• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ ແລະ ການນໍາກຸ່ມບໍລິສັດ AEON ຂອງຍີ່ປຸ່ນ

ຕອນບ່າຍວັນທີ 20 ມິຖຸນາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານ Kunio Umeda ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ຫວຽດນາມ ເພື່ອແລກປ່ຽນກ່ຽວກັບບາງມາດຕະການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ Kunio Umeda ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ຫວຽດນາມ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະແດງຄວາມຂອບອົກຂອບໃຈທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ທີ່ໄດ້ເຊື້ອເຊີນທ່ານເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະ ຢ້ຽມຢາມ ຍີ່ປຸ່ນ ໃນທ້າຍເດືອນ ມິຖຸນາ ນີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດວ່າ ສົມທົບກັບຝ່າຍຫວຽດນາມ ໃຫ້ເປັນຢ່າງດີ ເພື່ອໃຫ້ການຢ້ຽມຢາມ ຍີ່ປຸ່ນ ຂອງ ທ່ານນາຍົກລັດຖະມົນຕີ ບັນລຸໝາກຜົນດີທີ່ສຸດ, ຜ່ານນັ້ນ, ນໍາການຮ່ວມມືລະຫວ່່າງສອງປະເທດຂຶ້ນສູ່ລະດັບສູງໃໝ່ໃນທຸກຂົງເຂດ,ໃນນັ້ນມີດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.

        ທ່ານ Kunio Umeda ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ຫວຽດນາມ ໃຫ້ຮູ້ວ່່າ ບັນດາວິສາຫະກິດ ຍີ່ປຸ່ນ ປາດຖະໜາ ຢາກເປີດກວ້າງການລົງທຶນຢູ່ ຫວຽດນາມ, ເຊິ່ງເປັນປະເທດທີ່ມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ ແລະ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ. ທ່ານເອກອັກຄະລັດຖະທູດ ກໍສະເໜີບາງບັນຫາລະອຽດ ຄວນໄດ້ຮັບການແກ້ໄຂໃນການຮ່ວມມືລະຫວ່າງສອງປະເທດ ສໍາລັບບັນດາຂົງເຂດຄື ການສຶກສາບໍາລຸງກໍ່ສ້າງ, ການລົງທຶນ ແລະ ການຄ້າ.

ແລະ ກໍໃນວັນດຽວກັນ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Yasutsugu Iwamura, ຜູ້ອໍານວຍການບໍລິຫານກຸ່ມບໍລິສັດ AEON ຂອງຍີ່ປຸ່ນ ທັງເປັນຜູ້ອໍານວຍການໃຫຍ່ AEON MALL ຫວຽດນາມ. ໜ້າທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາສູງການເຄື່ອນໄຫວຂອງບໍລິສັດ AEON ຢູ່ຫວຽດນາມ; ພ້ອມທັງປາດຖະໜາຢາກໃຫ້ກຸ່ມບໍລິສັດສືບຕໍ່ລົງທຶນຢ່າງແຮງຢູ່ຫວຽດນາມ ແລະ ຈໍາໜ່າຍຜະລິດຕະພັນຂອງຫວຽດນາມ ໃຫ້ຫຼາຍກວ່າອີກ.

        ຜູ້ອໍານວຍການຝ່າຍບໍລິຫານ AEON ໃຫ້ຮູ້ວ່າ ທາງກຸ່ມບໍລິສັດຈະເພີ່ມວົງເງິນນໍາເຂົ້າສິນຄ້າຈາກຫວຽດນາມ ຂຶ້ນທົບສອງເທົ່າ ເປັນ 500 ລ້ານ USD ໃນປີ 2020 ໃນສະພາບການທີ່ຫວຽດນາມ ມີຄວາມບົ່ມຊ້ອນກາຍເປັນປະເທດສະໜອງສະບຽງອາຫານທີ່ມີຄຸນນະພາບໃຫ້ຜູ້ບໍລິໂພກອຸປະໂພກ ຍີ່ປຸ່ນ.

(ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ຮອບເຈລະຈາປັດຈຸບັນຢູ່ Cairo ໄດ້ເລີ່ມໃນວັນທີ 7 ພຶດສະພາ, ໂດຍມີທັງໝົດ 5 ຄະນະຜູ້ແທນ ຕ່າງກໍມີປະຕິກິລິຍາຢ່າງຕັ້ງໜ້າຕໍ່ກັບການເຊື່ອມຕໍ່ການເຈລະຈາຄືນໃໝ່.

Top