• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສວຍງາມຂອງປະເທດຊາດ ແລະ ຜູ້ຄົນຫວຽດນາມ-ຈີນ ຜ່ານພາບຖ່າຍ

ພາຍໃຕ້ຫົວເລື່ອງ “ເສີມຂະຫຍາຍສີສັນວັດທະນະທຳ, ພັດທະນາ  ການພົວພັນສອງຝ່າຍ”, ພາບຖ່າຍ 81 ແຜ່ນທີ່ພົ້ນເດັ່ນ ຊຶ່ງຖ່າຍ ທອດບັນດາຄຸນຄ່າທາງດ້ານວັດທະນະທຳ, ສ່ອງແສງ ຄວາມງາມ ຂອງ ທຳມະຊາດ, ປະເທດຊາດ ແລະ ຜູ້ຄົນສອງປະເທດ ຫວຽດ ນາມ-ຈີນ ໄດ້ຮັບການວາງສະແດງ ຢູ່ໃນງານວາງສະແດງ ທີ່ໃສ່ຊື່ “ຫວຽດນາມ ສວຍງາມ, ຈີນສວຍງາມ” ໂດຍ ຂ່າວພາບຫວຽດນາມ (ສັງກັດຂ່າວສານຫວຽດນາມ) ແລະ ຂ່າວພາບຈີນ (ສັງກັດກົມພິມ ຈຳ ໜ່າຍປຶ້ມພາສາຕ່າງປະເທດຈີນ) ສົມທົບກັນຈັດ. 
ງານວາງສະແດງເປັນການເຄື່ອນໄຫວ ປະກອບສ່ວນ ເພີ່ມພູນຄູນ ສ້າງຄວາມໄມຕີຈິດມິດຕະພາບ ອັນເປັນມູນເຊື້ອ, ເຮັດໃຫ້ເລິກ ເຊິ່ງ ຍິ່ງຂຶ້ນ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຊຸກ ຍູ້ ສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຂອງ ພາກ ພື້ນ ແລະ ໃນໂລກ.

ພາຍໃນງານວາງສະແດງ, ພາບຖ່າຍໄດ້ຈັດເປັນ 5 ເນື້ອໃນຕົ້ນຕໍ ເຊັ່ນ: “ບັນດາຊື່ໃນນາມ ເຂດດິນແດນ ທີ່ໄປຄວບຄູ່ກັບວັນເວລາ”, “ວັດທະນະທຳ ຄົງຕົວຄູ່ກັບວັນເວລາ, ສະທ້ອນວົງແສງຍິບຍັບ”, “ໂສມໜ້າທັນສະໄໝ ກ້າວເຂົ້າສູ່ໄລຍະໃໝ່”, “ຄວາມໄມຕີຈິດ ມິດ ຕະພາບຫວຽດນາມ-ຈີນ ທີ່ໝັ້ນຄົງຍາວນານ” ແລະ  “ເສັ້ນທາງ ສາຍໄໝ, ຕາມຫາຄວາມຝັນອະນາຄົດ”.



ຕອນເຊົ້າວັນທີ 6 ພະຈິກ, ງານວາງສະແດງທີ່ໃສ່ຊື່ “ຫວຽດນາມ ສວຍງາມ, ຈີນສວຍງາມ” ໄດ້ຈັດຂຶ້ນທີ່ຫໍພິພິທະພັນ ໂຮ່ຈີມິນ
(ເລກທີ 19 ຖະໜົນ ຫງອກຮ່າ, ຮ່າໂນ້ຍ). ພາບ: ແຄ໋ງລອງ





