• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ເປັນປະທານການເຮັດວຽກກັບບັນດາທ້ອງຖິ່ນເຂດທ່ົງພຽງແມ່່ນໍ້າຂອງທາງພາກໃຕ້ຫວຽດນາມ

ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າອະນຸກໍາມະການເສດຖະກິດ-ສັງຄົມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ, ໄດ້ເປັນປະທານການເຮັດວຽກລະຫວ່າງ  ອະນຸກໍາມະການ ກັບບັນດາທ້ອງຖິ່ນເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແລະ ນະຄອນໂຮ່ຈີມິນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: chinhphu.vn)

ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ນະຄອນເກີນເທີ ຂອງຫວຽດນາມ ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າອະນຸກໍາມະການເສດຖະກິດ-ສັງຄົມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ, ໄດ້ເປັນປະທານການເຮັດວຽກລະຫວ່າງ  ອະນຸກໍາມະການ ກັບບັນດາທ້ອງຖິ່ນເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແລະ ນະຄອນໂຮ່ຈີມິນ. ກ່າວຄໍາເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່່າ:

        “ນີ້ແມ່ນການປຶກສາຫາລືໂດຍກົງລະຫວ່າງການນໍາບັນດາແຂວງເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ກັບ ຜູ້ນໍາບັນດາຂົງເຂດ, ຂະແໜງການ ກໍຄື ອະນຸກໍາມະການ. ເພາະສະນັ້ນ, ຂ້າພະເຈົ້າສະເໜີໃຫ້ບັນດາທ້ອງຖິ່ນ ຈົ່ງຍົກອອກບັນດາບັນຫາທີ່ພົ້ນເດັ່ນທີ່ສຸດ ກ່ຽວກັບໝາກຜົນທີ່ບັນລຸໄດ້, ຂໍ້ຄົງຄ້າງ, ຂໍ້ຈໍາກັດ, ໂດຍສະເພາະແມ່ນບັນດາບົດຮຽນປະສົບການທີ່ບັນລຸໄດ້ໃນໄລຍະ 5 ປີີ, 10 ປີ ຜ່ານມາ. ພິເສດ ແມ່ນວິທີໝູນໃຊ້ຮູບແບບໃໝ່ປະດິດຄິດສ້າງຢ່າງສໍາເລັດຜົນ ແລະ ມີປະສິດທິຜົນ ກໍຄືບັນດາຂໍ້ຕິດຂັດ, ຮົ້ວກີດຂວາງທີ່ຕ້ອງແກ້ໄຂ. ນອກຈາກນັ້ນ, ບໍ່ພຽງແຕ່ສະເໜີທິດທາງ, ໜ້າທີ່ ໃນໄລຍະ 2025  2030 ເທົ່ານັ້ນ ຫາກຍັງຕ້ອງສະເໜີວິໄສທັດຮອດປີ 2045 ອີກດ້ວຍ. ສ້າງສາຍສໍາພັນລະຫວ່່າງບັນດາທ້ອງຖິ່ນໃນເຂດ ກັບນະຄອນ ໂຮ່ຈີມິນ ແລະ ທັງປະເທດ ເພື່ອຮັບປະກັນການພັດທະນາເສດຖະກິດແບບຍືນຍົງ, ຮັບປະກັນຄວາມສະຫງົບ, ປອດໄພ”.

        ບົນພື້ນຖານຄໍາເຫັນປະກອບຈາກທ້ອງຖິ່ນຕ່າງໆ, ທ່ານນາຍົກລັດຖະມົນຕີ ຊີ້ນໍາການນໍາບັນດາກະຊວງ, ຂະແໜງການຮັບຟັງ, ຕອບ ແລະ ເຮັດແຈ້ງທິດການກໍານົດທິດພັດທະນາຂອງ 13 ແຂວງເຂດທົ່ງພຽງແມ່່ນໍ້າຂອງທາງພາກໃຕ້ຫວຽດນາມ ໃນໄລຍະ 5 ປີ, 10 ປີ ແລະ ວິໄສທັດຮອດປີ 2045./.

(ແຫຼ່ງຄັດຈາກ VOV)

ລາວ ຈັດ​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ຄົບ​ຮອບ 70 ປີ

ລາວ ຈັດ​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ຄົບ​ຮອບ 70 ປີ

ຕອນເຊົ້າວັນທີ 07 ພຶດສະພາ, ຢູ່ຫໍປະຊຸມແຫ່ງຊາດ, ທີ່ນະຄອນຫຼວງ ວຽງຈັນ ໄດ້ດຳເນີນພິທີໂຮມຊຸມນຸມມິດຕິງລະດັບຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະປະຫວັດສາດ ດ້ຽນບຽນຝູ ຄົບຮອບ 70ປີ (07 ພຶດສະພາ 1954 - ວັນທີ 7 ພຶດສະພາ 2024). ເຂົ້າຮ່ວມພິທີ, ມີທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ; ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ; ການນຳ, ອະດີດການນຳພັກ, ລັດລາວ; ກຳລັງປະກອບອາວຸດ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າໄດ້ເຂົ້າຮ່ວມເປັນຈຳນວນຫຼາຍ.

Top