• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜັງສືພິມ ລາວ ຢືນຢັນ ສາຍພົວພັນລະຫວ່າງ ລາວ - ຫວຽດນາມ ນັບມື້ນັບພັດທະນາ

      ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໃນຄັ້ງນີ້ ໄດ້ເປັນການຢັ້ງຢືນອີກເທື່ອໜຶ່ງຄວາມສະໜິດຕິດພັນ, ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ, ປະກອບສ່ວນເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ ໃຫ້ນັບມື້ນັບເກີດດອກອອກຜົນຍິ່ງໆຂຶ້ນ.
(ພາບ: VOV)
      ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ນຳໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ເດີນທາງມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 8 ຫາວັນທີ 10 ມັງກອນ 2022, ພ້ອມທັງເປັນປະທານຮ່ວມກອງປະຊຸມຮ່ວມມືທະວີພາຄີ ຄັ້ງທີ 44 ລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ແລະ ປຸກລະດົມປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ  - ຫວຽດນາມ 2022, ໜັງສືພິມຂອງ ລາວ ກໍມີບົດຂຽນຫຼາຍບົດກ່ຽວກັບສາຍພົວພັນແບບພິເສດລະຫວ່າງສອງປະເທດ.
        ວັນທີ 7 ມັງກອນ, ໃນໜ້າທຳອິດຂອງໜັງສືພິມ ປະຊາຊົນ, ສຽງຂອງສູນກາງພັກປະຊາຊົນ ປະຕິວັດ ລາວ ໄດ້ລົງບົດນຳທີ່ມີຫົວຂໍ້ “ນ້ຳໃຈສາມັກຄີແບບພິເສດ ລາວ - ຫວຽດນາມ ຈະບໍ່ມີວັນຈືດຈາງ”. ໜັງສືພິມ Pathetlao Daily (ປະເທດລາວ ລາຍວັນ ຂອງ ສຳນັກຂ່າວສານ ປະເທດລາວ) ໄດ້ລົງບົດຂຽນ ດ້ວຍຫົວຂໍ້ “ລາວ - ຫວຽດນາມ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຄວາມສາມັກຄີພິເສດ”. ບັນດາບົດຂຽນເຫຼົ່ານັ້ນ ລ້ວນແຕ່ເນັ້ນໜັກວ່າ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໃນຄັ້ງນີ້ ໄດ້ເປັນການຢັ້ງຢືນອີກເທື່ອໜຶ່ງຄວາມສະໜິດຕິດພັນ, ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ, ປະກອບສ່ວນເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ ໃຫ້ນັບມື້ນັບເກີດດອກອອກຜົນຍິ່ງໆຂຶ້ນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top