ຈາກຊ້າຍຫາຂວາ: ທ່ານນາງ ເຈິ໋ນຊື໋, ຮອງບັນນາທິການໃຫຍ່ ກົມ ພິມຈຳໜ່າຍປຶ້ມພາສາຕ່າງປະເທດ ຈີນ, ທ່ານ ຮຸງແຊ໋ວຢຸງ-ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ, ທ່ານ ກົວເກວມີ໋ນ-ຮອງ ຜູ້ຮັບຜິດຊອບຫ້ອງວ່າການສື່ຂ່າວ ລັດຖະມົນຕີ ຈີນ, ທ່ານ ຫງວຽນ ຮວ່າຍເຢືອງ-ຮອງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານຫວຽດ ນາມ, ທ່ານ ຫງວຽນຖັ໋ງ-ບັນນາທິການໃຫຍ່ ຂ່າວພາບຫວຽດນາມ, ທ່ານ ຫງວຽນແມ້ງຮ່າ-ຜູ້ອຳນວຍການ ຫໍພິພິທະພັນໂຮ່ຈີມິນ ຮ່ວມ ກັນ ຕັດແຖບຜ້າ ໄຂງານວາງສະແດງ. ພາບ: ຫວຽດເກື່ອງ-ແຄງ ລອງ


ທ່ານ ກົວເກວມີ໋ນ-ຮອງຜູ້ຮັບຜິດຊອບຫ້ອງວ່າການສື່ຂ່າວ ລັດຖະ ມົນຕີ ຈີນ ກ່າວປາໄສໃນພິທີໄຂງານວາງສະແດງ. ພາບ: ແຄ໋ງລອງ


ທ່ານ ຫງວຽນຮວ່າຍເຢືອງ-ຮອງຜູ້ອຳນວຍການໃຫຍ່ ສຳນັກຂ່າວ ສານຫວຽດນາມ
ກ່າວປາໄສ ໃນພິທີ ໄຂງານວາງສະແດງ. ພາບ: ແຄ໋ງລອງ



ທ່ານ ຫງວຽນຖັ໋ງ-ບັນນາທິການໃຫຍ່ ຂ່າວພາບຫວຽດນາມ, ເປັນຜູ້ ຕາງໜ້າ ແນະນຳ ກັບບັນດາທ່ານຜູ້ແທນ
ທີ່ເຂົ້າຮ່ວມ ງານວາງສະ ແດງ. ພາບ: ແຄ໋ງລອງ



ບັນດາທ່ານຜູ້ແທນ ເຂົ້າຢ້ຽມຊົມງານວາງສະແດງ. ພາບ: ກົງດາດ


ບັນດາຜູ້ແທນ ຈີນ ສະແດງຄວາມ ຊື່ນຊອບ ຕໍ່ບັນດາ ພາບຖ່າຍ ກ່ຽວກັບທັດສະນີຍະພາບຂອງ ຫວຽດນາມ. ພາບ: ແຄ໋ງລອງ


ງານວາງສະແດງພາບຖ່າຍ ໄດ້ດຶງດູດ ແຂກພາຍໃນ ແລະ ຕ່າງ ປະເທດທີ່ມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ. ພາບ: ກົງດາດ


ພາບຖ່າຍກ່ຽວກັບມໍລະດົກໂລກ ອ່າວຮ້າລອງ ຂອງ ຂ່າວພາບ ຫວຽດນາມມ ໄດ້ດຶງດູດຄວາມສົນໃຈ
ຂອງແຂກສາກົນ ທີ່ມາຢາມ. ພາບ: ກົງດາດf



ງານວາງສະແດງ ໄດ້ດຶງດູດນັກສຶກສາຫວຽດນາມ ແລະ ນັກສຶກສາ ຈີນ ທີ່ກຳລັງສຶກສາ ຢູ່ຫວຽດນາມ
ມາຢ້ຽມຊົມ ເປັນຈຳນວນຫຼວງ ຫຼາຍ. ພາບ: ແຄ໋ງລອງ



ບັນດາເພື່ອນນັກສຶກສາ ຮຽນຢູ່ພະແນກພາສາຈີນ (ມະຫາວິທະຍາ ໄລ ເປີດ ຮ່າໂນ້ຍ) ຊອກຮູ້ກ່ຽວກັບວາລະສານ ຂ່າວພາບຫວຽດນາມ
ແລະ ວາລະສານຂ່າວພາບຈີນ ໃນງານວາງສະແດງ ແລະ ແຈກລ້າ ໃຫ້ຜູ້ເຂົ້າຊົມ. ພາບ: ແຄ໋ງລອງ



