• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ປະທັບໃຈຫຼອດດູດ ຜະລິດຈາກຜັກ, ຫົວຜັກ ແລະ ໝາກໄມ້

ສະຫະກອນ ຊົງຮ່ົງ ທີ່ຕາແສງ ດ້າຍແມັກ, ເມືອງ ດົງແອັງ, ຮ່າໂນ້ຍ ໄດ້ປະສົບຜົນສຳເລັດ ໃນການຜະລິດຫຼອດດູດ ຈາກຜັກ, ຫົວຜັກ ແລະ ໝາກໄມ້. ນີ້ເປັນຜະລິດຕະພັນ OCOP ລະດັບ 5 ດາວ ຂອງ ຮ່າໂນ້ຍ ແລະ ເປັນວິທີ ແກ້ໄຂທີ່ດີ ໃນສະພາບການຈຳໜ່າຍຜະລິດຕະພັນ ກະເສດ ພວມປະສົບຄວາມຫຍຸ້ງຍາກ ຈາກການແຜ່ລະບາດ ຂອງ ເຊື້ອໂຄວິດ - 19. 
ແນວຄວາມຄິດຜະລິດຫຼອດດູດ ຈາກຜັກ, ຫົວຜັກ ແລະ ໝາກໄມ້ Ecos ໄດ້ຮັບແຮງບັນດານໃຈ ຈາກທ່ານ ເລວັນຕ໋າມ. ທ່ານ ຕ໋າມ ເປັນຊາວກະສິກອນ, ມີບ້ານເກີດເມືອງນອນ ຢູ່ແທງຮວາ. ມື້ໜຶ່ງ, ເພິ່ນກັບເມືອຢາມບ້ານ, ໄດ້ເຫັນກັບຕາ ໜ້ານໍ້າທະເລ ເຕັມໄປດ້ວຍ ຂີ້ເຫຍື້ອ ປຼາສະຕິກ, ໃນນັ້ນ ສ່ວນຫຼາຍແມ່ນຫຼອດດູດ ທີ່ເຮັດດ້ວຍຢາງ. ເພິ່ນຮູ້ສຶກເສຍດາຍ ເມື່ອເຫັນທະເລ ເກີດມົນລະພິດ ຢ່າງໜັກ ຈາກຂີ້ເຫຍື້ອ ປຼາສະຕິກ. ເຫັນຮູບພາບ ຫຼອດດູດ ທີ່ເຮັດດ້ວຍຢາງ ເຕັມຢູ່ ແຄມທະເລ ແລະ ບໍ່ເປື່ອຍລະລາຍໄດ້, ເພິ່ນຈຶ່ງເກີດແນວ ຄວາມຄິດ ຕ້ອງເຮັດໃຫ້ ໄດ້ ຫຼອດດູດ ປະເພດໜຶ່ງທີ່ເປັນມິດ ກັບສິ່ງແວດລ້ອມ.  

ໝູນໃຊ້ທ່າແຮງ ຂອງ ກະສິກຳ ໃນທ້ອງຖິ່ນ, ນັ້ນແມ່ນແຫຼ່ງວັດ ຖຸດິບຜັກ, ຫົວຜັກ ແລະ ໝາກໄມ້ ທີ່ມີຢ່າງອຸດົມສົມບູນ. ເພິ່ນໄດ້ຮໍ່າຮຽນ, ທົດລອງ ແລະ ຜະລິດຫຼອດດູດ ທີ່ ເຮັດ ຈາກຜັກ, ຫົວຜັກ ແລະ ໝາກໄມ້. ຫຼອດດູດ ປະເພດນີ້ ມີຈຸດເດັ່ນແມ່ນໄດ້ຜະລິດຈາກແຫຼ່ງວັດຖຸດິບ ທີ່ມາຈາກ ທຳມະຊາດ. ນອກ ຈາກຄຸນປະໂຫຍດຕົ້ນຕໍ່ແມ່ນໄດ້ນຳໃຊ້ ເພື່ອ ດູດນໍ້າ, ຫຼອດດູດ ປະເພດນີ້ ຍັງໄດ້ນຳໃຊ້ເພື່ອຂົ້ວ, ຕົ້ມ, ຈຸ່ມ ຫຼື ຈືນ ເພື່ອປຸງແຕ່ງເປັນອາ ຫານ ຊະນິດຕ່າງໆ ທີ່ມີທາດບຳລຸງສູງ ແລະມີລົດຊາດທີ່ແປກ. 

