• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ກວາງຈີ້ - ຈາກ DMZ ເຖິງແລວເສດຖະກິດ ຕາເວັນອອກ - ຕາ ເວັນຕົກ

ເຄີຍເປັນໜຶ່ງ ໃນພື້ນທ່ີ ທີ່ມີການແບ່ງເສັ້ນເຂດແດນ ທາງ ທະ ຫານດຸເດືອດທີສຸດໃນໂລກ, ຖືກຂະໜານນາມວ່າ “ກະເປົາລະ ເບີດ”, ເປັນ “ເຂດດິນໄຟ”, ເປັນ “ຈຸດພິກັດຕາຍ”... ຍ້ອນ ການ ທຳລາຍຢ່າງຮ້າຍກາດ ຈາກລະເບີດ ຂອງ ກອງທັບ ອາເມລິກາ. ປັດຈຸບັນ, ແຂວງ ກວາງຈີ້ ພວມກ້າວຂຶ້ນຢ່າງແຂງແຮງ ກາຍ ເປັນຈຸດແສງ ສະຫວ່າງ ຢູ່ ເຂດພາກກາງ ຕອນກາງ ແລະ ພິ ເສດແມ່ນ ຢູ່ຕາມແລວທາງເສດຖະກິດ ຕາເວັນອອກ - ຕາເວັນ ຕົກ (EWEC) ວ່າດ້ວຍຄວາມສາມາດບົ່ມຊ້ອນ ໃນ ການພັດ ທະນາ ດ້ານການທ່ອງທ່ຽວ, ພະລັງງານ ຜະລິດຄືນ ໃໝ່, ເຊື່ອມ ຕໍ່ດ້ານການຄ້າສາກົນ ແລະ ມຸ່ງສູ່ເປົ້າ ໝາຍກາຍ ເປັນສູນບໍລິ ການ logistic ແລະ ສົ່ງຕໍ່ສິນຄ້າ ຂອງ ບັນດາປະ ທດໃນພາກ ພື້ນ. 
ຈຸດເດັ່ນ ຂອງ ການທ່ອງທ່ຽວ DMZ  ແລະ ຄວາມສາມາດບົ່ມ ຊ້ອນ ດ້ານການທ່ອງທ່ຽວ ທາງທະເລ

ກ່ອນປີ 1975, ຕະຫຼອດໄລຍະສົງຄາມ ຕໍ່ສູ້ກູ້ຊາດຕ້ານຈັກ ກະ ພັດອາເມລິກາ, ເສັ້ນຂະໜານ 17 ຢູ່ແຂວງ ກວາງຈີ້ ໄດ້ທົ່ວ ໂລກ ຮັບຮູ້ວ່າ ເປັນເຂດປອດທະຫານ ຫຼື ເອີ້ນວ່າ ເສັ້ນຂັ້ນແດນ ທາງທະຫານ ຊົ່ວຄາວ (DMZ - Demilitarised Zone) ຊຶ່ງຕັດ ແບ່ງ ປະເທດ ຫວຽດນາມ ອອກເປັນສອງພາກຄື:ພາກເໜືອ-ພາກໃຕ້ ທີ່ໜ້າຢ້ານກົວທີ່ສຸດ ໃນໂລກ.

ຢູ່ເຂດເສັ້ນຂັ້ນແດນທາງທະຫານ ນີ້, ກອງທັບສະຫະລັດ ແລະ ກອງທັບ ໄຊງ່ອນ ບໍ່ພຽງແຕ່ໄດ້ຖິ້ມລູກລະເບີດ, ທາດເບື່ອເຄມີ ລົງ ນັບຫຼາຍໝື່ນໂຕນ ເທົ່ານັ້ນ,  ແຕ່ຍັງເປັນບ່ອນທົດລອງ ນໍາ ໃຊ້ ທິດສະດີສົງຄາມ ທ່ີໂຫດຮ້າຍທ່ີສຸດ ຫວັງຕັດຂາດ ທຸກເສັ້ນ ທາງບຸກໂຈມຕີ ຂອງ ກອງທັບຫວຽດນາມເໜືອ ກໍຄືເພື່ອເຮັດ ໃຫ້ຄວາມ ປາດຖະໜາ ໄດ້ໃຊ້ຊີວິດໃນສັນຕິພາບ, ປະເທດຊາດ ໄດ້ທ້ອນໂຮມ ເປັນປຶກແຜ່ນ, ປະຊາຊົນ ສອງພາກເໜືອ-ໃຕ້ໃຫ້ ໝົດໄປ.

