• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ການເຄື່ອນໄຫວທຸລະກິດເທິງບັນດາກິດຈະການຂຸດຄົ້ນ ນຳ້ມັນ ອາຍແກັສ

ແນໃສ່ປະຕິບັດເປັນຢ່າງດີ “ເປົ້າໝາຍຄູ່” ທັງຮັກສາການຜະລິດ, ດຳເນີນທຸລະກິດ, ທັງປ້ອງກັນ ແລະ ຕ້ານ ໂຄວິດ-19 ຢ່າງມີປະສິດທິຜົນ, ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ອອກແຮງງານ, ກິດຈະການຂຸດຄົ້ນ ນຳ້ມັນ ອາຍແກັສ; ກຸ່ມບໍລິສັດ ນຳ້ມັນ ອາຍແກັສ ຫວຽດນາມ (Petrovietnam) ແລະ ບັນດາຫົວໜ່ວຍທີ່ເປັນສະມາຊິກ ໄດ້ເປັນເຈົ້າໃນການປະຕິບັດທິດນຳ: ຜະລິດ-ກິນ-ນອນຢູ່ກັບທີ່, ສຳລັບໃຫ້ແກ່ຜູ້ອອກແຮງງານ ທີ່ພວມເຮັດວຽກໃນບັນດາໂຮງງານ, ໂຄງການ ແລະ ກິດຈະການຂຸດຄົ້ນນຳ້ມັນ ອາຍແກັສ. 
ແຕ່ຕົ້ນມີມານີ້, Petrovietnam ໄດ້ຄວບຄຸມເປັນຢ່າງດີ ວຽກງານຮັບປະກັນຄວາມປອດໄພ, ການປ້ອງກັນ ແລະ ຕ້ານ ໂຄວິດ-19, ເຂີມຂະຫຍາຍບົດຮຽນ, ຮັກສາຄວາມປອດໄພ ແລະ ໝັ້ນຄົງໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ສຳເລັດບັນດາເປົ້າໝາຍ, ໜ້າທີ່ ໄດ້ວາງອອກເກີນຂາດໝາຍ, ກາຍເປັນຈຸດແສງສະຫວ່າງຂອງພື້ນຖານເສດຖະກິດ ຫວຽດນາມ ໃນໄລຍະຫຍຸ້ງຍາກ. 

ແຕ່ວັນທີ 14 ກໍລະກົດ 2021, BIENDONG POC ໄດ້ກະທົບໃສ່ແຜນການແບ່ງຜຽນເຮັດວຽກຢູ່ນອກຝັ່ງເປັນ 3 ຜຽນ, ຮັບປະກັນຈະມີຜຽນໜຶ່ງທີ່ເຮັດວຽກຢູ່ນອກຝັ່ງ, ຜຽນໜຶ່ງທີ່ເຝົ້າເປັນປະຈຳຢູ່ນະຄອນ ໂຮ່ຈີມິນ ແລະ ຜຽນໜຶ່ງກຽມພ້ອມການອອກໄປແທນຢູ່ ຫວູງເຕົ່າ. ທ່ານ ດວ່ານມາຍເລີມ - ຫົວໜ້າຖານຂຸດຄົ້ນນຳ້ມັນ ຫາຍແທກ-ໂມກຕິງ ໃຫ້ຮູ້ວ່າ: “ຕໍ່ສະພາບການຄືປັດຈຸບັນ, ໜ້າທີ່ສຳຄັນທີ່ສຸດຂອງ BIENDONG POC ແມ່ນປະຕິບັດ “ເປົ້າໝາຍຄູ່”, ຮັບປະກັນການຜະລິດ, ດຳເນີນທຸລະກິດ ກໍ່ຄືຄວາມປອດໄພໃຫ້ແກ່ຜູ້ອອກແຮງງານ”. 


ການນຳ BSR ໄປກວດກາຂົງເຂດກິນນອນຂອງພະນັກງານ
ແລະ ກຳມະກອນໃນໂຮງງານກັ່ນຕອງນຳ້ມັນ ຢຸງກວັດ.



ອົງການກຳມະບານຂອງກຸ່ມບໍລິສັດ ນຳ້ມັນ ອາຍແກັສ ຫວຽດນາມ ແລະ ການນຳ PVEP ມາຢ້ຽມຢາມຖາມຂ່າວ
ພະນັກງານທີ່ໄດ້ສົ່ງໄປເຮັດວຽກຢູ່ ອານເຊຣີ.