ທ່ານ ເລວັນຕ໋າມ ພ້ອມກັບຊາວກະສິກອນ ຫຼາຍຄົນ ຂອງ ສະ ຫະກອນ ຊົງຮ່ົງ ໄດ້ສ້າງເຂດປູກຜັກ, ຫົວຜັກ ແລະ ໝາກ ໄມ້ ເພື່ອຮັບໃຊ້ໃຫ້ການຜະລິດ ຫຼອດດູດ. ບັນດາຫົວ ກາຣົດ, ມັນດ້າງ, ຫົວຜັກກາດຂາວ... ແລະ ບັນດາຊະນິດ ຜັກ ທີ່ມີສີຂຽວ, ສີເຫຼືອງ, ສີອິດ ຈະໄດ້ບົດເປັນແປ້ງ, ແລ້ວເອົາ ໄປໜຶ້ງ, ອົບໃຫ້ເປັນຜະລິດຕະພັນ ຫຼອດດູດ. ເລື່ອງ ຜະລິດ ຫຼອດດູດ ທີ່ເຮັດຈາກຜັກ, ຫົວຜັກ ແລະ ໝາກໄມ້ ຊ່ວຍໃຫ້ ຊາວກະສິກອນ ແກ້ໄຂໄດ້ບັນຫາຂອດຈຳໜ່າຍຜະລິດ ຕະພັນກະເສດ. ອຳນາດການປົກຄອງທ້ອງຖິ່ນ ກໍ່ຄືບັນດາ ອົງການທີ່ ກ່ຽວຂ້ອງ ໄດ້ຕີລາຄາສູງ ຕໍ່ຜະລິດຕະພັນດັ່ງກ່າວ. ຫຼອດດູດ ປະເພດນີ້ ມີຄວາມໝາຍທີ່ຍິ່ງໃຫຍ່ ກ່ຽວກັບການ ພັດທະນາເສດຖະກິດ, ພິເສດແມ່ນປະກອບສ່ວນ ຈຳກັດ ຂີ້ເຫຍື້ອ ປຼາສະຕິດ, ຫຼຸດຜ່ອນສະພາບ ສິ່ງແວດລ້ອມເປັນພິດ.  


ສວນກ້າ ຜັກ, ຫົວຜັກ ແລະ ໝາກໄມ້ ແມ່ນແນວຄິດ ຂອງ ທ່ານ ເລວັນຕ໋າມ - ຜູ້ອໍານວຍການສະຫະກອນ ຊົງຮ່ົງ ເພື່ອຜະລິດຫຼອດດູດ ຈາກຜັກ, ຫົວຜັກ ແລະ ໝາກໄມ້ ທີ່ເປັນ ມິດກັບສິ່ງແວດລ້ອມ. ພາບ: ແຄ໋ງລອງ/VNP


ຕ່ອງໂສຜະລິດ ຫຼອດດູດ ໄດ້ຜະລິດຈາກຜັກ, ຫົວຜັກ ແລະ ໝາກໄມ້ ຂອງສະຫະກອນ ຊົງໂຮ່ງ. ພາບ: ແຄ໋ງລອງ/VNP


ຂັ້ນຕອນການຜະລິດແປ້ງຈາກ ຜັກ, ຫົວຜັກ ແລະ ໝາກໄມ້. ພາບ: ແຄ໋ງລອງ/VNP


ຫຼັງຈາກ ຜັກ, ຫົວຜັກ ແລະ ໝາກໄມ້ ໄດ້ບົດເປັນແປ້ງ ແລ້ວຈະເອົາໄປໜຶ້ງ. ພາບ: ແຄ໋ງລອງ/VNP


ບັນດາຂັ້ນຕອນໄດ້ຮັບການຕິດຕາມ, ກວດກາ ເພື່ອ
ຮັບປະກັນຄວາມສະອາດ, ປອດໄພດ້ານສະບຽງອາຫານ ໃຫ້ແກ່ຜູ້ບໍລິໂພກ. ພາບ: ແຄ໋ງລອງ/VNP



ແປ້ງ ຫຼັງຈາກເອົາໄປໜຶ້ງ ຈະຂ້ຽວໃຫ້ຂຸ້ນດ້ວຍເຄື່ອງ ຈັກ. ພາບ: ແຄ໋ງລອງ/VNP


ຂັ້ນຕອນການຮັກສາຫຼອດດູດ ຜ່ານແທ່ງໂລຫະ ເພື່ອ ປ້ອງກັນ ບໍ່ໃຫ້ຫຼອດດູດ ບໍ່ຄົດ. ພາບ: ແຄ໋ງລອງ/VNP


