• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກໍາມະກອນທ່າກໍ່າປັ່ນ ຫ໋າຍຟ່ອງ ຄົບຮອບ 90 ປິ

ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກໍາມະກອນທ່າກໍ່າປັ່ນ ຫ໋າຍຟ່ອງ ຄົບຮອບ 90 ປີ ແລະ ວັນສ້າງຕັ້ງໜ່ວຍພັກກອມມູນິດທໍາອິດຢູ່ທ່າກໍ່າປັ່່ນຫ໋າຍຟ່ອງຄົບຮອບ 90 ປີ ໄດ້ດໍາເນີນໃນຕອນເຊົ້າວັນທີ 30 ພະຈິກ ຢູ່ຫ໋າຍຟ່ອງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ຖັນແຖວພະນັກງານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານທີ່ພວມເຮັດວຽກຢູ່ທ່າກໍ່າປັ່ນຫ໋າຍຟ່ອງ (ພາບ: VOV)

ນີ້ ແມ່ນໂອກາດເພື່ອຫວນຄືນເສັ້ນທາງປະຫວັດສາດ, ຖັນແຖວກໍາມະກອນທ່າກໍ່າປັ່ນຫ໋າຍຟ່ອງ ໄດ້ດໍາເນີນການຕໍ່ສູ້ທໍາອິດເພື່ອຮຽກຮ້ອງໃຫ້ເພີ່ມເງິນເດືອນ, ນໍ້າດື່ມ, ຫຼຸດເວລາການເຮັດວຽກ, ຕ້ານຄືນການທູບຕີ ແລະ ຍາດໄດ້ໄຊຊະນະໃນວັນທີ 24 ພະຈິກ 1949. ການຕໍ່ສູ້ດັ່ງກ່າວ ໄດ້ກາຍເປັນການປະທ້ວງໃຫ້ແກ່ນໍ້າໃຈແຫ່ງການປະຕິວັດລຸກຮືຂຶ້ນຂອງຊົນຊັ້ນກໍາມະກອນຫວຽດນາມ ເວົ້າລວມ ແລະ ຖັນແຖວກໍາມະກອນທ່າກໍ່າປັ່ນ ຫ໋າຍຟ່ອງ ເວົ້າສະເພາະ. ປະຕິບັດຕາມແຜນນະໂຍບາຍແຫ່ງການປ່ຽນແປງໃໝ່, ເປີດປະຕູ ແລະ ເຊື່ອມໂຍງຂອງພັກ, ລັດ ແລະ ທ່າກໍ່າປັ່ນຫ໋າຍຟ່ອງ ໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ. ຄາດວ່າ ປີ 2019, ປະລິມານສິນຄ້າທີ່ຂົນສົ່ງຜ່ານທ່າກໍ່າປັ່ນດັ່ງກ່າວ ບັນລຸ 35 ລ້ານໂຕນ; ລາຍຮັບເກັບມາໄດ້ແມ່ນຫຼາຍກວ່າ 2,2 ພັນຕື້ດົ່ງ; ປະກອບເຂົ້າໃນງົບປະມານແຫ່ງລັດປະມານ 200 ຕື້ດົ່ງ. ໂດຍເປັນທ່າກໍ່າປັ່ນປະຫວັດສາດພັດທະນານານທີ່ສຸດຢູ່ຫວຽດນາມ, ທ່ານກໍ່າປັ່ນຫ໋າຍຟ່ອງ ແມ່ນຂົວຕໍ່ແລກປ່ຽນການຄ້າສາກົນໃຫຍ່ທີ່ສຸດຂອງຫວຽດນາມ, ນໍາບັນດາຜະລິດຕະພັນ, ສິນຄ້າ ແລະ ຊາວຫວຽດນາມ ອອກສູ່ໂລກ ແລະ ນໍາໂລກ ເຂົ້າມາຫວຽດນາມ. ເຂົ້າຮ່ວມພິທີສະເຫຼີມສະຫຼອງ, ຕາງໜ້າການນໍາພັກ, ລັດ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ຖັນແຖວພະນັກງານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານທີ່ພວມເຮັດວຽກຢູ່ທ່າກໍ່າປັ່ນຫ໋າຍຟ່ອງ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top