ຜູ້ອອກແຮງງານຂອງ BIENDONG POC ຈະໄດ້ໃຫ້ຄຳປຶກສາ, ກວດກາສຸຂະພາບ ກ່ອນທີ່ຈະໄດ້ສັກ ວັກຊີນ ປ້ອງກັນ ແລະ ຕ້ານ ໂຄວິດ-19. 

ພ້ອມກັບການເຄື່ອນໄຫວປ້ອງກັນ ແລະ ຕ້ານ ໂຄວິດ-19 ຂອງກຸ່ມບໍລິສັດ ນຳ້ມັນ ຫວຽດນາມ, ເດືອນ ມິຖຸນາ 2021, ສູນປັບອາກາດ ຫວຽດນາມ - ສະຫະບໍລິສັດ ອາຍແກັສ ຫວຽດນາມ (PV GAS) ໄດ້ປະຕິບັດການຈຳກັດຂອບເຂດທີ່ປອດໄພ ຂັ້ນ 1 (Zone 0), ປະຕິບັດຢ່າງເຄັ່ງຄັດຄວາມຮຽກຮ້ອງຕ້ອງການ ແຍກດ່ຽວ ເພື່ອປົກປ້ອງຂົງເຂດບັນຊາສະຫຼັກສຳຄັນ ໃຫ້ແກ່ລະບົບ ອາຍແກັສ ຂອງທົ່ວປະເທດ. ແຕ່ວັນທີ 1 ມິຖຸນາ 2021 ເຖິງປະຈຸບັນ,  Zone 0 -  ສູນປັບອາກາດ ຫວຽດນາມ ໄດ້ປະຕິບັດການແຍກດ່ຽວ ໃນເວລາ 45 ວັນຢ່າງເຄັ່ງຄັດ, ນີ້ເປັນເຫດການທີ່ບໍ່ເຄີຍເຫັນມາກ່ອນ, ເໝາະສົມກັບຄວາມຮຽກຮ້ອງ ໃນການປ້ອງກັນ ແລະ ຕ້ານ ໂຄວິດ-19. ການນຳ ແລະ ພະນັກງານຂອງສູນປັບອາກາດ ໄດ້ປະຕິບັດການແບ່ງຜຽນເຮັດວຽກ. ເພື່ອຊ່ວຍເຫຼືອສູນປັບອາກາດ ສຳເລັດໜ້າທີ່,ບັນດາພາກສ່ວນທີ່ກ່ຽວຂ້ອງຂອງ PV GAS ໄດ້ຮັບປະກັນ ບັນດາວຽກງານພະລາທິການ; ປະຕິບັດການສີດຢາຂ້າເຊື້ອຢູ່ບັນດາຂົງເຂດທີ່ສຳຄັນ; ສະໜອງບັນດາຄາບເຂົ້າ ແລະ ໃຫ້ກຳລັງໃຈ ຜ່ານບັນດາການພົວພັນແລກປ່ຽນຜ່ານທາງອອນລາຍ...
 
ໃນສະຖານະການຖືຄວາມປອດໄພເປັນຄວາມສຳຄັນອັນດັບໜຶ່ງ ເພື່ອຮັບປະກັນການເຄື່ອນໄຫວຜະລິດ, ດຳເນີນເຮັດທຸລະກິດ, ສະຫະບໍລິສັດ ໄຟຟ້າ-ນຳ້ມັນ ອາຍແກັສ ຫວຽດນາມ - CTCP (PV Power) ໄດ້ຜັນຂະຫຍາຍບັນດາມາດຕະພານ ປ້ອງກັນ ແລະ ຕ້ານ ໂຄວິດ-19 ຄື: ຈັດຕັ້ງໃຫ້ພະນັກງານ, ກຳມະກອນ ໄດ້ເຮັດວຽກທາງອອນລາຍ, ໃຫ້ບັນດາຫົວໜ້າຄະນະ, ຫົວໜ້າຫ້ອງການ ຮັບຜິດຊອບການຮັບປະກັນສຳເລັດໜ້າທີ່ໄດ້ມອບໃຫ້, ບໍ່ເຮັດໃຫ້ການເຄື່ອນ ໄຫວ, ດຳເນີນທຸລະກິດຖືກຂາດສະບັ້ນ; ຈຳກັດການໄປມາ, ເຕົ້າໂຮມກັນ, ປະຕິບັດການເຮັດວຽກ ແລະ ປະຊຸມທາງອອນລາຍ.

