ແມ່ນຳ້ ຈ່າຂຸກ ນຳແຫຼ່ງດິນສັນດອນ ຈາກຈອມພູ ດັກເຕີໂຣນ ໄຫຼຜ່ານບັນດາສາຍພູ ແລະ ເຂດພູດອຍ ກ່ອນໄຫຼອອກສູ່ ທະ ເລ ໂກ໊ລຸ໊ຍ ທີ່ເມືອງ ຕືຫງ໊ຽຍ. ຢູ່ທ້າຍແມ່ນຳ້, ບ່ອນກະແສ ນໍ້າ ຈືດ ໄດ້ຜ່ານໄລຍະທາງ 135 ກິໂລແມັດ ກ່ອນໄຫຼອອກ ສູ່ທະ ເລ ໄດ້ສ້າງເປັນສາມຫຼ່ຽມ ອຸດສາຫະກຳ ຢູ່ເມືອງ ຕືຫງ໊ຽຍ, ບິ່ງ ເຊີນ ແລະ ເຊີນຕີ້ງ ທີ່ທັນສະໄໝ ອັນດັບໜຶ່ງຢູ່ພາກກາງ ຫວຽດນາມ. 
ເຂດເສດຖະກິດ ຢຸງກວັດ-ເມືອງເກາະ ຫຼີເຊີນ-ນະຄອນ ກວ່າງຫງ໊າຍ ກຳລັງກໍ່ຕົວເປັນສາມຫຼ່ຽມ ພັດທະນາ ຢູ່ແຄມຝັ່ງ ແມ່ນໍ້າ ຈ່າຂຸກ. ເຂດເສດຖະກິດ ຈຸດສຸມ 3 ແຫ່ງນີ້ເປັນໄມ້ງັດ, ສ້າງການເຊື່ອມຕໍ່ ເພື່ອຊຸກຍູ້ ພື້ນຖານເສດຖະກິດ ຂອງແຂວງ ກວ່າງຫງ໊າຍ ພັດທະນາ. 

ຂີດໝາຍໜຶ່ງ ທ່ີອັນສຳຄັນ ຂອງແຂວງ ກວ່າງຫງ໊າຍ ກໍ່ຄືປີ 1997, ນາຍົກລັດຖະມົນຕີ ໄດ້ຕົກລົງ ໃຫ້ສ້າງຕັ້ງເຂດເສດຖະ ກິດ ຢຸງກວັດ ຊຶ່ງຈຸດໃຈກາງແມ່ນ ໂຮງງານກັ່ນນໍ້າມັນ ຢຸງກວັດ ຢູ່ ເມືອງ ບິ່ງເຊີນ. ຫຼັງຈາກໂຮງງານກັ່ນນໍ້າມັນ ຢຸງກວັດ ໄດ້ ເປີດນໍາໃຊ້ໃນປີ 2009, ມູນຄ່າຜະລິດອຸດສາຫະກຳ ຂອງ ແຂວງ ກວ່າງຫງ໊າຍ ໄດ້ເພີ່ມຂຶ້ນຢ່າງກະໂດດຂັ້ນ, ປະກອບ ສ່ວນປະມານ 80% ແຫຼ່ງລາຍຮັບຂອງແຂວງ ກວ່າງຫງ໊າຍ.

ນັບຕັ້ງແຕ່ ໂຮງງານເຂົ້າສູ່ ການເຄື່ອນໄຫວໄດ້ກັ່ນຕອງນຳ້ມັນ ດິບ ເກືອບ 70 ລ້ານໂຕນ, ນຳອອກສູ່ຕະຫຼາດປະມານ 65 ລ້ານໂຕນ ຜະລິດຕະພັນ, ປະກອບສ່ວນເຂົ້າງົບປະມານ ແຫ່ງ ລັດ ຈຳນວນ 7,5 ຕື້ ໂດລາສະຫະລັດ, ກຳໄລ ຂອງ ໂຮງງານ ບັນລຸ 1 ຕື້ ໂດລາສະຫະລັດ. ໜຶ່ງໃນບັນດາປັດໄຈ ສຸດທີ່ສຳ ຄັນ ນັ້ນຄື ນີິ້ແມ່ນໂຄງການນຳໜ້າ, ເປັນສິ່ງກະຕຸ້ນໃຫ້ທຸກ ການເຄື່ອນໄຫວ ດ້ານອຸດສາຫະກຳ ໃນຂົງເຂດເສດຖະກິດ.

