• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບຟິມຮູບເງົາເອກະສານປະທານສະພານຸວົງກັບຫວຽດນາມ ໃຫ້ລາວ

      ວັນທີ 12 ກໍລະກົດ, ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ສະມາຄົມຮູບເງົາຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບຟິມຮູບເງົາເອກະສານ ປະທານ ສຸພານຸວົງ ກັບ ຫວຽດນາມ”.

ການມອບຮັບຟິມຮູບເງົາເອກະສານ ປະທານສະພານຸວົງກັບຫວຽດນາມ
(ພາບ: Pham Kien/Vietnam+)
      ໂດຍໄດ້ຮັບການຖ່າຍທໍາໃນເດືອນເມສາ 2017 ເນື່ອງໃນໂອກາດ ຫວຽດນາມ - ລາວ ສະເຫຼີມສະຫຼອງ 55 ປີ ແຫ່ງວັນສອງປະເທດສ້າງຕັ້ງການພົວພັນທາງການທູດ ແລະ 40 ປີ ແຫ່ງວັນ ສອງປະເທດລົງນາມໃນສົນທິສັນຍາມິດຕະພາບຮ່ວມມື,  ຟິມຮູບເງົາເອກະສານ ປະທານ ສະພານຸວົງ ກັບ ຫວຽດນາມ ລວມມີ 2 ພາກ ຍາວ 60 ນາທີ. ຟິມຮູບເງົາເອກະສານດັ່ງກ່າວ ໄດ້ວາດພາບເຖິງຊີວິດປະຫວັດ, ພາລະກິດ ແລະ ການເຄື່ອນໄຫວຂອງ ປະທານ ສະພານຸວົງ, ນັບແຕ່ສະໄໝ ທ່ານໄປຮຽນຢູ່ຫວຽດນາມ ເມື່ອຄາວຍັງນ້ອຍ, ພິເສດແມ່ນ ການພົບປະຄັ້ງປະຫວັດສາດ, ມີລັກສະນະບາດລ້ຽວຂອງ ສະເດັດເຈົ້າ ສຸພານຸວົງ ກັບປະທານໂຮ່ຈີມິນ ໃນເດືອນກັນຍາ 1945, ກໍຄືການກອບກູ້ເອົາ ປະທານ ສະພານຸວົງ ອອກຈາກຄຸກໂພນເຄັງ ຢູ່ນະຄອນຫຼວງວຽງຈັນ ໃນເດືອນ ກໍລະກົດ ປີ 1959... ຟິມຮູບເງົາເອກະສານດັ່ງກ່າວ ໄດ້ຍົກໃຫ້ເຫັນການພົວພັນຂອງ ປະທານ ສະພານຸວົງ ກັບ ຫວຽດນາມ, ການປະກອບສ່ວນຂອງທ່ານຕໍ່ພາລະກິດປະຕິວັດຂອງສອງປະເທດຫວຽດນາມ - ລາວ, ພ້ອມທັງສະແດງໃຫ້ເຫັນນໍ້າໃຈມິດຕະພາບທີ່ຫາຍາກ ລະຫວ່າງ ຫວຽດນາມ - ລາວ.
 (ແຫຼ່ງຄັດຈາກ VOV)
 

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

ທີ່ພິທີ, ບັນດາຜູ້ແທນໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ພິເສດແມ່ນໄຊຊະນະ ດ້ຽນບຽນຝູ.

Top