• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານ 10 ປີ ແຫ່ງການກໍ່ສ້າງຊົນນະບົດໃໝ່ຢູ່ຮ່າໂນ້ຍ

      ຕອນເຊົ້າວັນທີ 21 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານ 10 ປີແຫ່ງການປະຕິບັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົບໃໝ່ ແລະ ໂຄງການຂອງຄະນະພັກນະຄອນຮ່າໂນ້ຍ ກ່ຽວກັບການພັດທະນາກະສິກໍາ, ການກໍ່ສ້າງຊົນນະບົດໃໝ່, ຍົກສູງຄຸນນະພາບຊີວິການເປັນຢູ່ຂອງປະຊາຊົນໃນໄລຍະ 2016 – 2020.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍບັນດາຜູ້ແທນ ໄດ້ເຂົ້າຮ່ວມພິທີຕັດແຖບຜ້າ ເປີດງານຕະຫຼາດນັດຜະລິດຕະພັນກະເສດເຄື່ອງຫັດຖະກໍາ ແລະ ຜະລິດຕະພັນ OCOP ຂອງນະຄອນ (ພາບ: VGP)
      ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງ ຄະນະພັກນະຄອນໂຮ່ໂນ້ຍ ໄດ້ເອົາໃຈໃສ່ເປັນພິເສດເຖິງການປະຕິບັດໜ້າທີ່ການເມືອງດັ່ງກ່າວ, ຫັນເນື້ອໃນຂອງໂຄງການ 02 ຂອງຄະນະພັກນະຄອນເປັນລະອຽດ, ຈາກນັ້ນ ໄດ້ນໍາມາເຊິ່ງໝາກຜົນເປັນໜ້າຊື່ນຊົມໃນການກໍ່ສ້າງຊົນນະບົດໃໝ່ ແມ່ນຄວາມຮັບຮູ້ກ່ຽວກັບກະສິກໍາ, ຊາວກະສິກອນ, ຊົນນະບົດຢ່າງຈະແຈ້ງ ແລະ ໄດ້ຫັນເປັນການກະທໍາລະອຽດ ຢູ່ຂັ້ນ, ຂະແໜງການຕ່າງໆ ແລະ ໃນລະບົບການເມືອງ. ກ່ຽວກັບໜ້າທີ່ກໍ່ສ້າງຊົນນະບົດໃໝ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີວ່າ:
        ນະຄອນຮ່າໂນ້ຍ ບໍ່ພຽງແຕ່ເສີມຂະຫຍາຍທີ່ຕັ້ງເປັນໃຈກາງ, ນໍາໜ້າກ່ຽວກັບພາລະໜ້າທີ່ເປັນຕົວເມືອງເທົ່ານັ້ນ, ຫາກເຂດຊົນນະບົດຊານເມືອງ ກໍຕ້ອງກາຍເປັນ ແກ່ນສານໃນການພັດທະນາຢ່າງກ້າວໜ້າ ແລະ ນໍາໜ້າໃນທົ່ວປະເທດ. ຄວາມສາມາດບົ່ມຊ້ອນພິເສດຂອງເຂດຊົນນະບົດຮ່າໂນ້ຍ ບໍ່ພຽງແຕ່ແມ່ນຈຸດຄວາມງາມຂອງວັດທະນະທໍາເທົ່ານັ້ນ ຫາກຍັງແມ່ນຕົ້ນກໍາເນີນເພື່ອຊຸກຍູ້ການພັດທະນາເສດຖະກິດຊົນນະບົດອີກດ້ວຍ. ຮ່າໂນ້ຍ ຕ້ອງກໍານົດຢ່າງລະອຽດ ກ່ຽວກັບວຽກງານທີ່ຕ້ອງເຮັດໃນໄລຍະຈະມາເຖິງເພື່ອພັດທະນາເຂດຊົນນະບົດຢູ່ຮ່າໂນ້ຍ. ນີ້ແມ່ນໜ້າທີ່ໜັກໜ່ວງ ແລະ ໃຫຍ່ຫຼວງທີ່ສຸດ ສໍາລັບອໍານາດການປົກຄອງ ແລະ ປະຊາຊົນຮ່າໂນ້ຍ”.
        ກ່ອນທີ່ເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍບັນດາຜູ້ແທນ ໄດ້ເຂົ້າຮ່ວມພິທີຕັດແຖບຜ້າ ເປີດງານຕະຫຼາດນັດຜະລິດຕະພັນກະເສດ, ເຄື່ອງຫັດຖະກໍາ ແລະ ຜະລິດຕະພັນ OCOP ຂອງນະຄອນ.
 (ແຫຼ່ງຄັດຈາກ VOV)

ຂະ​ແໜງທະ​ນາ​ຄານ​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ຂະ​ແໜງທະ​ນາ​ຄານ​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ຕອນເຊົ້າວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ, ເຂົ້າຮ່ວມເຫດການຫັນເປັນດີຈີຕອນຂົງເຂດທະນາຄານປີ 2024 ດ້ວຍຫົວຂໍ້ “ເປີດກວ້າງການເຊື່ອມຕໍ່ ແລະ ພັດທະນາລະບົບຊີວະພາບ ດີຈີຕອນ”.

Top