• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ປະຕູເຂດເສດຖະກິດພິເສດພາກເໜືອ

“ກໍ່ສ້າງຂົງເຂດ ຫາຍຝ່ອງ-ກວາງນິງ ໃຫ້ກາຍເປັນໃຈກາງ ເສດຖະ ກິດທະເລ; ເປັນປະຕູ, ເປັນກຳລັງໜູນເພື່ອພັດທະນາເຂດ ເສດຖະ ກິດພິເສດຂອງພາກເໜືອ ຕິດພັນກັບທ່າກຳປັ່ນສາກົນ ແລ໋ກຮວ້ຽນ; ສ້າງ ກວາງນິງ ໃຫ້ກາຍເປັນໃຈກາງການທ່ອງທ່ຽວ ແຫ່ງຊາດ ເຊື່ອມຕໍ່ກັບບັນດາໃຈກາງການທ່ອງທ່ຽວສາກົນ ລະດັບໃຫຍ່ ຂອງ ພາກພື້ນ ແລະ ໂລກ”. ນັ້ນແມ່ນບັນດາເນື້ອໃນຕົ້ນຕໍໃນມະຕິຕົກ ລົງ ຍຸດທະສາດ ພັດທະນາແບບຍືນຍົງ ເສດຖະກິດທະເລ ຫວຽດ ນາມ ເຖິງປີ 2030 ກ່ຽວກັບເຂດທະເລ ແລະ ແຄມທະເລ ພາກ ເໜືອ ທີ່ຄະນະບໍລິຫານງານສູນກາງພັກ ໄດ້ປະກາດໃຊ້ ເມື່ອ ເດືອນ ຕຸລາ 2018 ແລະ ປັດຈຸບັນ, ບັນດາທ້ອງຖ່ິນ ພວມຜັນຂະ ຫຍາຍຢ່າງພ້ອມພຽງ. 
ເພື່ອຜັນຂະຫຍາຍມະຕິຕົກລົງດັ່ງກ່າວ, ແຂວງ ກວາງນິງ ໄດ້ຫັນ ເປັນຫຼາຍຮູບແບບວິທີການລົງທຶນ, ດຶງດູດແຫຼ່ງທຶນຈາກທຸກພາກ ສ່ວນເສດຖະກິດ, ພິເສດແມ່ນການເຂົ້າຮ່ວມຂອງເອກະຊົນ, ສຸມ ໃສ່ການລົງທຶນພັດທະນາພື້ນຖານໂຄງລ່າງ ການຄົມມະນາຄົມ ດ້ວຍຈຳນວນເງິນລົງທຶນທັງໝົດກວ່າ 30.000 ຕື້ດົ່ງ. ໃນນັ້ນ ທຶນ ຈາກງົບປະມານ ແມ່ນ 10.172 ຕື້ດົ່ງ, ທຶນຈາກສັງຄົມແມ່ນ 19.828 ຕື້ດົ່ງ. 

ເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວ ແຫ່ງຊາດ 2018, ເທື່ອທຳອິດ ແຂວງ ກວາງນິງ ໄດ້ຕ້ອນຮັບຈຳນວນນັກທ່ອງທ່ຽວກວ່າ 12 ລ້ານ ເທື່ອຄົນ, ມີລາຍຮັບ 24.000 ຕື້ດົ່ງ.
ພິເສດແມ່ນເລື່ອງໂຄງການກໍ່ສ້າງການຄົມມະນາຄົມລະດັບສາກົນ 3 ແຫ່ງ, ມີຈຳນວນເງິນລົງທຶນທັງໝົດປະມານ 25.000 ຕື້ດົ່ງ ແມ່ນ ເສັ້ນທາງດ່ວນ ຫ້າລອງ-ເວິນໂດ່ນ, ສະໜາມບິນສາກົນ ເວິນໂດ່ນ, ທ່າ ກຳປັ່ນສາກົນ ຮ່ອນກາຍ ໄດ້ເປີດນຳໃຊ້ຢ່າງເປັນທາງການ. 

ໂຄງການກໍ່ສ້າງເສັ້ນທາງດ່ວນ ຫ້າລອງ-ເວິນໂດ່ນ ຈະເຊື່ອມຕໍ່ສາມຫຼ່ຽມພັດທະນາເສດຖະກິດແມ່ນ ຮ່າໂນ້ຍ-ຫາຍຝ່ອງ-ກວາງນິງ ເພື່ອຊຸກຍູ້ການພັດທະນາເຂດເສດຖະກິດພິເສດຂອງພາກເໜືອ. ນີ້ກໍ່ແມ່ນໂຄງການກໍ່ສ້າງທາງບົກທີ່ສຳຄັນ, ເປັນກຳລັງໜູນ ພັດ ທະນາໃໝ່ຂອງເຂດເສດຖະກິດ ເວິນໂດ່ນ. 

