• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ກຳລັງເສື້ອຂາວ ຢູ່ແຖວໜ້າ ຂອງການສະກັດກັ້ນ ການແຜ່ລະບາດ

ເມື່ອການລະບາດເຊື້ອໂຄວິດ-19 ຄັ້ງທີ 4 ເກີດຂຶ້ນ ແຕ່ຕົ້ນເດືືອນ ພຶດ ສະພາ, ບັກຢາງ ແລະ ບັກນິງ ເປັນສອງແຂວງ ນອນຢູ່ ໃຈກາງການລະບາດ ກັບຈຳນວນຜູ້ຕິດເຊື້ອໂຄວິດ-19 ໄລ່ມາຮອດ ວັນທີ 16 ມິຖຸນາ ມີກວ່າ 5.000 ຄົນ ແລະ ກວ່່າ 10.000 ຄົນຕ້ອງຢຸູ່ແຍກດ່ຽວ. ບໍ່ລໍຖ້າຄຳສັ່ງຈາກຂັ້ນເທິງ, ພຽງໃນຊ່ວງເວລາເກືອບໜຶ່ງເດືອນ ໄດ້ມີແພດໝໍ ເກືອບ 3000 ຄົນທີ່ມາຈາກແຂວງ, ນະຄອນ ໃນທົ່ວປະເທດ ໄດ້ປະຕິບັດຕາມ “ຄຳສັ່ງຈາກຫົວໃຈ” ແລະ ສິນທຳປະຈຳໃຈ ຂອງ ຜູ້ເປັນທ່ານໝໍ ໄດ້ເດີນທາງໄປຍັງ ແຂວງ ບັກຢາງ, ບັກນິງ ພ້ອມກັບຂະແໜງການ ສາທາລະນະສຸກ ຂອງສອງແຂວງນີ້ ຮ່ວມກັນເພື່ອຮັບມື ຕ້ານການລະບາດ ຂອງ ພະຍາດໂຄວິດ-19. 
“ໝົດການລະບາດ ຈຶ່ງກັບ”

ຢູ່ຫ່າງຈາກໃຈກາງການລະບາດ ບັກນິງ, ບັກຢາງ ເຖິງ 1700 ກິໂລ ແມັດ, ດຣ ດັ້ງມິງຮ້ຽວ (ເກີດປີ 1993) ຈາກພະແນກ ວາງຢາສະຫຼົບ ແລະ ຟື້ນຟູສຸຂະພາບ (ໂຮງໝໍມະຫາວິທະຍາໄລ ການແພດ-ການຢາ ນະຄອນ ໂຮ່ຈີມິນ) ໄດ້ເພື່ອນຮ່ວມງານ ຕັດຜົມໃຫ້ ກ່ອນອອກເດີນ ທາງໄປຊ່ວຍເຫຼືອ ດ້ານສາທາລະນະສຸກ ໃຫ້ແຂວງ ບັກຢາງ ຖືກແບ່ງ ປັນຢູ່ເທິງເຄືອຄ່າຍອິນເຕີເນັດ ຊຶ່ງສ້າງ ຄວາມສະເທືອນໃຈ ຕໍ່ຜູ້ຊົມຢ່າງແຮງ. ເປັນໜຶ່ງໃນທ່ານໝໍ 200 ຄົນ ຂອງ ໂຮງໝໍ ມະຫາວິທະຍາໄລການແພດ-ການຢານະຄອນ ໂຮ່ຈີມິນ ໄດ້ອາສາສະໝັກລົງທະບຽນ ໄປຍັງບ່ອນແຖວໜ້າຂອງ ການສະກັດກັ້ນ ການແຜ່ລະບາດ, ດຣ ດັ້ງມິງຮ້ຽວ ພ້ອມກັບເພື່ອນຮ່ວມງານ ເດີນທາງດ້ວຍໃຈ “ໝົດການລະບາດ ຈຶ່ງກັບ”. 

ນອກຈາກບຸກຄະລາກອນທາງການແພດຈໍານວນ 2.743 ຄົນ ທີ່ເຂົ້າຮ່ວມຊ່ວຍເຫຼືອໂດຍກົງ ຢູ່ສອງຈຸດຮ້ອນ ບັກນິງ, ບັກຢາງ ກ່ຽວກັບ ການຊອກຄົ້ນຫາເຊື້ອ, ວິເຄາະ, ແຍກດ່ຽວ, ແບ່ງເຂດ... ປັດຈຸບັນມີບຸກຄະລາກອນທາງການແພດ, ຜູ້ຊ່ຽວຊານ, ນັກຮຽນ, ນັກສຶກສາຂະແໜງ ການແພດ ຈໍານວນ 26.768 ຄົນ ພ້ອມທີ່ຈະອາສາສະໝັກ ໄປຍັງໃຈກາງຂອງ ການລະບາດ. 
ໃນເວລາດຽວກັນ, ຢູ່ແຂວງ ພູສູງ ອຽນບ໋າຍ ທີ່ຫ່າງໄກ, ເມື່ອວັນທີ 25 ພຶດສະພາ, ດຣ ຮວ່າງຫວຽດຕຽບ (ອາຍຸ 26 ປີ), ໄດ້ຮັບແຈ້ງຂ່າວລ່ວງໜ້າພຽງໜຶ່ງຊົ່ວໂມງ ເພື່ອກະກຽມສຳພາລະເດີນທາງ ໄປຍັງ ບັກຢາງ ເພື່ອຕ້ານການແຜ່ລະບາດ. ໂດຍບໍ່ລັ່ງເລໃຈ, ດຣ ຕຽບ ອາຍຸໜຸ່ມທີສຸດໃນຄະນະຂຶ້ນລົດເມ ໄປຊ່ວຍເຫຼືອ ບັກຢາງ ຈົນບໍ່ທັນໄດ້ສົ່ງຂ່າວໃຫ້ຄອບຄົວຮູ້.