ບັນດາເພື່ອນນັກສຶກສາ ພະແນກພາສາຈີນ (ມະຫາວິທະຍາໄລະ ເປີດ ຮ່າໂນ້ຍ) ຖ່າຍຮູບເປັນທີ່ລະນຶກ ໃນງານວາງສະແດງ. ພາບ: ແຄ໋ງລອງ
 
ຄະນະຈັດຕັ້ງເຊື່ອໝັ້ນວ່າ ງານວາງສະແດງ “ຫວຽດນາມສວຍງາມ, ຈີນສວຍງາມ” ຈະດຶງດູດຄວາມສົນໃຈ ຈາກມະຫາຊົນ ເປັນຈຳ ນວນຫຼວງຫຼາຍ, ປະກອບສ່ວນເພີ່ມທະວີຍິ່ງຂຶ້ນ ຄວາມເຂົ້າໃຈ ເຊິ່ງ ກັນ ແລະ ກັນ ລະຫວ່າງປະຊາຊົນສອງປະເທດ, ເຮັດໃຫ້ເລິກເຊິ່ງ ຍິ່ງຂຶ້ນ ສາຍພົວພັນຮ່ວມມື ຍຸດທະສາດຮອບດ້ານລະຫວ່າງ ສອງ ປະເທດ, ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ຂອງ ພາກພື້ນ ແລະ ໃນໂລກ.

ເຂົ້າຊົມງານວາງສະແດງ, ຜູ້ຊົມໄດ້ເຫັນກັບຕາ ຄວາມງາມ ທີ່ອຸດົມ ສົມບູນ ດ້ານທັດສະນີຍະພາບ ພູຜາປ່າໄມ້, ແມ່ນ້ຳລຳເຊ ທີ່ສວຍ ງາມກົມກືນກັນ ຂອງ ອ່າວ ຮ້າລອງ, ຍາຈາງ, ຄວາມງາມແບບເກົ່າ ແກ່ ຂອງ ກຳແພງ ເຫວ້, ແຜ່ນດິນສັກສິດ ໝີ໊ເຊີນ ຫຼື ຄື້ນນ້ຳ ຮວ໋າງ ເຄື໋ອ, ພູຜາປ່າໄມ້ ແມ່ນ້ຳລຳເຊ ເກວລີ໋ນ... ຮູບພາບທີ່ອ່ອນຊ້ອຍ ສະເໜ່ຫາ ຂອງ ຊຸດ ຈີ໋ພ໋າວ (ເສື້ອຍາວ) ຂອງ ຈີນ ພ້ອມກັບຄວາມ ອ່ອນໂຍນຮຽບຮ້ອຍ ຂອງຊຸດ ອ໋າວຢ່າຍ (ເສື້ອຍາວ) ຫວຽດນາມ, ຫຼື ດົນຕີໃນພະລາຊະວັງ ເຫວ້ ຂອງ ຫວຽດນາມ ພ້ອມກັບສິລະປະ ລະຄອນລຳ ຂອງຈີນ ໄດ້ດຶງດູດຄວາມສົນໃຈຂອງ ຜູ້ຊົມພາຍໃນ ງານວາງສະແດງ.


ພາບຖ່າຍຈຳນວນໜຶ່ງທີ່ໄດ້ຮັບການວາງສະແດງ ໃນງານ ວາງສະ ແດງ “ຫວຽດນາມສວຍງາມ-ຈີນສວຍງາມ”: 


ນາຂັ້ນໄດຢູ່ ໝູ່ກັງຈ໊າຍ, ແຂວງ ອຽນບ໋າຍ-ຫວຽດນາມ ທີ່ສວຍງາມ ຂອງ ນາຂັ້ນໄດ ສະຫຼັບສັບກັນ ເປັນຊັ້ນໆ ພ້ອມກັບເຂົ້າສຸກເຫຼືອງ. 


