• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ​ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍິງ​ຜູ້​ທີ 2 ໃນ​ປະ​ຫວັດ​ສາດ​ຢ່າງ​ເປັນ​ທາງ​ການ

ທ່ານນາງ Paetongtan ກາຍເປັນສະມາຊິກຜູ້ທີ 3 ໃນວົງຕະກຸນ Shinawatra ຖັດຈາກພໍ່ ແລະ ອາຂອງຕົນ ແມ່ນອະດີດນາຍົກລັດຖະມົນຕີ Yingluck Shinawatra ໄດ້ກຳຕຳແໜ່ງແຖວໜ້າຂອງປະເທດຊາດ.
(ພາບ: Twitter ທ່ານນາງ Paetongtarn)

ຕອນເຊົ້າວັນທີ 16 ສິງຫາ, ທ່ານ Wan Muhamad Noor Matha ປະທານສະພາແຫ່ງຊາດ ໄທ ໄດ້ຮຽກໂຮມວາລະປະຊຸມຄົບຄະນະຂອງສະພາຕ່ຳ ລວມມີສະມາຊິກ 493 ທ່ານ ເພື່ອເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່ ແທນໃຫ້ທ່ານ Srettha Thavisin ຜູ້ທີ່ຫາກໍ່ຖືກສານຍຸດຕິທຳບົດຕຳແໜ່ງ. ຜູ້ອອກສະໝັກຮັບເລືອກຕັ້ງຄົນດຽວໃນການປ່ອນບັດຄັ້ງນີ້ ແມ່ນທ່ານນາງ Paetongtarn Shinawatra, ການນຳພັກເພື່ອ ໄທ ນຳໜ້າສຳພັນທະມິດກຳອຳນາດ.

ໂດຍໄດ້ຮັບບັດສະໜັບສະໜູນ 319 ບັດໃນຈຳນວນ 491 ບັດຢູ່ສະພາຕ່ຳ, ທ່ານາງ Paetongtarn Shinawatra ໄດ້ຮັບໄຊຊະນະໃນການປ່ອນບັດເພື່ອກາຍເປັນນາຍົກລັດຖະມົນຕີຄົນທີ 31 ແລະ ເປັນນາຍົກລັດຖະມົນຕີໜຸ່ມກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນຢູ່ປະເທດ ໄທ.

ດ້ວຍເລື່ອງໄດ້ຮັບການເລືອກຕັ້ງຈາກສະພາຕ່ຳໃນວັນທີ 16 ສິງຫາ, ທ່ານນາງ Paetongtan ກາຍເປັນສະມາຊິກຜູ້ທີ 3 ໃນວົງຕະກຸນ Shinawatra ຖັດຈາກພໍ່ ແລະ ອາຂອງຕົນ ແມ່ນອະດີດນາຍົກລັດຖະມົນຕີ Yingluck Shinawatra ໄດ້ກຳຕຳແໜ່ງແຖວໜ້າຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ຂອງ ຫວຽດ​ນາມ ໃນ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ອັດ​ຖິ​ທະ​ຫານ​ ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງ​ຄາມ

ອາ​ເມ​ລິ​ກາ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ຂອງ ຫວຽດ​ນາມ ໃນ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ອັດ​ຖິ​ທະ​ຫານ​ ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງ​ຄາມ

ອາເມລິກາ ຍັງຄົງມານະພະຍາຍາມຈົນສຸດຄວາມສາມາດເພື່ອຊອກຫາ ແລະ ຢັ້ງຢືນຂໍ້ມູນຢ່າງຄົບຖ້ວນກ່ຽວກັບບັນດາທະຫານທີ່ຫາຍສາບສູນໃນສົງຄາມ ຫວຽດນາມ ແລະ ຄວາມມານະພະຍາຍາມມະນຸດສະທຳນີ້ໄດ້ຮັບການຮັກສາ ຍ້ອນການຮ່ວມມືທີ່ມີມາຍາວນານຈາກລັດຖະບານ ຫວຽດນາມ.

Top