ຢູ່ນະແຫ່ງນີ້, ມີຫຼາຍຊື່ເອີ້ນ ແລະ ສະຖານທ່ີຫຼາຍແຫ່ງ ໄດ້ກາຍ ເປັນຄວາມຊົງຈຳ ທີ່ບໍ່ອາດຫຼົງລືມໄດ້ ກ່ຽວກັບເຂດ DMZ ທີ່ ເຈັບປວດ ແລະ ໂຫດຮ້າຍທາລຸນເຊັ່ນ: ຮົ້ວເອເລັກໂຕຣນິກ Mc Namara, ສະໜາມບິນ ຕ່າເກີນ, ອຸມົງ ຫວິ໊ງມົກ, ໝູ່ບ້ານ ໄວ, ທາງເລກ 9 - ແຄແຊງ, ຄ້າຍ ໂກ່ນຕຽນ, ຄ້າຍ ໂຍກມ໋ຽວ, ຂົວ ຮ່ຽນເລືອງ - ແມ່ນໍ້າ ເບັ໋ນຫາຍ...


ສົງຄາມໄດ້ຜ່ານໄປ, ບັນດາບາດແຜສົງຄາມ ກຳລັງຄ່ອຍໆ ຫາຍດີ, ຫຼາຍຄົນຢູ່ໃນໂລກ, ໃນນັ້ນມີທັງອະດີດ ທະຫານ ອາເມ ລິກາ ໄດ້ກັບຄືນມາ ກວາງຈີ້. ຢູ່ທີ່ນີ້, ເຂົາເຈົ້າໄດ້ຄົ້ນຫາ “ທົວ DMZ” ດ້ວຍຄວາມຫວັງຢາກຄົ້ນພົບ ສິ່ງລຶກກລັບ ກ່ຽວກັບ ເຂດ ດິນທີ່ເຄີຍໄດ້ ຮັບຂະໜານນາມວ່າ ເປັນ “ຈຸດພິກັດຕາຍ” ນີ້. 


ເສັ້ນຂັ້ນແດນ ທາງທະຫານ ຊົ່ວຄາວ ຂົວ ຮ່ຽນເລືອງ (ຂົວ ນ້ອຍເບື້ອງຊ້າຍ) ແລະ ແມ່ນຳ້ ເບັ໋ນຫາຍ ຢູ່ເສັ້ນຂະໜານ 17, ບ່ອນເປັນສັກຂີພິຍານ ເຖິງຄວາມເຈັບປວດ ການແບ່ງປະເທດ ຊາດ ອອກເປັນສອງພາກເໜືອ - ໃຕ້ ໃນສົງຄາມຕໍ່ສູ້ກູ້ຊາດ ຕ້ານຈັກກະພັດອາເມລິກາ ຊຶ່ງປັດຈຸບັນແມ່ນເຂດຮ່ອງຮອຍ ປະຫວັດສາດແຫ່ງຊາດພິເສດ “ສອງຝັ່ງ ແມ່ນຳ້
ຮ່ຽນເລືອງ-ເບັ໋ນຫາຍ”. ພາບ: ໂຮ່ເກົ່າ



ປະເພດລະເບີດລູກບົມ ຂອງ ຈັກກະພັດ ອາເມລິກາ ທີ່ຍັງ ຫຼົງເຫຼືອໄວ້ ແຕ່ປາງສົງຄາມ ຢູ່ແຂວງ ກວາງຈີ້. ພາບ: ຫວຽດເກື່ອງ/VNP


ໂທລະໂຄ່ງໃຫຍ່ ໄດ້ ອຳນາດການປົກຄອງທາງພາກ ເໜືອ ໃຊ້ເພື່ອການກະຈາຍສຽງໂຄສະນາເຜີຍແຜ່ ສູ່ເສັ້ນຂັ້ນ ແດນເບື້ອງກົງກັນຂ້າມ
ໃນສະໄໝປະເທດຊາດຖືກຕັດແບ່ງ. ພາບ: ແທງຮ່ວາ/VNP



ມູມໜຶ່ງເຂດຮ່ອງຮອຍປະຫວັດສາດທີ່ໝັ້ນ ສະໜາມບິນ ຕ່າເກີນ, ກຸ່ມທີີ່ໝັ້ນສຳຄັນ ສັງກັດ ລະບົບຮົ້ວ ເອເລັກໂຕຣນິກ McNamara ໂດຍກອງທັບ
ອາເມລິກາ ສ້າງຂຶ້ນ ຢູ່ ແຂວງ ກວາງຈີ້. ພາບ: ຫວຽດເກື່ອງ/VNP