ຮ່າໂນ້ຍ-ເມືອງຫຼວງຂອງປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ເປັນສູນກາງ ການເມືອງ, ວັດທະນະທຳຂອງ ທົ່ວປະ ເທດ.
ເນື່ອງຈາກມີພື້ນຖານ ປະຫວັດສາດ, ວັດທະນະທຳ ອັນຍາວ ນານ, ທຳມະຊາດທີ່ອຸດົມສົມບູນ ແລະ ທັດສະນີຍະພາບ ທີ່ສວຍງາມ
ມີຢູ່ທົ່ວທຸກແຫ່ງຫົນ, ຮ່າໂນ້ຍ ສົມກັບ ຊື່ເອີ້ນວ່າ “ແຜ່ນດິນ ພັນປີແຫ່ງອະລິຍະທຳ”. 



ນະຄອນໂຮ່ຈີມິນ-ນະຄອນໃຫຍ່ສຸດຫວຽດນາມ, ເປັນສູນກາງທາງ ເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກນິກ,
ທ່ອງທ່ຽວ ແລະ ການຄ້າສາກົນຂອງທົ່ວປະເທດ.



ໂບດໃຫຍ່ ໄຕນິງ ຂອງ ສະມາຄົມ ກາວດ່າຍ ໄຕນິງ ຕັ້ງຢູ່ ນະຄອນ ໄຕນິງ-ຫວຽດນາມ, ໄດ້ຮັບການກໍ່ສ້າງ ແບບສະຖາປັດຕະຍະກຳ ປະສານ  ລະຫວ່າງ ຕາເວັນອອກ-ຕາເວັນຕົກ. ທີ່ປະຕູ ຫຼັກ ຂອງ ໂບດໃຫຍ່ ມີຕຶກອາຄານ ສອງຫຼັງ ຄືໂບດ ຂອງ ຕາເວັນຕົກ, ພ້ອມ ກັບ ການສະຖາປັດຕະຍະກຳ ສ່ວນຫຼັງຄາ ແລະ ລະບຽງເພດານ ຕາມແບບ ຕາເວັນອອກ, ສ່ວນທາງໃນ ກໍມີການສະຖາປັດຕະຍະ ກຳ ປະສານ
ລະຫວ່າງ ຕາເວັນອອກ-ຕາເວັນຕົກ. 



ສາລາ ຊໍ ສັງກັດ ບ້ານ ຊໍ, ຕາແສງ ກົງຮ່ວາ, ເມືອງ ກວກອວາຍ, ຮ່າໂນ້ຍ, ມີປະຫວັດຄວາມເປັນມາ ກວ່າ 350 ປີ ແລ້ວ. ສາລາ ຊໍ ມີເນື້ອທີ່
ປະມານ 1100 ຕາລາງແມັດ, ດ້ານຫຼັງ ແມ່ນພູ ຣົ່ວ, ດ້ານ ໜ້າແມ່ນ ແມ່ນ້ຳໄດ໋. ສາລາ ຊໍ ຖືກຮັບຮອງວ່າ ເປັນໜຶ່ງ ໃນຈຳນວນ
ຫຼາຍສາລາບູຮານ ທີ່ມີ ສະຖາປັດຕະຍະກຳແບບສະເພາະ. 



ດົນຕີໃນລາຊະວັງເຫວ້ ກຳເນີດຂຶ້ນໃນສະໄໝລາຊະວົງ ໂຮ່ ຢູ່ ຫວຽດນາມ ແມ່ນດົນຕີ ຂອງ ລາຊະວົງ, ຖືວ່າເປັນດົນຕີ ທາງການ.
ປີ 2003, ດົນຕີໃນລາຊະວັງ ເຫວ້ ໄດ້ ຢູແນັສໂກ ຮັບຮອງວ່າ ເປັນ ຜົນການປະດິດແຕ່ງ
ລ້ຳເລີດ ມໍລະດົກວັດທະນະທຳ ທີ່ບໍ່ມີ ຕົວຕົນ ຂອງ ມວນມະນຸດ. 