ດ້ວຍເປົ້າໝາຍຮັບປະກັນຄວາມປອດໄພຢ່າງເຂດຂາດ ໃຫ້ແກ່ບັນດາໂຄງງານ, ຮາກຖານຜະລິດໃນສະພາບການໃໝ່,ບັນດາໂຮງງານຜະລິດ ອາຊົດ ຝູ໋ໝີ, ອາຊົດ ກ່າເມົາ ກໍ່ໄດ້ຍົກລະດັບ ການປ້ອງກັນ ແລະ ຕ້ານ ໂຄວິດ-19 ດ້ວຍການແຍກດ່ຽວຢູ່ສູນຈຳກັດບໍລິເວັນໃຫ້ແກ່ບັນດາພະນັກງານ ບັນຊາການເຄື່ອນໄຫວຜະລິດ, ບຳລຸງຮັກສາເຄື່ອງຈັກ ຢູ່ກັບທີ່, ຮັບປະກັນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ໄດ້ລ່ວງຕະຫຼອດ ໃນສະຖານະການ ຕະຫຼາດຝຸ່ນ ອາຊົດ ພວມຂາດແຄນສິນຄ້າ, ລາຄາຂຶ້ນລົງຜິດປົກກະຕິ. ທ່ານ ຫງວຽນດິ່ງຮຸ່ງ, ຮອງອຳນວຍການ, ປະທານອົງການກຳມະບານ ຂອງ ໂຮງງານ ອາຊົດ ຝູ໋ໝີ ໃຫ້ຮູ້ວ່າ ແຕ່ວັນທີ 31 ພຶດສະພາ, ຕໍ່ສະພາບການແຜ່ລະບາດເຊື້ອ ໂຄວິດ-19 ພວມຜັນແປຢ່າງສັບສົນ, ທາງບໍລິສັດ ຕັດສິນໃຈ ໃຫ້ໂຮງງານເຄື່ອນໄຫວຕາມລະດັບ Level 2. ພະນັກງານ ແລະ ກຳມະກອນ ສ່ວນຫຼາຍຈະເຮັດວຽກທາງອອນລາຍ. ສຳລັບ ພະນັກງານ ແລະ ກຳມະກອນ ທີ່ບັນຊາການເຄື່ອນໄຫວຜະລິດ ຈະໄດ້ແບ່ງຜຽນຕາມ 2 ຜຽນ ແລະ 4 ໜ່ວຍ (ໜ່ວຍໜຶ່ງມີ 40 ຄົນ). ທ່ານ ບຸ່ຍດິ່ງທື, ຫົວໜ້າຜຽນ ຂອງໂຮງງານ ອາຊົດ ຝູ໋ໝີ ໃຫ້ຮູ້ວ່າ ນີ້ເປັນເທື່ອທຳອິດ, ໂຄງງານໃຫ້ນຳໃຊ້ ແບບເຮັດວຽກ ແລະ ແຍກດ່ຽວຄືແນວນີ້.​ ແຕ່ກ່ອນ, ເລີກງານແມ່ນອ້າຍນ້ອງເຂົາໄດ້ເມືອເຮືອນຢູ່ນຳຄອບຄົວ, ລູກເມຍ, ໄດ້ນັ່ງກິນ ກາເຟ ກັບໝູ່ເພື່ອນ... ແຕ່ດ່ຽວນີ້ ບໍ່ໄດ້ເຮັດຄືແນວນັ້ນ. ອີກດ້ານໜຶ່ງແມ່ນ ຄອບຄົວຜູ້ລະແບບ, ເລີກງານ, ຜູ້ທີ່ຕ້ອງເບິ່ງລູກເຕົ້າ, ຜູ້ຕ້ອງດູແລພໍ່ແມ່... ແຕ່ດຽວນີ້ ບໍ່ໄດ້ຢູ່ເຮືອນເປັນເດືອນ. ການເຮັດວຽກໃນໂຮງງານ ກໍ່ມີຈຸດພິເສດ, ອ້າຍນ້ອງ ຕ້ອງຖືຜ້າອັດປາກໝົດມື້, ຕ້ອງຮັກສາລະຍະຫ່າງ, ກິ່ນຢາຂ້າເຊື້ອ... ເຮັດໃຫ້ອ້າຍນ້ອງ ຖືກຮັບຄວາມກົດດັນ, ເຄັ່ງຕຶງກວ່າ ເມື່ອ ທຽກກັບການເຮັດວຽກຕາມປົກກະຕິ. 
  
