• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຜືນດິນ ແລະ ຄົນ ບິ່ງຖ້ວນ ຜ່ານຮູບຖ່າຍ ຂອງ ສິລະປິນຖ່າຍຮູບ ຫງວຽນຫືວແທ່ງ

ຮູບຖ່າຍ 50 ແຜ່ນ ຈາກທັງໝົດ 200 ກວ່າແຜ່ນ ໄດ້ຮັບການ ເລືອກເຟັ້ນ ຢູ່ໃນປຶ້ມຮູບ ທີ່ໃສ່ຊື່ວ່າ “ບິ່ງຖ້ວນ, ບ່ອນ ທີ່ຂ້າພະເຈົ້າ ໃຊ້ຊີວິດ” ຂອງສິລະປິນຖ່າຍຮູບ ຫງວຽນຫືວແທ່ງ ຊຶ່ງຫາ ກໍນຳ ອອກສູ່ ສາຍຕາທ່ານຜູ້ຊົມທີ່ Pandanus Resort (ແຂວງ ບິ່ງ ຖ້ວນ). ງານວາງະສະແດງ ໄດ້ແນະນຳ ໃຫ້ຜູ້ຊົມກ່ຽວກັບ ຜືນດິນ ແລະ ຄົນບິ່ງຖ້ວນ ທີ່ໃກ້ຊິດສະໜິດສະໜົມ ແລະ ຮັກແຂກແພງຄົນ ພ້ອມເຕັມໄປດ້ວຍຄວາມ ສາມາດບົ່ມຊ້ອນ ດ້ານການທ່ອງທ່ຽວອີກດ້ວຍ. 
ໂດຍເປັນນັກຂ່າວຂອງ ຂ່າວພາບຫວຽດນາມ, ສຳນັກຂ່າວສານ ຫວຽດນາມ, ທ່ານ ຫງວຽນຫືວແທ່ງ ໄດ້ໄປທົ່ວປະເທດ ເພື່ອບັນທຶກກ່ຽວກັບ ທັດສະນີຍະພາບ ທີ່ສວຍງາມ ແລະ ຊີວິດການເປັນຢູ່ ຂອງ ປະຊາຊົນທຸກຊັ້ນຄົນ, ໂດຍສະເພາະ ຢ່າງຍິ່ງແມ່ນຊາວຜູ້ອອກແຮງງານ ໃນສັງຄົມ. ປຶ້ມຮູບ “ບິ່ງ ຖ້ວນ, ບ່ອນທີ່ຂ້າພະເຈົ້າ ໃຊ້ຊີວິດ”  ເປັນຂີດໝາຍ ກວ່າ 30 ປີ ໃນການຖ່າຍຮູບ ຂອງ ສິລະປິນຖ່າຍຮູບ ຫງວຽນຫືວແທ່ງ. ຜ່ານຮູບຖ່າຍ  ຂອງ ສິລະປິນຖ່າຍຮູບ ຫງວຽນຫືວແທ່ງ, ບິ່ງຖ້ວນ ສະແດງໃຫ້ເຫັນ ຄວາມງາມ ຂອງ ຜືນແຜ່ນດິນ ທີ່ເຕັມໄປ ດ້ວຍສີສັນວັດທະນະທຳ. ຜູ້ເຂົ້າຊົມ ງານວາງສະແດງ ມີຄວາມ ຮູ້ສຶກ ເໝືອນດັ່ງໄດ້ຜ່ານຮ່ອມພູ, ແມ່ນຳ້ ລາງ່າ ແຕ່ທົດສະວັດທີ 1980-1990 ເພື່ອມາກັບເລື່ອງລາວ ຕ່າງໆ ຂອງແມ່ຍິງ ຊົນເຜົ່າ ເກີຮໍ, ຝຸງຊ້າງປ່າ ໜ່ຶງດຽວ ໃຊ້ຊີວິດ ຢູ່ ເຂດ ດຶກລິງ, ແຕ໋ງລິງ ຫຼື ເຂດ ໂນນຊາຍ ໝຸ໊ຍແນ໋ ທີ່ຮົກເຮື້ອວ່າງ ເປົ່າ ແລະ ມີຊີວິດຊີວາ ໃນປາງໜຶ່ງ... ຊຶ່ງມາຮອດປັດຈຸບັນບໍ່ມີ ໃຫ້ເຫັນ ອີກແລ້ວ. 

ຕັດແຖບຜ້າ ໄຂງານວາງສະແດງທີ່ໃສ່ຊື່ວ່າ “ບິ່ງຖ້ວນ, ບ່ອນທີ່ຂ້າ ພະເຈົ້າໃຊ້ຊີວິດ”.


ສິລະປິນຖ່າຍຮູບ ຫງວຽນຫືວແທ່ງ (ເບື້ອງຂວາ) ສົນທະນາ ນຳ ແຂກ ທີ່ເຂົ້າຮ່ວມງານວາງສະແດງ ກ່ຽວກັບຮູບຖ່າຍ ຂອງຕົນ.


ບັນດາຮູບຖ່າຍທີ່ນຳມາວາງສະແດງ ໄດ້ແນະນຳຕໍ່ຜູ້ຊົມ ກ່ຽວກັບ ຜືນດິນ ແລະ ຄົນບິ່ງຖ້ວນ ທີ່ມີຄວາມໃກ້ຊິດ
ສະໜິດສະໜົມ ແລະ ຮັກແຂກແພງຄົນ ທັງເຕັມໄປດ້ວຍຄວາມສາມາດ ບົ່ມຊ້ອນ ດ້ານ ການທ່ອງທ່ຽວ.