ໃນບັ້ນຂະແໜງການສາທາລະນະສຸກ ເປີດຂະບວນການ ອັນເນື່ອງຈາກ “ຄຳສັ່ງຈາກຫົວໃຈ”, ມີບັນດາເລື່ອງລາວ ທີ່ສ້າງຄວາມສະເທືອນແລະ ອົບອຸ່ນ ໃຈ ເປັນຢ່າງຍິ່ງ ຄືເລື່ອງສອງພໍ່ລູກ ທ່ານ ຫງວຽນວັນ ຕວ໋ຽນ, ເຮັດວຽກຢູ່ໂຮງໝໍ 19-8 (ກະຊວງຕຳຫຼວດ) ແມ່ນຢູ່ “ຂຸມຄອງດຽວກັນ” ເຂົ້າຮ່ວມຕ້ານການແຜ່ລະບາດ ຢູ່ແຂວງ ບັກຢາງ, ບັກນິງ. ລູກສາວ ຂອງ ທ່ານແມ່ນ ນາງ ຫງວຽນແທງຮວ່ຽນ, ນັກສຶກສາປີທີ 4, ວິທະຍາໄລ ສາທາລະນະສຸກຊັ້ນກາງ ຮ່າໂນ້ຍ ກຳລັງເຂົ້າຮ່ວມການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດເຊື້ອໂຄວິດ-19 ຢູ່ແຂວງ ບັກນິງ ດ້ວຍຄວາມອາສາສະໝັກ. ຫຼື ເລື່ອງສາວນ້ອຍ ອາຍຸ 20 ເດືອນ ໄດ້ຮ້ອງໄຫ້ ເມື່ອເຫັນຮູບພາບຂອງແມ່ ທ່ານນາງ ຫງວຽນທິແຮ້ງ (ເກີດປີ 1993) ຢູ່ເທິງຈໍໂທລະທັດ. ທ່ານນາງ ແຮ້ງ ເປັນດຣ ຢູ່ໂຮງໝໍເສນາຮັກ 103 (ຮ່າໂນ້ຍ), ຖືກສົ່ງເຂົ້າໃຈກາງ ການແຜ່ລະບາດ ບັກຢາງ ໃນເວລາຍັງບໍ່ທັນອອກນົມໃຫ້ລູກ.



ດຣ ດັ້ງມິງຮ້ຽວ-ພະແນກ ວາງຢາສະຫຼົບ ແລະ ຟື້ນຟູສຸຂະພາບ, ໂຮງໝໍມະຫາວິທະຍາໄລ ການແພດ-ການຢາ ນະຄອນ ໂຮ່ຈີມິນ ຕັດຜົມ ກ່ອນເດີນທາງໄປຊ່ວຍເຫຼືອ ແຂວງ ບັກຢາງ ໃນການຕ້ານ,
ຄວບຄຸມ  ແລະ ສະກັດກັ້ນ ການແຜ່ລະບາດເຊື້ອພະຍາດໂຄວິດ-19. ພາບ: VNA



ດຣ ຫງວຽນທິທູຮ່າ, ພະແນກ ທາງເດີນປັດສະວະ, ໂຮງໝໍ ຫວຽດ ນາມ-ຊູແອດ ອວງບີ໋ (ແຂວງ ກວ່າງນິງ) ກອດເພື່ອນຮ່ວມງານ ກ່ອນເດີນທາງໄປຍັງແຂວງ ບັກຢາງ ເພື່ອຊ່ວຍເຫຼືອ ການຕ້ານ,
ຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດເຊື້ອພະຍາດໂຄວິດ-19 ຢູ່ແຂວງ ບັກຢາງ. ພາບ: ຮວ່າງແອງ

 

ເພື່ອນຮ່ວມງານ ແລະ ຄົນສະໜິດ ສົ່ງທິມແພດໝໍ ໂຮງໝໍ ຫວຽດ ນາມ-ຊູແອດ ເດີນທາງໄປຍັງ ແຂວງ ບັກຢາງ ເພື່ອຕ້ານ, ຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດ. ພາບ: ຮວ່າງແອງ