ບໍລິສັດຫຸ້ນສ່ວນ ຝຸ່ນ-ອາຍແກັສ ກ່າເມົາ - PVCFC ເຊື່ອມຊຶມຫຼັກການ “ຫຼາຍຮອບຫຼາຍຊັ້ນ” ແຕ່ໂຮງງານ ເຖິງຫ້ອງເຮັດວຽກ. ເມື່ອ ໂຄວິດ-19 ກັບຄືນ ແລະ ຜັນແປຢ່າງສັບສົນ, ຄະນະການນຳຂອງບໍລິສັດ ເປັນເຈົ້າໃນການສ້າງແຜນການປ້ອງກັນ ແລະ ຕ້ານ ໂຄວິດ -19 ດ້ວຍຫຼາຍມາດຕະການຢ່າງແໜ້ນແຟ້ນ. ໃນນັ້ນ, ກໍ່ສ້າງເຂດແຍກດ່ຽວຢູ່ໃນໂຮງງານ, ເຕົ້າໂຮມຖັນແຖວພະນັກງານ ຮັບປະກັນການເຄື່ອນໄຫວຜະລິດ ໄຂຂຶ້ນຢ່າງຕໍ່ເນື່ອງ, ໄປຄຽງຄູ່ກັນກັບການຄວບຄຸມການແຜ່ລະບາດເຊື້ອ ໂຄວິດ-19.
 
ທ້າຍເດືອນ ມິຖຸນາ 2021, ເມື່ອເຫັນການແຜ່ລະບາດ ເຊື້ອ ໂຄວິດ-19 ພວມຜັນແປຢ່າງສັບສົນ ທີ່ ກວາງຫງາຍ, ບໍລິສັດຫຸ້ນສ່ວນ ກັ່ນຕອງນຳ້ມັນ ບິ່ງເຊີນ (BSR) ໄດ້ປະຕິບັດແຜນການເຮັດວຽກ ແລະ ດຳລົງຊີວິດໃນວົງແຄບ, ຮັບປະກັນໃຫ້ບຸກຄະລາກອນທີ່ບັນຊາການເຄື່ອນໄຫວຜະລິດຢູ່ໂຮງງານ ກ່ັນຕອງນຳ້ມັນ ຢຸງກວັດ ໄດ້ປອດໄພ ຕໍ່ໂລກລະບາດ. ຕາມນັ້ນ, ບຸກຄະລາກອນກວ່າ 1.000 ຄົນ ຮັບຜິດຊອກບການບັນຊາການເຄື່ອນໄຫວຜະລິດ ແລະ ບັນດາໜ່ວຍງານຕ່າງໆ ຂຶ້ນກັບໂຮງງານ, ຫຼັງຈກາເລີກງານ ຈະໄດ້ກິນເຂົ້າໃນ ກັງຕິນ ແລ້ວເມືອພັກຜ່ອນຢູ່ເຂດແຍກດ່ຽວທີ່ໄດ້ກໍ່ສ້າງໃນຫ້ອງການຂອງໂຮງງານ, ບໍ່ມີຜູ້ໃດ ໄດ້ອອກຈາກໂຮງງານ ພາຍໃນ 21 ມື້ ຫຼື ເຖິງເວລາມີແຈ້ງການໃໝ່.  


ກຳມະກອນ ທີ່ເຂົ້າອອກ ທ່າກຳປັ່ນ Vietsovpetro ໄດ້ຮັບການກວດກາຢ່າງເຄັ່ງຄັດ. 


ກວດກາອຸນຫະພູມຂອງຮ່າງກາຍ ພະນັກງານ, ຜູ້ອອກແຮງງານ ກ່ອນທີ່ໃຫ້ເຂົ້າໄປໃນບັນດາໂຮງງານຜະລິດໄຟຟ້າ. 


ຜູ້ທີ່ເຂົ້າອອກໂຮງງານ ອາຊົດ ກ່າເມົາ ໄດ້ຮັບການກວດກາຢ່າງເຄັ່ງຄັດ.


ເຂດພັກຜ່ອນ, ແຍກດ່ຽວຂອງພະນັກງານ, ກຳມະກອນ ທີ່ຫໍປະຊຸມຂອງ ໂຮງງານ ອາຊົດ ຝູ໋ໝີ. 