ຫຼອດດູດ ໄດ້ຜະລິດຈາກຜັກ, ຫົວຜັກ ແລະ ໝາກໄມ້ ໄດ້ເອົາໄປຕາກແຫ້ງພາຍໃນ 24 ຊົ່ວໂມງ. ພາບ: ແຄ໋ງລອງ/VNP


ປະຈຸບັນ, ບັນດາຜະລິດຕະພັນຫຼອດດູດ ໄດ້ຜະລິດຈາກຜັກ, ຫົວຜັກ ແລະ ໝາກໄມ້ ຂອງ Ecos ໄດ້ສົ່ງອອກໄປສູ່ບັນດາຕະຫຼາດຢູ່ຕ່າງປະເທດ ຄື: ສ ເກົາຫຼີ, ໂປໂລ່ຍ, ສິງກະໂປ, ສ ອາເມລິກາ. ພາບ: ແຄ໋ງລອງ/VNP


ວິສາຫະກິດຫຼາຍແຫ່ງ ເຮັດທຸລະກິດ ກ່ຽວກັບເຄື່ອງດື່ມ, ໂຮງແຮມ, ຮ້ານອາຫານ ໄດ້ຮ່ວມມືກັບ Ecos ເພື່ອກ້າວ ສູ່ ສິ່ງແວດລ້ອມ ແລະ ສຸຂະພາບຂອງຜູ້ບໍລິໂພກ. ພາບ: ເອກະສານ

ເມື່ອເວົ້າເຖິງປະຫວັດຄວາມເປັນມາຂອງເຄື່ອງໝາຍການຄ້າ ຜະລິດຕະພັນ ຫຼອດດູດ ທີ່ເຮັດຈາກ ຜັກ, ຫົວຜັກ ແລະ ໝາກໄມ້ ຂອງສະຫະກອນ ຊົງຮ່ົງ, ທ່ານ ຕ໋າມ ໃຫ້ຮູ້ວ່າ ຕົ້ນປີ 2018, ສະຫະກອນ ຊົງຮ່ົງ ໄດ້ຮັບໃບສັ່ງຊື້ສິນຄ້າຫຼາຍ ສະບັບຈາກ ອັງກິດ. ໃນເວລາຜະລິດ, ຫຼອດດູດ ຈະເໝາະ ກັບອຸ່ນຫະພູມ 18-25 ອົງສາ ເທົ່ານັ້ນ, ເມື່ອສົ່ງໄປ ອັງກິດ, ອາກາດຕົວ ຈິງຢູ່ທ່ີນັ້ນແມ່ນ -10 ອົງສາ, ສະນັ້ນ ຈຳນວນ ຫຼອດດູດ ທີ່ສົ່ງໄປແມ່ນໄດ້ຮັບຄວາມເສຍຫາຍທັງໝົດ. ສະຫະກອນ ຊົງຮ່ົງ ຕ້ອງຊົດໃຊ້ເງິນ ໃຫ້ແກ່ສັນຍາສັ່ງຊື້ສິນຄ້າ. ບໍ່ຫໍ້ຖອຍໃຈ, ບົດຮຽນຈາກເຫດການຫຼອດດູດ ບໍ່ເໝາະສົມກັບ ອາກາດ ຢູ່ເຂດອຸ່ນ, ທ່ານ ຕ໋າມ ຕັດສິນໃຈຄົ້ນຄວ້າ ແລະ ຊອກເຫັນຫຼັກສຸດ ເພື່ອຜະລິດອອກມາ ຫຼອດດູດ ປະເພດໜຶ່ງ ທີ່ສາມາດນຳໃຊ້ໄດ້ໃນທຸກແຫຼ່ງນຳ້ ແລະ ເໝາະສົມ ກັບທຸກໆ ເງື່ອນໄຂສະ ພາບອາກາດ. 

ພາຍຫຼັງການທົດລອງມາເປັນຫຼາຍຄັ້ງ, ສຸດທ້າຍ ຜະລິດຕະພັນ ຫຼອດດູດ ທີ່ເຮັດຈາກຜັກ, ຫົວຜັກ ແລະ ໝາກໄມ້ ມີຊື່ວ່າ Ecos ກໍ່ຜະລິດຈົນສໍາເລັດຜົນ ເມື່ອແກ້ໄຂໄດ້ບັນຫາ: ເໝາະສົມ ກັບບັນດາອຸ່ນຫະພູມ ແລະ ແຫຼ່ງນໍ້າ, ທົນທານກັບທຸກ ສະພາບ ອາກາດ. ໃບສັ່ງຊື້ສິນຄ້າຈາກ ສ ເກົາຫຼີ ດ້ວຍຈຳນວນຫຼອດດູດ 7 ລ້ານ ຫຼອດຕໍ່ເດືອນ ຢັ້ງຢືນໄດ້ ຄວາມດີເລີດຂອງຜະລິດ ຕະພັນ Ecos ເມື່ອມາຍັງຜູ້ບໍລິໂພກ, ພິເສດແມ່ນການສົ່ງ ອອກ. 