ດຣ ຫວູຈີ໋ເຕ້ວ ພະແນກ ທາງເດີນປັດສະວະ ອຳລາເມຍ ແລະ ລູກສາວ ອາຍຸ 9 ເດືອນ ກ່ອນເດີນທາງໄປຍັງແຂວງ ບັກຢາງ ເພື່ອຊ່ວຍ ເຫຼືອ ໃນການຕ້ານ, ຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດ
ຢູ່ແຂວງ ບັກນິງ. ກ່ອນໜ້ານັ້ນ ດຣ ເຕ້ວ ໄດ້ໄປຊ່ວຍເຫຼືອດ້ານວິຊາສະ ເພາະ ຢູ່ເມືອງ ເວິນໂດ່ນ ແຂວງ ກວາງນິງ  ແລະ ຫາກໍກັບມາ ບໍ່ພໍເທົ່າ ໃດມື້. ພາບ: ຮວ່າງແອງ



ພະນັກງານແພດ ແລະ ອາສາສະໝັກ ກວ່າ 350 ຄົນ ຈາກສູນຄວບຄຸມ ພະຍາດ ປະຈໍາແຂວງ, ມະຫາວິທະຍາໄລ ເຕັກນິກ ການແພດຫາຍເຢືອງ, ໂຮງໝໍ ຫວຽດນາມ-ຊູແອດ ອວງບີ໋ ແລະ ສູນການແພດເມືອງ ຫວຽດອຽນ ເຂົ້າຮ່ວມການແບ່ງເຂດ, ວິເຄາະ, ຄົ້ນຫາເຊື້ອໂຄວິດ-19 ຢູ່ບ້ານ ນຸ໋ຍຫຽວ, ຕາແສງ ກວາງເຈົາ, ເມືອງ ຫວຽດອຽນ, ແຂວງ ບັກຢາງ. ພາບ: ຢາງເຊີນດົງ


ໂຮງໝໍເຄື່ອນທີ່ ພາກສະໜາມ ພະຍາດຕິດຕໍ່ເລກ 2 ຕັ້ງຢູ່ ກອງພັນໃຫຍ່ 831 ສັງກັດກອງບັນຊາການທະຫານ ແຂວງ ບັກຢາງ ຢູ່ເມືອງ ເຕິນອຽນ ສາມາດຮັບເອົາ, ປິ່ນປົວຜູ້ຕິດເຊື້ອໂຄວິດ-19
ໄດ້ 300 ຄົນ ແລະ ສູງສຸດ ເຖິງ 500 ຄົນ. ພາບ: ແຢງລາມ/VNA



ຕໍ່ໜ້າສະພາບການລະບາດ ຂອງ ເຊື້ອພະຍາດໂຄວິດ-19 ພວມຜັນແປຢ່າງສັບສົນ, ຈຳນວນຜູ້ຕິດເຊື້ອໂຄວິດ-19 ສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ແຂວງ ບັກຢາງ ໄດ້ສ້າງ ໂຮງໝໍເຄື່ອນທີ່ ພາກສະໜາມ ເລກ 2
ຢູ່ ສະໜາມກິລາ ແຂວງ ບັກຢາງ ສາມາດບັນຈຸຕຽງໄດ້ 620 ໜ່ວຍ ເພື່ອກຽມພ້ອມຮັບເອົາ, ປິ່ນປົວ ຜູ້ຕິດເຊື້ອໂຄວິດ-19. ພາບ: ແຢງລາມ/VNA



ທ່ານໝໍ ຄົນໜຶ່ງ ກໍາລັງຕໍ່ສູ້ກັບຄື້ນຄວາມຮ້ອນ ຢູ່ໃຈກາງການລະ ບາດ ບັກຢາງ. ພາບ: ຢາງເຊີນດົງ


ຄວາມເຊື່ອໝັ້ນຕໍ່ໄຊຊະນະ ຂອງແພດໝໍ ເກືອບ 3000 ຄົນໃນທົ່ວປະເທດທີ່ສົ່ງໄປຍັງແຂວງ ບັກຢາງ, ບັກນິງ ໃນການຕໍ່ສູ້ຕ້ານການລະບາດ. ພາບ: ຢາງເຊີນດົງ

ຄະນະ “ປະຕິບັດງານພິເສດ” ໂຮງໝໍ ເຈິ້ໄຣ໊ ສຳເລັດໜ້າທີ່ ຊ່ວຍ ເຫຼືອ ແຂວງ ບັກຢາງ ກັບຄືນ ນະຄອນ ໂຮ່ຈີມິນ ເພື່ອຊ່ວຍເຫຼືອ ເມື່ອນະຄອນ ເກີດການລະບາດ. ພາບ: ຮວ່າງແອງ

