• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ດັກນົງ-ນາວະນິຍາຍ ຂອງ ຫີນ ແລະ ນຳ້

ຜ່ານການເວລານັບຫຼາຍລ້ານປີ, ການລະເບີດ ຢ່າງຮຸນແຮງ ຂອງ ພູເຂົາໄຟ ຫຼາຍຄັ້ງ ພ້ອມກັບການປ່ຽນແປງ ພິເສດ ຂອງ ເປືອກໂລກ ໄດ້ສ້າງ ສວນສາທາລະນະ ທໍລະນີສາດ ໂລກ ດັກນົງ ທ່ີມີລະບົບຖຳ້, ບັນດາທົ່ງນາ ຈາກລາວາ ພູເຂົາໄຟ ແລະ ນຳ້ຕົກ ຕາດ ທີ່ມີ ຄວາມງາມ ແບບທຳມະຊາດ ແລະ ຍິ່ງໃຫຍ່ ດັ່ງໃນຮູບ ເງົາ “ສວນສາທາລະນະ ຍຸກ Jura” ຂອງ ຜູ້ກໍາກັບການສະແດງ Steven Spielberg.
ເກີ ຣົງ ໂນ- “ອານາຈັກ” ຖ້ຳ ພູເຂົາໄຟ
 
ເກີ ຣົງ ໂນ ເປັນເມືອງໜຶ່ງ ຕັ້ງຢູ່ທາງທິດ ຕາເວັນອອກສ່ຽງເໜືອ, ຫ່າງຈາກນະຄອນ ຢາເງ້ຍ, ເມືອງເອກຂອງແຂວງ ດັກນົງ ປະ ມານ 100 ກິໂລແມັດ. ນີ້ຖືວ່າ ເປັນແກນຫຼັກ ຂອງ ສວນສາທາ ລະນະ ທໍລະນີສາດ ໂລກ ດັກນົງ, ເປັນ “ອານາຈັກ” ພູເຂົາໄຟ ແລະ ຖໍ້າພູເຂົາໄຟ ປະມານ 50 ແຫ່ງ ມີໜຶ່ງບໍ່ມີສອງຢູ່ໃນໂລກ.

ການພັດທະນາ ທາງດ້ານທໍລະນີສາດ ຂອງ ແຂວງ ດັກນົງ ມີແຕ່ຍຸກ Jura ຫ່າງຈາກນີ້ ປະມານ 200 ລ້ານປີ. ເຂດນີ້ ເຄີຍເປັນສ່ວນໜຶ່ງ ຂອງ ພື້ນມະຫາສະໝຸດ ທີ່ກວ້າງໃຫຍ່ໄພສານ. ເຖິງຍຸກ Paleogene (ຫ່າງຈາກນີ້ປະມານ 60 ລ້ານປີ), ນໍ້າທະເລ ລົດລົງ, ໜ້າດິນຖືກຍົກສູງຂຶ້ນ ແລະ ເລີ່ມກຳເນີດຂຶ້ນ ບັນດາພູເຂົາໄຟ, ຫຼັງຈາກນັ້ນ ກໍ່ພົ່ນລາວາອອກມາ ຫຼາຍຄັ້ງ ເປັນເວລາດົນນານ, ຈົນເຖິງກ່ອນໜ້ານີ້ ປະມານ 10.000 ປີ ຈຶ່ງສິ້ນສຸດລົງ.

ພິເສດ, ປະກົດການພົ່ນລາວາອອກມາ ຢ່າງຮຸນແຮງ ຂອງ ພູເຂົາ ໄຟ ຈື ເບີ ລຸກ ຢູ່ຕາແສງ ບວນ ຈວາ ເຮີ, ເມືອງ ເກີ ຣົງ ໂນ ໃນປັດຈຸບັນ ຖືກຖືວ່າ ໄດ້ສ້າງລະບົບຖໍ້າພູເຂົາໄຟ ມີໜຶ່ງ ບໍ່ມີສອງຢູ່ໃນໂລກ. ດ້ວຍເຫດນັ້ນ, ອ້ອມຂ້າງບໍລິເວນພື້ນທີ່ພູເຂົາໄຟ ຈື ເບີ ລຸກ ຍັງພົບເຫັນ ຖໍ້າພູເຂົາໄຟ ຫຼາຍແຫ່ງ ມີການປະກອບສ້າງ ທີ່ເປັນເອກະລັກ, ພົ້ນເດັ່ນຂຶ້ນແມ່ນຖໍ້າ C7, C9, C6.1 ແລະ C6.