ແຂກທີ່ມາໄດ້ ບັນທຶກໄວ້ຄວາມຮູ້ສຶກຂອງຕົນ ຫຼັງຈາກຊົມຮູບ ຖ່າຍ ຂອງ ສິລະປິນຖ່າຍຮູບ ຫງວຽນຫືວແທ່ງ ໃນງານວາງ ສະ ແດງ. 
 

"ພາບຖ່າຍຂອງ ສິລະປິນຖ່າຍຮູບ ຫງວຽນຫືວແທ່ງ ໄດ້ສະແດງ ເຖິງ ຊີວິດ ຈິງ, ດັ່ງນັ້ນເພິ່ນ ໄດ້ບັນລຸຜົນສຳເລັດ ເມື່ອແນະນຳ ຕໍ່ ໝູ່ເພື່ອນ ແລະ ຜູ້ຮັກມັກ ສິລະປະຖ່າຍຮູບ ກ່ຽວກັບຄວາມງາມ ຂອງ ແຂວງບິ່ງຖ້ວນ ຊຶ່ງເປັນບ່ອນຝັງສາຍແຫ່ແຜ່ສາຍ ບືຂອງ ເພິ່ນ..."
(ທ່ານ ຫວູແຄ໋ງ, ປະທານສະມາຄົມນັກຖ່າຍຮູບຫວຽດນາມ)
 
ສິລະປິນຖ່າຍຮູບ ຫງວຽນຫືວແທ່ງ ກ່າວຄວາມໃນໃຈອອກມາວ່າ: “ກວ່າ 30% ຮູບພາບໃນປຶ້ມຮູບ ຂອງ ຂ້າພະເຈົ້າ ໄດ້ກາຍເປັນ ປະຫວັດສາດແລ້ວ, ໝາຍຄວາມວ່າ ມັນບໍ່ຄົງຕົວໃນປັດຈຸບັນອີກ ເຊັ່ນ ແຖວຕົ້ນພ້າວໝຸ໊ຍແນ໋, ໂນນຮ່ົງ, ທ່ານຳ້ແກ່ງຊອນ ແລະ ໂນນຊາຍ ທີ່ໝຸ໊ຍແນ໋. ຜ່ານງານວາງສະແດງນີ້, ຂ້າພະເຈົ້າຫວັງວ່າ ອຳນາດ ການປົກຄອງທຸກຂັ້ນ, ບັນດານັກຄຸ້ມຄອງ, ນັກທຸລະກິດ ແລະ ປະຊາຊົນ ຢູ່ “ບ່ອນທີ່ຂ້າພະເຈົ້າໃຊ້ຊີວິດ” ຈະມີການ ຮ່ວມໄມ້ຮ່ວມ ມືກັນ ປົກປັກຮັກສາສິ່ງແວດລ້ອມ, ຮັກສາ ບັນຍາກາດ ວັດທະນະ ທຳ, ປະຫວັດສາດ ແລະ ທ່ອງທ່ຽວ...”

ພາບຖ່າຍຈຳນວນໜຶ່ງທີ່ງານວາງສະແດງ: 


ລະດູຫາສິນໃນນ້ຳ.


ກອງເຮືອກະຈາດ.


ພາບຂອງທະເລ. 


ພິທີບູຊາ ແລະ ຈັດແຈງໃໝ່ຂຸມຝັງສົບ ໃນມື້ບຸນ ຣາມືວານ ຂອງ ຊົນເຜົ່າ ຈຳ ຖືສາສະໜາ ບານີ.


ຮ່ອງຮອຍຫຼັງສົງຄາມ.


ເຮືອນຫຼີກຊ້າງປ່າ. 


ການເປັນເຈົ້າຊ້າງປ່າ. 


ໂນນຊາຍ.


ໂນນໂຮ່ງ-ທີວທຳມະຊາດ ຢູ່ໝຸ໊ຍແນ໋ ປະຈຸບັນ ບໍ່ມີອີກແລ້ວ. 


ແຖວຕົ້ນພ້າວຢູ່ຖະໜົນຟານຖ໋ຽດ, ໝຸ໊ຍແນ໋ ໃນສະໄໝກ່ອນ.


ກຽມອອກສູ່ທະເລ. 


ແກ່ມອງ. 


ຢອກຫຼິ້ນກັບຟອງທະເລໃນຍາມອັດສະດົງ.


ການລະຫຼິ້ນຂອງລົມ.


ຫວ່ານແຫ.


ເຈືອຈານເຂົ້າກັບທຳມະຊາດ. 
 

"ພາບຖ່າຍຂອງ ຫງວຽນຫືວແທ່ງ ໄດ້ສະແດງເຖິງ ຄວາມງາມ, ຄວາມສະໜິດຕິດພັນ ກັບຊີວິດຕົວຈິງ ຂອງ ນັກສິລະປິນຜູ້ໜຶ່ງ ຊຶ່ງທ່ານຜູ້ຊົມອາດສາມາດຮັບຮູ້ໄດ້ ຈັງຫວະຂອງຫົວໃຈ, ຂອງ ຄວາມ ຮັກຕໍ່ສິລະປະການຖ່າຍຮູບ ຢູ່ເບື້ອງຫຼັງພາບຖ່າຍ ແຕ່ລະ ແຜ່ນຂອງເພິ່ນ... ".

(ທ່ານ ເຈິ່ນມາຍເຫືອງ, ອະດີດຜູ້ ອຳນວຍການໃຫຍ່ ຂ່າວສານ ຫວຽດນາມ)

 
ປະຕິບັດ: ດັ້ງກິມເຟືອງ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top