ປັດຈຸບັນ, ຜະລິດຕະພັນຫຼອດດູດ ທີ່ເຮັດຈາກ ຜັກ, ຫົວຜັກ ແລະ ໝາກໄມ້ ໄດ້ຈຳໜ່າຍອອກຢູ່ບັນດາລະບົບຮ້ານ ຊັບພະສິນຄ້າ, ສະໜາມບິນ, ບໍລິສັດທ່ອງທ່ຽວ ແລະ ບັນດາ ຫົວໜ່ວຍເຮັດທຸລະກິດ ການຂົນສົ່ງ, ພິເສດແມ່ນພວມ ຜັນຂະຫຍາຍການນຳສິນຄ້າເຂົ້າໃນລະບົບ resort ຢູ່ເຂດທ່ອງທ່ຽວໃນ ຫວຽດນາມ ເຊັ່ນ: ຝູ໋ກວັກ, ກວາງນິງ, ດ່າໜັງ... ພ້ອມກັບການ ຈຳໜ່າຍ ຢູ່ຕະຫຼາດພາຍໃນ, ຫຼອດດູດ Ecos ຍັງໄດ້ສົ່ງອອກໄປຍັງປະເທດ ຄື: ສ ເກົາຫຼີ, ໂປໂລຍ, ສິງກະໂປ, ສ ອາເມລິກາ ດ້ວຍໃບສັ່ງຊື້ ສິນຄ້າ ຫຼາຍສະບັບ ທີ່ມີຈຳນວນ 1,3 ລ້ານຫຼອດຂຶ້ນໄປ ໃນສະພາບ ການແຜ່ລະບາດ ຂອງ ພະຍາດໂຄວິດ - 19 ໃນໂລກ ພວມຜັນແປຢ່າງສັບສົນ. 

ທ່ານ ຕ໋າມ ໃຫ້ຮູ້ວ່າ ຍຸດທະສາດພັດທະນາໃນເວລາຈະມາເຖິງ ຂອງ ສະຫະກອນ ຊົງຮ່ົງ ແມ່ນຈະຍູ້ແຮງການສົ່ງອອກ ຜະລິດ ຕະພັນ ແລະ ແຜ່ກະຈາຍສານ “ໃຊ້ຫຼອດດູດ Ecos ເພື່ອຮັກ ສາ ຊີວິດ ແລະ ສິ່ງແວດລ້ອມສີຂຽວ” ແລະ “ຍົກສູງຄຸນຄ່າຜະ ລິດ ຕະພັນກະເສດ ໃນໄລຍະໂຄວິດ - 19”. ຄຽງຂ້າງນັ້ນ, ສະ ຫະກອນ ຊົງຮ່ົງ ກໍ່ຈະຫັນເປັນຫຼາຍຮູບແບບຜະລິດຕະພັນ ທີ່ເຮັດຈາກ ຜັກ, ຫົວຜັກ ແລະ ໝາກໄມ້, ບໍ່ພຽງແຕ່ຫຼອດດູດ ເທົ່ານັ້ນ, ຫາກຍັງແມ່ນ ມີດ, ຈອກ, ຖ້ວຍ, ສ້ອມ ແລະ ເຄື່ອງ ໃຊ້ໃນການດຳລົງຊີວິດ ອີກດ້ວຍ. 


ສະຫະກອນ ຊົງຮ່ົງ ພວມຄົ້ນຄວ້າ ຜັກ, ຫົວຜັກ ແລະ ໝາກໄມ້ ຫຼາຍຊະນິດ ເພື່ອສ້າງຄວາມອຸດົມສົມ ບູນໃຫ້ ແກ່ຜະລິດຕະພັນຫຼອດດູດ. ພາບ: ແຄ໋ງລອງ/VNP






ບັນດາຜະລິດຕະພັນຫຼອດດູດ ໄດ້ຜະລິດຈາກຜັກ, ຫົວຜັກ ແລະ ໝາກໄມ້ ຂອງ Ecos. ພາບ: ເອກະສານ
 
ບົດ: ບິກເວິນ - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top