ດ້້ວຍຈຸດສະເພາະຫຼາຍຢ່າງ ກ່ຽວກັບ ການພັດທະນາ ຂອງ ທຳມະຊາດ, ບັນດາຊັ້ນຫີນຜ່ານເວລາແຫ່ງການປ່ຽນແປງທາງດ້ານ ທໍລະນີສາດ, ຖຳ້ C9 ຈື ເບີ ລຸກ ກໍຄືບັນດາຖຳ້ອື່ນໆ
ໃນພື້ນທີ່ ສວນສາທາລະນະ ທໍລະນີສາດ ໂລກ ດັກນົງ ເປັນຈຸດນັດໝາຍທີ່ໜ້າດຶງດູດໃຈ ສຳລັບຜູ້ທີ່ມີຄວາມຫຼົງໄຫຼ ກັບການຄົ້ນພົບ, ຊອກຮູ້ ການປ່ຽນແປງຂອງທຳມະຊາດ. ພາບ: ກົງດາດ



ປາກຖຳ້ພູເຂົາໄຟ C8 ສັງກັດ ກຸ່ມຖໍ້າພູເຂົາໄຟ ຈື ເບີ ລຸກ ເປັນເຫວສູງຊັນ ຊຶ່ງບໍ່ມີທາງລົງ. ພາບ: ກົງດາດ


ຄວາມງາມຂອງເພດານ ຢູ່ພາຍໃນຖຳ້ C9 ເມື່ອມີແສງສະ ຫວ່າງສ່ອງເຂົ້າໄປ, ບັນດາຊັ້ນຫີນ ຜ່ານເວລາແຫ່ງການປ່ຽນ ແປງ ທາງດ້ານ ທໍລະນີສາດ ຈະຖືກສະທ້ອນແສງ ເຫຼື້ອມລະຍິບລະຍັບ. ພາບ: ກົງດາດ


ພາຍໃນຖ້ຳ C9 ມີລວງສູງ ກວ່າ 12 ແມັດ, ລວງກວ້າງ 15 ແມັດ. ພາບ: ກົງດາດ




ໄມ້ກາຍເປັນຫີນ ແລະ ຫີນ ແອເກີດ (agate) ໄດ້ກຳເນີດຂຶ້ນ ຍ້ອນການປ່ຽນແປງ ທາງດ້ານທໍລະນີສາດ ຢູ່ ສວນສາທາ ລະນະທໍລະນີສາດ ໂລກ ດັກນົງ
ຖືກພົບເຫັນ ທີ່ເມືອງ ກື ຢຸດ ແລະ ເມືອງ ດັກ ມິນ. ພາບ: ກົງດາດ



ຕັ້ງຢູ່ໃນພື້ນທີ່ເມືອງ ເກີ ຣົງໂນ, ພູເຂົາໄຟ ເນີມ ກາ ເປັນໜຶ່ງ ໃນບັນດາພູເຂົາໄຟ ງາມທີສຸດ ໃນພື້ນທີ່ ສວນສາທາລະນະ ທໍ ລະນີສາດ ດັກນົງ. ພາບ: ກົງດາດ


ພູເຂົາໄຟ ເນີມ ກາ ມີການເຄື່ອນໄຫວ ຫ່າງຈາກນີ້ ປະມານ 5 ລ້ານປີກ່ອນ. ບັນດາຮ່ອງຮອຍ ຂອງ ການພົ່ນລາວາອອກມາ ຊຶ່ງສ້າງເປັນ ທັດສະນີຍະພາບ ທີ່ແສນສວຍງາມ
ຢູ່ພື້ນທີ່ ອ້ອມຂ້າງ ປາກຖຳ້ພູເຂົາໄຟ. ພາບ: ແທງຮ່ວາ


ເສັ້ນທາງ ລາວາ ໃນການເດີນທາງຄົ້ນພົບ ຖຳ້ພູເຂົາໄຟ ຈື ເບີ ລຸກ ຢູ່ເມືອງ ເກີ ຣົງ ໂນ. ພາບ: ກົງດາດ
 

