• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜ່ວຍປະ​ຕິ​ບັດ​ງານ​ຂອງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​​ໄດ້​ຄວາມ​ຫຍຸ້ງ​ຍາກ​ຂອງ ວິ​ສາ​ຫະ​ກິດ​ຍ້ອນ​ຜົນ​ສະ​ທ້ອນ​ຂອງ​ໂລກ​ລະ​ບາດ Covid – 19

ຕອນບ່າຍວັນທີ 26 ມີນາ, ໜ່ວຍປະຕິບັດງານຂອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການເຮັດວຽກກັບບັນດາອົງການ, ສະຫະສະມາຄົມວິສາຫະກິດເພື່ອກຳໄດ້ບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຂ້າງເຊິ່ງວິສາຫະກິດພວມປະສົບ, ເປັນຕົ້ນແມ່ນຍ້ອນຜົນກະທົບຂອງໂລກລະບາດ Covid – 19.


ໜ່ວຍປະຕິບັດງານຂອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການເຮັດວຽກກັບບັນດາອົງການ, ສະຫະສະມາຄົມວິສາຫະກິດ 

(ພາບ: VGP)


ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ, ຫົວໜ້າໜ່ວຍປະຕິບັດງານໃຫ້ຮູ້ວ່າ: ໂລກລະບາດ Covid – 19 ພວມຜັນແປຢ່າງສັບສົນທີ່ສຸດໃນທົ່ວໂລກ ແລະ ຢູ່ ຫວຽດນາມ. ໃນໄລຍະທີ່ຜ່ານມາ, ລັດຖະບານ, ນາຍົກລັດຖະມົນຕີໄດ້ຊີ້ນຳບັນດາວິທີການຮັບມື, ປ້ອງກັນ, ສະກັດກັ້ນໂລກລະບາດຢ່າງຂ້ຽວຂາດ, ລະອຽດ ແລະ ຄົບຊຸດ. ພ້ອມກັນນັ້ນ, ຕໍ່ໜ້າສະພາບການ ໂລກລະບາດ Covid – 19 ກະທົບໃສ່ທຸກ ດ້ານ ນັບແຕ່ ເສດຖະກິດ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີກໍ່ຊີ້ນຳຜັນຂະຫຍາຍບັນດາໜ້າທີ່, ວິທີການຕ່າງໆເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ຮັບປະກັນຊີວິດສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ຮັກສາຄວາມໄວຂອງການເຕີບໂຕ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top