• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຊ່ວຍ​ເຫຼືອຂອງ JICA ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມຂອງ​ ຫວຽດ​ນາມ

ຕອນບ່າຍວັນທີ 10 ກັນຍາທີ່ ນະຄອນຫຼວງຮ່າໂນ້ຍ, ທ່ານຟຸ່ງກວ໊ກຫຽນຮອງປະທານສະພາແຫ່ງຊາດຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ Yasushi Tanaka ຮອງປະທານອົງການຮ່ວມມືສາກົນຍີ່ປຸ່ນ  (JICA), ທີ່ພວມຢ້ຽມຢາມແລະເຮັດວຽກຢູ່ ສສຫວຽດນາມ.
 
ທ່ານຟຸ່ງກວ໊ກຫຽນຮອງປະທານສະພາແຫ່ງຊາດຫວຽດນາມໃຫ້ການຕ້ອນຮັບທ່ານ Yasushi Tanaka ຮອງປະທານອົງການຮ່ວມມືສາກົນຍີ່ປຸ່ນ  (JICA) (Quochoi.vn)

ທ່ານຟຸ່ງກວ໊ກຫຽນຮອງປະທານສະພາແຫ່ງຊາດຫວຽດນາມຢັ້ງຢືນວ່າການຊ່ວຍເຫຼືອຂອງ JICA ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ, ພິເສດໃນແມ່ນການພັດທະນາພື້ນຖານໂຄງລ່າງ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມເນັ້ນໜັກວ່າສະພາແຫ່ງຊາດຫວຽດນາມຕີລາຄາສູງຕໍ່ສາຍພົວພັນຄູ່ຮ່ວມຍຸດທະສາດອັນເລິກເຊິ່ງກວ້າງຂວາງລະຫວ່າງຫວຽດນາມ-ຍີ່ປຸ່ນທີ່ພວມພັດທະນາຢ່າງເຂັ້ມແຂງ, ຮອບດ້ານແລະແທດຈິງ. ທ່ານຟຸ່ງກວ໊ກຫຽນສະເໜີໃຫ້ JICAສືບຕໍ່ຮວ່ມມືດ້ານເສດຖະກິດກັບຫວຽດນາມ.

        ສ່ວນທ່ານຮອງປະທານJICAYasushi Tanakaກໍ່ໃຫ້ຮູ້ວ່າ:  JICA ໄດ້ມີສາຍພົວພັນອັນດີງານກັບສະພາແຫ່ງຊາດຫວຽດນາມ. ໃນໄລຍະຈະມາເຖິງນີ້, JICAຈະສືບຕໍ່ໃຫ້ການຊ່ວຍເຫຼືອຫວຽດນາມໃນຂົງເຂດບຳລຸງສ້າງຊັບພະຍາກອນມະນຸດ, ປົວແປງສະພາບແວດລ້ອມ ແຫ່ງການລົງທຶນດຳເນີນທຸລະກິດ, ການລົງທຶນດ້ານພື້ນຖານໂຄງລ່າງ.

(ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ຮອບເຈລະຈາປັດຈຸບັນຢູ່ Cairo ໄດ້ເລີ່ມໃນວັນທີ 7 ພຶດສະພາ, ໂດຍມີທັງໝົດ 5 ຄະນະຜູ້ແທນ ຕ່າງກໍມີປະຕິກິລິຍາຢ່າງຕັ້ງໜ້າຕໍ່ກັບການເຊື່ອມຕໍ່ການເຈລະຈາຄືນໃໝ່.

Top