ນັກທ່ອງທ່ຽວຄົ້ນພົບ ຄວາມງາມ ແບບທໍາມະຊາດ ຂອງ ສວນສາທາລະນະ ທໍລະນີສາດ ໂລກ ດັກນົງ. ພາບ: ກົງດາດ

ຈາກເທດສະບານ ດັກເມີມ, ໃຈກາງເມືອງ ເກີ ຣົງໂນ, ພວກຂ້າ ພະເຈົ້າ ກະກຽມເຄື່ອງໃຊ້ ໃສ່ ບາໂລ ຢ່າງກະທັດຮັດ, ເຄື່ອງມືວິ ຊາຊີບ, ສະບຽງອາຫານ ຢ່າງພຽງພໍ ແລະ ແນ່ນອນວ່າ ຂາດບໍ່ໄດ້ແມ່ນໄຟສາຍໃຊ້ສະເພາະກິດ ເພື່ອເລີ່ມຕົ້ນ ການເດີນທາງ ຄົ້ນພົບ “ອານາຈັກ” ຖໍ້າພູເຂົາໄຟ ເກີ ຣົງ ໂນ. 
 
ບັນດານັກວິທະຍາສາດ ຍັງພົບເຫັນ ຮ່ອງຮອຍທີ່ເຫຼືອໄວ້ ກ່ຽວ ກັບ ການເຄື່ອນໄຫວ ດຳລົງຊີວິດ ຂອງ ຄົນສະໄໝດຶກດຳບັນ ຫ່າງຈາກນີ້ 7.000-10.000 ປີ ຢູ່ພາຍໃນຖຳ້ແຫ່ງຕ່າງໆ ຂອງ ສວນສາທາລະນະ ທໍລະນີສາດ ໂລກ ດັກນົງ. ນີ້ແມ່ນສິ່ງທີ່ຫາຍາກ ຢູ່ບັນດາຖຳ້ພູເຂົາໄຟ ທີ່ເຄີຍໄດ້ຄົ້ນພົບ ຢູ່ໃນໂລກ. 
ຢູ່ຖໍ້າ C9, ຊຶ່ງເປັນຖໍ້າພູເຂົາໄຟ ຕັ້ງຢູ່ໃກ້ກັບພູເຂົາ ຈື ເບີ ລຸກ, ພວກຂ້າພະເຈົ້າ ຕ້ອງຕົກຕະລຶງ ເມື່ອລົງຮອດພື້ນຖໍ້າ ເລິກລົງໄປ ຈາກໜ້າດິນປະມານ 20 ແມັດ. ຜ່ານແສງສະຫວ່າງສາດສ່ອງ ລົງ ມາຈາກປາກຖໍ້າ, ເປັນພາບທ່ີໜ້າຕື່ນຕາຕື່ນໃຈ ຄ້າຍຄືກັບຮູບເງົາ “ສວນສາທາລະນະ ຍຸກ Jura”. ເນື່ອງຈາກພາບຂອງ ລາວາ ພູເຂົາໄຟ ທີ່ກ້າມແຂງ ໃນຫຼາກຫຼາຍຮູບຊົງ, ສີສັນ ທີ່ທັບຊ້ອນກັນເປັນຊັ້ນໆ ພ້ອມກັບ ປ່າຜັກກູດ ແລະ ພຶກສາສາດ ຫຼາຍຊະນິດ ຖືກປົ່ງຂຶ້ນຂຽວອຸ່ມທຸ່ມ ເຮັດໃຫ້ບັນຍາກາດ ມີຄວາມເລິກລັບ ເໝືອນດັ່ງ ພາຜູ້ຄົນກັບໄປສູ່ຍຸກ ເລີ່ມຕົ້ນ ຂອງ ໜ່ວຍໂລກ.


ຍິ່ງເດີນທາງເລິກເຂົ້າໄປສູ່ທາງໃນ, ພາຍໃຕ້ແສງໄຟສາຍ ໄດ້ ປະ ກົດຕົວ ບັນດາຊັ້ນຝາຫີນພູເຂົາໄຟ ມີຫຼາຍສີ, ນັັ້ນແມ່ນຜົນ ຂອງ ລາວາ ພູເຂົາໄຟ ທີ່ພົ່ນອອກມາ ນັບຫຼາຍລ້ານປີ ສະທ້ອນແສງສີ ຕ່າງໆ ຢ່າງແປກປະຫຼາດ. ຢູ່ພື້ນຖໍ້າ ເຂົາເຈົ້າ ຍັງພົບເຫັນຊັ້ນເທົ່າຖ່ານ ຈາກພູເຂົາໄຟ ຖືກກັດແຊະ ຢ່າງແຮງ ຕາມວັນເວລາ.