ເລື່ອງໃນໃຈ “ລູກສາມາດເກີດຕາມຫຼັງ, ແຕ່ຕ້ານການແຜ່ລະບາດ ບໍ່ສາມາດຊັກຊ້າໄດ້” ຂອງ ຄູ່ຜົວເມຍ ດຣ ມາຍແອງ (ເກີດປີ 1991) ເຮັດວຽກຢູ່ໂຮງໝໍ ຫວຽດນາມ-ຊູແອດ ອວງບີ໋ (ແຂວງ ກວ່າງນິງ)ກ່ອນເວລາອອກເດີນທາງ ໄປຍັງ ບັກຢາງ ເພື່ອຕ້ານການແຜ່ລະບາດ ພ້ອມກັບແພດໝໍ 200 ຄົນ ຂອງແຂວງ ກວ່າງນິງ ຖືກເຜີຍແຜ່ ໄປທົ່ວປະເທດ. ໃນການຕໍ່ສູ້ “ຕ້ານການລະບາດ ຄືກັບ ຕ້ານສັດຕູ”, ຄູ່ຜົວເມຍ ດຣ ໜຸ່ມນີ້ ບໍ່ມີເວລາຄິດເຖິງເລື່ອງພັກຜ່ອນ.

ເກືອບສອງເດືອນຜ່ານມາ, ບັນດາພາຫະນະສື່ມວນຊົນ ໄດ້ອອກຂ່າວ ກ່ຽວກັບ ບັນດາຖ້ຽວລົດ ຂອງ ກຳລັງແພດໝໍ ໄປຊ່ວຍເຫຼືອ ບັກຢາງ, ບັກນິງ ປະຕິບັດໜ້າທີ່ “ພິເສດ” ໃນໃຈກາງການລະບາດເຊື້ອໂຄວິດ-19 ຢ່າງຕໍ່ເນື່ອງ. ອາດແມ່ນຍ້ອນເຫດຜົນ ດັ່ງກ່າວ, ພໍ່ເຖົ້າ ຫງວຽນວັນຈາງ, ອາຍຸ 78 ປີ, ທ່ານໝໍ ຄົນໜຶ່ງ ທີ່ໄດ້ອອກກິນເບ້ຍບຳນານ ຢູ່ເມືອງ ແທງເຈືອງ (ແຂວງ ເງ້ະອານ) ໄດ້ຂຽນຈົດໝາຍອາສາສະໝັກເຂົ້າໄປຍັງບ່ອນແຖວໜ້າ ຂອງ ການສະກັດກັ້ນ ການແຜ່ລະບາດເຊື້ອໂຄວິດ-19. “ວາງມືໃສ່ຫົວໃຈ, ຟັງຫົວໃຈບອກໃຫ້ຮູ້ວ່າ ຈົ່ງໃຊ້ຊີວິດດ້ວຍຄວາມຮັບຜິດຊອບ, ຄວາມຮັກ, ບໍ່ມີຍາມໃດໄຮ້ຄວາມຮູ້ສຶກ ຕໍ່ທຸກຄວາມດ້ອຍໂອກາດ. ຈົ່ງໄປເຖິງໃຈ ກາງການລະບາດ, ເຮັດສິ່ງທີ່ຈົບງາມ”, ທ່ານ ຈາງ ໄດ້ ຂຽນໃນໃບຄຳຮ້ອງຄືແນວນັ້ນ ແລະ ໃຫ້ຮູ້ວ່າ ຕົນເອງ ພ້ອມແລ້ວທີ່ຈະໄປຍັງ ແຂວງ ບັກຢາງ, ບັກນິງ ຫຼື ບໍ່ວ່າບ່ອນໃດ ທີ່ເປັນຈຸດຮ້ອນ ຂອງການແຜ່ລະບາດເຊື້້ອໂຄວິດ-19.

ນັ້ນແມ່ນໜຶ່ງໃນຫຼາຍເລື່ອງ ກ່ຽວກັບແພດໝໍ ກວ່າ 5000 ຄົນ ອາສາສະໝັກ ໄປຍັງບ່ອນແຖວໜ້າຂອງ ການສະກັດກັ້ນ ການແຜ່ລະບາດ. ເຂົາເຈົ້າຕ່າງໃຫ້ຮູ້ວ່າ ເຂົາເຈົ້າມີຄວາມເອກອ້າງ ທະນົງໃຈທີ່ສຸດ ເມື່ອໄດ້ສວມຜືນເສື້ອຂາວ, ປະຕິບັດ ພາລະກິດ ຂອງຜູ້ ເປັນທ່ານໝໍ ໄດ້ຂຽນຢ່າງສວຍງາມ ໃນຄຳສາບານ Hippocrates ຊຶ່ງນັກສຶກສາແພດ ສາດແຕ່ລະຄົນ ຕ່າງກໍຈາລຶກໄວ້ ໃນສ່ວນເລິກ ຂອງຫົວໃຈ.