ຮ່ອງຮອຍປະຫວັດສາດແຫ່ງຊາດພິເສດ ກຳແພງບູຮານ ກວາງຈີ້ -ໃນການສູ້ຮົບ 81 ວັນຄືນ ຂອງ “ລະດູແລ້ງ” ປີ 1972 ນະແຫ່ງນີ້ ຕ້ອງໄດ້ຮັບລະເບີດລູກບົມ ຂອງ ກອງທັບ ອາເມລິກາ ກວ່າ 320 ພັນໂຕນ ຊຶ່ງເທົ່າກັບ ການທຳລາຍ ຂອງ ລະເບີດ ປະລໍາມານູ 7 ລູກ ທີ່ ອາເມລິກາ ໄດ້ຖິ້ມລົງໃສ່ ນະຄອນ Hiroshima ຂອງ ຍີ່ປຸ່ນ ເມື່ອປີ 1945.  ພາບ: ໂຮ່ເກົ່າ


ເຂດຮ່ອງຮອຍປະຫວັດສາດ ແຫ່ງຊາດພິເສດອຸມົງ ຫວິ໊ງ ມົກ. ພາບ: ໂຮ່ເກົ່າ


ນັກທ່ອງທ່ຽວຕ່າງປະເທດ ຢ້ຽມຢາມ ແລະ ຖະຫວາຍ ທູບ ທຽນ ຢູ່ອະນຸສາວະລີແຫ່ງຊາດ ເຈື່ອງເຊີນ, ແຂວງ ກວາງຈີິ້. ພາບ: ແທງຮ່ວາ/VNP


ນັກທ່ອງທ່ຽວຢ້ຽມຢາມເຂດຮ່ອງຮອຍປະຫວັດສາດ ແຫ່ງ ຊາດພິເສດອຸມົງ ຫວິ໊ງມົກ. ພາບ: ແທງຮ່ວາ/VNP


T
ທັດສະນີຍະພາບ ໝຸ໊ຍແຈ່ວ ຢູ່ ເມືອງ ຫວີງລີງ, ແຂວງ ກວ່າງຈີ້. ພາບ: ໂຮ່ເກົ່າ



ຄວາມງາມ ຂອງ ນຳ້ຕົກຕາດ ຕ່າປ່ວງ ຢູ່ເມືອງເຮື໋ອງຮ໋ວາ, ແຂວງ ກວາງຈີ້. ພາບ: ໂຮ່ເກົ່າ


ຈັງຫວະຊີວິດຢູ່ໝູ່ບ້ານ ຂອງຊາວຊົນເຜົ່າ ເຂດພູສູງ ແຂວງ ກວາງຈີ້. ພາບ: ໂຮ່ເກົ່າ


ຄວາມງາມແບບທຳມະຊາດ ຂອງ ທະເລ ກື໊ວຕຸ່ງ, ແຂວງ ກວາງຈີ້. ພາບ: ໂຮ່ເກົ່າ


ຖ້າຢູ່ ສ ເກົາຫຼີ, ບັນດາການທ່ອງທ່ຽວ DMZ ໄດ້ພານັກທ່ອງ ທ່ຽວ ໄປຢ້ຽມຢາມ ບັນດາເຂດຈຳກັດຕ່າງໆ ຢູ່ເຂດປອດທະ ຫານ ໃນປັດຈຸ ບັນລະຫວ່າງ ສ ເກົາຫຼີ  ແລະ ສປປ ເກົາຫຼີ, ແຕ່ ຢູ່ແຂວງ ກວາງຈີ້, ການທ່ອງທ່ຽວ ແບບນີ້ ຈະພານັກທ່ອງທ່ຽວ ໄປຢ້ຽມຢາມ, ຄົ້ນພົບ ໂດຍກົງຮ່ອງຮອຍປະຫວັດສາດ ທີ່ໃຫຍ່ ໂຕມະໂຫຖານ ເຊັ່ນ: ບັນດາເຂດດິນ, ຖານທັບ, ເຂດການທະ ຫານ ປະສົມ ຢູ່ ພື້ນທີ່ DMZ ເສັ້ນຂະໜານ 17. 
ທຸກວັນນີ້, ຢູ່ໃນໂລກ ຮູບແບບທົວ DMZ ຈະມີພຽງຢູ່ ສ ເກົາຫຼີ ແລະ ຫວຽດນາມ ເທົ່ານັ້ນ. ຮູບແບບທົວນີ້ ມີພະລັແຮງ ດຶງດູດ ໃຈເປັນພິເສດ, ໂດຍສະເພາະຢ່າງຍິ່ງ ແມ່ນນັກທ່ອງທ່ຽວຕ່າງ ປະເທດ ຍ້ອນມັນບໍ່ພຽງແຕ່ເຈາະຈີ້ມ ຄວາມຄິດມະໂນພາບ ຂອງ ຜູ້ຊົມ ກ່ຽວກັບເຂດປະເຊີນໜ້າ ທາງທະຫານ ທີ່ເຕັມໄປ ດ້ວຍຄວາມສ່ຽງ, ອັນຕະລາຍ ແລະ ລົ້ມຫາຍຕາຍ ຈາກເທົ່າ ນັ້ນ, ແຕ່ຍັງມີຫຼາຍ ບັນຫາ ທີ່ມີລັກສະນະປະຫວັດສາດ ແຫ່ງ ຍຸກສະໄໝ ອີກດ້ວຍ. 