ທ່ານ ຫງວຽນວັນຖ໋ວນ, ອະດີດຫົວໜ້າ ກົມໃຫຍ່່່ທໍລະນີສາດ ແລະ ແຮ່ທາດ ຫວຽດນາມ ເຄີຍສັງເກດວ່າ ເມື່ອທຽບກັບຖໍ້າພູເຂົາໄຟ ຢູ່ບາງປະເທດ ໃນໂລກເຊັ່ນ: ຖໍ້າພູເຂົາໄຟ Manjanggul Lava ເທິງເກາະ Jeju - ສັນຍາລັກ ຂອງ ການທ່ອງທ່ຽວ ສ ເກົາຫຼີ, ລະບົບຖໍ້າພູເຂົາໄຟ ຢູ່ ເກີ ຣົງໂນ ຍັງກວ້າງໃຫຍ່ ແລະ ເປັນທ່ີດຶງດູດໃຈຍິ່ງກວ່າ.

 
ນາວະນິຍາຍ ຂອງ ຫີນ ແລະ ນໍ້າ
 
ຜ່ານການເວລານັບຫຼາຍລ້ານປີ ແລະ ການປ່ຽນແປງ ທາງດ້ານທໍລະນີສາດ ໄດ້ສ້າງເປັນບັນດາຮອຍແຕກ ພ້ອມກັບ ປະກົດການພົ່ນລາວາ ຂອງ ພູເຂົາໄຟ, ພູມສັນຖານ ຂອງ ດັກນົງ ມີການປ່ຽນ ແປງ ຢ່າງຫຼວງຫຼາຍ ເຮັດໃຫ້ກະແສໄຫຼ ຂອງ ແມ່ນໍ້າ ເຊ ເຣໂປກ, ແມ່ນໍ້າ ດົ່ງນາຍ ຖືກປ່ຽນແປງ ສ້າງເປັນ ບັນດາໜອງນໍ້າ, ນຳ້ຕົກ ຕາດ ຫຼາຍແຫ່ງ ທີ່ໃຫຍ່ໂຕ ແລະ ມີຄວາມສວຍງາມ ແບບທຳມະຊາດ ເຊັ່ນ: ນໍ້າຕົກຕາດ ລືວລີ, ນ້ຳຕົກຕາດ ເຈືອດ, ນຳ້ຕົກຕາດ ໄບ໋ເຕິ່ງ, ນຳ້ ຕົກຕາດ ຢາລອງ ແລະ ນຳ້ຕົກຕາດ ເດີ ໄຣ ຊາບ.

ຢູ່ທີ່ນະຄອນ ຢາເງ໊ຍ, ນໍ້າຕົກຕາດ ລຽງ ນຸງ ທີ່ງົດງາມສູງກວ່າ 30 ແມັັດ ເກີດຂຶ້ນຈາກ ຫ້ວຍ ດັກ ເນຍ ໄຫຼຜ່ານບ້ານ ເນີ ຢີ ຣຽງ ນຳມາເຊິ່ງ ຄວາມງາມ ແບບທຳມະຊາດ ຂອງ ປ່າດົງພົງໄພ. ເທິງຝາຫີນ ທີ່ສູງຊັນ, ນໍ້າຕົກຕາດ ເໝືອນດັ່ງຜົມ ຂອງ ນາງສາວ ຂາວກະຈາຍອອກໄປ ທ່າມກາງ ບັນຍາກາດ ຂອງປ່າດົງດິບ. ຢູ່ໃຕ້ນໍ້າຕົກຕາດ ແມ່ນສ່ວນ ເພດານ ຂອງຖໍ້າ ມີຮູບຮ່າງ ປາກກົບ ມີລວງກວ້າງ ນັບຫຼາຍຮ້ອຍແມັດ ຊຶ່ງກຳເນີດຂຶ້ນ ຈາກເສົາຫີນພູເຂົາໄຟ ນັບແສນໆ ເສົາ ຈັດລຽງເປັນຊັ້ນໆ ຄື ຮັງເຜິ້ງ ປົກຄຸມໄປດ້ວຍຕົ້ນຜັກກູດ ແລະ ໄຄນໍ້າສີຂຽວ ຢ່າງແສນສວຍງາມ.