ຄືກັບໂຮງງານກັ່ນຕອງນຳ້ມັນ ຢຸງກວັດ, ຕາມສະພາບການຢູ່ແຂວງ ກວາງຫງາຍ ໃນປັດຈຸບັນ, ບໍລິສັດ ອຸດສາຫະກຳ ຕໍ່ກຳປັ່ນ ຢຸງກວັດ  ໄດ້ກະທົບໃສ່ບັນດາວິທີປ້ອງກັນ ແລະ ຕ້ານ ໂຄວິດ-19 ດ້ວຍລະດັບສູງທີ່ສຸດ, ປະສານສົມທົບກັບອົງການທີ່ກ່ຽວຂ້ອງຂອງແຂວງ ກວາງຫງາຍ ເພື່ອສ້າງແຜນການປ້ອງກັນ ແລະ ຕ້ານໂລກລະບາດ. ໃນການແຜ່ລະບາດເຊື້ອ ໂຄວິດ-19 ຄັ້ງນີ້, ມີຜູ້ອອກແຮງງານເກືອບ 500 ຄົນໄດ້ເຮັດວຽກລວມສູນທີ່ ບໍລິສັດ ອຸດສາຫະກຳ ຕໍ່ກຳປັ່ນ ຢຸງກວັດ. ເພື່ອຮັບປະກັນໃຫ້ການກິນຢູ່ຂອງຜູ້ອອກແຮງງານ, ບໍລິສັດ ອຸດສາຫະກຳ ຕໍ່ກຳປັ່ນ ຢຸງກວັດ ໄດ້ສັບຊ້ອນບ່ອນກິນຢູ່, ຜ້າຫົ່ມ, ມຸ້ງ, ໂສ້ງ, ເສື້ອ, ສະບຽງອາຫານ ແລະ ພາຫະນະໄປມາ... ຮັບໃຊ້ໃຫ້ກວ່າ 500 ຄົນ. ພ້ອມກັນນັ້ນ ກໍ່ກະກຽມນຳ້ລ້າງມື, ເຄື່ອງປ້ອງກັນຕົວ ແລະ ສີດຢາຂ້າເຊື້ອ, ອະນາໄມ ສະຖານທີ່ໄດ້ນຳໃຊ້ເປັນບ່ອນເຮັດວຽກ, ກິນຢູ່ຂອງຜູ້ອອກແຮງງານ...
  
ຄຽງຄູ່ກັນກັບການປະຕິບັດທິດນຳ: ຜະລິດ-ກິນ-ນອນຢູ່ກັບທີ່, Petrovietnam ແລະ ບັນດາໜ່ວຍງານ ມີການສົມທົບກັບກະຊວງສາທາລະນະສຸກ, ບັນດາອົງການທີ່ກ່ຽວຂ້ອງ ເພື່ອຜັນຂະຫຍາຍການສັກ ວັກຊີນ ໃຫ້ແກ່ບັນດາພະນັກງານ, ລັດຖະກອນ, ຜູ້ອອກແຮງງານ, ພິເສດແມ່ນໃຫ້ກຳລັງແຮງງານໂດຍກົງ ທີ່ບັນດາກິດຈະການຂຸດຄົ້ນນຳ້ມັນ ອາຍແກັສ, ໂຮງງານ, ໂຄງການ. ເຖິງປະຈຸບັນ, Petrovietnam ໄດ້ຜັນຂະຫຍາຍການສັກ ວັກຊີນ ປ້ອງກັນ ແລະ ຕ້ານ ໂຄວິດ-19 ໃຫ້ພະນັກງານ, ລັດຖະກອນ ແລະ ຜູ້ອອກແຮງງານ ເກືອບ 1.000 ຄົນ.
  
