• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງການເງິນ ແລະ ໂຄລະຄົມມະນາຄົມ ຫວຽດນາມ ຢືນຢູ່ຕໍ່ໜ້າກາລະໂອກາດ ແລະ ສິ່ງທ້າທາຍ ຈາກ ສົນທິສັນຍາ EVFTA

ຕອນເຊົ້າວັນທີ 23 ຕຸລາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກິດຫວຽດນາມ (VCCI) ໄດ້ຈັດຕັ້ງກອງປະຊຸມສໍາມະນາ ດ້ວຍຫົວຂໍ້ “ຂະແໜງການເງິນ ແລະ ໂທລະຄົມມະນາຄົມຫວຽດນາມ ຕໍ່ໜ້າກາລະໂອກາດ ແລະ ສິ່ງທ້າທາຍ ຈາກ ສົນທິສັນຍາ EVFTA”. 

ກອງປະຊຸມສໍາມະນາ ດ້ວຍຫົວຂໍ້ “ຂະແໜງການເງິນ ແລະ ໂທລະຄົມມະນາຄົມຫວຽດນາມ ຕໍ່ໜ້າກາລະໂອກາດ ແລະ ສິ່ງທ້າທາຍ ຈາກ ສົນທິສັນຍາ EVFTA”.  

(ພາບ: Bnews-TTXVN)

ກອງປະຊຸມຖືກຈັດຂຶ້ນ ເພື່ອແນໃສ່ສະໜອງຂໍ້ມູນຂ່າວສານ, ຊ່ວຍບັນດາວິສາຫະກິດທີ່ຕອບສະໜອງ ແລະ ນໍາໃຊ້ບັນດາບໍລິການການເງິນ, ໂທລະຄົມມະນາຄົມສາມາດເຂົ້າໃຈກ່ຽວກັບບັນດາຄໍາໝັ້ນສັນຍາໃນສົນທິສັນຍາ EVFTA ກໍຄືກະກຽມຢ່າງມີປະສິດທິຜົນ ເພື່ອຍາດແຍ້ງກາລະໂອກາດ ແລະ ຜ່ານຜ່າຄວາມຫຍຸ້ງຍາກຈາກສົນທິສັນຍາສະບັບດັ່ງກ່າວ.

        ທ່ານຮວ່າງກວາງຟ່ອງ, ຮອງປະທານ VCCI ໃຫ້ຮູ້ວ່າ:

        “ສະຫະພາບເອີຣົບ ຫຼື ອີຢູ ແມ່ນຄູ່ຮ່ວມມືທີ່ເຂັ້ມແຂງກ່ຽວກັບດ້ານການເງິນ, ໂທລະຄົມມະນາຄົມ. ພ້ອມກັນນັ້ນ ມີບັນດາມາດຕະຖານສູງໃນການບໍລິຫານ ແລະ ການເຄື່ອນໄຫວໃນຂົງເຂດນີ້. ບັນດາຄໍາໝັ້ນສັນຍາກ່ຽວກັບຫຼັກການ ເປີດປະຕູຕະຫຼາດການເງິນ ແລະ ໂທລະຄົມມະນາຄົມຫວຽດນາມ ໃຫ້ ອີຢູ ໃນ ສົນທິສັນຍາ EVFTA ພ້ອມກັບຜົນກະທົບລວມຈາກສົນທິສັນຍາໃໝ່ຫຼາຍສະບັບ, ແນ່ນອນວ່າ ຈະມີຜົນກະທົບຫຼາຍພໍສົມຄວນຕໍ່ຕະຫຼາດ ແລະ ການພັດທະນາຂອງບັນດາຂະແໜງນີ້ ກໍຄືຫຼາຍຂົງເຂດອື່ນທີ່ກ່ຽວຂ້ອງເຖິງພື້ນຖານເສດຖະກິດ”.

        ບັນດານັກຊ່ຽວຊານໄດ້ຊີ້ແຈ້ງວ່າ ບັນດາວິສາຫະກິດຫວຽດນາມ ຄວນຫັນເປັນມືອາຊີບ ແລະ ຍົກສູງບັນດາບໍລິການທີ່ຕົນສະໜອງ, ອອກແບບ ແລະ ສະໜອງບໍລິການເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງລູກຄ້າໃນຂົງເຂດການເງິນ ແລະ ໂທລະຄົມມະນາຄົມ. ພ້ອມກັນນັ້ນ, ຍູ້ແຮງການເພີ່ມທະວີການໝູນໃຊ້ເຕັກໂນໂລຢີ, ທະນາຄານເອເລັກໂຕນິກ, ສໍາຫຼວດກວດຄືນເປັນປະຈໍາ ແລະ ຍົກສູງເຕັກນິກຕ່າງໆໃນການຮັກສາຄວາມລັບ, ຮັບປະກັນຄວາມປອດໄພຂອງຂໍ້ມູນຂ່າວສານ. 

(ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ຮອບເຈລະຈາປັດຈຸບັນຢູ່ Cairo ໄດ້ເລີ່ມໃນວັນທີ 7 ພຶດສະພາ, ໂດຍມີທັງໝົດ 5 ຄະນະຜູ້ແທນ ຕ່າງກໍມີປະຕິກິລິຍາຢ່າງຕັ້ງໜ້າຕໍ່ກັບການເຊື່ອມຕໍ່ການເຈລະຈາຄືນໃໝ່.

Top