“ທຸກສະໜາມຮົບ ລ້ວນມີຄວາມຍາກລຳບາກ, ທຸກການສູ້ຮົບ ລ້ວນມີຄວາມ ເສຍສະຫຼະ; ບັນດາອ້າຍເອື້ອຍ ແລະ ພວກເພື່ອນ ເປັນ “ບັນ ດາ ນັກຮົບເສື້ອຂາວ” ກຳລັງສຸມກຳລັງ ປະຕິບັດ ພາລະກິດ ອັນສູງສົ່ງຂອງຕົນ ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ ຄືດັ່ງ ຄຳສັ່ງສອນ ຂອງປະ ທານ ໂຮ່ຈີມິນ ທີ່ເຄົາລົບຮັກທີ່ວ່າ: “ທ່ານໝໍ ຄືແມ່ຜູ້ໃຈດີ”, “... ຮັກ ແພງ ດູແລຄົນເຈັບ ຄືອ້າຍນ້ອງຄີງ ຂອງຕົນ, ຖືຄວາມເຈັບປວດຂອງຄົນເຈັບ ຄືຄວາມ ເຈັບປວດຂອງຕົນ”. 
ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ
“ບັ້ນຮົບ ອັນຮີບດ່ວນ” ຢູ່ແຖວໜ້າ ຂອງ ການແຜ່ລະບາດ

ຊຸມມື້ເດືອນ ພຶດສະພາ -ມິຖຸນາ, ແດດຮ້ອນປົກຄຸມທົ່ວພາກເໜືອ. ບັກຢາງ, ບັກນິງ ບໍ່ພຽງແຕ່ “ຮ້ອນ” ຍ້ອນຈຳນວນຜູ້ຕິດເຊື້ອໂຄວິດ-19 ແລະ ຈຳນວນຄົນ ຈຳເປັນຕ້ອງ ຢູ່ແຍກຫ່າງ ໄດ້ເພີ່ມຂຶ້ນໃນແຕ່ລະວິນາທີ, ສະພາບອາກາດຮ້ອນສູງເຖິງ 40 ອົງສາເຊ ເປັນປະຈຳ, ໃນເງື່ອນໄຂ ຕ້ອງເຮັດວຽກ ໃນຊຸດເຄື່ອງປ້ອງກັນຕົວທີ່ປິດແຈບ, ຮ້ອນເອົ້າ ແຕ່ດ້ວຍຄວາມຕັດສິນໃຈຢ່າງສູງ ຂອງ ກຳລັງ ແພດໝໍ, ຈຳນວນແຫຼ່ງລະບາດ ຂອງ ເຊື້ອພະຍາດ ໄດ້ຮັບການຄວບຄຸມເທື່ອລະກ້າວ, ຈຳ ນວນຜູ້ຕິດເຊື້ອພະຍາດໂຄວິດ-19 ກໍໄດ້ຮັບການປິ່ນປົວ ຢ່າງທັນການ.

ເປັນທີ່ລື້ງເຄີຍ ຢູ່ເກືອບທຸກຈຸດຮ້ອນ ກ່ຽວກັບໂຄວິດ-19, ຮສຈ.ປອ ເຈິ່ນຍືເຢືອງ, ຮອງຫົວໜ້າສະຖາບັນອະນາໄມ ແລະ ລະບາດວິທະຍາສູນກາງ, ຫົວໜ້າໜ່ວຍສຳຫຼວດ, ຕິດຕາມ ກວດກາ ທີ່ໃຈກາງການລະ ບາດ ບັກຢາງ. ໜຶ່ງປີຜ່ານມາ, ເຖິງວ່າ ຈຳນວນມື້ໄດ້ຢູ່ກັບຄອບຄົວຢ່າງຄົບຖ້ວນ ພຽງນັບໄດ້ເທິງຫົວໂປ້ມື, ແຕ່ເພິ່ນຄິດວ່າ ຕະລຸຍ ສູ່ແຖວໜ້າ ເປັນພັນທະ ຂອງ ບັນດາແພດໝໍ ເມື່ອການແຜ່ລະບາດ ກຳລັງແຜ່ລະບາດ. ເມື່ອຕອບຄຳຖາມ ກ່ຽວກັບ ຄວາມກົດດັນ ທີ່ ທ່ານ ແລະ ເພື່ອນຮ່ວມງານ ກຳລັງຕ້ອງຜ່ານຜ່າຢູ່ ບັກຢາງ, ຜູ້ນຳແນວຮົບຊອກຄົ້ນ ຮ່ອງຮອຍເຊື້ອພະຍາດໂຄວິດ-19 ໃຫ້ຮູ້ວ່າ ນີ້ແມ່ນຊຸມວັນເດືອນ ທີ່ເຄັ່ງຕຶງ ແລະ ເກີນກຳລັງ ຢ່າງແທ້ຈິງ ຍ້ອນບໍລິມາດວຽກງານ ສຸດທີ່  ຫຼວງຫຼາຍ. ແຕ່ເມື່ອ ມີກໍລະນີ ຕິດເຊື້ອພະຍາດໂຄວິດ-19 ໃໝ່ ຖືກຄົ້ນພົບ, ຄົນເຈັບໄດ້ສົ່ງເຖິງ ພື້ນຖານສາທາລະນະສຸກ ເພື່ອການ ປິ່ນປົວ ກໍແມ່ນເວລາ ບັນດາພະນັກງານສາທາລະນະສຸກ ເຮັດວຽກ ຄົ້ນຫາຮ່ອງ ຮອຍ ຈຳເປັນຕ້ອງທຸ້ມສຸດຕົວເພື່ອວຽກງານ.



