• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜ້າທີ່ສຳຄັນທີ່ສຸດໃນຈຸດເວລານີ້ ແມ່ນ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຮຽງບ່າຮຽງໄຫຼ່ພ້ອມກັບນັກວິທະຍາສາດຄົ້ນຄວ້າການຜະລິດວັກຊິນກັນພະຍາດໂຄວິດ - 19

      ໜ້າທີ່ສຳຄັນທີ່ສຸດໃນຈຸດເວລານີ້ ແມ່ນ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຮຽງບ່າຮຽງໄຫຼ່ພ້ອມກັບນັກວິທະຍາສາດຄົ້ນຄວ້າການຜະລິດວັກຊິນກັນພະຍາດໂຄວິດ - 19”. ນັ້ນແມ່ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ທີ່ການເຮັດວຽກກັບກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຕອນເຊົ້າວັນທີ 27 ພຶດສະພາ, ຢູ່ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ (ພາບ: VGP)
      ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເນັ້ນໜັກເຖິງທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຢີ, ໂດຍສະເພາະແມ່ນໃນສະພາບການປັດຈຸບັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ, ປະເທດໃດຢາກພັດທະນາຢ່າງກະໂດດຂັ້ນ ກໍຕ້ອງມີຂະແໜງວິທະຍາສາດ ແລະ ເຕັກໂນໂລຢີ ສວມບົດບາດນຳພາ ແລະ ມີຄວາມກ້າວໜ້າຢ່າງກະໂດດຂັ້ນ.
        ກ່ຽວກັບທິດທາງການພັດທະນາໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງພັດທະນາຕະຫຼາດວິທະຍາສາດເຕັກໂນໂລຢີຢ່າງແທ້ຈິງ ເພື່ອຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ປ່ຽນແປງໃໝ່ປະດິດຄິດສ້າງ. ພິເສດ, ໃນວຽກງານການຄົ້ນຄວ້າການຜະລິດວັກຊິນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີ ໃຫ້ກະຊວງ ຕ້ອງຮຽງບ່າຮຽງໄຫຼ່ພ້ອມກັບບັນດານັກວິທະຍາສາດ, ບັນດາຮາກຖານຄົ້ນຄວ້າ,  ວິສາຫະກິດ ເພື່ອຊຸກຍູ້, ເສີມຂະຫຍາຍຄຸນນະທາດ, ພູມປັນຍາຂອງຊາວ ຫວຽດນາມ ໃນໜ້າທີ່ທີ່ມີຄວາມສຳຄັນ ແລະ ຮີບດ່ວນນີ້.
        ໄປຄຽງຄູ່ກັນນັ້ນ, ຕ້ອງສ້າງກົນໄກ, ກຳລັງໜູນພັດທະນາຂະແໜງວິທະຍາສາດ ແລະ ເຕັກໂນໂລຢີ, ດຶງດູດແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ປະກອບສ່ວນຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ ຕິດພັນກັບການພັດທະນາເສດຖະກິດ - ສັງຄົມ ຕາມລວງເລິກ, ຍືນຍົງ ແລະ ພັດທະນາວິທະຍາສາດ, ເຕັກໂນໂລຢີຕິດພັນກັບການພັດທະນາວັດທະນະທຳ ແລະ ມະນຸດ; ຍູ້ແຮງການຮ່ວມມືສາກົນຢ່າງເລິກເຊິ່ງກວ້າງຂວາງ ເພື່ອຮັບໃຊ້ 3 ຂອດບຸກທະລຸຍຸດທະສາດໃນຂົງເຂດ ການປ່ຽນແປງຂອງດິນຟ້າອາກາດ ແລະ ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ປະກອບສ່ວນໝູນໃຊ້ເຂົ້າໃນການພັດທະນາອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top