 

ນຳ້ຕົກຕາດ ເດີ ໄຣ ຊາບ ເປັນຈຸດເຊື່ອມຕໍ່ ລະຫວ່າງ ສອງ ແຂວງ ດັກລັກ ແລະ ດັກນົງ. ພາບ: ກົງດາດ


ຜົນຂອງການປ່ຽນແປງ ທາງດ້ານ ທໍລະນີສາດ ຢູ່ຊັ້ນຝາຫີນ ຂອງຖຳ້ ຢາລອງ ສັງກັດພື້ນທີ່ ຕາແສງ ດັກ ໂຊ, ເມືອງ ເກີ ຣົງ ໂນ. ພາບ: ກົງດາດ


ນຳ້ຕົກຕາດ ຫີນ granite (ຍັງມີຊື່ເອີ້ນວ່າ ນຳ້ຕົກຕາດ ເຈືອດ) ຕັ້ງຢູ່ໃນປ່າສະຫງວນແຫ່ງຊາດ ຕ່າດຸ່ງ, ພາບນຳ້ຕົກ ໃສ່ຫີນ granite ເຫຼື້ອມຍິບຍັບແສນສວຍງາມ. ພາບ: ກົງດາດ


ກຳລັງ ກວດກາ ປ່າໄມ້ ລາດຕະເວນກວດການ ອ້ອມພື້ນທີ່ ປ່າສະຫງວນແຫ່ງຊາດ ຕ່າດຸ່ງ. ພາບ: ກົງດາດ


ຊາວເຜົ່າ ມ້າ ເປັນໜຶ່ງໃນບັນດາເຜົ່າທ້ອງຖິ່ນ ຢູ່ ດັກນົງ ມີວັດທະນະທຳຄ້ອງ. ພາບ: ແທງຮ່ວາ


ໜອງ ຕ່າດຸ່ງ ສັງກັດ ເຂດອະນຸລັກຮັກສາ ທຳມະຊາດ ຕ່າ ດຸ່ງ-ສາຍພູສູງສຸດແຂວງ ດັກນົງ, ຕັ້ງຢູ່ລະຫວ່າງກາງ ເຂດພູພຽງ ດັກນົງ ແລະ ພູພຽງ ຢີລິງ
ຊຶ່ງເປັນະຖານທີ່ທ່ອງທ່ຽວ ທີ່ໜ້າດຶງດູດຈັບໃຈ. ພາບ: ກົງດາດ

ຢູ່ ເກີ ຣົງ ໂນ ມີນໍ້າຕົກຕາດ ຢາລອງ-ເດີໄຣຊາບ ທ່ີຖືວ່າ ເປັນທັດ ສະນີຍະພາບ ທີ່ມີຊື່ສຽງທີ່ສຸດ ຢູ່ເຂດ ໄຕງວຽນ. ຢູ່ທີ່ນີ້ ຫີນ, ນໍ້າ ແລະ ປ່າໄມ້ ມີການປະສານກົມກຽວກັນ ເໝືອນດັ່ງບົດດົນຕີປະ ສານສຽງ ຢ່າງໜ້າອັດສະຈັນ ຂອງ ພູເຂົາລຳເນົາໄພ. ອ້ອມຂ້າງ ນໍ້າຕົກຕາດ ແມ່ນບັນດາ ລາວາ ພູເຂົາໄຟ ເປັນເວລາ ນັບຫຼາຍລ້ານປີ ຖືກໂຮມເຂົ້າກັນ ເປັນກຸ່ມກ້ອນ ສ້າງເປັນຝາຫີນ, ເປັນແກ້ງ, ເປັນ ນ້ຳຕົກຕາດ ໃນຮູບຊົງ ທີ່ຫຼາກຫຼາຍ ແລະ ມີຄວາມສວຍງາມ ຢ່າງແປກປະຫຼາດ ເຊິ່ງຍາກທີ່ເຫັນຢູ່ແຫ່ງອື່ນ.
 