ຂັ້ນຕອນ ການເອົາຕົວຢ່າງວິເຄາະ ເຂົ້າຫຼອດແກ້ວທົດລອງ ທີ່ສູນວິເຄາະ ສາມາດຮັບ 50.000 ຕົວຢ່າງ ຂອງ ວິທະຍາຄານ ເສນາຮັກ ຢູ່ໃຈກາງ ການລະບາດ ບັກຢາງ.
ພາບ: ຂໍ້ມູນໂດຍ ວິທະຍາຄານເສນາຮັກສະໜອງໃຫ້


ບັນດາແພດໝໍໂຮງໝໍເຄື່ອນທີ່ ພາກສະໜາມເລກ 3 ຢູ່ນະຄອນ ບັກຢາງ ແຈ້ງຜົນການວິເຄາະໃຫ້ແກ່ຄົນເຈັບ. ພາບ: ຢາງເຊີນດົງ


ແຂວງ ບັກຢາງ ໄດ້ ຮັບແລະ ນໍາໃຊ້ຫ້ອງ ເອົາຕົວຢ່າງ ວິເຄາະ ໄວ ຣັດ SARS-CoV-2 ຕັ້ງຢູ່ເມືອງ ຫວຽດອຽນ ແລະ ເຕິນອຽນ. ຕູ້ແຕ່ລະຫ້ອງໄດ້ຕິດຕັ້ງແອເຢັນ ຕ້ານຄວາມຮ້ອນ ແລະ ຫຼອດໄຟຂ້າເຊື້ອ ມີພື້ນ ທ່ີພຽງພໍ ສໍາລັບເຈົ້າໜ້າທ່ີທາງການແພດ 4 ຄົນ ເພື່ອເອົາຕົວຢ່າງວິ ເຄາະ. ພາບ: ແຢງລາມ/VNA


ບັນດາແພດໝໍ ຈາກມະຫາວິທະຍາໄລແພດສາດ ຫາຍຟ່ອງ ກ່ອນເວລາ ເກັບຕົວຢ່າງ ວິເຄາະ ຢູ່ ບ້ານ ນຸ໋ຍຫຽວ, ຕາແສງ ກວາງເຈົາ, ເມືອງ ຫວຽດອຽນ, ແຂວງ ບັກຢາງ. ພາບ: ຢາງເຊີນດົງ


ລົດສຳລັບ ສ່ອງລັງສີ ຢູ່ໂຮງໝໍເຄື່ອນທີ່ ພາກສະໜາມເລກ 3 ຢູ່ແຂວງ ບັກຢາງ. ພາບ: ຢາງເຊີນດົງ


ແຂວງ ບັກຢາງ ສັກວັກຊີນ ປ້ອງກັນເຊື້ອໂຄວິດ-19 ໃຫ້ ກຳມະ ກອນ 300 ຄົນ ຂອງ ບໍລິສັດ ຝູ໋ຮົ່ງ, ຢູ່ເຂດອຸດສາຫະກຳ ດິ່ງຈ໋າມ, ເມືອງ ຫວຽດອຽນ. ພາບ: ແຢງລາມ/VNA
 

ບັນດາທ່ານໝໍ ກວດຄົນເຈັບ ຢູ່ໂຮງໝໍເຄື່ອນທີ່ ພາກສະໜາມ ເລກ 3 (ແຂວງ ບັກຢາງ). ພາບ: ຢາງເຊີນດົງ


ທ່ານໝໍ ຄົນໜ່ຶງຢູ່ແຂວງ ບັກຢາງ ໃນຊຸມມື້ແດດຮ້ອນສູງສຸດ. ພາບ: ຢາງເຊີນດົງ


ບັນດາທ່ານໝໍ ກວດຜູ້ຕິດເຊື້ອໂຄວິດ-19 ຢູ່ໂຮງໝໍເຄື່ອນທີ່ພາກສະໜາມ ເລກ 3 ບັກຢາງ. ພາບ: ຢາງເຊີນດົງ


ທ່ານໝໍ ຄົນໜ່ຶງຢູ່ແຂວງ ບັກຢາງ ໃນຊຸມມື້ແດດຮ້ອນສູງສຸດ. ພາບ: ຢາງເຊີນດົງ


ຄວາມເຊື່ອໝັ້ນຕໍ່ໄຊຊະນະ ຂອງ ກຳລັງສາທາລະນະສຸກ ບັນດາແຂວງ, ນະຄອນ ທີ່ສົ່ງໄປຍັງແຂວງ ບັກຢາງ, ບັກນິງ ໃນການຕໍ່ສູ້ຕ້ານການລະບາດ. ພາບ: ຢາງເຊີນດົງ