ແລະ ອີກ 16ປີ ຕໍ່ມາ, ໃນປີ 2013 ເຂດລຸ່ມແມ່ນຳ້ ຈ່າຂຸກ ໄດ້ ຮັບຂ່າວດີ ເມື່ອໂຄງການ ເຂດອຸດສາຫະກຳ VSIP ກວ່າງ ຫງ໊າຍ ຈັດພິທີວາງສິລາລືກ ກໍ່ສ້າງ ຕໍ່ໜ້າການ ເປັນສັກຂີພິ ຍານ ຂອງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ສິງປະໂປ. ດ້ວຍບັນດາກົນໄກ, ນະໂຍບາຍຊ່ວຍໜູນ ທີ່ຕັ້ງໜ້າ ແລະ ການໝັ້ນໝາຍຢ່າງລະອຽດ ຂອງ ອຳນາດການປົກຄອງທ້ອງ ຖິ່ນ, ເຂດອຸດສາຫະກຳ VSIP ກວ່າງຫງ໊າຍ ກໍ່ສ້າງ ສຳເລັດ ບັນດາກິດຈະກຳ ແລະ ເຂົ້າສູ່ການເຄື່ອນໄຫວ ຢ່າງໄວ. ໃນ ໄລຍະ 1, VSIP ກວ່າງຫງ໊າຍ ໄດ້ລົງທຶນກໍ່ສ້າງ ໃນເນື້ອທີ່ 360 ເຮັກຕາ ມີພື້ນຖານໂຄງລ່າງທີ່ສົມບູນແບບ ແນໃສ່ສ້າງ ອຳນວຍຄວາມສະດວກ ໃຫ້ແກ່ບັນດານັກລົງທຶນ.


ການບົວລະບັດຮັກສາ ທໍ່ສົ່ງນໍ້າມັນ ໄປຍັງທ່າກໍາປັ່ນ ເພື່ອ ສົ່ງອອກຜະລິດຕະພັນ ຢູ່ໂຮງງານກັ່ນນ້ຳມັນ ຢຸງກວັດ. ພາບ: ຫງວຽນດັງເລີມ


ນໍາເຂົ້າອຸປະກອນ ອຸດສາຫະກຳໜັກ ຜ່ານທ່າກຳປັ່ນ ຢຸງ ກວັດ. ພາບ: ຫງວຽນດັງເລີມ


ສົ່ງອອກໄມ້ບົດ ຢູ່ທ່າກໍາປັ່ນ ຢຸງກວັດ. ພາບ: ຫງວຽນດັງ ເລີມ


ສູນບັນຊາ ຢູ່ໂຮງງານກັ່ນນໍ້າມັນ ຢຸງກວັດ. ພາບ: ຫງວຽນດັງເລີມ


ຕ່ອງໂສ້ການຜະລິດ ນຳ້ແຮ່ທາດ ແທກບິກ ຢູ່ ນະຄອນ ກວ່າງຫງ໊າຍ. ພາບ: ຫງວຽນດັງເລີມ


ປະດິດສ້າງຜະລິດຕະພັນ ອຸດສາຫະກໍາໜັກ ທີ່ Doosan Vina ຢູ່ເຂດເສດຖະກິດ ຢຸງກວັດ. ພາບ: ຫງວຽນດັງເລີມ

ປັດຈຸບັນ, ເຂດອຸດສາຫະກຳ VSIP ກວ່າງຫງ໊າຍ ໄດ້ ດຶງດູດ 25 ໂຄງການລົງທຶນໂດຍກົງ ຈາກຕ່າງປະເທດ (FDI) ດ້ວຍ ມູນຄ່າການລົງທຶນທັງໝົດເກືອບ 800 ລ້ານ ໂດລາສະຫະ ລັດ. ສະເພາະປີ 2018, ຈຳນວນເງິນລົງທຶນ ເຂົ້າເຂດອຸດສາ ຫະກຳນີ້ ບັນລຸກວ່າ 350 ລ້ານ ໂດລາສະຫະລັດ, ກວມກວ່າ 90% ມູນຄ່າທຶນ FDI ທັງໝົດ ສູ່ແຂວງ ກວ່າງຫງ໊າຍ. ນອກ ຈາກນັກລົງທຶນຈາກ ໄຕ້ຫວັນ, ຟີລິບປິນ, ສິງກະໂປ, ຮົງກົງ, ສ ອາເມລິກາ, ສ ເກົາຫຼີ, ຍີ່ປຸ່ນ, ໜ່ຶງສັນຍານທີ່ໜ້າຍິນດີ ກໍຄື ໃນຕົ້ນປີ 2019, VSIP ກວ່າງຫງ໊າຍ ໄດ້ດຶງດູດບັນດາ ນັກລົງ ທຶນ ຈາກ ເອີຣົບ. ນີ້ແມ່ນສິ່ງພິສູດໃຫ້ເຫັນວ່າ ກວ່າງຫງ໊າຍ ເປັນ ດິນແດນທ່ີດີ ໃນການດຶງດູດການລົງທຶນ.