ວັນທີ 7 ກໍລະກົດ, ສວນສາທາລະນະ ທໍລະນີສາດ ໂລກ ດັກນົງ ມີເນື້ອທີ່ 4.760 km2, ກວມເອົາເມືອງ ເກີ ຣົງ ໂນ, ກື ຢຸດ, ດັກມິນ, ດັກ ຊອງ, ດັກ ເກີລອງ ແລະ ຕາແສງ ຢາເງ໊ຍ ຂອງ ແຂວງ ດັກນົງ ໄດ້ອົງການ UNESCO ຮັບຮອງເປັນ ສວນສາທາລະນະທໍລະນີສາດໂລກ. ນີ້ແມ່ນ ສວນສາທາລະ ນະທໍລະນີສາດ ໂລກ ແຫ່ງທີ່ສາມ ຢູ່ ຫວຽດນາມ. 
ພິເສດ, ສວນສາທາລະນະ ທໍລະນີສາດ ໂລກ ດັກນົງ ຍັງເປັນ ບ່ອນຢູ່ເຕົ້າໂຮມກັນ ຂອງ ບັນດາເຜົ່າ ມາເປັນເວລາດົນນານເຊັ່ນ: ເມີນົງ, ມ້າ, ເອເດ... ກັບຊີວິດການເປັນ ຢູ່ດ້ານວັດທະນະ ທຳ, ຮີດຄອງປະເພນີ ທີ່ຫຼາຍຮູບຫຼາຍແບບ ແລະ ມີເອກະລັກສະເພາະ. ບັນດາຊຸມຊົນນີ້ ໄດ້ກໍ່ໃຫ້ເກີດ ມໍລະດົກທາງວັດທະ ນະທຳ ທີ່ເປັນເອກະລັກ ຂອງ ມວນມະນຸດ, ໃນນັ້ນມີວັດທະນະທໍາຄ້ອງ ໄຕງວຽນ, ຜົນງານປະດິດແຕ່ງ ທີ່ລ້ຳເລີດປາກ ຕໍ່ ປາກ ມູນມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ຂອງ ມວນມະ ນຸດ. ນີ້ກໍແມ່ນບ້ານເກີດ ຂອງ ຊຸດດົນຕີຫີນບູຮານ ຖືກປະດິດສ້າງ ຈາກລາວາ ພູເຂົາໄຟ ມີອາຍຸ ປະມານ 2.500 ປີ ຊຶ່ງເປັນເຄື່ອງດົນຕີທີ່ເກົ່າແກ່ສຸດ ຂອງມະນຸດ.

ທ່ານນາງ ໂຕນທິຫງອກແຮ້ງ, ຮອງປະທານ ຄະນະກຳມະການ ປະຊາຊົນ ແຂວງ ດັກນົງ ໃຫ້ຮູ້ວ່າ ການເຂົ້າຮ່ວມເຄືອຄ່າຍສວນ ສາທາລະນະ ທໍລະນີສາດ ໂລກ ຂອງ UNESCO ມີຄວາມໝາຍວ່າ ບັນດາມໍລະດົກ ຢູ່ ດັກນົງ ນັບແຕ່ນີ້ ບໍ່ພຽງແຕ່ຖືກຈຳກັດຢູ່ທ້ອງຖິ່ນ, ປະເທດເທົ່ານັ້ນ, ແຕ່ຍັງເປັນມູນມໍລະດົກ ລວມຂອງມວນມະນຸດ ແລະ ຂອງ ຫຼາຍຮຸ່ນຄົນ ໃນພາຍພາກໜ້າອີກດ້ວຍ. ດ້ວຍເຫດນັ້ນ ດັກນົງ ຈະຕ້ອງ ຊຸກຍູ້ຢ່າງແຂງແຮງ ວຽກງານໂຄ ສະນາເຜີຍແຜ່ ການທ່ອງທ່ຽວ ເພື່ອສົ່ງເສີມການລົງທຶນ ແລະ ດຶງດູດ ນັກທ່ອງທ່ຽວ ມາຍັງ ດັກນົງ ດ້ວຍຫຼາຍຮູບການ ທີ່ແຕກຕ່າງ ກັນ, ໃນນັ້ນມີການເຂົ້າຮ່ວມ ງານຕະຫຼາດນັດ ສົ່ງເສີມການທ່ອງ ທ່ຽວ ພາຍໃນ ແລະ ຕ່າງປະເທດ.

 
ບົດ: ແທງຮ່ວາ-ພາບ: ກົງກາດ, ແທງຮ່ວາ

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top