ໃນສະພາບການທີ່ຍັງປະສົບຄວາມຫຍຸ້ງຍາກຫຼາຍປະການ, ການນຳ ກຸ່ມບໍລິສັດ, ອົງການກຳມະບານ ນຳ້ມັນ ອາຍແກັສ ຫວຽດນາມ ກໍ່ຄືບັນດາຫົວໜ່ວຍ ໄດ້ມາຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈພະນັກງານ, ຜູ້ອອກແຮງງານ ທີ່ຜະລິດໂດຍກົງ ທີ່ບັນດາກິດຈະການ, ໂຄງການ, ໂຮງງານ. ອົງການກຳມະບານ ໄດ້ມີການແລກປ່ຽນ, ຊອກຮູ້ແນວຄິດຈິດໃຈ, ຄວາມປາຖະໜາຂອງຜູ້ອອກແຮງງານ ເພື່ອມີການໜູນຊ່ວຍ ແລະ ຊ່ວຍເຫຼືອຢ່າງທັນການ. ຫຼາຍຫົວໜ່ວຍ, ຫຼາຍໂຮງງານໄດ້ສ້າງຕັ້ງຄະນະກວດກາ, ປ້ອງກັນ ແລະ ຕ້ານ ໂຄວິດ-19, ມີໜ້າທີ່ ຕິດຕໍ່ 24/24 ຊົ່ວໂມງ ກັບອ້າຍນ້ອງໝົດທຸກຄົນ ທີ່ພວມປະຕິບັດການແຍກດ່ຽວ ຜ່ານທາງອິນເຕີເນັດ, ອີເມວ ຫຼື ໂທລະສັບ ເພື່ອຮອງຮັບແນວຄິດຈິດໃຈ, ຄວາມປາຖະໜາ, ຂໍ້ສະເໝີ, ຄຳຮຽກຮ້ອງຂອງອ້າຍນ້ອງທຸກຄົນ. ຈາກນັ້ນ, ການນຳກຸ່ມບໍລິສັດ ຈະມີການໜູນຊ່ວຍ ແລະ ແກ້ໄຂ ທຸກບັນຫາໂດຍໄວ, ຊ່ວຍເຮັດໃຫ້ອ້າຍນ້ອງມີຄວາມອຸ່ນອ່ຽນໃຈເພື່ອເຮັດວຽກ, ພັກຜ່ອນໃນເຂດແຍກດ່ຽວ.
 
ທ່ານ ບຸ້ຍດິ່ງທື, ຫົວໜ້າຜຽນ ຂອງໂຮງງານ ອາຊົດ ຝູ໋ໝີ ໃຫ້ຮູ້ວ່າ: “ຄວາມເອົາໃຈໃສ່ຂອງການນຳທຸກຂັ້ນ ແມ່ນແຮງບັນດານໃຈ ຊ່ວຍອ້າຍນ້ອງໝົດທຸກຄົນພະຍາຍາມ ສຳເລັດໜ້າທີ່ ໃນຄັ້ງນີ້”.

ທີ່ການລວມມອບວຽກ ເດືອນ ມິຖຸນາ 2021, ຜູ້ອຳນວຍການໃຫຍ່ Petrovietnam ເລແມ້ງຮຸ່ງ ໄດ້ເນັ້ນໜັກ ເຖິງໜຶ່ງໃນບັນດາໜ້າທີ່ສຳຄັນ ໃນໄລຍະຈະມາເຖິງຂອງກຸ່ມບໍລິສັດ ແລະ ບັນດາຫົວໜ່ວຍ ແມ່ນສືບຕໍ່ຜັນຂະຫຍາຍຢ່າງຄົບຊຸດ ບັນດາມາດຕະພານຄວບຄຸມໂລກລະບາດ ໂຄວິດ-19, ຍູ້ແຮງການປະສານສົມທົບ, ຊອກຫາແຫຼ່ງ ວັກຊີນ ເພື່ອສັກ ໃຫ້ພະນັກງານ, ລັດຖະກອນ ແລະ ຜູ້ອອກແຮງງານໃນກຸ່ມ ບໍລິສັດ ເພື່ອເປົ້າໝາຍ ຮັກສາຄວາມປອດໄພໃຫ້ຜູ້ອອກແຮງງານ, ຄວາມປອດໄພໃນການຜະລິດ, ດຳເນີນເຮັດທຸລະກິດ. ດ້ວຍທິດນຳ: ຜະລິດ-ກິນ-ນອນຢູ່ກັບທີ່ ພວມໄດ້ຜັນຂະຫຍາຍຢ່າງທັນການ, ມີປະສິດທິຜົນ, ພ້ອມກັບຄວາມຮ່ວມຈິດຮ່ວມໃຈ, ຈິດໃຈຮັບຜິດຊອບເພື່ອວຽກງານຂອງພະນັກງານ, ລັດຖະກອນ ແລະ ຜູ້ອອກແຮງງານ, ແນ່ນອນວ່າ Petrovietnam ຈະຜ່ານຜ່າຄວາມຫຍຸ້ງຍາກ, ສື້ບຕໍ່ເປັນຈຸດແສງສະຫວ່າງໃນການປະຕິບັດ “ເປົ້າໝາຍຄູ່”.​
ບົດ: ຫາຍອຽນ - ພາບ: ລອງຫວູ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top