ການເດີນທາງທ່ອງທ່ຽວ DMZ ກວາງຈີ້ ມີຄວາມດຶງດູດ ໃຈທີ ສຸດ ແລະ ຈະດຳເນີນໄປໃນເວລາໜຶ່ງມື້. ຕາມເສັ້ນທາງທີ່ ຕ້ອງ ຜ່ານໄປ, ຈາກນະຄອນ ດົງຮ່າ, ນັກທ່ອງທ່ຽວຈະໄປຢ້ຽມຢາມ ເສັ້ນທາງເລກ 9, ເສັ້ນທາງ ບັ້ນຮົບທາງເລກ 9 - ແຄແຊງ ຊຶຶ່ງ ໄດ້ຮັບຂະໜານນາມ ວ່າ ເປັນ “ບັ້ນຮົບ ດ້ຽນບຽນຟູ ທີສອງ” ຢູ່ ຫວຽດນາມ, ບ່ອນມີໂນນ Rockpile, ສະໜາມບິນ ຕ່າເກີນ, ທີ່ໝັ້ນ ແຄແຊງ... ຕໍ່ຈາກນັ້ນ ນັກທ່ອງທ່ຽວ ຈະໄດ້ໄປຢ້ຽມຢາມ ເຂດດິນ ຄ້າຍໂກ່ນ ຕຽນ - ຄ້າຍໂຢກມ໋ຽວ, ບ່ອນຖືວ່າ ເປັນ ປ້ອມດ່ານໜ້າ ຂອງ ອາເມລິ ກາ - ທະຫານຫຸ່ນ, ເປັນ “ຕາທິບ” ຂອງ ຮົ້ວ ເອເລັກໂຕຣນິກ McNamara. ຈາກທີ່ນີ້ ນັກທ່ອງ ທ່ຽວ ຈະສືບຕໍ່ໄປຍັງເຂດຮ່ອງຮອຍປະຫວັດສາດແຫ່ງຊາດ ພິ ເສດແມ່ນ “ສອງຝັ່ງ ແມ່ນຳ້ ຮ່ຽນເລືອງ-ເບັ໋ນຫາຍ”, ຈຸດພັກ ຜ່ອນຊ່ົວຄາວ ທີ່ສຳຄັນ ແລະ ດຶງດູດໃຈທີສຸດ ໃນໄລຍະທາງ ທ່ອງທ່ຽວ DMZ ຢູ່ເສັ້ນຂະໜານ 17. ນະແຫ່ງນີ້ ມີຂົວ ຮ່ຽນ ເລືອງ ຊຶ່ງເປັນສັນຍາລັກ ຂອງ ຄວາມເຈັບ ປວດແບ່ງແຍກ ປະ ເທດຊາດ ອອກເປັນສອງພາກເໜືອ - ໃຕ້, ຄ້າຍຕຳຫຼວດເສັ້ນ ຂະໜານ, ຫໍສັງເກດການ, ຖານໂທລະໂຄ່ງ ກຳລັງແຮງ ໃຊ້ເພື່ອ ໂຄສະນາ ເຜີຍແຜ່, ຕໍ່ສູ້ກັບຝ່າຍ ເບື້ອງນັ້ນ ຂອງເສັ້ນຂະໜານ, ຫໍພິພິທະພັນ ແລະ ກຸ່ມອະນຸສາວະລີ “ຍອດປາດຖະໜາ ປະ ເທດຊາດ ໄດ້ທ້ອນໂຮມເປັນ ເອກະພາບ”...ຈາກຂົວ ຮ່ຽນເລືອງ  ນັກທ່ອງທ່ຽວ ຈະໄປຢ້ຽມຢາມ ຈຸດທີ່ມາສຸດ ທ້າຍໃນການ ທ່ອ ທ່ຽວ ຄື ເຂດຮ່ອງຮອຍປະຫວັດສາດແຫ່ງຊາດພິເສດອຸມົງ ຫວິ໊ງມົກ ຊຶ່ງກິດຈະກຳ ການທະຫານ ພິເສດ ກັບ ລະບົບອຸມົງ ໃຕ້ດິນ ມີລວງຍາວທັງ ໝົດກວ່າ 2.000 ແມັດ, ແບ່ງເປັນສາຊັ້ນ, ຊັ້ນເລິກສຸດຫ່າງ ຈາກໜ້າດິນກວ່າ 20 ແມັດ, ໃຊ້ເພື່ອການດໍາລົງຊີວິດ ປະຈໍາວັນ, ປ້ອງກັນ ແລະ ຫຼີກລະ ເບີດລູກບົມ ແລະ ສູ້ຮົບ ຂອງ ທະຫານ ແລະ ປະຊາຊົນ ເມືອງ ຫວິ໊ງລິງ, ແຂວງ ກວາງຈີ້.