ເສັ້ນທາງດ່ວນ ຮ້າລອງ-ເວິນໂດ່ນ (ແຂວງ ກວາງນິງ) ດ້ວຍ ເງິນ ລົງທຶນທັງໝົດປະມານ 14.000 ຕື້ດົ່ງ, ຍາວເກືອບ 60 ກິໂລ ແມັດ. ນີ້ເປັນໜຶ່ງໃນບັນດາເສັ້ນທາງດ່ວນທີ່ມີຄວາມ ສຳ ຄັນພິເສດ, ມີບົດບາດຊຸກຍູ້ເສດຖະກິດ, ສັງຄົມຂອງ ແຂວງ ກວາງນິງ. ຫຼັງຈາກ ເສັ້ນທາງດັ່ງກ່າວໄດ້ເປີດນຳໃຊ້ຢ່າງ ເປັນ ທາງການ ຈະລົດເວລາ ຂອງການເດີນທາງແຕ່ນະຄອນ ຮ້າ ລອງ ເຖິງເມືອງເກາະ ເວິນໂດ່ນ ຈາກ 90 ນາທີ ລົງເຫຼືອ 50 ນາທີ ເທົ່ານັ້ນ. ພາບ: VNA


ສະໜາມບິນສາກົນ ເວິນໂດ່ນ (ກວາງນິງ), ເປັນສະໜາມ ບິນເອກະຊົນ ລົງທຶນກໍ່ສ້າງແຫ່ງທຳອິດຂອງ ຫວຽດນາມ ໂດຍ ກຸ່ມບໍລິສັດ Sun Group ເປັນຜູ້ລົງທຶນຕາມແບບ BOT (ລົງ ທຶນ-ຂຸດຄົ້ນ-ມອບສົ່ງ) ດ້ວຍເງິນລົງທຶນທັງໝົດ ປະມານ 7.700 ຕື້ດົ່ງ. ພາບ: ວັນດຶກ/VNA


ກຳປັ່ນ Celebrity Millennium ຂຶ້ນກັບບໍລິສັດ Royal Caribbean Cruise Lines ຂອງ ອາເມລິກາ, ສົ່ງນັກທ່ອງທ່ຽວກວ່າ 2.000 ຄົນ ແລະ ນັກເຮືອເກືອບ 1.000 ຄົນ ແຕ່ ໂຮງກົງ (ຈີນ) ມາຢ້ຽມຢາມ ອ່າວ ຮ້າລອງ ແລະ ສະຖານທີ່ທ່ອງທ່ຽວແຫ່ງຕ່າງໆ ຢູ່ ກວາງນິງ. ພາບ: VNA


ເສັ້ນທາງດ່ວນ ຮ້າລອງ-ຫາຍຝ່ອງ ມີລວງຍາວ 24,6 ກິໂລແມັດ, ໃນນັ້ນ ມີເສັ້ນທາງດ່ວນເຊື່ອມຕໍ່ນະຄອນ ຫາຍຝ່ອງ ກັບຂົວ ແບກດັ່ງ. ຂົວ ແບກດັ່ງ ມີຍອດເງິນລົງທຶນກໍ່ສ້າງ 7.600 ຕື້ດົ່ງ. ພາບ: ຈຸງຫງວຽນ/VNA


 
ຄະນະຜູ້ແທນຂອງບັນດາສຳນັກຂ່າວສານ ເຂົ້າຮ່ວມ ກອງ ປະຊຸມ ຄະນະບໍລິຫານງານ ອົງການຈັດຕັ້ງ ບັນດາສຳນັກຂ່າວ ສານ ພາກພື້ນ ອາຊີ-ປາຊີຟິກ (OANA) ຄັ້ງທີ 44 ມາຢ້ຽມ ຢາມ ມໍລະດົກ ທຳມະຊາດໂລກ ອ່າວ ຮ້າລອງ (ກວາງນິງ). ພາບ: VNA


ເຕີນກາງ-ທ່າກຳປັ່ນ ຫາຍຝ່ອງ ເປັນໜຶ່ງໃນບັນດາທ່າກຳປັ່ນ ທີ່ທັນສະໄໝທີສຸດຂອງແຫຼມ ດິ່ງຫວູ-ຫາຍຝ່ອງ. ພາບ: ອານດັງ/VNA