ຈຸດສູງສຸດແມ່ນວັນທີ 25 ພຶດສາະພາ, ແມ່ນຢູ່ພື້ນທີ່ແຂວງ ບັກຢາງ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 400 ຄົນ, ຄວາມກົດດັນ ວຽກງານ ສຳລັບພະນັກງານຄົ້ນຫາຮ່ອງຮອຍເຊື້ອພະຍາດ ໂຄວິດ-19 ແມ່ນໃຫຍ່ຫຼວງທີສຸດ. ບັນດາຄຳສັ່ງແບບກະທັດລັດ ໄດ້ນຳອອກ ຢ່າງຕໍ່ເນື່ອງ, ສຽງໂທລະສັບ ດັງຂຶ້ນຢ່າງລຽນຕິດ ເພື່ອແຕ່ງຕັ້ງ ພະນັກງານໄປແຕ່ລະຈຸດ ເພື່ອຊອກຫາຮ່ອງຮອຍຂອງ ເຊື້ອພະຍາດໂຄວິດ-19 ແຕ່ເຊົ້າ ຈົນຄໍ່າ, ໄປຈົນຮອດແຈ້ງ ຊຶ່ງບັນດາໜ່ວຍງານໄດ້ປ່ຽນຜຽນກັນ ຊອກຫາຮ່ອງຮອຍກໍລະນີ ຕິດເຊື້ອ ເພື່ອແບ່ງເຂດ, ຄວບຄຸມ ແລະ ກັນ, ຕ້ານການລະບາດໂຄວິດ-19. 

ດ້ວຍທິດນຳ “ແບ່ງເຂດ ໃນວົງກວ້າງ, ແຍກດ່ຽວໃນວົງແຄບ”, “ຄົ້ນຫາຮ່ອງຮອຍໂຄວິດ-19 ແລະ ເກັບຕົວຢ່າງ ຢ່າງຮີບດ່ວນ, ວິເຄາະຫາເຊື້ອ ແລະ ສົ່ງຜົນວິເຄາະໄວ”, ຄວາມໄວ ຂອງ ການເກັບຕົວຢ່າງວິ ເຄາະ ຕ້ອງໄວກວ່າ ຄວາມໄວ ຂອງ ການແຜ່ລະບາດ... ມາຮອດປັດ ຈຸບັນ, ບັກນິງ ກຳລັງກ້າວເຂົ້າສູ່ ໄລຍະມີລັກສະນະຕັດສິນ ໃນການຕໍ່ສູ້ ສະກັດກັ້ນການແຜ່ລະບາດ.

ທ່າມກາງສຽງແລ່ນ ຂອງເຄື່ອງຈັກ ທີ່ສູນຄວບຄຸມກວດກາພະຍາດ ແຂວງ ແລະ ໂຮງໝໍຫຼາຍຂະແໜງ ບັກຢາງ, ທ່ານນາງ ເຈືອງທິເທີ, ເຮັດວຽກ ຢູ່ ຫ້ອງການ Real – Time PCR, ພະແນກວິເຄາະໃຫ້ຮູ້ວ່າ: “ສອງສາມ ມື້ຜ່ານມາ, ຂ້າພະເຈົ້າ ຍາດເວລານອນ ເມື່ອລໍຖ້າ ຜົນການວິເຄາະມາ ເທົ່ານັ້ນ. ຈຳນວນທ່ານໝໍ, ນັກເຕັກນິກວິເຄາະ ເຮັດວຽກ ຢູ່ທີ່ນີ້ ມີ 28 ຄົນ ເຮັດວຽກປ່ຽນຜຽນກັນ ໃນຂະນະຈຳນວນ ຕົວ ຢ່າງວິເຄາະ ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ”.

ໃນເວລາດຽວກັນ, ຢູ່ພາຍໃນຫ້ອງ ຂອງ ພະແນກ ຟື້ນຟູ ສຸກເສີນ, ໂຮງໝໍຫຼາຍຂະແໜງແຂວງ ບັກນິງ-ປັດຈຸບັນໄດ້ແຍກອອກ ເປັນເຂດປິ່ນ ປົວໃຫ້ຜູ້ຕິດພະຍາດໂຄວິດ-19 ໜັກ, ບັນດາທ່ານໝໍ, ພະຍາບານ... ຍັງຄົງ ກຳລັງພະຍາຍາມ ໃນການຕໍ່ສູ້ ຕ້ານການລະບາດ ຂອງເຊື້ອໂຄວິດ-19 ເພື່ອຍາດເອົາຊີວິດ ມາໃຫ້ແກ່ບັນດາຄົນເຈັບ ແລະ ໄດ້ເກີດມີ ບັນດາເລື່ອງລາວ ທີ່ມະຫັດສະຈັນ.