ປັດຈຸບັນ ການທ່ອງທ່ຽວ DMZ ເປັນຮູບແບບທ່ອງທ່ຽວ ທີ່ເປັນ ເອກະລັກ ຊຶ່ງໄດ້ສ້າງເປັນ ເຄື່ອງໝາຍທ່ອງທ່ຽວ ຂອງ ແຂວງ ກວາງຈີ້, ເພາະສະນັ້ນ ອຳນາດການປົກຄອງທ້ອງຖິ່ນ ໄດ້ເອົາ ໃຈໃສ່ລົງທຶນຂຸດຄົ້ນ ສ້າງທ່າແຮງສະເພາະ ແນໃສ່ເຮັດໃຫ້ ນັກ ທ່ອງທ່ຽວ ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ສຳພັດຕົວຈິງ ກ່ຽວ ກັບສົງຄາມ ມີໜຶ່ງບໍ່ມີສອງ ນີ້.

ນອກຈາກທ່າແຮງດ້ານການທ່ອງທ່ຽວ DMZ, ປັດຈຸບັນ ກວາງຈີ້ ກໍາລັງພົ້ນເດັ່ນ ເໝືອນດັ່ງເຂດດິນໜຶ່ງທີ່ມີຄວາມສາມາດບົ່ມ ຊ້ອນ ຢ່າງໃຫຍ່ຫຼວງ ກ່ຽວກັບທ່ອງທ່ຽວທາງທະເລ ເມື່ອເປັນ ເຈົ້າ ຂອງ ຝັ່ງ ທະເລ ມີຄວາມຍາວກວ່າ 75 ກິໂລແມັດ ກັບ ບັນ ດາຫາດ ຊາຍທີ່ສວຍງາມ ແບບທຳມະຊາດ ຊຶ່ງຍັງບໍ່ທັນຂຸດຄົ້ນ ໄດ້ໝົດ ຄວາມສາມາດບົ່ມຊ້ອນເຊັ່ນ: ເກື໊ອຫວຽດ, ເກື໊ອຕຸ່ງ, ໝີ໊ ຖຸຍ, ຫວິ໊ງຖ໋າຍ, ຢາດັ່ງ... ແລະ ພິເສດແມ່ນ ເກາະ ໂກ່ນກໍ໊ ຊຶ່ງ ເປັນເກາະໜ່ຶງ ມີທັດສະນີຍະພາບ ທີ່ມີສວຍງາມ ແບບດັ້ງເດີມ, ຖືກຂະໜານນາມວ່າ ເປັນ “ເກາະແກ້ວມະນີ”, ເປັນ “ກໍາ ປັ່ນ ຮົບ” ຢູ່ກາງ ທະເລຕາເວັນອອກ.

ດ້ວຍຄວາມບົ່ມຊ້ອນດັ່ງກ່າວ, ແຂວງ ກວາງຈີ້ ກໍາລັງມີແຜນຍຸດ ທະສາດພັດທະນາທ່ອງທ່ຽວທາງທະເລ ຊຶ່ງເປັນທ່າແຮງ ຂອງ ທ້ອງຖິ່ນ, ໃນນັ້ນເອົາແນວຄວາມຄິດສ້າງສັນສ້າງ “ສາມຫຼ່ຽມ” ທ່ອງທ່ຽວ ເກື໊ອຕຸ່ງ-ເກື໊ອຫວຽດ-ເກາະ ໂກ່ນກໍ໊ ເປັນຈຸດສຸມ ເພື່ອ ດຶງດູດ ບັນດານັກລົງທຶນ ຢູ່ພາຍໃນ ແລະ ຕ່າງປະເທດ ລົງທຶນ ພັດ ທະນາ ແຂວງ ກວາງຈີ້ ເປັນໃຈກາງ ແຫ່ງການ ທ່ອງທ່ຽວ, ພັກຜ່ອນທາງທະເລ ລະດັບຊັ້ນນຳ ຢູ່ເຂດພາກກາງ ຕອນກາງ ຂອງ ຫວຽດນາມ.


