• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ຍູ້​ແຮງ​ການ​ຊ​ອກ​ຫາ​ລູກ​ເຮືອ 23 ຄົນ ທີ່​ຫາຍ​ສາບ​ສູນຈາກ​ເຫດ​ກ່ຳ​ປັ່ນ​​ທະ​ຫານ​ເຮືອ​ຈົມ​ນ້ຳ

ກອງທັບເຮືອ ໄທ ໄດ້ຈັດສົ່ງກ່ຳປັ່ນ 4 ລຳ ພ້ອມດ້ວຍ ເຮືອບິນ 2 ລຳ ແລະ ເຮືອບິນ ເຮລີກອັບແຕ 4 ລຳ ເພື່ອຊອກຫາຜູ້ຫາຍສາບສູນ, ແຕ່ດິນຟ້າອາກາດເກີດມີລົມພັດແຮງ ໄດ້ກີດຂວາງການເຮັດວຽກງານຂອງທີມກູ້ໄພກູ້ຊີບສ່ວນໃດສ່ວນໜຶ່ງ.
  ເຮືອບິນ ເຮລີກອັບແຕ ກຳລັງປະຕິບັດການຊອກຫາຜູ້ຫາຍສາບສູນ (ພາບ: AFP/TTXVN)  
ວັນທີ 20 ທັນວາ, ບັນດາກຳລັງຮັບຜິດຊອບຂອງ ໄທ ໄດ້ປະກາດວ່າ ພົບເຫັນສາກສົບຂອງຜູ້ປະສົບເຄາະຮ້າຍ 6 ຄົນ ໃນເຫດກ່ຳປັ່ນປ້ອງກັນຊັ້ນລັດຕະນະໂດສິນ HTMS ສຸໂຂ ໄທ ຈົມນ້ຳ ຢູ່ອ່າວ ໄທ ໃນຄ່ຳຄືນວັນທີ 18 ທັນວາ. ທ່ານ Choengchai Chomchoengpaet ຜູ້ບັນຊາການກອງທັບເຮືອແຫ່ງ ລາຊະອານາຈັກ ໄທ ກໍໃຫ້ຮູ້ວ່າ ມາຮອດປັດຈຸບັນ, ກຳລັງກູ້ໄພສາມາດຊ່ວຍໄດ້ 76 ໃນຈຳນວນ 105 ຄົນ ທີ່ຢູ່ໃນກ່ຳປັ່ນລຳດັ່ງກ່າວ; ແຕ່ຍັງມີທະຫານ 23 ຄົນ ຖືກຫາຍສາບສູນ. ກອງທັບເຮືອ ໄທ ໄດ້ຈັດສົ່ງກ່ຳປັ່ນ 4 ລຳ ພ້ອມດ້ວຍ ເຮືອບິນ 2 ລຳ ແລະ ເຮືອບິນ ເຮລີກອັບແຕ 4 ລຳ ເພື່ອຊອກຫາຜູ້ຫາຍສາບສູນ, ແຕ່ດິນຟ້າອາກາດເກີດມີລົມພັດແຮງ ໄດ້ກີດຂວາງການເຮັດວຽກງານຂອງທີມກູ້ໄພກູ້ຊີບສ່ວນໃດສ່ວນໜຶ່ງ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມແບບວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ປຶກສາຫາລືຫຼາຍບັນຫາຮ້ອນເຮັ່ງຂອງພາກພື້ນ

ກອງປະຊຸມແບບວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ປຶກສາຫາລືຫຼາຍບັນຫາຮ້ອນເຮັ່ງຂອງພາກພື້ນ

ກອງປະຊຸມຈະປຶກສາຫາລືຫຼາຍບັນຫາຮ້ອນເຮັ່ງຂອງພາກພື້ນ, ຄື: ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດ, ສະພາບການ ມຽນມາ, ຄວາມເຄັ່ງຕຶງ ໄທ - ກຳປູເຈຍ…

Top