ຜົນສຳເລັດ ຈາກ ເຂດອຸດສາຫະກຳ VSIP ກວ່າງຫງ໊າຍ ໄດ້ ເປີດທິດທາງໃໝ່ ໃນການພັດທະນາອຸດສາຫະກຳ, ຫັນປ່ຽນ ກົນໄກແຮງງານ ຈາກກະສິກຳ ໄປສູ່ ອຸດສາຫະກຳ ຢູ່ທ້ອງຖິ່ນ ຢ່າງແຂງແຮງ. VSIP ກວ່າງຫງ໊າຍ ໄດ້ແກ້ໄຂ ວຽກເຮັດງານ ທຳ ໃຫ້ແຮງງານ 7.000 ຄົນ. ຄາດວ່າໃນຕໍ່ໜ້າ ເມື່ອ 25 ໂຄງ ການເຂົ້າສູ່ການເຄື່ອນໄຫວ ຈະແກ້ໄຂວຽກເຮັດງານທໍາ ທ່ີໝັ້ນ ຄົງ ໃຫ້ທ້ອງຖິ່ນໄດ້ 35.000 ຄົນ. ປັດຈຸບັນ, ເຂດເສດຖະກິດ ຢຸງກວັດ ແລະ ບັນດາເຂດອຸດສາຫະກຳ ຢູ່ ກວ່າງຫງ໊າຍ ແກ້ ໄຂວຽກເຮັດງານທຳ ໃຫ້ຄົນງານ ໄດ້ເກືອບ 40.000 ຄົນ .

ຜົນສຳເລັດຂອງ ໂຮງກັ່ນນຳ້ມັນ ຢຸງກວັດ ແລະ ເຂດອຸດ ສາ ຫະກຳ VSIP ກວ່າງຫງ໊າຍ ໄດ້ກາຍເປັນແຮງດຶງດູດ ບັນດາ ໂຄງການອຸດສາຫະກຳ ທີ່ເຂດອຸດສາຫະກຳ ຢຸງກວັດ. ແຂວງ ກວ່າງຫງ໊າຍ ກາຍເປັນຈຸດທີ່ມາ ດຶງດູດໃຈ ສຳລັບນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ.

ບັນດາໂຄງການຢູ່ບ່ອນແມ່ນໍ້າ ຈ່າຂຸກ ເຊື່ອມເຂົ້າກັບມະຫາ ສະໝຸດ ໄດ້ສ້າງຄວາມຫວັງໃໝ່ຫຼາຍຢ່າງ, ປະກອບສ່ວນຊຸກ ຍູ້ ການຫັນປ່ຽນໂຄງປະກອບເສດຖະກິດ, ສ້າງພື້ນຖານ ໃຫ້ ກວ່າງຫງ໊າຍ ກາຍເປັນແຂວງ ອຸດສາຫະກຳ ທັນສະໄໝ ໃນ ອະນາຄົດ.

 
ບົດ ແລະ ພາບ: ຫງວຽນດັງເລີມ

ຈຸດພົ້ນເດັ່ນທາງສາສະໜາ ຢູ່ເຂດພູສູງ ໄຕບັກ

ຈຸດພົ້ນເດັ່ນທາງສາສະໜາ ຢູ່ເຂດພູສູງ ໄຕບັກ

ປີ 2022, ຫວຽດນາມ ໄດ້ຮັບເລືອກເຂົ້າເປັນສະມາຊິກ ສະພາສິດທິມະນຸດ ສະຫະປະຊາຊາດ ເປັນຄັ້ງທີ 2 (ຄັ້ງທຳອິດໃນປີ 2013). ການໄດ້ຮັບເລືອກໃຫ້ເປັນສະມາຊິກ ສະພາສິດທິມະ ນຸດ ສະແດງໃຫ້ເຫັນ ຄວາມຮັບຮູ້ ຂອງ ປະຊາຄົມໂລກ ກ່ຽວກັບນະໂຍບາຍ, ຄວາມມານະພະຍາຍາມ ແລະ ໝາກຜົນຂອງ ຫວຽດນາມ ໃນການຮັບປະກັນສິດທິມະນຸດ ຂອງ ປະຊາຊົນ ຢູ່ທົ່ວທຸກຂົງເຂດ, ໃນນັ້ນລວມເຖິງບັນຫາທາງສາສະໜາ ສຳລັບປະຊາຊົນ ຢູ່ເຂດພູສູງ ນັບມື້ດີຂຶ້ນ.

Top