ເປີດກວ້າງ ປະຕູ ແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ

ຫຼັງສົງຄາມ, ແຂວງ ກວາງຈີ້້ ຍັງເຫຼືອໄວ້ ແຕ່ຊາກປະລັກຮັກພັງ. ປະຊາຊົນ ດຳລົງຊີວິດ ຢ່າງແສນລຳບາກຍາກເຂັນ, ທ່ີດິນ ບໍ່ ພຽງແຕ່ ແຫ້ງກະແດ້ງເທົ່ານັ້ນ, ສ່ວນຫຼາຍ ຍັງຖືກມົນລະພິດ ຍ້ອນລະເບີດລູກບົມ ເຮັດໃຫ້ບໍ່ສາມາດ ປູກຝັງໄດ້. ແຕ່ທຸກ ວັນ ນີ້, ໄປລຽບຕາມສາຍທາງຫຼວງແຫ່ງຊາດເລກ 9, ເສ້ັນທາງທີ່ລືຊື່ ໃນ ປາງສົງຄາມ ຫວຽດນາມ ກັບບັ້ນຮົບ ທາງເລກ 9- ແຄແຊງ ໃນເມື່ອກ່ອນ, ມາຮອດປັດຈຸບັນ ໄດ້ມີການປ່ຽນແປງ ຢ່າງເຫັນ ໄດ້ ຊັດ, ນະແຫ່ງນີ້ ບໍ່ພຽງແຕ່ເປັນສາຍທາງ ການຄ້າຕົ້ນຕໍລະ ຫວ່າງ ສອງປະເທດ ຫວຽດນາມ-ລາວເທົ່ານັ້ນ, ແຕ່ຍັງເປັນເສັ້ນ ທາງສາຍສໍາຄັນໃນ ແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ ຊ່ຶ່ງ ມີຄວາມຍາວ 1.450 ກິໂລແມັດ ເຊື່ອມຕໍ່ 4 ປະເທດ ຫວຽດ ນາມ-ລາວ-ໄທ ແລະ ມຽນມາ.

ລຽບຕາມທາງຫຼວງແຫ່ງຊາດເລກ 9 ຈຸດຜ່ານສອງເມືອງພູດອຍ ຄື ດາເກີຣົງ ແລະ ເຮື໋ອງຮ໋ວາ ທີ່ມີຄວາມຫຍຸ້ງຍາກໃນເມື່ອກ່ອນ , ມາຮອດປັດຈຸບັນ ສອງຂ້າງທາງແມ່ນເຕັມແຕ່ ປ່າສີຂຽວ ທີ່ ກວ້າງໃຫຍ່ ນັບຫຼາຍສິບພັນເຮັກຕາ, ກາເຟ ເກືອບ 5.000 ເຮັກ ຕາ, ກ້ວຍ ກວ່າ 4.500 ເຮັກຕາ ພ້ອມກັບ ເນື້ອທີ່ປູກ ຕົ້ນໄມ້ ອື່ນໆ ໃຫ້ຄຸນຄ່າດ້ານເສດຖະກິດສູງ ເປັນຈຳນວນຫຼວງຫຼາຍ.

ພິເສດ, ເມືອງ ເຮື໋ອງຮ໋ວາ ກໍາລັງກາຍເປັນສູນກາງໄຟຟ້າ ໃຊ້ ພະລັງແຮງລົມ ຂອງ ເຂດພາກກາງ, ດຶງດູດ 84 ໂຄງການ ດ້ວຍ ຍອດກຳລັງການຜະລິດ ກວ່າ 4.000 ເມກາວັດ, ໃນນັ້ນ ມີ 31 ໂຄງການ ໄດ້ອະນຸມັດ ແຜນຜັງ, 53 ໂຄງການ ໄດ້ຍື່ນກະຊວງ ອຸດສາຫະກຳ ການຄ້າ ເພື່ອພິຈາລະນາ ປະກອບ ເພີ່ມເຕີມ ແຜນຜັງ.



ດ່ານຊາຍແດນສາກົນ ລາວບ໊າວ, ຈຸດເຊື່ອມຕໍ່ສຳຄັນບົນ ແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ. ພາບ: ໂຮ່ເກົ່າ


13- ພັດທະນາ ໄຟຟ້າ ໃຊ້ພະລັງແຮງລົມ ຢູ່ເມືອງພູດອຍ ເຮື໋ອງຮ໋ວາ ຖືວ່າ ເປັນທິດທາງໃໝ່ ທີ່ມີຄວາມສາມາດບົ່ມ ຊ້ອນ ແລະ ທ່າໄດ້ປຽບຂອງແຂວງ ກວາງຈີ້. ພາບ: ໂຮ່ເກົ່າ


ແຂວງ ກວາງຈີ້ ມີຄວາມສາມາດບົ່ມຊ້ອນ, ທ່າແຮງໃນຂະ ແໜງອຸດສາຫະກຳຂຸດຄົ້ນ ແລະ ປຸງແຕ່ງຢາງພາລາ. ພາບ: ໂຮ່ເກົ່າ
 