ທ່າກຳປັ່ນ ດິ່ງຫວູ ແມ່ນທ່າກຳປັ່ນແຫ່ງທຳອິດ ຢູ່ ຫາຍຝ່ອງ ມີເງື່ອນໄຂອະນຸຍາດໃຫ້ກຳປັ່ນມີນຳ້ໜັກ 20.000 ໂຕນເຂົ້າອອກທ່າ. ພາບ: ອານດັງ/VNA


ທ່າກໍາປັ່ນສາກົນ ຫາຍຝ່ອງ ເປັນທ່າກໍາປັ່ນນໍ້າເລິກ ແຫ່ງທໍາ ອິດ ຂອງເຂດເສດຖະກິດພິເສດ ພາກເໜືອ, ສາມາດຮັບ ກຳ ປັ່ນ ບັນທຸກ ສິນຄ້າ ດ້ວຍນຳ້ໜັກ 14.000 TEU, ກຳປັ່ນບັນ ທຸກສິນຄ້າ ທີ່ມີນຳ້ໜັກ ເຖິງ 160.000 DWT ເຂົ້າທຽບທ່າ. ພາບ: ອານດັງ/VNA


ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ມາທ່ຽວຊົມເກາະ ກາດບ່າ, ນະຄອນ ຫາຍຝ່ອງ. ພາບ: ອານດັງ/VNA

ໂຄງການກໍ່ສ້າງສະໜາມບິນສາກົນ ເວິນໂດ່ນ ແມ່ນສະໜາມບິນແຫ່ງທຳອິດຂອງປະເທດ ໄດ້ກໍ່ສ້າງຕາມແບບ BOT (ເອກະຊົນ ເປັນຜູ້ລົງທຶນ). ນີ້ບໍ່ພຽງແຕ່ແມ່ນ “ປະຕູບິນຂຶ້ນສູ່ ທ້ອງຟ້າ” ແຫ່ງ ໃໝ່ຂອງ ກວາງນິງ ເທົ່ານັ້ນ, ຫາກຍັງແມ່ນ ກິດຈະກຳທີ່ເປັນ ແບບ ຢ່າງຂອງຂະແໜງການຄົມມະນາຄົມ ຂົນສົ່ງ ຫວຽດນາມ ອີກ ດ້ວຍ.

ປີ 2018, ທ່າກຳປັ່ນ ຫາຍຝ່ອງ ມີຈຳນວນສິນຄ້ານຳເຂົ້າ-ສົ່ງອອກ ທັງໝົດ 32,87 ລ້ານໂຕນ, ສ້າງລາຍຮັບໄດ້ 2.188 ຕື້ດົ່ງ, ສືບຕໍ່ ຮັກສາທີ່ຕັ້ງເປັນທ່າກຳປັ່ນ ແຖວໜ້າ ຂອງຂົງເຂດພາກເໜືອ ຫວຽດນາມ.
ຫວ່າງແລ້ວນີ້, ທ່າກຳປັ່ນສາກົນ ຮ່ອນກາຍ ໄດ້ຕ້ອນຮັບກຳປັ່ນລຳທຳອິດເຂົ້າທຽບທ່າ. ທ່າກຳປັ່ນແຫ່ງນີ້ ສາມາດຕ້ອນຮັບກຳປັ່ນຂົນສົ່ງນັກທ່ອງທ່ຽວຫຼາຍລຳ ທີ່ທັນສະໄໝທີ່ສຸດຂອງໂລກ, ສາມາດ ໃຫ້ກຳປັ່ນ ຂົນສົ່ງນັກທ່ອງທ່ຽວຂະໜາດໃຫຍ່ 2 ລຳ ທີ່ມີນຳ້ໜັກ ເຖິງ 225.000 GT ເຂົ້າທຽບທ່າ, ກຳປັ່ນແຕ່ລຳສາມາດ ບັນທຸກ ນັກທ່ອງທ່ຽວໄດ້  6.500 ຄົນ. ດ້ວຍລະບົບທ່າກຳປັ່ນທີ່ທັນສະ ໄໝ, ກຳປັ່ນບັນທຸກນັກທ່ອງທ່ຽວສາກົນ ເມື່ອມາຢ້ຽມຢາມ ອ່າວ ຫ້າລອງ ບໍ່ຕ້ອງຈອດຢູ່ໄກຝັ່ງ ແລະ ນັກທ່ອງທ່ຽວຕ້ອງເຂົ້າຝັ່ງດ້ວຍ ເຮືອຈັກ, ທັງເສຍເວລາທັງ ບໍ່ມີຄວາມປອດໄພ ຄືແຕ່ກ່ອນອີກ ແລ້ວ. 