ດ່າໜັງເປັນນະຄອນ ແຫ່ງທ່າກຳປັ່ນ ຢູ່ພາກກາງ ແລະ ທັງ ເປັນນະ ຄອນໃຫຍ່ ທີ 3 ຂອງຫວຽດນາມ.
ແຕ່ວັນທີ 6-11 ພະຈິກ 2017, ກອງປະຊຸມສຸດຍອດ APEC ໄດ້ຈັດຕັ້ງຢູ່ທີ່ນີ້. 



ເຫວ້ເປັນນະຄອນ ສັງກັດແຂວງ ເທື່ອທຽນ-ເຫວ້-ຫວຽດນາມ. ກຳ ແພງ ເຫວ້ ເປັນບ່ອນ ຕັ້ງເມືອງຫຼວງຂອງລາຊະວົງ ຫງວຽນ
ໃນຕະ ຫຼອດ 143 ປີ ແຕ່ປີ 1802 ເຖິງປີ 1945. ປີ 1993, ກຸ່ມປູສະນີຍະ ສະຖານ
ກຸງເກົ່າ ເຫວ້ ໄດ້ ຢູແນັສໂກ ຮັບຮອງ ເປັນມູນມໍລະດົກ ວັດທະນະທຳ ໂລກ. 



ເຂດຊົນນະບົດໃໝ່ຂອງຫວຽດນາມ. ກະສິກຳ ມີບົດບາດສຳຄັນ ຢູ່ ຫວຽດນາມ. 


ປະຈຸບັນ, ຫວຽດນາມ ກຳລັງປັບປຸງ ການກໍ່ສ້າງຊົນນະບົດໃໝ່ ຕາມທິດທັນສະໄໝໃຫ້ສົມບູນກວ່າເກົ່າ. 


ດ້ວຍຫົວເລື່ອງ ປົກປັກຮັກສາປະເພດນົກທີ່ມີຄ່າຫາຍາກ ຂອງໂລກ ຄື “ນົກຍາງໄຟ”, ລະຄອນຟ້ອນ “ຈູຮວ໋ານ” ຂອງ ສປ ຈີນ
ຖືສຳຄັນ ນຳ້ ໃຈ ຮັກສັນຕິພາບ, ທຳມະຊາດ ຂອງ ມະນຸດ, ຖືວ່າ ເປັນ “ບົດ ລະຄອນ ນົກຫົງ ຂອງ ຕາເວັນອອກ”.



ນະຄອນ ຊຽງໄຮ ເປັນສູນກາງເສດຖະກິດ ຂອງ ສປ ຈີນ, ທັງເປັນ ສູນກາງ ການເງິນທີ່ມີຊື່ສຽງທົ່ວໂລກ, ເປັນໜຶ່ງໃນນະຄອນ
ຫຼາຍ ແຫ່ງ ທີ່ ມີຂະໜາດ, ຈຳນວນພົນລະເມືອງ ແລະ ມີເນື້ອທີ່ໃຫຍ່ ທີ່ ສຸດໃນໂລກ. 



ທັດສະນີຍະພາບທີ່ສວຍງາມ ອືຫຼີງແຢວ໋ນ ຕັ້ງຢູ່ນະຄອນ ຈາງຈາ ເຈຍ, ແຂວງ ຢຸນໜານ, ສປ ຈີນ. ພາບທິວທັດທຳມະຊາດທີ່ເປັນເອກະລັກພິເສດສຸດ ຂອງ ຈາງຈາ ຈຽງ ແມ່ນ ເສົາຫີນຊາຍ ແລະ ຈອມຫີນຊາຍ ກວ່າ 3000 ໜ່ວຍ, ສ່ວນ ຫຼາຍແມ່ນສູງກວ່າ 200 ແມັດ.
ນີ້ແມ່ນສິ່ງທີ່ຍາກຈະເຫັນໄດ້ ຢູ່ໃນ ໂລກ. ປີ 1992, ທັດສະນີຍະພາບທຳມະຊາດ ຈາງຈາຈຽງ
ໄດ້ ຢູແນັສໂກຮັບ ຮອງວ່າເປັນມໍລະດົກທຳມະຊາດ ຂອງໂລກ. 