ຂະແໜງການອຸດສາຫະກຳປຸງແຕ່ງໄມ້ ເພື່ອສົ່ງອອກ ຢູ່ ແຂວງ ກວາງຈີ້. ພາບ: ໂຮ່ເກົ່າ


ຂະແໜງອຸດສາຫະກຳ ຕັດຫຍິບເພື່ອສ່ົງອອກຢູ່ແຂວງ ກວາງຈີ້. ພາບ: ໂຮ່ເກົ່າ


ແຂວງ ກວາງຈີ້ ເປັນທ້ອງຖິ່ນ ທີ່ມີກອງກຳປັ່ນ ອອກໄປຫາ ປາ ຢູ່ກາງທະເລ ເພາະສະນັ້ນມີທ່າແຮງ ໃນຍຸດທະສາດ ພັດ ທະນາເສດຖະກິດ ທະເລ. ພາບ: ໂຮ່ເກົ່າ


ທ່າເຮືອ ເກື໊ອຫວຽດ, ແຂວງ ກວາງຈີ້. ພາບ: ໂຮ່ເກົ່າ


ຕົວແບບ ທົ່ງນາທ່ີກວ້າງໃຫຍ່ ໃຫ້ສະມັດຕະພາບສູງ ຢູ່ ແຂວງ ກວາງຈີ້. ພາບ: ໂຮ່ເກົ່າ


ລະດູເກັບກ່ຽວໝາກພິກໄທ ຢູ່ເມືອງ ຫວິ໊ງລິງ, ແຂວງ ກວາງຈີ້. ພາບ: ໂຮ່ເກົ່າ

ກ່ຽວກັບດ້ານການຄ້າ, ຢູ່ຈຸດເລີ່ມຕົ້ນຂອງ ທາງຫຼວງແຫ່ງຊາດ ເລກ 9 ມີ ທ່າກຳປັ່ນທະເລ ເກື໊ອຫວຽດ ຢູ່ເມືອງ ຢໍລິງ ກັບທ່າກຳ ປັ່ນ 3 ແຫ່ງ ແລະ ທ່າທຽບກໍາປັ່ນຟູ ສາມາດຮອງຮັບກຳປັ່ນ ບັນ ທຸກນໍ້າໜັກແຕ່ 2.000 – 40.000 ໂຕນ. ນີ້ຍັງບໍ່ທັນໄລ່ເຖິງເສັ້ນ ທາງຫຼວງແຫ່ງຊາດເລກ 9 ສາມາດເຊື່ອມ ຕໍ່ຢ່າງສະດວກກັບ ທ່າກຳປັ່ນ ເຈິນໄມ (ນະຄອນ ເຫວ້) ແລະ ທ່າກຳປັ່ນ ຕຽນຊາ (ນະຄອນ ດ່າໜັງ) ຊຶ່ງຫ່າງຈາກນັ້ນ ໄປຕາມທາງ ທິດໃຕ້ ບໍ່ໄກ ເພາະສະນັັ້ນ ໄດ້ ອຳນວຍຄວາມສະດວກ ໃຫ້ແກ່ ການຈຳໜ່າຍ ສິນຄ້າ ທາງທະເລ ຈາກບັນດາປະເທດໃນພາກ ພື້ນ EWEC ກັບ ບັນດາປະເທດອື່ນໆ ໃນພາກພື້ນ. 
ທາງເລກ 9- ແຄແຊງ ໃນເມື່ອກ່ອນ, ມາຮອດປັດຈຸບັນ ໄດ້ມີການປ່ຽນແປງ ຢ່າງເຫັນ ໄດ້ ຊັດ, ນະແຫ່ງນີ້ ບໍ່ພຽງແຕ່ເປັນສາຍທາງ ການຄ້າຕົ້ນຕໍລະ ຫວ່າງ ສອງປະເທດ ຫວຽດນາມ-ລາວເທົ່ານັ້ນ, ແຕ່ຍັງເປັນເສັ້ນ ທາງສາຍສໍາຄັນໃນ ແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ ຊ່ຶ່ງ ມີຄວາມຍາວ 1.450 ກິໂລແມັດ ເຊື່ອມຕໍ່ 4 ປະເທດ ຫວຽດ ນາມ-ລາວ-ໄທ ແລະ ມຽນມາ. 