ຫາຍຝ່ອງ ເລີ່ມການກໍ່ສ້າງທ່າກຳປັ່ນ ແລ໋ກຮວ້ຽນ ເມື່ອປີ 2013 ດ້ວຍງົບປະມານ 1 ຕື້ໂດລາສະຫະລັດ. ເມື່ອການກໍ່ສ້າງໄລຍະ ທຳອິດສຳເລັດ ໃນເດືອນ ພຶດສະພາ 2018, ທ່າກຳປັ່ນແຫ່ງນີ້ ສາມາດຮັບຕູ້ຄອນແທນເນີ 20-feet (TEUs)  300.000 ຕູ້ ແລ້ວ ຈະເພີ່ມຂຶ້ນ ປະມານ 2-3 ລ້ານ TEUs ໃນປີ 2019 ເມື່ອທ່າກຳ ປັ່ນ ສຳເລັດການກໍ່ສ້າງບັນດາສ່ວນຕ່າງໆ.  

ສົມທົບກັບທ່າກຳປັ່ນຫຼາຍແຫ່ງທີ່ມີ, ຫາຍຝ່ອງ ອາດສາມາດຮັບ ເອົາ ໄດ້ປະມານ 5 ລ້ານ TEUs. ສິ່ງດັ່ງກ່າວ ສາມາດຍົກ ຄວາມ ສາມາດ ຂອງ ທ່າກຳປັ່ນ ຫາຍຝ່ອງ ຂຶ້ນເທົ່າທຽມກັບ ຄວາມສາ ມາດຂອງທ່າກຳປັ່ນ ຢູ່ນະຄອນ ໂຮ່ຈີມິນ, ບ່ອນຮັບເອົາ 5,94 ລ້ານ TEUs ໃນປີ 2018. 

ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງ ກໍ່ໄດ້ຜັນຂະຫຍາຍ ເພື່ອປະກອບສ່ວນໃຫ້ແກ່ໂຄງການກໍ່ສ້າງທ່າກຳປັ່ນ ຫາຍຝ່ອງ. ເສັ້ນທາງດ່ວນສາຍໜຶ່ງ ໄດ້ເປີດນຳໃຊ້ເມື່ອປີ 2015, ຊ່ວຍເຮັດ ໃຫ້ການເດີນທາງແຕ່ນະຄອນ ຫາຍຝ່ອງ ໄປຍັງນະຄອນຫຼວງ ຮ່າ ໂນ້ຍ ເສຍເວລາພຽງ 90 ນາທີເທົ່ານັ້ນ. ເສັ້ນທາງດ່ວນ ໄປຫາ ກວາງນິງ, ບ່ອນທີ່ມີໂຮງງານຜະລິດຫຼາຍແຫ່ງຂອງ ບັນດາບໍລິສັດ ຍີ່ປຸ່ນ ຈະໄດ້ເປີດນຳໃຊ້ໃນປີນີ້ ຢ່າງເປັນທາງການ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ທ່າກຳປັ່ນ ແລ໋ກຮວ້ຽນ ມີບົດບາດສຳຄັນ ໃນຍຸດທະສາດການເດີນເຮືອທະເລ ຂອງ ຫວຽດນາມ. ພາກເໜືອ ຫວຽດນາມ ພວມກາຍເປັນສູນກາງ ຜະລິດໃຫ້ແກ່ບັນດາຂະແໜງຜະລິດເຄື່ອງຈັກ, ອຸປະກອນ ເອເລັກ ໂຕຣນິກ, ລົດໃຫຍ່. Samsung Electronics ໄດ້ລົງທຶນກໍ່ສ້າງ ໂຮງງານຜະລິດໂທລະສັບມືຖື ໃນຂົງເຂດດັ່ງກ່າວ. ເຂດອຸດສາຫະ ກຳ Deep C ຢູ່ໃກ້ກັບ ແລ໋ກຮວ້ຽນ ໄດ້ດຶງດູດການລົງທຶນຈາກ ບໍລິສັດ 80 ແຫ່ງຢູ່ພາຍໃນ ແລະ ຕ່າງປະເທດ. 
 
ບົດ: VNP ສັງລວມ - ພາບ: VNA

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top