ວັນທີ 10 ກັນຍາ 2016, ຂົວໄຜປ໋ານແຈງ ເຊື່ອມຕໍ່ ເສັ້ນທາງດ່ວນ ຈາກເທດສະບານ ປີເຈ໋ຍ ເຖິງ ເທດສະບານ ຕູເກື໋ອ (ສປ ຈີນ)
ໄດ້ ເຊື່ອມຕໍ່ ຢ່າງເປັນທາງການ. ນີ້ແມ່ນຂົວທີ່ສູງທີ່ສຸດໃນໂລກ ດ້ວຍ ຄວາມສູງ 569,66 ແມັດ ເມື່ອທ່ຽບກັບ ໜ້ານ້ຳ ແມ່ນຳ້. 



ມວຍ ຫຼື ກັງຟູ ຈີນ ແມ່ນຖືສຳຄັນ ການຝຶກຝົນຫຼໍ່ຫຼອມ ກຳລັງໃນ ແລະ ພາຍນອກຂອງມະນຸດ, ທັງຮ່າງກາຍ ໄປເຖິງ ຈິດໃຈ, ທັງຝຶກ
ຝົນກ່ຽວກັບສຸຂະພາບ, ທັງຝຶກປ້ອງກັນຕົນເອງ. ກັງຟູ ບໍ່ພຽງແຕ່ ໄດ້ຮັບຄວາມນິຍົມຊົມຊອບ ຈາກຊາວຈີນ ເທົ່ານັ້ນ,
ແຕ່ຍັງມີ ເພື່ອນມິດຫ້າທະວີບ ໃຫ້ການຕ້ອນຮັບ ອີກດ້ວຍ. 



ຮີດຄອງປະເພນີຕ້ອນຮັບປີໃໝ່ປະຈຳຊາດຂອງຄົນ ຈີນ ໄດ້ຄົງຕົວ ມານານກວ່າ 4000 ປີ ແລ້ວ. ເຕັດ ເປັນວັນບຸນ ປະເພນີ ອັນສຳຄັນ
ທີສຸດ ຂອງ ຊາວຈີນ. ໃນໂອກາດປີໃໝ່, ຄົນຈີນ ມັກບູຊາ ບັນພະ ບູລຸດ, ຕົບແຕ່ງເຮືອນຊານ ແລະ ພ້ອມຂໍພອນ ຕ້ອນຮັບປີໃໝ່
ຈົ່ງ ມີແຕ່ຄວາມສຸກ ແລະ ໂຊກລາບ. 



ກູກຸງ (ພະລາຊະວັງຕ້ອງຫ້າມ) ຕັ້ງຢູ່ໃຈກາງຂອງນະຄອນຫຼວງ ປັກ ກິ່ງ (ສປ ຈີນ), ໄດ້ຮັບການກໍ່ສ້າງໃນປີ ຢຸ໊ງລົວ ທີ 18 ຂອງລາຊະວົງ ມິ໋ງ
(ປີ 1420), ເຄີຍເປັນ ພະລາຊະວັງຂອງ ສອງລາຊະວົງມິ໋ງ-ຊິງ. ພະລາຊະວັງຕ້ອງຫ້າມ ມີເນື້ອທີ່ກວ່າ 720.000 ຕາລາງແມັດ,
ເປັນກຸ່ມ ປູນີຍະສະຖານບູຮານ ທີ່ມີໂຄງປະກອບທີ່ສົມບູນ ແລະ ໃຫຍ່ທີ່ສຸດໃນໂລກ. ປີ 1987, ພະລາຊະວັງຕ້ອງຫ້າມ
ຖືກຢູແນັສ ໂກ ຮັບຮອງ ເປັນມໍລະດົກໂລກ ດ້ານວັດທະນະທຳ. 

ບົດ: ເງິນຮ່າ-ພາບ: ຂ່າວພາບຫວຽດນາມ ແລະ ຂ່າວພາບຈີນ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top