ໃນຈົດໝາຍ “ສະແດງນໍ້າໃຈ” ຍາວເກືອບສອງໜ້າເຈ້ຍ ຊຶ່ງທ່ານນາງ ຮວ່າງທິງື (45 ປີ ອາໄສຢູ່ແຂວງ ບັກນິງ) ຂຽນດ້ວຍມື ຢ່າງຮອບຄອບ ເພື່ອສະແດງຄວາມຂອບອົກຂອບໃຈ ມາຍັງ ຖັນແຖວ ພະນັກງານສາ ທາລະນະສຸກ ທີ່ໄດ້ສຸມກຳລັງຈິດໃຈ ກູ້ເອົາຊີວິດ ລູກຊາຍ ຂອງ ຕົນຄື ທ້າວ N.V.Đ (23 ປີ), ທ່ານນາງ ຂຽນດ້ວຍ ຄວາມຕື້ນຕັນໃຈວ່າ: “ໂຊກດີ ທີ່ໄດ້ຮັບຄວາມເອົາໃຈໃສ່ປິ່ນປົວ ຂອງ ຖັນແຖວແພດໝໍ,  ລູກຂອງຂ້າພະເຈົ້າ ໄດ້ກັບຄືນມາຊີວິດ ຈາກຝ່າມື ຂອງ ພະຍາຍົມ”. ທ່ານນາງ ງື ເລົ່າຄືນວ່າ ຕອນຄໍ່າວັນທີ 2 ມິຖຸນາ, ທ່ານນາງ ງື ໄດ້ຮັບໂທລະ ສັບຈາກທ່ານໝໍປິ່ນປົວ ສົ່ງຂ່າວ ອາການຂອງທ້າວ Đ ກຳລັງມີການຜັນແປຢ່າງໜັກ ແລະ ອັນຕະລາຍ ເຖິງເສຍຊີວິດໄດ້. ທ່ານນາງ ງື ເປັ່ງ ສຽງໄຫ້ທັນທີ ໃນຂະນະນັ້ນ. ຈາກຕົ້ນສາຍເບື້ອງນັ້ນ, ສຽງຂອງຜູ້ເປັນທ່ານໝໍ ເວົ້າຂຶ້ນດ້ວຍຄວາມເອົາໃຈໃສ່ ແລະ ທຸ່ນທ່ຽງວ່າ: “ເຈົ້າຈົ່ງອຸ່ນອຽນໃຈເດີ້, ພວກຂ້າພະເຈົ້າທຸກຄົນ ກຳລັງເຮັດສຸດຄວາມສາມາດເພື່ອກອບກູ້ເອົາຊີວິດ ລູກຊາຍຂອງເຈົ້າ”. ທ່ານນາງ ງື ແລະ ພະນັກງານສາ ທາລະນະສຸກຄົນນີ້ ບໍ່ຮູ້ຈັກໜ້າກັນ, ບໍ່ເຄີຍຕິດຕໍ່ກັນກ່ອນໜ້ານັ້ນ, ແຕ່ເຂົາເຈົ້າ ເໝືອນ ເສັ້ນເຊືອກເສັ້ນໜຶ່ງ ທີ່ບໍ່ມີຮູບຮ່າງ ແລະ ຄວາມເຊື່ອໝັ້ນ ທີ່ບໍ່ມີ ເງື່ອນໄຂ ໃນບັ້ນຮົບ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳ ບາກ ນີ້.

ເມື່ອບໍ່ດົນມານີ້, ເລື່ອງລາວ ກ່ຽວກັບຮູບຖ່າຍ ແຜ່ນໜຶ່ງ ໄດ້ສ້າງຄວາມຕື້ນຕັນໃຈ ຕໍ່ຜູ້ຊົມຫຼາຍລ້ານຄົນ. ຮູບຖ່າຍ ຜ່ານກະຈົກ ສະແດງ ໃຫ້ເຫັນຜຽນເຮັດວຽກໜຶ່ງ ມີພະນັກງານແພດໝໍ ປະມານ 30 ຄົນ ຂອງ ໂຮງໝໍການແພດພື້ນເມືອງ ບັກຢາງ ກຳລັງຢືນເປັນສອງແຖວ ແລະ ກົ້ມຫົວ ໃນກິລະຍາ ທ່າທາງທີ່ຮຽບຮ້ອຍ ເພື່ອສະແດງ ຄວາມອາໄລອາວອນ ຕໍ່ດວງວິນຍານ ພໍ່ຄີງ ຂອງ ນາງ ພະຍາບານ ຮວ່າງທິວຸຍ ທີ່ຫາກໍ ເສຍຊີວິດ ຢູ່ບ້ານເກີດ, ແຕ່ຍ້ອນໜ້າທີ່ວຽກງານ, ທ່ານນາງ ວຸຍ ບໍ່ໄດ້ກັບເມືອບ້ານ ໄວ້ທຸກພໍ່. ທ່ານນາງ ວຸຍ ແລະ ກຳລັງສາທາລະນະສຸກ ຢູ່ແຖວໜ້າຂອງ ການສະກັດກັ້ນ ການແຜ່ລະບາດ ບັກຢາງ, ບັກນິງ ສົມເປັນແວ່ນແຍງ ກ່ຽວກັບ ນຳ້ໃຈ ພິລະອາດຫານ ແລະ ຄວາມເສຍສະ ລະຊ່ວຍເຫຼືອສັງຄົມ ຍູ້ຖອຍການແຜ່ລະບາດ ໂຄວິດ-19.

 
ບົດ: ຟອງທູ - ພາບ: ຢາງເຊີນດົງ, ຮວ່າງແອງ, VNA - ແປໂດຍ: ບິກລຽນ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top