• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບໍ່ນຳ້ມັນ ເລກທີ 114-ຈຸດພົ້ນເດັ່ນໃນການ ສຳຫຼວດ ຢູ່ໄຫຼ່ທະວີບ ຫວຽດນາມ

ບໍ່ນຳ້ມັນເລກທີ 114 ຢູ່ໄຫຼ່ທະວີບ ພາກເໜືອ ຫວຽດນາມ ໃນເຂດ ອ່າງແມ່ນຳ້ແດງ, ຫ່າງຈາກແຜ່ນດິນໃຫຍ່ ໃກ້ສຸດ ຂອງ ແຂວງ ກວາງຈີ້ 65 ກມ, ຫ່າງຈາກ ດ່າໜັງ ປະມານ 86 ກມ. ສັນຍາ ຂຸດ ຄົ້ນຢູ່ ບໍ່ນຳ້ມັນ ເລກທີ 114 ໂດຍ Eni Vietnam B.V. ເປັນຜູ້ບໍ ລິຫານ, ຖືຫຸ້ນ 50%, ອີກ 50% ຍັງເຫຼືອ ແມ່ນຂອງ ESSAR E&P Limited ແລະ ປັດຈຸບັນ ພວມຢູ່ໃນໄລຍະການສໍາຫຼວດ. 

ຄວາມດີໃຈເມື່ອຄົ້ນພົບ ບໍ່ນຳ້ມັນແຫ່ງໃໝ່.

ແທ່ນເຈາະສຳຫຼວດ ບໍ່ KB-2X ທີ່ບໍ່ນຳ້ມັນເລກທີ 114.

ໃນເດືອນ ພຶດສະພາ 2019, ການຂຸດເຈາະສຳຫຼວດ ບໍ່ນຳ້ມັນ 114-Ken Bau-1X ໄດ້ເຈາະຮູ ໃນລະດັບ ຄວາມເລິກ 3.603 ມ ຊຶ່ງມີສັນຍານທ່ີດີ ໃນການຄົ້ນພົບນຳ້ມັນ ໃນລະຫວ່າງການຂຸດ ເຈາະ. ປີ 2020, ແທ່ນຂຸດເຈາະນຳ້ມັນ 114-Ken Bau-2X ໄດ້ ຂຸດເຈາະ ຫ່າງຈາກແທ່ນຂຸດເຈາະ ແຫ່ງທຳອິດ 1X ລະຫວ່າງ 2 ກມ ແລະ ໄດ້ເປີດຮູ ເມື່ອວັນທີ  29/02/2020 ພາຍຫຼັງການປະຕິ ບັດວຽກງານເປັນເວລາ 150 ວັນ, ໃນລະດັບຄວາມເລິກ 3.690 ມ. ຈາກຜົນ ສຳເລັດຂອງ ເຈາະສຳຫຼວດນຳ້ມັນ 114-Ken Bau-2X, ກຸ່ມບໍລິສັດ ນຳ້ມັນ ອາຍແກັສ ແຫ່ງຊາດ ຫວຽດນາມ ໄດ້ດໍາ ເນີນການຕາມແຜນ ເພືຶ່ອເພີ່ມປະລິມານຄັງສໍາຮອງ ຂອງປີ 2020.

ຈາກຜົນ ຂອງ ການຂຸດເຈາະ 114-Ken Bau-1X ປີ 2019 ແລະ 114-Ken Bau-2X ປີ 2020 ໄດ້ຢືນຢັນລະບົບນຳ້ມັນ ອາຍແກັສ ໃນບໍ່ນຳ້ມັນ ແກ່ນເບົ່າ ໂດຍສະເພາະ, ຂົງເຂດບໍ່ນຳ້ມັນ ເລກທີ 114 ແລະ ບັນດາ ບໍ່ນຳ້ມັນ ທີ່ໃກ້ຄຽງອີກດ້ວຍ. ຈາກຜົນງານດັ່ງ ກ່າວ,  Eni Vietnam B.V. ແລະ ESSAR E&P Limited ພວມ ສ້າງແຜນການ ສຳຫຼວດປະລິມານນຳ້ມັນ ທັງໝົດຢູ່ບໍ່ນຳ້ມັນ ແກ່ນ ເບົ່າ ໃນຊຸມປີຕໍ່ໜ້າ ແລະ ໃຫ້ທໍາການຂຸດເຈາະສຳຫຼວດນຳ້ມັນ ຢູ່ ເຂດຕ່າງໆ ຕາມສັນຍາ. ຫຼັງຈາກນັ້ນ, Eni Vietnam B.V. ຈະ ເຮັດບົດລາຍງານ ກ່ຽວກັບປະລິມານນຳ້ມັນ ແລະ ແຜນພັດທະນາ ບໍ່ນຳ້ມັນ. ຄາດວ່າ ບໍ່ນຳ້ມັນ ແກ່ນເບົ່າ ຈະໄດ້ເປີດການຂຸດຄົ້ນ ນຳ້ ມັນ ໃນປີ 2028. ນີ້ແມ່ນພື້ນຖານ ສຸດທີ່ສຳຄັນໃຫ້ແກ່ ບັນດາການ ເຄື່ອນໄຫວສຳຫຼວດຫາບໍ່ ນຳ້ນັນ ກໍ່ຄືການຂຸດຄົ້ນ ບໍ່ນຳ້ມັນ ເລກທີ 114 ແລະ ຂົງເຂດໃກ້ຄຽງ, ປະກອບສ່ວນພັດທະນາ ອຸດສາຫະກຳ ໄຟຟ້າ-ອາຍແກັສ, ບັນດາຜະລິດຕະພັນ ຈາກອາຍແກັສ ຢູ່ຂົງເຂດ ກວາງຈີ້-ເທື່ອທຽນເຫວ້ ແລະ ພາກກາງ ເປັນຢ່າງຍິ່ງ. ຜົນສໍາເລັດ ດັ່ງກ່າວ ໄດ້ຖືວ່າ ເປັນຈຸດເດັ່ນ ເພື່ອຄຳນັບຮັບຕ້ອນກອງປະຊຸມ ໃຫຍ່ ຜູ້ແທນອົງຄະນະພັກ ກຸ່ມບໍລິສັດ ນຳ້ມັນ ອາຍແກັສ ແຫ່ງ ຊາດ ຫວຽດນາມ ຄັ້ງທີ III, ອາຍຸການ 2020-2025 ແລະປະ ກອບສ່ວນທ່ີສຳຄັນເຂົ້າໃນວຽກງານຮັບປະກັນຄວາມໝັ້ນຄົງດ້ານ ພະລັງງານ ຂອງ ປະເທດຊາດ,  ກໍ່ຄືການພັດທະນາ ທ່ີຍືນຍົງ ຂອງ ຂະແໜງນຳ້ມັນ ອາຍແກັສ ຫວຽດນາມ ໃນອະນາຄົດ ອີກດ້ວຍ. 
ປະຕິບັດ: VNP

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

ທີ່ພິທີ, ບັນດາຜູ້ແທນໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ພິເສດແມ່ນໄຊຊະນະ ດ້ຽນບຽນຝູ.

Top