ນອກຈາກນີ້, ທາງຫຼວງແຫ່ງຊາດ ເລກ 9 ທີ່ຕິດກັບຊາຍ ແດນ ຫວຽດນາມ-ລາວ ມີດ່ານຊາຍແດນສາກົນ ລາວບ໊າວ ແລະ ເຂດເສດຖະກິດ ການຄ້າພິເສດ ລາວບ໊າວ ຊຶ່ງເປັນສູນກາງການ ນໍາເຂົ້າ-ສົ່ງອອກ ສິນຄ້າ ທີ່ຄຶກຄັກ ເປັນເວລາຫຼາຍປີ ແລະ ລັດ ຖະບານ ກໍາລັງເລືອກເຟັ້ນ ໃຫ້ເປັນບ່ອນ ສຸມການລົງທຶນ ຢ່າງ ແຂງແຮງ ຍິ່ງຂຶ້ນ ໃນໄລຍະ 2021 – 2025, ຊ່ວຍທ້ອງຖິ່ນສາ ມາດ ຂຸດຄົ້ນໄດ້ຄວາມສາມາດບົ່ນຊ້ອນຢ່າງໃຫຍ່ຫຼວງ ຈາກ ກະສິກຳ, ອຸດສາຫະກຳ, ການຄ້າ, ສະໜິດຕິດພັນ ກັບການທ່ອງ ທ່ຽວ ແລະ ການຮ່ວມມື ກັບບັນດາປະເທດຢູ່ ໃນພາກພື້ນ.

ຕາມແຜນກຳນົດທິດພັດທະນາລວມ, ແຂວງ ກວາງຈີ້ ສູ້ຊົນ ກາຍເປັນສູນກາງອຸດສາຫະກຳ ພະລັງງານ ຂອງ ພາກກາງ ໃນ ປີ 2030. ດຶງດູດການລົງທຶນ, ພັດທະນາຢ່າງແຂງແຮງ ບໍລິການ ຂົນສົ່ງ, ເຄືອຄ່າຍສາງ, ທ່າສະໜາມ, ບໍລິການ logistic ເພື່ອ ກາຍເປັນສະຖານທີ່ສົ່ງຕໍ່ສິນຄ້າ ຂອງ ບັນດາປະເທດໃນ ພາກ ພື້ນ ໃນປີ 2030 ໂດຍໄວ. ຄົ້ນຄວ້າພັດທະນາ ເຂດເສດຖະກິດ - ການຄ້າລາວບ໊າວ ຕິດພັນກັບກໍານົດທິດພັດທະນາຕົວ ເມືອງ, ການຄ້າ, ບໍລິການ logistic ຂ້າມປະເທດ. ພັດທະນາການທ່ອງ ທ່ຽວ ກາຍເປັນຂະແໜງການ ເສດຖະກິດປາຍແຫຼມ ຕາມທິດ ການທ່ອງທ່ຽວ, ພັກຜ່ອນທາງທະເລ; ເຊື່ອມຕໍ່ ການທ່ອງ ທ່ຽວ ປະຫວັດສາດ - ສົງຄາມ ປະຕິວັດ ຂອງ ແຂວງ ກວາງຈີ້ ກັບ ການທ່ອງທ່ຽວ ບັນດາທ້ອງຖິິ່ນ ໃນພື້ນທີ່ ແລະ ແລວເສດຖະ ກິດຕາເວັນອອກ - ຕາເວັນຕົກ ອີກດ້ວຍ.

ທ່ານ ເລ ກວາງຕຸ່ງ, ກຳມະການສູນກາງພັກ, ເລຂາຄະນະພັກ ແຂວງ ກວາງຈີ້ ໃຫ້ຮູ້ວ່າ ໃນປີ 2020 - 2025, ແຂວງ ກວາງຈີ້ ວາງເປົ້າໝາຍ ກາຍເປັນແຂວງ ມີລະດັັບການ ພັດທະນາ ຢູ່ໃນ ກຸ່ມປານກາງສູງ ຂອງ ທົ່ວປະເທດ ໃນປີ 2025 ແລະສັງກັດກຸ່ມ ແຂວງ ດີພໍສົມຄວນ ຂອງ ທົ່ວປະເທດ ໃນປີ 2030. ເສັ້ນ ທາງ ຫຼວງແຫ່ງຊາດເລກ 9 ໃນເມື່ອກ່ອນ ກັບບັນດາວິລະກໍາສູ້ຮົບ ທີ່ ດັງກ້ອງກັງວານໃນອະດີດ ຈະກາຍເປັນ ເຂດຈຸດສຸມ ພັດທະນາ ຂອງ ແຂວງ ກັບການກຳນົດທິດ ພັດທະນາ ກ່ຽວກັບພະລັງງານ , ຂົນສົ່ງສິນຄ້າສາກົນ, ພັດທະນາດ້ານການຄ້າ, ການທ່ອງ ທ່ຽວ, ດຶງດູດການລົງທຶນ ແລະ ເຊື່ອມໂຍງເສດ ຖະກິດສາກົນ.

 
ບົດ: ແທງຮ່ວາ
ພາບ: ໂຮ່ເກົ່າ, ແທງຮ່ວາ, ຫວຽດເກື່ອງ
ແປໂດຍ: ບິກລຽນ

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top